ວັນທີ 21 ເດືອນ ມິນາ ປີ 2007


2007.03.21

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ Maysoly ກໍໄດ້ມາພົບກັບ ທ່ານ ຜູ້ຟັງອີກ ຕາມເຄີຽ ໃນລາຍການ ຕອບຈມ. ຫວັງໃຈ ເປັນຢ່າງຍິ່ງວ່າ ທຸກໆ ທ່ານ ທີ່ເປັນແຟນ ລາຍການນີ້ ຄົງຈະກຳລັງ ໃຫ້ກຽດຕິດຕາມ ຮັບຟັງຢູ່ເນາະ. ອີກຢ່າງນຶ່ງ, ຖ້າທ່ານ ມີຄວາມຕິຊົມ ແນວໃດ ໂດຍສະເພາະ ໃນລາຍການ ຕອບຈມ. ກໍຂໍເຊີນ ຂຽນ ຈມ.ເຖິງພວກເຮາໄດ້ ແລະ ນອກຈາກນັ້ນ ຖ້າທ່ານ ຢາກຟັງເພັງໃດ ຟັງຮ່ວມກັບຜູ້ໃດ ກໍເຊີນ ຂຽນ ຈມ.ຂໍມາ Maysoly ຈະພະຍາຍາມ ຈັດໃຫ້ ຖ້າວ່າເພັງ ທີ່ທ່ານຂໍມານັ້ນ ທາງສຖານີ ຂອງພວກເຮົາມີ. ນອກຈາກນັ້ນ ແລ້ວ ເພື່ອເປັນການ ສົ່ງເສີມ ນັກກະວີລາວ ຖ້າທ່ານມີບົດກະວີ ຫລື ບົດກອນລາວ ທີ່ມີຄວາມໝາຍ ດີໆ ກໍຢາກໃຫ້ສົ່ງມາ ຮ່ວມໃນລາຍການ ຕອບຈມ.ດ້ວຍ ເພື່ອວ່າ Maysoly ຈະໄດ້ນຳ ມາອ່ານ ໃນລາຍການ ແລະ ຈະໄດ້ລົງໃນ web site ຂອງ ພວກເຮົາ ເອົາລະ ເພື່ອບໍ່ເສັຽເວລາ ຂອງ ທ່ານຜູ້ຟັງ ຂໍເຊີນທຸກໆ ທ່ານເຂົ້າສູ່ລາຍການຕອບຈມ.ໄດ້ເລີຽ.

ຈມ. ທີ່ຈະນຳມາ ອ່ານສູ່ທ່ານຟັງ ໃນມື້ນີ້ ກໍຄືຂອງທ່ານ “ເນັ້ງຢ່າງ” ຂຽນຈາກ ປະເທດໄທ ໃນຈມ. ເພີ່ນຂຽນວ່າ: ສະບາຍດີ ທີມງານ ຂອງວິທຍຸ ເອເຊັຽເສຣີ ຜແນກ ພາສາລາວ ທີ່ນັບຖື ຂ້າພະເຈົ້າ ໄດ້ຕິດຕາມ ຮັບຟັງ ລາຍການຂ່າວ ແລະ ລາຍການ ຕອບຈົດໝາຍ ປະຈຳສັປດາ ຕລອດມາ ຫວັງວ່າ ຈມ. ສະບັບນີ້ ຄົງຈະຖຶກນຳ ມາອ່ານ ອອກອາກາດ. ຈຸດປະສົງ ທີ່ຂຽນມາຮ່ວມ ໃນມື້ນີ້ ກໍມີຂໍ້ຄິດເຫັນ ຫຼາຍຢ່າງ ດັ່ງຕໍ່ໄປນີ້: ອີງຕາມຂ່າວ ເມື່ອ ວັນທີ 24-25 ເດືອນ1, ປີ 2007 ທີ່ຜ່ານມາ ເວົ້າວ່າ ມີຊາວ Hmong ກຸ່ມນຶ່ງ ທີ່ລັກລອບ ເຂົ້າໄປໄທນັ້ນ ເປັນກຸ່ມທີ່ຢູ່ປ່າດົງ ມີອາວຸດ ຕ້ານການ ຫ້າມປູກຝິ່ນຂອງ ຣັຖບານລາວ ແລະ ຄົນກຸ່ມນີ້ ຈະມີຢາເສບຕິດ ມາພ້ອມ ຕໍ່ຂ່າວທີ່ວ່ານີ້ ຂ້າພະເຈົ້າ ຂໍຢືນຢັນວ່າ ບໍ່ມີມູນ ຄວາມຈິງ.

ຂ້າພະເຈົ້າ ແມ່ນຜູ້ນຶ່ງ ທີ່ໄດ້ໜີອອກ ຈາກປ່າ ເຂົ້າມາລີ້ພັຍ ຢູ່ໃນ ປະເທດໄທ ເພາະວ່າ ພໍ່ແມ່ເຄີຽ ເປັນ ທະຫານ CIA ໃນສມັຍສົງຄາມ ວຽດນາມ 30 ປີຜ່ານມາ ພວກເຮົາ ໃຊ້ຊີວິດ ໃນປ່າໃນດົງ ເຂົ້າກໍ່ບໍ່ມີກິນ ເຮືອນ ກໍ່ບໍ່ມີຢູ່ ແຕ່ລະມື້ມີແຕ່ ພາກັນຍົກຍ້າຍໄປ ລີ້ຢູ່ບ່ອນໃໝ່ ເລື້ອຍໆ ເນື່ອງຈາກ ການປາບປາມ ຂອງ ທະຫານ ຣັຖບານ. ດ້ວຍເຫດນີ້ ພວກເຮົາ ຈຶ່ງຕັດສິນໃຈ ເຂົ້າມາ ຂໍເພີ່ງພາອາສັຍ ຢູ່ໃນປະເທດໄທ ໂດຍຄາດ ຄວາມຫວັງ ເອົາໄວ້ວ່າ ໃນສມັຍ ກ່ອນປີ 1975 ໄທ-ລາວ ກໍເປັນປະເທດ ເພື່ອນບ້ານ ໃກ້ຄຽງ ແລະ ມີຄວາມ ສັມພັນກັນດີ ເຄີຽມີຄົນ Hmomg ເຂົ້າມາອົບຮົມ ນາຍ ທະຫານ ຢູ່ ທີ່ເຂດພິສນຸໂລກ. ສະນັ້ນ ທຸກຄົນ ຈຶ່ງຫວັງວ່າ ເພີ່ນຄົງຈະອຳນວຍ ໂອກາດ ໃຫ້ແກ ່ພວກເຮົາດ້ວຍ.

ອີກປະການນຶ່ງ ຕາມຄຳເວົ້າຂອງເຈົ້າໜ້າທີ່ທາງການລາວ ເວົ້າວ່າ ຊາວ Hmong ທີ່ຫລົບໜີ ຈາກລາວ ມາໄທ ບໍ່ແມ່ນຍ້ອນ ພັຍການເມືອງ ເພາະນັບແຕ່ປີ 1975 ເປັນຕົ້ນມາ ຢູ່ປະເທດລາວ ບໍ່ມີສົງຄາມ ອີກແລ້ວ ຜູ້ທີ່ໄປ ກໍຖືວ່າ ເປັນຜູ້ເຂົ້າເມືອງ ແບບຜິດ ກົດໝາຍ ຕໍ່ຄຳເວົ້າ ຂອງທາງການລາວ ທີ່ເວົ້າມາ ນີ້ ຂ້າພະເຈົ້າ ຂໍເວົ້າດ້ວຍໃຈ ຈິງອີກວ່າ ມີບາງຄົນ ທີ່ມີພີ່ນ້ອງ ຢູ່ຕ່າງປະເທດ ອາດ ຈະມີຄວາມຕັ້ງໃຈ ຢາກເດີນທາງ ໄປຫາພີ່ນ້ອງ ຂອງ ພວກເຂົາເຈົ້າ ແທ້ ແຕ່ສ່ວນໃຫຍ່ທີ່ມາ ກໍແມ່ນ ຍ້ອນຢາກພົ້ນຈາກ ການນຳ ປາບປາມ ຂອງ ທະຫານລາວ ສະນັ້ນ ຈຶ່ງຂໍຮຽກຮ້ອງ ໃຫ້ທາງການໄທ ຊ່ວຍສືບ ຄວາມເປັນຈິງ ແລະ ຊ່ວຍກູ້ເອົາຊີວິດ ຂອງພວກເຮົາ ໄວ້ນຳດ້ວຍ”.

