ວັນທີ 20 ເດືອນ ທັນວາ ປີ 2006


2006.12.20

ສບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມີ້ນີ້ Maysoly ກໍໄດ້ກັບມາພົບ ກັບ ທ່ານຜູ້ຟັງ ອີກຕາມເຄີຍ ກ່ອນ ຈະພາ ທ່ານເຂົ້າ ສູ່ຣາຍການ ໃນມີ້ນີ້ Maysoly ຂໍຝາກຄຳຂອບໃຈ ມາຍັງທ່ານ “ຫອຍໄຕ່ຕາມຄາດ” ແລະ “Madame” ຂອງເພີ່ນ ທີ່ໄດ້ສົ່ງ Card ອວຍພອນ ປີໃໝ່ໃຫ້ພວກເຮົາ. ເພີ່ນຂຽນວ່າ ຂໍໃຫ້ Maysoly ພ້ອມດ້ວຍ Team ງານ RFA ຈົ່ງມິ ແຕ່ຄວາມສຸຂ ທັ້ງກາຍແລະໃຈ ຄວາມສົມຫວັງໃດໆ ທີ່ ປຣາຖນາ ຂໍຈົ່ງໄດ້ ຕາມຄິດວ່າຊັ້ນ ສາທຸ! ຂໍໃຫ້ພອນນີ້ ກັບຕອບສນອງ ເຈົ້າຂອງຈມ.ເຊັ່ນດຽວກັນ ເນາະ.

ອີກທ່ານນຶ່ງ ກໍຄືນ້ອງ ”ວຽງ ມຸນິວົງ” ຈາກ Elgin ນ້ອງວຽງ ໄດ້ອວຍພອນ ເຖິງ ພວກເຮົາວ່າ ໃນ ວາຣະ ໂອກາດປີໃໝ່ ທີ່ຈະມາເຖິງນີ້ ຂໍໃຫ້ພອນແດ່ ເອື້ອຍ ແລະ ທີມງານ ຂ່າວທຸກໆ ຄົນຂອງRFA ຈົ່ງມີ ແຕ ່ສຸຂພາບ ເຂັ້ມແຂງ ອາຍຸໝັ້ນຂວັນຍືນ ປຣາຖນາສິ່ງໃດ ກໍໃຫ້ໄດ້ສິ່ງນັ້ນເທີ້ນ ວ່າຊັ້ນ. ຂໍຂອບໃຈ ນ້ອງ ວຽງມຸນິວົງ ແລະ ຂໍໃຫ້ຄອບຄົວ ຂອງນ້ອງ ຈົ່ງປະສົບ ແຕ່ຄວາມສຸຂ ສບາຍໃຈ ໃນປີໃໝ່ 2007 ນີ້ເຊັ່ນດຽວກັນ. ມາບັດນີ້ ກໍຂໍເຊີນທ່ານເຂົ້າສູ່ຣາຍການເລີຍ.

ຈມ.ສບັບທຳອິດໃນມື້ນີ້ ກໍຄືຂອງ ນ້ອງ “Lee Foung” ຂຽນຈາກເມືອງ St. Paul ຣັຖ Minnesota ນ້ອງ Lee Foung ມີຄຳຖາມມາ 2-3 ຂໍ້.

1) ເປັນຫຍັງ ສປປ.ລາວ ຈຶ່ງຕິດອັນດັບຮ່ວມ ໃນກຸ່ມປະເທດ ທີ່ມີການສໍ້ຣາຊ ບັງຫຼວງ ຫຼາຍ ທີ່ສຸດ ໃນໂລກ. ຖ້າເປັນເຊັ່ນນີ້ ມັນກໍຈະເຂົ້າໃນ ທຳນອງສຸພາສິດລາວ ທີ່ເພີ້ນເວົ້າວ່າ “ປາໃຫຍ່ ກິນປານ້ອຍ ແລ້ວ ປານ້ອຍເດ ຈະກິນຫຍັງຫຼະ? “

