ວັນທີ 7 ເດືອນ ກຸມພາ ປີ 2007
2007.02.07
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນື້ Maysoly ກໍໄດ້ກັບມາພົບກັບ ທ່ານຜູ້ຟັງ ອີກຕາມເຄີຽ ໃນລາຍການ ຕອບຈມ. ຫວັງວ່າແຟນລາຍການ ຂອງພວກເຮົາ ຄົງຈະຕິດຕາມ ຮັບຟັງຢູ່ຕິເນາະ. ເພື່ອບໍ່ເປັນການ ເສັຽເວລາ ຂໍເຊີນທຸກໆ ທ່ານ ເຂົ້າສູ່ລາຍການນະບັດນີ້ເລີຽ.
ຈົດໝາຍ ຂອງທ່ານຜູ້ຟັງ ທີ່ຂຽນເຖິງວິທຍຸເອເຊັຽເສຣີ ໃນມື້ນີ້ ກໍມີຫຼາຍໆ ສະບັບດ້ວຍກັນ ຊຶ່ງກໍລ້ວນແຕ່ ເປັນຈົດໝາຍ ທີ່ໜ້າສົນໃຈ ແລະ ບາງສະບັບ ກໍຂຽນມາຢ່າງຍືດຍາວ ແລະ Maysoly ເອງ ກໍຢາກອ່ານ ທຸກຂໍ້ຄວາມ ຕາມຄຳຮ້ອງຂໍ ຂອງເຈົ້າຂອງ ຈົດໝາຍ. ແຕ່ເນື່ອງຈາກວ່າ ລາຍການນີ້ແມ່ນ ຂອງຜູ້ຟັງທຸກໆ ທ່ານ ແລະ ເວລາ ຂອງພວກເຮົາ ກໍມີໜ້ອຍ ເຕັມທີ່ ສະນັ້ນ Maysoly ກໍຈະຄັດເລືອກ ເອົາແຕ່ ຂໍ້ຄວາມ ທີ່ສຳຄັນ ແລະ ເໝາະສົມ ມາອ່ານອອກອາກາດ ເທົ່ານັ້ນ ຫວັງວ່າ ຄົງຈະໄດ້ຮັບການ ໃຫ້ ອະພັຍ ຈາກ ທ່ານສເມີ.
ຈົດໝາຍ ສະບັບທຳອິດ ໃນມື້ນີ້ ກໍແມ່ນ ຂອງທ່ານ ຜູ້ທີ່ບໍປະສົງອອກຊື່ ຂຽນມາຈາກເມືອງ Milwaukee ຣັຖ Wisconsin ສະຫະຣັດ ອະເມຣິກາ ເປັນຈົດໝາຍ ສະແດງຂໍ້ຄິດເຫັນ ຕໍ່ຂ່າວທີ່ວ່າ: ມີຊາວ Hmong ປ່າ ຈຳນວນນຶ່ງ ໄດ້ລັກລອບ ຂົນຢາເສບຕິດ ຈາກສປປ.ລາວ ເຂົ້າມາຝັ່ງໄທ ເພື່ອ ເປັນຄ່າໃຊ້ຈ່າຍ ຕິດໂຕ ໃນລະຫວ່າງ ເດີ່ນທາງ ໂດຍມີ Hmong ໄທ ໃຫ້ການຊ່ອຍເຫຼືອ ຊຶ່ງ ເຈົ້າໜ້າທີ່ທ້ອງຖິ່ນ ໃນເຂດ ບ້ານ ຫ້ວຍນ້ຳຂາວ ຊີ້ແຈງວ່າ ຊາວ Hmong ຈຸນີ້ ບໍ່ແມ່ນ Hmong ການເມືອງ ຫຼື Hmong ເສຖກິດ ແຕ່ເປັນ Hmong ທີ່ອາສັຍຢູ່ໃນປ່າ ມີຄວາມຊ່ຽວຊານ ໃນການໃຊ້ອາວຸດ ສູ້ຮົບ ແລະ ປູກຝິ່ນ.