ທີ່ກ່າວມານີ້ ກໍຄືເນື້ອໃນໃຈຄວາມໃນຈົດໝາຍຂອງທ່ານ “ເນັ່ງຢ່າງ”. ສຸດທ້າຍເພີ່ນໄດ້ຂໍຟັງເພັງນຳ ແລະບອກວ່າຂໍຟັງຮ່ວມກັບທ່ານສີນົນ ສໍສິນໄຊ ເພື່ອນຮ່ວມທຸກໃນປ່າໃນດົງມາໄດ້ 20 ກວ່າປີ ແລະ ໃນທີ່ສຸດ ກໍຖືກ ທາງການລາວ ຈັບຕົວໄດ້ ໃນຕົ້ນປີ 2007 ທີ່ແຂວງບໍຣິຄຳໄຊ ພ້ອມດ້ວຍຄົນ Hmong ອີກ 5 ຄົນ. ແຕ່ພາຍຫລັງ ຊາບວ່າ ທ່ານ ສີນົນ ຖືກຂ້າຕາຍໄປ ແລ້ວ ໃນວັນທີ 11 ເດືອນ 1, ປີ 2007. ຂ້າພະເຈົ້າ ຮູ້ສຶກເສັຽໃຈ ຫຼາຍທີ່ສຸດ.

ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖີງຕອນນີ້ ເພື່ອເປັນການ ປ່ຽນບັນຍາກາດ ຂໍເຊີນທ່ານ ຟັງເພັງ ກ່ອນເນາະ ເພັງທີ່ ຈະນຳມາຈັດໃຫ ້ທ່ານຟັງ ໃນມື້ນີ້ ມີຊື່ວ່າ “ນ້ຳຕາສາວອົພຍົບ” ຈາກສຽງຂັບຮ້ອງ ຂອງ “ທອງວອນ ຂັນນາຣາ” ເພັ່ງນີ້ຂໍຈັດແທນ ເພັງ ”ສັນຕິພາບມາແລ້ວ" ທີ່ທ່ານ “ເນັ່ງຢ່າງ” ໄດ້ຂໍມາ ຫວັງວ່າ ຄົງຈະບໍ່ສ້າງ ຄວາມຜິດຫວັງ ເກີນໄປ ໃຫ້ແກ່ຜູ້ຂໍເນາະ. ພ້ອມກັນນີ້ ກໍຂໍມອບເພັງນີ້ ເປັນກຳລັງໃຈ ໃຫ້ແກ່ພີ່ນ້ອງ Hmong ທຸກ ຄອບຄົວ ທີ່ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ປະເທດໄທ ຮວມທັງທຸກໆ ທ່ານ ທີ່ກຳລັງ ຮັບຟັງລາຍການ ຕອບຈົດໝາຍ ຢູ່ໃນຂນະນີ້ ເຊີນຮັບຟັງໄດ້.

