ວັນທີ 21 ເດືອນ ກຸມພາ ປີ 2007


2007.02.21

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການຕອບຈົດໝາຍ ຂອງ RFA. ກໍໄດ້ວຽນມາຄົບຮອບ ອີກເທື່ອນຶ່ງ ຄື ໃນ ທຸກວັນພະຫັດ ຂອງທຸກສັປດາ Maysoly ຫວັງໃຈສເມີວ່າ ທ່ານ ທີ່ຍັງເປັນແຟນ ຂອງພວກເຮົາ ຄົງບໍ່ລືມ ໃຫ້ກຽດຕິດຕາມ ຮັບຟັງ.

ຈົດໝາຍ ຂອງທ່ານທີ່ຂຽນເຖີງລາຍການ ໃນມື້ນີ້ ກໍມີຫຼາຍສະບັບ ທີ່ຂຽນມາ ເພື່ອສແດງຄວາມ ເປັນຫ່ວງ ຕໍ່ບັນຫາ ພີ່ນ້ອງຊາວ Hmong 152 ຄົນ ໃນ ແຂວງ ໜອງຄາຍ. ຈມ. ສະບັບທຳອິດ ໃນມື້ນີ້ ກໍຄ ືຂອງ ທ່ານ “ລີຢີງໄຊຍະຊ້າງ” (Leeying Xay ya Xang) ຂຽນມາຈາກເມືອງ St paul ຣັຖ Minnesota ເພີ່ນຂຽນມາວ່າ:

“ໄດ້ຕິດຕາມ ຂ່າວ ຈາກວິທຍ ຸເອເຊັຽເສຣີ ເປັນປະຈຳ ເມື່ອວັນທີ 8 ເດືອນ ມົກກະຣາ ທີ່ຜ່ານມາ ໄດ້ຊາບວ່າ ທ່ານ ຢົ້ງ ຈັນທະລັງສີ ໂຄສົກ ກະຊວງ ການຕ່າງປະເທດ ຂອງ ສປປ.ລາວ ໄດ້ເດີນທາງ ໄປແຂວງ ໜອງຄາຍ ເພື່ອຕ້ອນເອົາ ຊາວລາວເຜົ່າ Hmong 152 ຄົນ ກັບໄປລາວ ແລະ ຊາບ ພາຍຫຼັງວ່າ ບໍ່ປະສົບ ຜົນສຳເຣັດ ເນື່ອງຈາກຊາວລາວເຜົ່າ Hmong ບາງສ່ວນຈາກຈຳນວນ 152 ຄົນດັ່ງກ່າວ ບໍ່ໃຫ້ການ ຮ່ວມມື ແລະ ພະຍາຍາມ ຂັດຂືນ ສ່ວນໃຫຍ່ ຈະເປັນຜູ້ຊາຍ. ຕໍ່ກໍຣະນີດັ່ງກ່າວນີ້ ຢາກຊາບວ່າ ທາງການລາວ ຈະບໍ່ມີໂຄງການ ໄປສຳຣວດເບີ່ງ ທຸກສຸກ ຂອງພີ່ນ້ອງຊາວລາວ Hmong ໃນ ເຂດແຂວງ ຊຽງຂວາງ ບ່ອນ ທີ່ມີຂ່າວວ່າ ຍັງມີການນຳເຂັ່ນຂ້າ ປະຊາຊົນຊາວ Hmong ຢູ່ນັ້ນບໍ່?.”