ໃນຈົດໝາຍ ຂອງທ່ານຜູ້ນີ້ ໄດ້ໃຫ້ທັສນະ ມາດັ່ງນີ້: “ຊາວອົພຍົບ Hmong ຫ້ວຍນ້ຳຂາວ ແລະ Hmong ປ່າ ທີ່ທາງການໄທ ກ່າວມານີ້ ບໍ່ແມ່ນ ພວກທີ່ປູກຝິ່ນ ຫຼື ຢາເສບຕິດ ສົ່ງມາຂາຍ ໃນປະເທດໄທ ແຕ່ຢ່າງໃດ ເນື່ອງຈາກ ເຫດຜົນທີ່ວ່າ ພວກເຂົາເຈົ້າ ເຫຼົ່ານັ້ນ ຖຶກຕາມລ່າ ຈາກກຸ່ມທະຫານ ຣັຖບານລາວ ຢ່າງຕໍ່ເນື່ອງ ພວກເຂົາ ຈະເອົາເວລາໃດ ມາທຳໄຮ່ ປູກຝິ່ນ ປູກຢາ ເສບຕິດໄດ້ ແມ່ນແຕ່ບ່ອນ ຈະທຳມາຫາກິນ ກໍ່ບໍ່ມີ ພວກເຂົາເຈົ້າ ຕ້ອງຍົກຍ້າຍ ຈາກພື້ນທີ່ ໄປໜ້າເລື້ອຍໆ ເພື່ອຫຼີກເວັ້ນ ຈາກການເຂັ່ນຂ້າ. ສະບຽງ ອາຫານ ກໍບໍ່ມີ ຕ້ອງໃຊ້ພືດທັມມະຊາດ ຕາມປ່າດົງ ເປັນອາຫານ ລ້ຽງຊີບ. ຖ້າມີມູນຄວາມຈິງແທ້ ເປັນຫຍັງ ທາງ ຣັຖບານລາວ ບໍ່ຈັດສົ່ງອົງການ ສາກົນ ຫຼື ສະຫະປະຊາຊາດ ດ້ານຢາເສບຕິດ ເຂົ້າໄປ ໃນພື້ນທີ່ ປູກຝິ່ນນັ້ນ ເພື່ອນຳເອົາ ຜູ້ກະທຳຜິດ ມາທຳໂທດ ຕາມກົດໝາຍ.”
ທີ່ກ່າວມານີ້ ກໍແມ່ນຈົດໝາຍ ຈາກແຟນ ປະຈຳລາຍການ ຂອງວິທຍຸເອເຊັຽເສຣີ ທີ່ເມືອງ Milwaukee ຣັຖ Wisconsin. ຕໍ່ລາຍງານ ຂ່າວທີ່ວ່ານີ້ ຍັງມີຜູ້ຟັງ ອີກທ່ານນຶ່ງ ສົ່ງຂໍ້ຄິດເຫັນ ມາຮ່ວມ ນຳອີກ ສະບັບນຶ່ງ ຂຽນຈາກ ຣັຖ Michigan. ທ່ານຜູ້ນີ້ໄດ້ສະແດງ ທັສນະສ່ວນຕົວ ແລະ ຄວາມຄິດ ຄວາມເຫັນ ຂອງເພີ່ນມາດັ່ງນີ້:
“ສະບາຍດີ ທີມງານ RFA. ຕາມຄຳຖແລງຂ່າວ ຂອງເຈົ້າໜ້າທີ່ໄທ ລົງວັນທີ 24, 25 ເດືອນ ມົກກະຣາ 2007 ທີ່ຜ່ານມາ. ແລະ ເວົ້າວ່າ ປັດຈຸບັນ ຍັງມີພວກ Hmong ປ່າ ຢູ່ ປະເທດລາວ ທີ່ມີ ຄວາມຊ່ຽວຊານ ໃນການ ໃຊ້ອາວຸດສູ້ຣົບ ແລະ ຍັງໃຊ້ບາງພື້ນທີ່ ເປັນບ່ອນປູກຝິ່ນ ເພື່ອໄປ ຂາຍໃນປະເທດໄທ. ກ່ຽວກັບ ຂ່າວນີ້ ຂ້າພະເຈົ້າ ຄິດວ່າ ຄົງບໍ່ມີມູນຄວາມຈີງ ເນື່ອງຈາກ ພື້ນທີ່ ທີ່ ຈະປູກຝິ່ນໄດ້ນັ້ນ ຕ້ອງໃຊ້ຫຼາຍ hectares ແລະ ນອກນັ້ນ ກໍຍັງຈະຕ້ອງໃຊ້ ເວລາ ເກືອບປີ ຈຶ່ງເປັນໝາກ-ເປັນຜົນ. ຂ້າພະເຈົ້າຄິດວ່າ ປັດຈຸບັນ ຄົງບໍ່ມີ ປະຊາຊົນ ຜູ້ໃດ ສາມາດ ປູກຝິ່ນໄດ້ອີກ ເນື່ອງຈາກ ທາງຣັຖບານລາວ ກໍໄດ້ປະກາດຫ້າມ ບໍ່ໃຫ້ປະຊາຊົນ ປູກຝິ່ນແລ້ວ. ຕໍ່ບັນຫາດັ່ງກ່າວ ໄດ້ຍິນວ່າ ພວກທີ່ນຳເອົາ ຢາເສບຕິດໄປຂາຍ ໃນປະເທດໄທ ສ່ວນໃຫຍ່ກໍຈະແມ່ນ ຄົນລາວລຸ່ມ ແລະ ຄົນໄທ ເທົ່ານັ້ນ.”
ທີ່ກ່າວມານີ້ກໍຄື ຂໍ້ຄິດເຫັນຂອງຜູ້ຟັງຈາກຣັຖ Michigan. Maysoly ຂໍຂອບໃຈ ທີ່ທ່ານໄດ້ ສະແດງ ຄວາມຮູ້ສຶກ ແລະ ຢາກໃຫ້ຊາວ Hmong ກຸ່ມນີ້ ໄດ້ຮັບຄວາມ ເປັນທັມ ຈາກໂລກພາຍນອກ.
ຈົດໝາຍສະບັບຕໍ່ໄປ ຄືຂອງທ່ານຜູ້ຟັງ ຜູ້ບໍ່ປະສົງອອກຊື່ ອີກທ່ານນຶ່ງ ໃນຈົດໝາຍ ເພີ່ນກໍໄດ້ສົ່ງ ກຳລັງໃຈ ຮວມ ທັ້ງຂໍ້ຄິດ ສເນີທີ່ໜ້າສົນໃຈ ມາເຖິງວິທຍຸເອເຊັຽເສຣີວ່າ:
“ສະບາຍດີ Maysoly ພ້ອມທີມງານ RFA. ທີ່ຮັກແພງ. ຂ້າພະເຈົ້າກໍ່ແມ່ນແຟນປະຈຳ ທຸກໆ ວັນ ຂອງ RFA. ບໍ່ມີວັນຂາດຖ້າບໍ່ຕິດທຸຣະ ແທ້ໆ. ເພາະມື້ໃດ ຖ້າບໍ່ໄດ້ເຂົ້າໄປໃນ website RFA ມື້ນັ້ນ ມັນຄືກັນ ກັບວ່າ ມັນຂາດສິ່ງໃດສິ່ງນຶ່ງ ໃນຊີວິດ ປະຈຳວັນ. ນອກຈາກຂ້າພະເຈົ້າແລ້ວ ກໍຍັງມີຄົນລາວ ຫຼາຍໆ ຄົນ ທີ່ເປັນ ແຟນປະຈຳ RFA. ເໝືອນກັນ. ເອົາລະ ຕໍ່ໄປນີ້ ແມ່ນສິ່ງທີ່ຂ້າພະເຈົ້າ ແລະ ໝູ່ເພື່ອນ ຄົນລາວ ອີກຫຼາຍໆ ຄົນ ຢູ່ທາງບ້ານ ຢາກຈະແຈ້ງຜົນການ ຮັບຟັງວິທຍຸເອເຊັຽເສຣີ ມາໃຫ້ຊາບ ຄື:
ແຕ່ລະຂ່າວທີ່ RFA. ອອກອາກາດໄປແລ້ວນັ້ນ ເປັນຕົ້ນວ່າ ການເມືອງ, ເສຖກິດ, ສັງຄົມ ແລະອື່ນໆ ຢາກໃຫ້ RFA. ວິເຄາະ-ວິຈານ ໄຈ້ແຍກຜົນກະທົບລະຍະສັ້ນ-ລະຍະຍາວ ຕື່ມອີກຫຼາຍໆ ແດ່ ເພາະຄົນລາວພາຍໃນບໍ່ຮູ້ເລີຽ ຕົວຢ່າງວ່າ:
ການສໍ້ຣາຊບັງຫລວງ ໃຜໆ ກໍຮູ້ ພັກຣັດ ກໍຮັບວ່າມີ ມາຣວດດຽວນີ້ ທຸກຄົນກໍ່ເຮັດນຳກັນ-ກິນນຳກັນ ໂດຍສ້າງເງື່ອນໄຂ ໃຫ້ກຸ່ມໂຕເອງ ແລະ ພັກພວກ ຕົນເອງ. ຈຸ້ມເຈື້ອຕົນເອງ ນາມສະກູນ ຕົນເອງ ບາດແລ້ວ ທາງພັກຣັດ ກໍປະກາດວ່າ ຈະມີການ ປາບການສໍ້ຣາຊ ບັງຫລວງ ໂດຍເຮັດປ້າຍຕິດ ຢູ່ຕາມຖນົນ ເພື່ອປະນາມ ການສໍ້ຣາຊ ບັງຫລວງ ສເມືອນວ່າ ເອົາເຣື່ອງ ສໍ້ຣາຊບັງຫລວງ ນັ້ນເພື່ອໂຈມຕີ ປະຊາຊົນລາວ ຄົນລາວ ສ່ວນໃຫຍ່ ຜູ້ທີ່ຫາເຊົ້າກິນຄ່ຳ ຜູ້ບໍ່ເຄີຽ ວິເຄາະ-ວິຈານ ບັນຫາດ້ວຍຕົນເອງ ຈັກເທື່ອ ກໍພາກັນງົງໆ ເທົ່ານັ້ນ. ແຕ່ເໜືອຕລອດໃຕ້ ຄົນຈີນ ຄົນວຽດ ມີຢູ່ເຕັມໄປໝົດ ການທຳມາຫາກິນໃນລາວ ພວກຄົນກຸ່ມນີ້ ຈະເລີ້ມແຕ່ ແບກຫາມ, ຊຸກລໍ້ ຄ້າຂາຍນ້ອຍ ຮອດຄ້າຂາຍໃຫຍ່ ແຕ່ໃນເວລາດຽວກັນ ຄົນລາວ ຫຼາຍແສນ ຊີວິດ ຊ້ຳພັດ ພາກັນສ່ຽງພັຍໄປເຮັດວຽກ ຢູ່ປະເທດໄທ. ມັນແມ່ນ ສິ່ງທີ່ບໍ່ເຄີຽມີ ມາຈັກເທື່ອ ໃນ ປວັດສາດ ລາວ. ແຕ່ຄົນລາວ ກໍ່ພາກັນມິດ-ງຽບ. ຈະມີໃຜມາ ປູ້ນສະດົມ ກໍ່ບໍ່ປາກ-ບໍ່ຕີງ ສຸດແລ້ວ ແຕ່ພັກຣັດ ຜູ້ສລາດສ່ອງໃສບອກມາ. ບັນຫາໂສເພນີແມ່ຍິງລາວ ຖືວ່າ ກ້າວກະໂດດຢ່າງຂ້າມຂັ້ນ ມີເຕັມບ້ານເຕັມເມືອງ ບໍ່ວ່າ ຢູ່ຈອກໃດ-ແຈໃດ. ຢູ່ຊົນບົດ ກໍຄືຕົວເມືອງໃຫຍ່ ຫຼາຍໂພດ ຈົນພາກັນ ໄປຫາກິນ ຢູ່ເກືອບ ທຸກຈັງຫວັດ ຂອງປະເທດໄທ ແລະ ອື່ນໆ ກ່ອນໜ້ານີ້ 30 ປີ ຜ່ານມາ ມີແຕ່ໂສເພນີໄທ ມາຫາກິນຢູ່ລາວ ເທົ່ານັ້ນ ຄົນລາວ ບໍ່ປາກບໍ່ເວົ້າ ແຕ່ພັກຣັດ ເວົ້າວ່າ ຢູ່ລາວ ຈະເຣີນຂຶ້ນຫຼາຍແລ້ວ ຄົນລາວກໍພາກັນ ເວົ້າຕາມໆ ກັນໄປ.”
