ວັນທີ 1 ເດືອນ ພຶສະຈິກາ ປີ 2006
2006.11.01
ສບາຍດີທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ຣາຍການຕອບຈມ.ກໍໄດ້ວຽນມາຄົບຮອບອີກເທື່ອນຶ່ງ ເພື່ອ ບໍ່ໃຫ້ເສັຽເວລາ ຂໍເຊີນທ່ານເຂົ້າສູ່ຣາຍການຕອບ ຈ.ມ ເລີຽ.
ຈ.ມ ສບັບທຳອິດທີ່ຈະນຳມາອ່ານສູ່ທ່ານຟັງໃນມື້ນີ້ ກໍຄືຈມ.ຂອງນ້ອງ ”ວຽງ ມຸນິວົງ” ຈາກເມືອງ Elgin ສຫະຣັຖອເມຣິກາ.
ນັບວ່າເປັນເວລານານສົມຄວນແລ້ວຈຶ່ງໄດ້ຮັບຈມ.ຂອງນ້ອງອີກ ຄົງຈະຕິດຂັດຫຼາຍຕິເນາະ ຈຶ່ງບໍ່ສູ່ມີເວລາຂຽນຈມ.ເຖີງຣາຍການ ຢ່າງໃດກໍຕາມ ຈມ.ຂອງນ້ອງ “ວຽງ ມຸນິວົງ” ໄດ້ຂຽນມາດັ່ງນີ້:
ຫວັງວ່າທຸກໆຄົນ ໃນທີມງານຂອງ RFA ຄົງສະບາຍດີຕາມເຄີຽ ສ່ວນນ້ອງເອງສະບາຍດີ ຕາມເຄີຽ ນ້ອງເອງໄດ້ຕິດຕາມຟັງຂ່າວ Lao ຈາກ RFA ມາຕລອດ ແຕ່ກໍ່ບໍ່ທຸກວັນດອກ ອາທິດນຶ່ງບໍ່ຕ່ຳກວ່າ 3 ເທື່ອ ແລະກໍຍັງຟັງຍ້ອນຫັຼງໄດ້ອີກ ຢ່າງບໍ່ມີບັນຫາ ອີກຢ່າງນຶ່ງທີ່ ນ້ອງຂຽນມານີ້ຍ້ອນຕິດໃຈເພັງ “ປະຊາທິປະໄຕ” ຂອງ ”ສິດ ດົງໂດກ” ຢາກຈະໄດ້ເປັນ ເຈົ້າຂອງແຜ່ນ CD ພໍຈະມີວິທີບໍ່? ຂໍຂອບໃຈລ່ວງໜ້າ.
ສ່ວນຂໍ້ທີ່ 2 ນ້ອງບໍ່ເຂົ້າໃຈວ່າ ເປັນຫຍັງຍັງພີ່ນ້ອງຊາວລາວບາງກຸ່ມ ຈຶ່ງບໍ່ຄ່ອຍຮັບຮູ້ພີ່ນ້ອງ ຊາວ Hmong ສ່ວນນ້ອງເອງບໍ່ເຫັນວ່າຈະມີບັນຫາກັບເຣື້ອງນີ້ ຕຼົງກັນຂ້າມຮູ້ສຶກດີໃຈຊະອີກ ທີ່ເຫັນພໍ່ແມ່ພີ່ນ້ອງລາວຊາວເຜົ່າ Hmong ມີຈິດໃຈແຂງກ້າແລະເດັດດ່ຽວ ໃນເຣື້ອງສິດທິມະນຸດຊົນ ນ້ອງຢາກຍົກໂຕຢ່າງໃນອີກເຣື້ອງນຶ່ງວ່າ ຢູ່ສຫະຣັຖອເມຣິກາ ຄົນຜິວຂາວກັບຜິວດຳກໍຍັງຢູ່ນຳກັນໄດ້ ພາຍໃຕ້ກົດໝາຍອັນດຽວກັນ ໃນວັນຂ້າງໜ້າຖ້າຈະມີນາຍົກຣັຖມົນຕຼີ ເປັນຊາວລາວເຜົ່າມົ້ງ ຢູ່ປະເທດລາວກໍ່ດີເສັຽອີກ ເພາະປະຊາທິປະໄຕຄືຂອງທຸກຄົນ ແລະທຸກຄົນ ຄວນເຄົາຣົບນັບຖື ວ່າຊັ້ນ ເອົາໄວ້ໂອກາດໜ້ານ້ອງຈະຂຽນມາຣົບກວນອີກ ຂໍໃຫ້ເອື້ອຍ ແລະຄນະຜູ້ຈັດທຳຣາຍ ການທຸກໆ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງແລະຢູ່ນຳພວກເຮົາຕໍ່ໄປ ຕາບເທົ່ານານແສນນານ ວ່າຊັ້ນ.