ຈມ. ສະບັບຕໍ່ໄປຄືຈມ.ຂອງ ທ່ານ “Cha Vang” ຂຽນມາຈາກ ເມືອງ Minnesota ເຊັ່ນດຽວກັນ. ໃນຈົດໝາຍ ທ່ານໄດ້ສົ່ງຄຳຖາມ ຫຼາຍຂໍ້ຢ່າງຍືດຍາວ ມາໃຫ້ ແຕ່ Maysoly ຂໍອະພັຍ ທີ່ບໍ່ສາມາດ ອ່ານ ທຸກຂໍ້ຄວາມ ໃນຈມ. ເນື່ອງຈາກເຫັນວ່າ ຄຳຖາມທີ່ທ່ານເວົ້າມານັ້ນ ເປັນຄຳຖາມ ທີ່ເຄີຽ ນຳມາອ່ານ ສູ່ທ່ານຜູ້ຟັງຫຼາຍ ເທື່ອແລ້ວ. ຂໍຂອບໃຈທີ່ທ່ານໄດ້ສົ່ງຂໍ້ຄິດເຫັນມາໃຫ້ ກ່ຽວກັບ ບັນຫາ ການຄ້າໂສເພນ ີຂອງເດັກນ້ອຍ ແມ່ຍິງລາວ ໃນປະເທດໄທ. ຄິດວ່າ ທ່ານ ຜູ້ຟັງຫຼາຍທ່ານ ກໍຄົງຈະໄດ້ຍິນ ໄດ້ຟັງຂ່າວ ໃນທຳນອງ ນີ້ຢ່າງຕໍ່ເນື່ອງ. ຖ້າທ່ານຕິດຕາມຮັບຟັງລາຍການ ຂອງວິທຍຸເອເຊັຽເສຣີ, ຢ່າງໃດກໍຕາມ ຫວັງວ່າໂອກາດໜ້າ ພວກເຮົາຈະໄດ້ຮັບຈົດໝາຍ ຈາກທ່ານອີກ.

ຈ.ມ ສະບັບຕໍ່ໄປກໍແມ່ນ ຈ.ມ ຂອບໃຈ ຈາກ ທ່ານ ”ເກົ້າປູ ຟອງປະເສີດ” ຜູ້ຕາງໜ້າ ຊົນຊາວລາວ ເຜົ່າອີວມ້ຽນ ທີ່ເມືອງ North Highland ຣັຖ California ໃນຈມ.ເພີ່ນບອກວ່າ:

“ຊາວລາວອີວມ້ຽນເຜົ່າຢ້າວ ຂໍຝາກຄຳຂອບໃຈມາຍັງທີມງານຂອງ RFA. ທີ່ໄດ້ຊ່ວຍແຈ້ງຂ່າວ ກ່ຽວກັບ ບູນປີໃໝ່ ຂອງຊາວລາວ ອີວມ້ຽນ ທີ່ຫາກໍ່ຜ່ານພົ້ນໄປເມື່ອວັນທີ 3 ເດືອນກຸມພາ ປີ 2007. ເພີ່ນເລົ່າ ສູ່ຟັງວ່າ ງານຄ່ຳຄືນນັ້ນ ໄດ້ຜ່ານພົ້ນໄປ ພາຍໃຕ້ບັນຍາກາດ ອັນມ່ວນຊື່ນ ຢ່າງຄຶກຄື້ນ ເນື່ອງຈາກວ່າ ເປັນການ ຈັດງານຄັ້ງທຳອິດ ໃນຄັ້ງປວັດສາດ ຂອງສະມາຄົມຊາວ ເຜົ່າຢ້າວ ຫລື ອີວມ້ຽນ ທີ່ໄດ້ປຸ້ມລຸມ ສາມັກຄ ີຮ່ວມແຮງ ຮ່ວມໃຈ ຈັດຂຶ້ນ. ແລະ ທີ່ພິເສດສຸດ ກໍຄືມີນັກສີລະປີນ ຮຸ້ນອາຈານ ເຂົ້າຮ່ວມ ຄືທ່ານ ກ.ວິເສດ ວ່າຊັ້ນ. ສຸດທ້າຍນີ້ຂໍຟັງເພັງ “ກິ້ວກະຈຳ” ຈາກສຽງຮ້ອງຂອງ ທ່ານ ກ.ວິເສດ ເພັງນີ້ ຂໍຟັງຮ່ວມກັບ ພີ່ນ້ອງຊາວລາວ ອີວມ້ຽນ ເຜົ່າຢ້າວ ທຸກໆ ທ່ານທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ຫລານ ເຂີຽທ່ານ William ຍີ ແລະ ຄອບຄົວທີ່ຣັຖ Wisconsin” ວ່າຊັ້ນ.