ອັນນີ້ ກ່ອນຈະອ່ານ ຄຳຖາມຂໍ້ຕໍ່ໄປ ກໍຂໍຕອບ ຂໍ້ທຳອິດ ເສັຍກ່ອນ ເພາະຖ້າຈະກ່າວ ເຖິງເຣື້ອງ ການສໍ້ຣາຊ ບັງຫຼວງແລ້ວ ຄິດວ່າ ກໍມີຢູ່ທຸກໆ ປະເທດ ຕ່າງແຕ່ວ່າ ປະເທດໃດ ມີການສໍ້ຣາຊ ບັງຫຼວງ ຮ້າຍແຮງ ສ່ຳໃດ ສຳລັບ ສປປ.ລາວ ເປັນຫຍັງ ຈຶ່ງມີການສໍ້ຣາຊ ບັງຫຼວງຫຼາຍ? ຄຳຕອບກໍຄືວ່າ ລາວ ເປັນປະເທດ ທີ່ທຸກຍາກ ປົກຄອງ ດ້ວຍອຳນາດຜະເດັດການ ເຈົ້າໜ້າທີ່ພັກ-ຣັຖ ມີສິດ ມີອຳນາດ ຫຼາຍກໍຈິງ ແຕ ່ວ່າເງິນເດືອນ ບໍ່ຫຼາຍປານໃດ ປະກອບກັບ ມີນັກທຸຣະກິດ ການຄ້າ ກໍນິຍົມ ການຊື້ຈ້າງ ຈອບອອຍ ສນັ້ນ ກໍເລີຍ ເຮັດໃຫ້ ລາວ ມີການສໍ້ຣາຊ ບັງຫລວງກັນ ຢ່າງຫຼວງຫຼາຍ.

2) ເປັນຫຍັງຣັຖບານລາວ ຈຶ່ງບໍ່ຢາກຮັບເອົາພີ່ນ້ອງຊາວ Hmong ຢູ່ໄທ ກັບປະເທດ? ຄິດເບີ່ງແລ້ວ ພີ່ນ້ອງຊາວມົ້ງ ຈຸດັ່ງກ່າວ ຄືກັນກັບລູກກຳພ້າ ຂາດທີ່ເພີ່ງພາອາສັຍ. ໃຜໆ ກໍບໍ່ຍອມຮັບ ຄິດວ່າ ທີ່ນ້ອງເວົ້າ ມານັ້ນ ອາດຈະແມ່ນຄວາມຈິງ ເພາະປັດຈຸບັນນີ້ ຊາວລາວເຜົ່າ Hmong ຜູ້ທີ່ອາສັຍ ຢູ່ ແຂວງ ເພຊບູນ ຂອງໄທ ກໍຫາກ ປຽບເມືອນ ລູກກຳພ້າແທ້ ບໍ່ມີທີ່ເພີ່ງພາອາສັຍ ຖ້າ ຈະອາສັຍ ອາດີດຜູ້ນຳ ຂອງເພີ່ນ ກໍບໍ່ສາມາດ ຊ່ວຍເຫຼືອ ຫຍັງໄດ້ຫຼາຍ. ຖ້າຈະອາສັຍ ສະຫະຣັຖອາເມຣິກາ ເພີ່ນກໍບອກວ່າ ສະຫະຣັຖ ຍັງບໍ່ມ ີນະໂຍບາຍ ຈະຣັບເອົາ ຊາວລາວເຜົ່າ Hmong ຢູ່ໄທເຂົ້າໄປຕັ້ງຖິ່ນຖານ ຢູ່ສະຫະຣັຖເທື່ອ. ເຖີງຢ່າງໃດກໍດີ ຖ້າຄິດ ອີກຢ່າງນຶ່ງແລ້ວ ກໍຍັງໂຊກດີ ທີ່ຊາວລາວ ເຜົ່າມົ້ງຈຸດັ່ງກ່າວ ຍັງຖື່ວ່າມີປະເທດຢູ່ ແລະ ກໍໄດ້ຍິນວ່າ ປັດຈຸບັນນີ້ ທາງຣັຖບານລາວ ກຳລັງຮັບເອົາຜູ້ສມັກໃຈ ກັບ ຄືນປະເທດ. ແລະ ເມື່ອໄປເຖິງ ກໍຈະຊ່ວຍຊອກຫາ ບ່ອນທຳມາ ຫາກິນ ໃຫ້ພວກເຂົາເຈົ້າ.

3) ເປັນຫຍັງຣັຖບານ ສປປ.ລາວ ຈຶ່ງບໍ່ເປີດໂອກາດໃຫ້ຄົນລາວຕ່າງປະເທດ ເຂົ້າ ໄປຊ່ວຍ ສ້າງສາພັທນາ ປະເທດລາວ?