-(ເພັງ)-

ເປັນແນວໃດ ທ່ານຜູ້ຟັງ ທີ່ເຄົາຣົບ ເພັງທີ່ຈົບລົງໄປ ນັ້ນ ພໍຈະໃຫ້ຄວາມ ມ່ວນຊື່ນ ແກ່ທ່ານແດ່ບໍ່? ພໍເພັງຈົບ ເວລາ ກໍໃກ້ເຂົ້າມາ ເຖິງຢ່າງໃດ ກໍດີ ທ່ານກໍໄດ້ຟັງ ເຣື່ອງລາວ ກ່ຽວກັບບັນຫາ ພີ່ນ້ອງຊາວ Hmong ມາ ແລ້ວ Maysoly ກໍເລີຍ ຢາກເລົ່າຂ່າວຄືບໜ້າ ກ່ຽວກັບເ ຣື່ອງນີ້ສູ່ທ່ານຟັງອີກ.

ທ່ານ ຜູ້ຟັງທີ່ເຄົາຣົບ ຕໍ່ບັນຫາຊາວ Hmong ທີ່ອາສັຍ ຢູ່ບ້ານຫ້ວຍນ້ຳຂາວ ແຂວງ ເພັຊບູນ ຂອງໄທ ນັ້ນ ທາງການໄທ ເວົ້າວ່າ ເປັນການເຂົ້າເມືອງ ແບບຜິດ ກົດໝາຍ ຊຶ່ງກໍໝາຍ ຄວາມວ່າ ການແກ້ໄຂ ບັນຫາ ດັ່ງກ່າວນີ້ ແມ່ນໜ້າທີ່ ລະຫວ່າງ ຝ່າຍລາວ ແລະ ໄທ ທີ່ຈະພົບປະ ເຈຣະຈາກັນ ເພື່ອຕົກລົງກັນ ວ່າ ຈະດຳເນີນ ແບບໃດຕໍ່ໄປ ແລະ ຝ່າຍລາວ ໄດ້ຍ້ຳອີກວ່າ ບັນຫາຊາວມົ້ງ ຫ້ວຍນ້ຳ ຂາວ ບໍ່ແມ່ນບັນຫາ ຜູ້ອົພຍົບ ລີ້ພັຍ ແຕ່ຢ່າງໃດ ສະນັ້ນ ຈະບໍ່ມີປະເທດທີ່ 3 ເຂົ້າມາກ່ຽວຂ້ອງ.

ທ່ານ ຜູ້ຟັງທີ່ເຄົາຣົບ ເພັງທ້າຍລາຍການ ຕອບຈົດໝາຍ ໃນມື້ນີ້ Maysoly ຂໍເຊີນ ທ່ານຟັງເພັງ ທີ່ມີຊື່ວ່າ “ມົນຮັກສາວລ່ອງແຈ້ງ” ຈາກສຽງ ຂັບຮ້ອງຂອງ ”ພູຣັສມອນ ລິຕຕະນະ" ເພັງນີ້ ຂໍມອບ ເປັນຄວາມສຸກ ໃຫ້ແກ່ທຸກໆ ທ່ານ ທີ່ກຳລັງຮັບຟັງ ລາຍການ ຂອງພວກເຮົາຢູ່ ໃນຂນະນີ້ ເຊີນທ່ານຮັບຟັງ ເພັງໄດ້ເລີຽ.

-(ເພັງ)-

ທີ່ຈົບລົງໄປນັ້ນ ຄືເພັງ “ ມົນຮັກສາວລ່ອງແຈ້ງ” ຂັບຮ້ອງໂດຍ “ພູຣັສມອນ ລິຕຕະນະ” ສິລະປິນລາວ ຕ່າງແດນ ທີ່ຣັດ Minnesota.

ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈົດໝາຍ ໃນມື້ນີ້ ເວລາກໍໝົດລົງ ພຽງເທົ່ານີ້ແລ້ວ ຂໍເຊີນ ທ່ານພົບກັບ ລາຍການນີ້ໄດ້ໃໝ່ ໃນວັນພະຫັດໜ້າ ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.