ທ່ານ ຜູ້ຟັງທີ່ເຄົາຣົບ ເພື່ອເປັນການປ່ຽນບັນຍາກາດ Maysoly ຂໍຈັດເພັງທີ່ມີ່ຊື່ວ່າ“ກິ້ວກະຈຳ” ຈາກ ຜົນງານ ເພັງຂອງທ່ານ “ກ.ວິເສດ” ເພື່ອໃຫ້ຄວາມບັນເທີງ ແກ່ທ່ານ ແລະ ເພັງນີ້ ແມ່ນຈັດຕາມຄຳ ຂໍຂອງທ່ານ ເກົ້າປູ ຟອງປະເສີດ ທີ່ໄດ້ຂໍມາ ເຊີນຮັບຟັງໄດ້.

-----(ເພັງ)------

ເປັນຈັ່ງໃດທ່ານຜູ້ຟັງ ເພັງທີ່ຈົບໄປນັ້ນ ຄົງຈະເປັນທີ່ພໍໃຈທ່ານ ບໍ່ຫຼາຍ ກໍໜ້ອຍ ເນາະ ໂດຍ ສະເພາະ ຄອບຄົວ ຂອງທ່ານເກົ້າປູ ຟອງປະເສີດ ຫວັງວ່າຂນະນີ້ ຄົງຈະກຳລັງ ໃຫ້ກຽດຕິດຕາມຮັບຟັງຢູ່. ທ່ານ ຜູ້ຟັງທີ່ເຄົາຣົບ ເມື່ອສັປດາທີ່ຜ່ານມາ Maysoly ໄດ້ນຳເອົາບົດຂຽນເຣື່ອງ “ຄິດເຖິງບ້ານ” ຫລື “ສຽງຄວນຈາກ USA” ມາອ່ານສູ່ທ່ານຟັງ ໃນບາງຕອນ ໄປແລ້ວ ມື້ນີ້ Maysoly ຢາກໃຫ້ທ່ານ ໄດ້ຟັງຄຳຄິດເຫັນ ຈາກ ທ່ານຜູ້ອ່ານ ບາງທ່ານ ທີ່ເປັນຄົນລາວໃນ ແລະ ລາວນອກ. ທີ່ໄດ້ຂຽນຕອບລົງໃນ Website ຊຶ່ງຈມ. ສະບັບ ທຳອິດນີ້ ກໍຄືຂໍ້ຄິດເຫັນ ຂອງທ່ານຜູ້ນຶ່ງ ຄິດວ່າຄົງຈະແມ່ນ ຄົນລາວໃນ. ເພີ່ນຂຽນມາວ່າ:

“ເຫັນດີນຳການ ຣະບາຍຄວາມຮູ້ສຶກ ຂອງທ່ານ ຂ້າພະເຈົ້າ ກໍມີພີ່ນ້ອງຢູ່ຕ່າງແດນ ຄິດຮອດເຂົາເຈົ້າຫຼາຍ ຢາກໃຫ້ ປະເທດ ບໍ່ມີການເມືອງ ຢາກໃຫ້ປະເທດ ສຸມໃສ່ການພັທນາ ເສຖກິດ ໃຫ້ຊີວິດການເປັນຢ ູ່ຂອງ ປະຊາຊົນລາວ ດີຂຶ້ນ ຢາກໃຫ້ທຸກຄົນ ຖືຄະຕິ ຂອງພຣະພຸທເຈົ້າ ແຕ່ ເສັຽດາຍ ຄົນສ່ວນໜ້ອຍ ບາງຄົນ ແລະ ບາງກຸ່ມ ຫຼົງໃນ ປໂຍດສ່ວນຕົວ ເອົາການເມືອງ ເປັນເຄື່ອງມື ແລະ ເອົາປະຊາຊົນມາ ບັງໜ້າ ເຮັດໃຫ ້ຄົນລາວ ຕ້ອງພັດພາກ ຍ້ອນແນວຄິດບໍ່ຄືກັນ ຍ້ອນຄວາມທຸກຍາກ ຊຶ່ງເປັນຜົນ ຂອງຄວາມຂັດແຍ້ງ ຂໍໃຫ້ ເຊົາສາ ພຣະເຈົ້າເອີ້ຽ! ເວລາ ກໍພິສູດແລ້ວວ່າ ໃຜເກັ່ງ ໃຜດີ ໃຜເຮັດໄດ້ ໃຜເຮັດບໍ່ໄດ້”.