ຂໍ້ນີ້ Maysoly ກໍຂໍຕອບວ່າ ເຣື້ອງທີ່ ຈະໃຫ້ຣັຖບານລາວ ຮັບເອົາຄົນລາວ ນອກເຂົ້າໄປສ້າງສາ ພັທນານັ້ນ ຣັຖບານລາວ ກໍເປີດຢູ່ ແຕ່ກໍແບບຈຳກັດ ທີ່ຜ່ານມາ ກໍໄດ້ຍິນວ່າ ມີຄົນລາວ ນອກຫຼາຍໆ ຄົນສົນໃຈ ຢາກຈະເຂົ້າໄປ ຊ່ວຍສ້າງສາພັທນາ ໃນດ້ານການສຶກສາ ຕົວຢ່າງວ່າ ເປີດໂຮງຮຽນ ສອນພາສາອັງກິດ ຢູ່ລາວ. ຫຼືວ່າ ຢາກເຂົ້າໄປຊ່ວຍລົງທຶນ ປຸກໂຮງຮຽນ ໂຮງໝໍ ໃຫ້ເດັກນ້ອຍ ຜູ້ດ້ອຍໂອກາດ ຢູ່ຕາມຊົນະບົດ ຊຶ່ງທາງ ຣັຖບານລາວ ກໍຍິນດີເປີດໂອກາດໃຫ້. ຫຼືວ່າຖ້າຜູ້ໃດ ຈະໄປລົງທຶນ ເຮັດທຸຣະກິດ ການງານຢ່າງໃດຢ່າງນຶ່ງ ທາງການລາວ ກໍຍິນດີຕ້ອນຮັບ ແຕ່ວ່າ ຖ້າຈະເຂົ້າເປັນພະນັກງານ ຂອງຣັຖບານ ຄົງຈະຍາກ ເພາະ ຣັຖບານ ຈະຮັບເອົາ ແຕ່ຄົນລາວ ທີ່ເປັນສັນຊາດລາວ ເທົ່ານັ້ນ ຄົນລາວ ຕ່າງປະເທດ ຜູ້ທີ່ຈະມີໂອກາດ ຈະຕ້ອງ ຕັດສັນຊາດ ອື່ນອອກ ແລະ ໃຫ້ຮັກສາໄວ້ ແຕ່ສັນຊາດລາວ ເທົ່ານັ້ນ. ທີ່ກ່າວມານີ້ ບໍ່ຮູ້ວ່າຈະຊ່ວຍ ຕອບຂໍ້ ຂ້ອງໃຈຂອງນ້ອງ Lee Foung ຜູ້ຮັກສັນຕິພາບໄດ້ຫຼາຍປານໃດ. ຢ່າງໃດກໍຕາມ ຫວັງວ່າໂອກາດໜ້ານ້ອງຈະຂຽນມາຮ່ວມຣາຍການຂອງພວກເຮົາອີກ.

ຈມ.ສບັບຕໍ່ໄປກໍຄືຂອງ “ເພື່ອນດົງໂດກ” ແຟນປະຈຳ ຣາຍການ ອີກທ່ານນຶ່ງ ມື້ນີ້ ເພີ່ນຂຽນມາ ເຕັມສອງໜ້າເຈັ້ຍ ອີກຕາມເຄີຍ ແຕ່ Maysoly ຈະຂໍສລຸບ ເອົາບ່ອນ ທີ່ເຫັນວ່າ ເໝາະສົມ ມາອ່ານ ສູ່ທ່ານຟັງ ເທົ່ານັ້ນ. ໃນຈມ.ເພີ່ນບອກມາວ່າ:

“ຍັງຕິດຕາມຮັບຟັງຣາຍການ RFA. ເປັນປະຈຳ ຍົກເວັ້ນວັນເສົາ ເທົ່ານັ້ນ ເພາະ ເປັນວັນພັກຜ່ອນ ສຳລັບ ຄົນລາວ ໃນຕ່າງແດນ. ທີ່ໄດ້ຂຽນຈມ. ມາໃນມື້ນີ້ ຈຸດມຸ້ງໝາຍ ກໍເພື່ອສແດງ ຄວາມຮູ້ບຸນຄຸນ ແລະ ຣະລຶກເຖິງ ບັນພຣະບຸຣຸດ ກະສັຕອົງຄ໌ສຸດທ້າຍ ຂອງຣາຊວົງລາວ ຄືພຣະເຈົ້າສີສວ່າງວັທນາ. ສນັ້ນ ພວກ ຂ້າພະເຈົ້າ ຈຶ່ງຖືວ່າທຸກໆ ເດືອນທັນວາ ຂອງທຸກໆ ປີ ແມ່ນວັນ ຣະລຶກເຖິງບຸນຄຸນກະສັຕລາວອົງຄ໌ສຸດທ້າຍ ທີ່ພຣະອົງຄ໌ ຍອມ ສລະຣາຊບັນລັງ ໂດຍບໍ່ມີການນອງເລືອດ ເພື່ອປ້ອງກັນໄພ ອັນຕລາຍ ນາໆປະການ ແກ່ ປະຊາຊົນ ລາວ