ທີ່ກ່າວມານີ້ ກໍຄືເນື້ອໃນໃຈຄວາມໃນ ຈມ.ຂອງທ່ານ ຜູ້ບໍ່ປະສົງ ອອກນາມ. Maysoly ຂໍຂອບໃຈ ທີ່ທ່ານ ໄດ້ສົ່ງຄຳຍ້ອງຍໍ້ ແລະ ຕິຊົມເຖິງ RFA. ແລະທຸກໆ ຂໍ້ສເນີ ທີ່ທ່ານເວົ້າມານັ້ນ ກໍເປັນຂໍ້ສເນີທີ່ດີ ແຕ່ທັ້ງນີ້ ແລະ ທັ້ງນັ້ນ ກໍແລ້ວແຕ່ເວລາ ຂອງຜູ້ກຳກັບ website ຂອງພວກເຮົາ ຄວາມຈີງແລ້ວ ກໍຢາກເອົາ ສາຣະຄະດີທຸກໆ ເຣື່ອງ ລົງໃນ website ນັ້ນແຫຼ. ຢ່າງໃດກໍຕາມ ພວກເຮົາກໍຈະຄ່ອຍໆ ປັບປຸງໄປເລື້ອຍໆ ຕາມຄວາມເໝາະສົມ. ຂໍໃຫ້ທ່ານຕິດຕາມໄປເລື້ອຍໆ ກໍແລັວ ກັນເນາະ. ກ່ຽວກັບ ເຣື່ອງການສັມພາດ ທ່ານ ບູນສັງ ຄຳແກ້ວ ນັ້ນ ທ່ານອາດຈະຫລົງຄົນ ຕິເນາະ ຜູ້ທີ່ສັມພາດ ເພີ່ນຄົງຈະແມ່ນ “ມະນີຈັນ” ສະນັ້ນ ຂໍໃຫ້ມະນີຈັນ ຊ່ວຍຈັດແຈງ ຕອບສນອງ ຄຳຮ້ອງ ຂໍຂອງທ່ານ ຄົງຈະດີກວ່າເນາະ.
ທ່ານຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖິງຕອນນີ້ ກໍໜ້າເສັຽດາຍ ເຫຼືອເກີນ ທີ່ເວລາ ແຫ່ງລາຍການ ຕອບຈົດໝາຍ ກໍໃກ້ຈະໝົດ ລົງພໍດີ. ສະນັ້ນ Maysoly ຕ້ອງຂໍອະພັຍ ນຳເຈົ້າຂອງຈົດໝາຍ ຫຼາຍໆ ສະບັບ ທີ່ບໍ່ໄດ້ນຳ ມາອ່ານ ອອກອາກາດໃນມື້ນີ້ ໂດຍສະເພາະ ກໍແມ່ນຈົດໝາຍ ຂອງທ່ານ ວິໂນຈິດ ສຣິສູຣາຊ ຂໍຢ່າຟ້າວ ນ້ອຍໃຈ ເທື່ອ ແລະ ຂໍເຊີນທ່ານຜູ້ຟັງ ຢ່າລືມຢ່າພາດ ຕິດຕາມລາຍການ ຕອບຈົດໝາຍ ໃນວັນ ພະຫັດໜ້າ ເພາະ Maysoly ມີເຣື່ອງທີ່ໜ້າສົນໃຈ ຈະມາເລົ່າສູ່ຟັງ ຄື ເຣື່ອງ “ລາວໃນ-ລາວນອກ” ຢ່າລືມຕິດຕາມ ຮັບຟັງ ກໍແລ້ວກັນ.