ກ່ອນອື່ນ Maysoly ດີໃຈທີ່ໄດ້ຮັບຈມ.ຂອງນ້ອງ ”ວຽງ ມຸນິວົງ” ອີກ ຫຼັງຈາກຫາຍງຽບໄປ ດົນເຕີບ ຄຳຖາມຂໍ້ທີ່ 1. ທີ່ຖາມມາ ວ່າຢາກຈະເປັນເຈົ້າຂອງແຜ່ນ CD ຂອງສິດ ດົງໂດກ ຊ່ວຍບອກແດ່ວ່າ ຈະຊື້ໄດ້ຢູ່ໃສນັ້ນ Maysoly ກໍ່ບໍ່ແນ່ໃຈວ່າ ປັດຈຸບັນນີ້ເພີ່ນຍັງມີຂາຍກັນບໍ່? ເພາະເປັນແຜ່ນ CD ເກົ່າຫຼາຍປີມາແລ້ວ ຖ້າທ່ານຜູ້ຟັງທ່ານໃດຫາກມີຣາຍລະອຽດເພີ້ມເຕີມ ກາຣຸນາແຈ້ງມາໃຫ້ຊາບນຳ ດ້ວຍເນາະ ເພື່ອວ່າຈະໄດ້ບອກຕໍ່ໃຫ້ນ້ອງ ”ວຽງ ມຸນິວົງ” ສ່ວນຄຳຄິດຄຳເຫັນສ່ວນຕົວຂອງນ້ອງ ກ່ຽວກັບບັນຫາ ຂອງພີ່ນ້ອງຊາວ Hmong ນັ້ນ ນ້ອງເວົ້າກໍ ມີສ່ວນຖຶກ ຂອງນ້ອງ ແຕ່ວ່າ ຄົນເຮົາ ກໍມີຄວາມຄິດຄວາມເຫັນທີ່ແຕກຕ່າງກັນຖ້າທຸກຄົນຄິດ ແບບນ້ອງ ໂລກນີ້ກໍຈະເຕັມໄປດ້ວຍສັນຕິ ບໍ່ມີການບຽດບຽນກັນ ຢ່າງໃດກໍຕາມ ອິງຕາມ ຂ່າວທີ່ທາງວິທຍຸເອເຊັຽເສຣີໄດ້ສເນີໄປແລ້ວນັ້ນ ກໍປະກົດວ່າ ໃນຣະຍະຫັຼງໆ ມານີ້ ກໍມີເຈົ້າໜ້າທີ່ທ້ອງຖິ່ນຫຼາຍໆ ຄົນທີ່ເປັນຄົນເຜົ່າລາວສູງຢູ່ໃນລາວ ທັງນີ້ເພີ່ນຢາກຈະໃຫ້ຄົນພາຍນອກເຫັນວ່າ ຢູ່ລາວບໍ່ມີການຈຳແນກຊົນຊາດຊົນເຜົ່າດັ່ງທີ່ຣາຍງານ ບາງສບັບ ໄດ້ຣາຍງານໄປນັ້ນ.
ທ່ານຜູ້ຟັງທີ່ເຄົາຣົບ ເມື່ອເວົ້າມາເຖີງຕອນນີ້ ເພື່ອເປັນການປ່ຽນບັນຍາກາດແດ່ນ້ອຍນຶ່ງ Maysoly ຂໍເຊີນທ່ານຟັງເພັງຂັ້ນຣາຍການຂອງພວກເຮົາເສັຽກ່ອນເນາະ ຊຶ່ງຈະມາໃນເພັງ ໃຫ້ຊື່ວ່າ “ປະຊາທິປະໄຕ” ເພັງນີ້ຈັດໃຫ້ເປັນກຳລັງໃຈໃຫ້ນ້ອງ”ວຽງ ມຸນິວົງ” ແລະພິເສດສຸດ ກໍຄືໃຫ້ ທ່ານຜູ້ຟັງທຸກໆ ທ່ານທີ່ກຳລັງຕິດຕາມຮັບຟັງຣາຍການຕອບຈມ.ຢູ່ໃນຂນະນີ້ ເຊີນຮັບ ຟັງໄດ້ເລີຽ.
( ກະຣຸນາຟັງເພັງ ໃນສຽງປະກອບ ຂ້າງລຸ່ມນີ້ )
ນັ້ນກໍຄືເພັງ “ປະຊາທິປະໄຕ” ຂອງ “ສິດ ດົງໂດກ” ຫວັງວ່າ ຄົງຈະໃຫ້ຄວາມມ່ວນຊື່ນແກ່ທ່ານຜູ້ຟັງ ໄດ້ແດ່ບໍ່ຫຼາຍກໍໜ້ອຍ ໂດຍສະເພາະນ້ອງວຽງ ມຸນິວົງ ຜູ້ທີ່ບອກວ່າຕິດໃຈເພັງນີ້ຫຼາຍ. ຢ່າງໃດກໍຕາມ ບັດນີ້ກໍຂໍເຊີນທ່ານເຂົ້າສູ່ຣາຍການອີກເນາະ.