“ຍັງຕິດຕາມຮັບຟັງຣາຍການ RFA. ເປັນປະຈຳ ຍົກເວັ້ນວັນເສົາ ເທົ່ານັ້ນ ເພາະ ເປັນວັນພັກຜ່ອນ ສຳລັບ ຄົນລາວ ໃນຕ່າງແດນ. ທີ່ໄດ້ຂຽນຈມ. ມາໃນມື້ນີ້ ຈຸດມຸ້ງໝາຍ ກໍເພື່ອສແດງ ຄວາມຮູ້ບຸນຄຸນ ແລະ ຣະລຶກເຖິງ ບັນພຣະບຸຣຸດ ກະສັຕອົງຄ໌ສຸດທ້າຍ ຂອງຣາຊວົງລາວ ຄືພຣະເຈົ້າສີສວ່າງວັທນາ. ສນັ້ນ ພວກ ຂ້າພະເຈົ້າ ຈຶ່ງຖືວ່າທຸກໆ ເດືອນທັນວາ ຂອງທຸກໆ ປີ ແມ່ນວັນ ຣະລຶກເຖິງບຸນຄຸນກະສັຕລາວອົງຄ໌ສຸດທ້າຍ ທີ່ພຣະອົງຄ໌ ຍອມ ສລະຣາຊບັນລັງ ໂດຍບໍ່ມີການນອງເລືອດ ເພື່ອປ້ອງກັນໄພ ອັນຕລາຍ ນາໆປະການ ແກ່ ປະຊາຊົນ ລາວ

ຈມ.E-mail ສບັບຕໍ່ໄປ ກໍຄືຂອງນ້ອງ ”ສີອຳພອນ” ຂຽນເປັນພາສາອັງກິດ ໃນ E-mail ເລີ້ມຕົ້ນວ່າ:

“ນ້ອງແມ່ນຜູ້ຍິງລາວ American ຜູ້ນຶ່ງ ປັດຈຸບັນອາຍຸ 29 ປີ. ແລະ ກຳລັງມີໂຄງ ການຈະເດີນທາງ ໄປຢ້ຽມຢາມ ປະເທດລາວ ເປັນເທື່ອທຳອິດ ໃນໄວໆ ນີ້. ນ້ອງເກີດ ຢູ່ສູນອົພຍົບໄທ ຄື ແຂວງ ອຸບົນຣາຊທານີ ຕອນນັ້ນ ພໍ່ແມ່ຫາ ກໍ່ຫລົບໜີຈາກ ຣະບອບ ການປົກຄອງ ຣະບອບ Communist ໃນລາວ ເພື່ອຂໍລີ້ໄພ ຊົ່ວຄາວ ຢູ່ປະເທດໄທ ເພື່ອລໍຖ້າໄປສະຫະຣັຖອາເມຣິກາ ທຸກມື້ນີ້ນ້ອງ ໄດ້ຕິດຕາມ ຮັບຟັງ ຣາຍການ ພາກພາສາລາວຂອງ RFA.ເປັນປະຈຳ ຣາຍການ ຂອງພວກທ່ານ ເຮັດໃຫ້ນ້ອງ ໄດ້ຮຽນ ຮູ້ກ່ຽວກັບ ສພາບການຢູ່ເມືອງລາວ ຕລອດຫຼາຍສິ່ງຫຼາຍ ຢ່າງ ທີ່ເປັນປໂຍດ ສຳລັບຄົນລາວ ອາເມຣິກັນ ຫຼາຍຄົນ ທີ່ມີປະສົບການເຊັ່ນດຽວກັນກັບນ້ອງ. ປັດຈຸບັນນ້ອງມີຄວາມຕັ້ງໃຈ ວ່າຢາກໃຫ້ ມີການ ຕິດຕໍ່ພົວພັນ ກັນ ຣະຫວ່າງ ກຸ່ມປັນຍາຊົນລາວ ທີ່ຢູ່ປະເທດລາວ ກັບຄົນລາວ ຢູ່ປະເທດ ຕ່າງປະເທດ ທັ້ງນີ້ ເພື່ອ ຈະມີໂອກາດ ໄດ້ແລກປ່ຽນ ຄວາມຄິດ ຄວາມເຫັນ ເພື່ອຜົນປໂຍດ ແກ່ສັງຄົມລາວ. ຖ້າຈະເວົ້າ ເຖິງດ້ານການສຶກສາ ແລ້ວ ນ້ອງຮຽນຈົບມະຫາວິທຍາລັຍ Yale ໃນປີ 1999. ແລະ ຕັ້ງໃຈວ່າ ຈະເຂົ້າຮຽນຕໍ່ ໂຮງຮຽນກົດໝາຍ ໂດຍສເພາະ ແມ່ນເນັ້ນໃສ່ ໃນດ້ານ ກົດໝາຍສາກົນ ຫຼື ກົດໝາຍ ນານາຊາດ. ຖ້າທາງວິທຍຸເອເຊັຽເສຣີ ຊ່ວຍເອົາຈມ.ຂອງນ້ອງສບັບນີ້ລົງໃສ່ Web site ຂອງ ພວກທ່ານໄດ້ ຈະ ເປັນພຣະຄຸນຢ່າງຍິ່ງ ທັ້ງນີ້ ເພື່ອໃຫ້ຜູ້ທີ່ສົນໃຈ ສາມາດ ຕິດຕໍ່ພົວພັນກັນ ແລະ ແລກປ່ຽນຄວາມຄິດ ຄວາມເຫັນກັນ”