ທີ່ກ່າວມານີ້ ກໍຄືຂໍ້ຄິດເຫັນ ຂອງລາວໃນ ທ່ານນຶ່ງ. ບັດນີ້, ຢາກໃຫ້ທ່ານໄດ້ຟັງຂໍ້ຄິດເຫັນ ຂອງ ລາວນອກ ທ່ານ ນຶ່ງ ເນາະ ທ່ານຜູ້ນີ້ເວົ້າວ່າ:

“ຂ້າພະເຈົ້າ ບໍ່ມີເຈຕນາ ຈະ Anti ຫລື ຄັດຄ້ານ ຜູ້ທີ່ຄິດເຖິງບ້ານເກີດ ເມືອງນອນ (Native Land) ຫລື ວ່າ ຜູ້ທີ່ມີຈຸດປະສົງ ຢາກຈະກັບໄປ ຊ່ວຍສ້າງສາພັທນາ ເມືອງລາວເຮົາ ແຕ່ວ່າ ຂ້າພະເຈົ້າ ໄດ້ຍິນມາວ່າ ການ ກັບໄປຢູ່ບ້ານເກີດ ເມືອງນອນ ພາຍຫັຼງ ທີ່ໄດ້ຈາກມາ ເປັນເວລາຫຼາຍຟ້າຫຼາຍປີ ແລ້ວ ມັນບໍ່ແມ່ນ ເຣື່ອງງ່າຍ ເໝືອນດັ່ງທີ່ຄິດ ເພາະວ່າ ເຮົາໄດ້ລຶ້ງເຄີຽ ຢູ່ກັນກັບລະບົບ (System) ນຶ່ງແລ້ວ ຊຶ່ງ ກໍເປັນລະບົບ ທີ່ມີ Values references ຂອງມັນ ແລ້ວເຮົາ ຈະໄປຢູ່ກັບລະບົບ ທີ່ແຕກຕ່າງກັນ ຊຶ່ງກໍມີ Values ແລະ references ທີ່ແຕກຕ່າງກັນ ຕົວຢ່າງງ່າຍໆ ກໍຄືວ່າ ໃນຂນະນີ້ ທ່ານ ມີສິດເລືອກ ໃນສິ່ງທີ່ທ່ານ ຕ້ອງການ ທ່ານ ອອກຄວາມຄິດເຫັນ ໄດ້ທຸກສິ່ງຢ່າງ ແລະ ຜູ້ຄົນທີ່ຟັງທ່ານ ກໍຖືວ່າ ເປັນສິດທິຂອງທ່ານ ເພາະທຸກຄົນ ໄດ້ຮັບການ ອົບຮົມສຶກສາ ເໝືອນກັບທ່ານ. ແຕ່ວ່າ ຢູ່ໃນລະບົບອື່ນ ທ່ານ ອາດຈະຂາດ ສິດທິດັ່ງກ່າວ”.