Email ສບັບຕໍ່ໄປກໍຄືຂອງຜູ້ຟັງທ່ານນຶ່ງຂຽນຈາກປະເທດຝຣັ່ງເສດ ໃນ Email ບອກມາ ວ່າ ໄດ້ຕິດຕາມຮັບຟັງຣາຍການຂອງ RFA ເປັນບາງຄັ້ງບາງຄາວ ຢາກຈະຮູ້ວ່າ ສຳຫຣັບ ປື້ມເຣື້ອງ “ສຸດສາຍທາງເລກ 9” ຂອງທ່ານ”ໂມທະນາ” ແລະ ປື້ມເຣື້ອງ “ນັກໂທດ ສັມມະນາກອນ 1139 ມື້” ຂອງຍານາງ”Vong Souvanavong” ນັ້ນ ຈະຫາຊື້ໄດ້ຢູ່ບ່ອນໃດ? ຖ້າເປັນໄປໄດ້ ຂໍຄວາມ ກາຣຸນາ ຊ່ວຍບອກແດ່ ວ່າຊັ້ນ.
Maysoly ຂໍຂອບໃຈທີ່ທ່ານໄດ້ຕິດຕາມຮັບຟັງ RFA ເປັນບາງໂອກາດ ຢ່າງໃດກໍຕາມຕໍ່ຄຳຖາມ ທີ່ທ່ານເວົ້າມານັ້ນ ທາງພວກເຮົາກໍຍິນດີຈະສອບຖາມນຳຜູ້ເປັນເຈົ້າຂອງປື້ມໃຫ້ຖ້າມີຣາຍ ລະອຽດ ແນວໃດ ພວກເຮົາກໍຈະສົ່ງ Email ໃຫ້ທ່ານຊາບຕາມ Email Address ຂອງທ່ານ ທີ່ຂຽນມານີ້.
ທ່ານຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖີງຕອນນີ້ ເວລາຂອງຣາຍການກໍໃກ້ຈະໝົດລົງແລ້ວ ສນັ້ນ ກ່ອນຈາກກັນໃນມື້ນີ້ Maysoly ຂໍເຊີນທ່ານຟັງເພັງທ້າຍຣາຍການຂອງພວກເຮົາໄດ້ເລີຽ ຊຶ່ງຈະມາໃນເພັງໃຫ້ຊື່ວ່າ “ຢາກໃຫ້ໂລກນີ້ມີເຮົາສອງຄົນ” ຂັບຮ້ອງໂດຍ: “ຄຳເຕີບ ຊານຸບານ” ເຊີນທ່ານຮັບຟັງໄດ້.
( ກະຣຸນາຟັງເພັງ ໃນສຽງປະກອບ ຂ້າງລຸ່ມນີ້ )
ທ່ານຜູ້ຟັງທີ່ເຄົາຣົບ ຣາຍການຕອບຈມ.ຂອງພວກເຮົາໃນມື້ນີ້ ເວລາກໍໝົດລົງພຽງເທົ່ານີ້ ຂໍເຊີນທ່ານ ທີ່ສົນໃຈໂປດຕິດຕາມຮັບຟັງໄດ້ໃໝ່ ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຣາຍການອື່ນໆ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 25 ເດືອນ ຕຸລາ ປີ 2006
- ວັນທີ 18 ເດືອນ ຕຸລາ ປີ 2006
- ວັນທີ 11 ເດືອນ ຕຸລາ ປີ 2006
- ວັນທີ 4 ເດືອນ ຕຸລາ ປີ 2006
- ວັນທີ 27 ເດືອນ ກັນຍາ ປີ 2006
- ວັນທີ 20 ເດືອນ ກັນຍາ ປີ 2006
- ວັນທີ 13 ເດືອນ ກັນຍາ ປີ 2006
- ວັນທີ 6 ເດືອນ ກັນຍາ ປີ 2006
- ວັນທີ 30 ເດືອນ ສິງຫາ ປີ 2006
- ວັນທີ 23 ເດືອນ ສິງຫາ ປີ 2006
- ວັນທີ 16 ເດືອນ ສິງຫາ ປີ 2006
- ວັນທີ 9 ເດືອນ ສິງຫາ ປີ 2006
- ວັນທີ 2 ເດືອນ ສິງຫາ ປີ 2006
- ວັນທີ 26 ເດືອນ ກໍຣະກະດາ ປີ 2006
- ວັນທີ 19 ເດືອນ ກໍຣະກະດາ ປີ 2006
- ວັນທີ 12 ເດືອນ ກໍຣະກະດາ ປີ 2006
- ວັນທີ 5 ເດືອນ ກໍຣະກະດາ ປີ 2006
- ວັນທີ 28 ເດືອນ ມິຖຸນາ ປີ 2006
- ວັນທີ 21 ເດືອນ ມິຖຸນາ ປີ 2006
- ວັນທີ 14 ເດືອນ ມິຖຸນາ ປີ 2006
- ວັນທີ 7 ເດືອນ ມິຖຸນາ ປີ 2006
- ວັນທີ 31 ເດືອນ ພຶສະພາ ປີ 2006
- ວັນທີ 24 ເດືອນ ພຶສະພາ ປີ 2006
- ວັນທີ 17 ເດືອນ ພຶສະພາ ປີ 2006
- ວັນທີ 10 ເດືອນ ພຶສະພາ ປີ 2006