ກ່ອນອື່ນ Maysoly ຂໍຍ້ອງຍໍ ສັລເສີນຍານ້ອງ”ສີອຳພອນ” ແມ່ຍິງລາວ ອາເມຣິກັນ ທີ່ມີ ຄວາມສາມາດ ເຂົ້າ ມະຫາວິທຍາລັຍ Yale ຊຶ່ງເປັນມະຫາວິທຍາລັຍ ຊື່ດັງ ແຫ່ງນຶ່ງ ຂອງສະຫະຣັຖອາເມຣິກາ. ຖ້ານັກຮຽນ ບໍ່ເກັ່ງແທ້ ຈະເສັງເຂົ້າບໍ່ໄດ້ ສ່ວນຂໍ້ສເນີ ທີ່ນ້ອງເວົ້າ ມານັ້ນ ກໍນັບວ່າດີຫຼາຍ ພ້ອມກັນນີ້ ຂໍອວຍພອນ ໃຫ້ນ້ອງ ຈົ່ງປະສົບຜົນສຳເຣັດ ໃນສິ່ງທີ່ຕົນຢາກເຮັດ ແລະ ຂໍໃຫ້ເດີນທາງຢ່າງປອດພັຍ.

ທ່ານ ຜູ້ຟັງທີ່ເຄົາຣົບ ເນື່ອງຈາກວ່າ ປີໃໝ່ກໍຍ່າງໃກ້ເຂົ້າມາທຸກຣະຍະແລ້ວ ສນັ້ນ ເພື່ອ ຕຽມຕ້ອນ ຮັບປີໃໝ່ 2007. ເພັງທ້າຍຣາຍການ ຂອງພວກເຮົາໃນມື້ນີ້ Maysoly ຂໍຈັດເພັງທີ່ມີຊື່ ວ່າ “ສຄສ.” ຈາກສຽງຂັບຮ້ອງຂອງ”ດາຣາເພັຊ” ເພັງນີ້ ຂໍມອບເປັນສຄສ. ໃຫ້ແກ່ແຟນຣາຍ ການຕອບຈົດໝາຍ ທຸກໆ ທ່ານ ທີ່ກຳລັງຮັບຟັງຢູ່ໃນຂນະນີ້ ພິເສດສຸດກໍຄື ທ່ານ ”ຫອຍໄຕ່ຕາມຄາດ” ແລະ ”ນ້ອງວຽງ ມຸນິວົງ” ຟັງແລ້ວ ຂໍໃຫ້ທຸກໆ ທ່ານ ຈົ່ງມີຄວາມສຸຂ ສົດຊື່ນໃນວັນປີໃໝ່ ທີ່ຈະມາເຖີງນີ້ ເຊີນຮັບຟັງໄດ້ເລີຽ.

----ເພັງ----

ທ່ານຜູ້ຟັງທີ່ເຄົາຣົບ ເປັນອັນວ່າ ຣາຍການຕອບຈມ.ຂອງພວກເຮົາໃນມື້ນີ້ ເວລາກໍໝົດລົງພຽງເທົ່ານີ້ ຂໍເຊີນທ່ານຕິດຕາມ ຮັບຟັງໄດ້ໃໝ່ໃນວັນພະຫັດໜ້າ. ສະບາຍດີ

ຈັດສເນີທ່ານໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.