ທ່ານຜູ້ຟັງທີ່ເຄົາຣົບ ກ່ອນຈາກກັນໃນມື້ນີ້ Maysoly ຂໍເຊີນທ່ານຟັງເພງລາວ ສມັຍ ທີ່ອອນ ຊອນ ເພງນຶ່ງ ເພງນີ້ມີຊື່ວ່າ “ລູກຜົວຍັງຄອຍ” ຈາກສຽງຂັບຮ້ອງຂອງ “ມານິດ” ຂໍມອບແກ່ທ່ານ ຜູ້ຟັງ ທຸກໆ ທ່ານ ທີ່ກຳລັງ ໃຫ້ກຽດຕິດຕາມ ຮັບຟັງລາຍການ ຕອບຈົດໝາຍ ຢູ່ໃນຂນະນີ້. ເຊີນຮັບຟັງໄດ້.
---------(ເພງ)----------
ທີ່ຈົບລົງໄປນັ້ນ ກໍຄືເພງ “ລູກຜົວຍັງຄອຍ” ຂັບຮ້ອງໂດຍ “ມານິດ” ຫວັງວ່າ ຄົງຈະສ້າງ ຄວາມມ່ວນຊື່ນ ໃຫ້ແກ່ ທ່ານຜູ້ຟັງ ບໍ່ຫຼາຍກໍ່ໜ້ອຍເນາະ ຢ່າງໃດກໍຕາມ ເວລາ ແຫ່ງລາຍການ ຂອງ ພວກເຮົາ ໃນມື້ນີ້ ກໍໝົດລົງ ພຽງເທົ່ານີ້, ພົບກັນໃໝ່ ໃນວັນ ພະຫັດໜ້າ. ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຣາຍການໜໍລຳປະຈຳສັປະດາ
- ວັນທີ 31 ເດືອນ ມົກກະຣາ ປີ 2007
- ວັນທີ 24 ເດືອນ ມົກກະຣາ ປີ 2007
- ວັນທີ 17 ເດືອນ ມົກກະຣາ ປີ 2007
- ວັນທີ 10 ເດືອນ ມົກະຣາ ປີ 2007
- ວັນທີ 3 ເດືອນ ມົກກະຣາ ປີ 2007
- ວັນທີ 20 ເດືອນ ທັນວາ ປີ 2006
- ວັນທີ 13 ເດືອນ ທັນວາ ປີ 2006
- ວັນທີ 6 ເດືອນ ທັນວາ ປີ 2006
- ວັນທີ 29 ເດືອນ ພຶສະຈິກາ ປີ 2006
- ວັນທີ 22 ເດືອນ ພຶສະຈິກາ ປີ 2006
- ວັນທີ 15 ເດືອນ ພຶສະຈິກາ ປີ 2006
- ວັນທີ 8 ເດືອນ ພຶສະຈິກາ ປີ 2006
- ວັນທີ 1 ເດືອນ ພຶສະຈິກາ ປີ 2006
- ວັນທີ 25 ເດືອນ ຕຸລາ ປີ 2006
- ວັນທີ 18 ເດືອນ ຕຸລາ ປີ 2006
- ວັນທີ 11 ເດືອນ ຕຸລາ ປີ 2006
- ວັນທີ 4 ເດືອນ ຕຸລາ ປີ 2006
- ວັນທີ 27 ເດືອນ ກັນຍາ ປີ 2006
- ວັນທີ 20 ເດືອນ ກັນຍາ ປີ 2006
- ວັນທີ 13 ເດືອນ ກັນຍາ ປີ 2006
- ວັນທີ 6 ເດືອນ ກັນຍາ ປີ 2006
- ວັນທີ 30 ເດືອນ ສິງຫາ ປີ 2006
- ວັນທີ 23 ເດືອນ ສິງຫາ ປີ 2006
- ວັນທີ 16 ເດືອນ ສິງຫາ ປີ 2006
- ວັນທີ 9 ເດືອນ ສິງຫາ ປີ 2006