“ຂ້າພະເຈົ້າ ບໍ່ມີເຈຕນາ ຈະ Anti ຫລື ຄັດຄ້ານ ຜູ້ທີ່ຄິດເຖິງບ້ານເກີດ ເມືອງນອນ (Native Land) ຫລື ວ່າ ຜູ້ທີ່ມີຈຸດປະສົງ ຢາກຈະກັບໄປ ຊ່ວຍສ້າງສາພັທນາ ເມືອງລາວເຮົາ ແຕ່ວ່າ ຂ້າພະເຈົ້າ ໄດ້ຍິນມາວ່າ ການ ກັບໄປຢູ່ບ້ານເກີດ ເມືອງນອນ ພາຍຫັຼງ ທີ່ໄດ້ຈາກມາ ເປັນເວລາຫຼາຍຟ້າຫຼາຍປີ ແລ້ວ ມັນບໍ່ແມ່ນ ເຣື່ອງງ່າຍ ເໝືອນດັ່ງທີ່ຄິດ ເພາະວ່າ ເຮົາໄດ້ລຶ້ງເຄີຽ ຢູ່ກັນກັບລະບົບ (System) ນຶ່ງແລ້ວ ຊຶ່ງ ກໍເປັນລະບົບ ທີ່ມີ Values references ຂອງມັນ ແລ້ວເຮົາ ຈະໄປຢູ່ກັບລະບົບ ທີ່ແຕກຕ່າງກັນ ຊຶ່ງກໍມີ Values ແລະ references ທີ່ແຕກຕ່າງກັນ ຕົວຢ່າງງ່າຍໆ ກໍຄືວ່າ ໃນຂນະນີ້ ທ່ານ ມີສິດເລືອກ ໃນສິ່ງທີ່ທ່ານ ຕ້ອງການ ທ່ານ ອອກຄວາມຄິດເຫັນ ໄດ້ທຸກສິ່ງຢ່າງ ແລະ ຜູ້ຄົນທີ່ຟັງທ່ານ ກໍຖືວ່າ ເປັນສິດທິຂອງທ່ານ ເພາະທຸກຄົນ ໄດ້ຮັບການ ອົບຮົມສຶກສາ ເໝືອນກັບທ່ານ. ແຕ່ວ່າ ຢູ່ໃນລະບົບອື່ນ ທ່ານ ອາດຈະຂາດ ສິດທິດັ່ງກ່າວ”.

ເປັນແນວໃດ ທ່ານຜູ້ຟັງ ທີ່ກ່າວມານີ້ ກໍເປັນພຽງ ຂໍ້ຄິດເຫັນ ຫລື ບົດສົນທະນາ ທີ່ໜ້າສົນໃຈ ລະຫວ່າງ ລາວ ນອກ-ລາວໃນ ທີ່ Maysoly ໄດ້ນຳມາອ່ານ ສູ່ທ່ານຟັງ ເພື່ອເປັນການເບົາສມອງ ເທົ່ານັ້ນ. ຖ້າທ່ານ ມີຄວາມຄິດ ເຫັນແນວໃດ ກໍຂໍເຊີນຂຽນຈົດໝາຍ ມາຮ່ວມກັບລາຍການ ຂອງພວກເຮົາໄດ້. ສຳລັບວັນນີ້ Maysoly ຂໍລາທ່ານ ໄປດ້ວຍສຽງເພັງ ທີ່ມີຊື່ວ່າ “ກົດແຫ່ງກັມ” ແຕ່ງໂດຍ ທ່ານ”ພົມະ ພີມະສອນ” ເພັງນີ້ ຂໍມອບ ເປັນຄວາມສຸກ ແລະ ເຕືອນໃຈ ແດ່ທຸກໆ ທ່ານ ທີ່ກຳລັງຮັບຟັງ ລາຍການຕອບຈົດໝາຍ ຢູ່ໃນຂນະນີ້ ບໍ່ວ່າ ຈະເປັນ ລາວນອກ ຫລື ລາວໃນ ກໍຂໍເຊີນຮັບຟັງໄດ້.

-----(ເພັງ)-------

ທີ່ຈົບລົງໄປນັ້ນ ກໍຄືເພັງ “ກົດແຫ່ງກັມ” ແຕ່ງ ແລະ ຂັບຮ້ອງໂດຍ ທ່ານ ”ພົມະ ພີມະສອນ” ທ່ານ ຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈົດໝາຍ ຂອງພວກເຮົາ ໃນມື້ນີ້ ເວລາກໍໝົດລົງ ພຽງເທົ່ານີ້ ພົບກັນໃໝ ່ໃນວັນພະຫັດໜ້າ. ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.