ວັນທີ 7 ເດືອນ ມິນາ ປີ 2007


2007.03.07

  ;   ;   ;   ;   ;   ;   ;   ;   ;   ; ແດ່ວັນສະຕຣີສາກົລ   ;   ;   ;   ;   ;   ;   ;   ;   ;   ;   ;   ;   ;   ;   ;   ;   ; ແຕ່ງໂດຍ: ຈຳປາແດງ

  ;   ;   ; ແປດມີນາປະກາດກ້ອງ   ;   ;   ; ຮ້ອງປ່າວຊາວໂລກາ   ;   ;   ; ສຖາປະນາຍິງສາກົນ   ;   ;   ; ໃຫ້ໂລກລືວັນນີ້   ;   ;   ; ສິດທິຊົນສເນີໃຫ້   ;   ;   ; ຍິງທັງຫຼາຍທຽມເທົ່າ ກັນແລ້ວ   ;   ;   ; ບົດບາດຍິງແມ່ນແລ່ນກ້າວ   ;   ;   ; ທຽມເທົ່າເຫຼົ່າຜູ້ຊາຍ ດີເດີ້.   ;   ;   ; ແຕ່ກ່ອນຍິງຫາກໄດ້   ;   ;   ; ສິດແຕ່ເປັນມານດາ   ;   ;   ; ກັບຫຸງຫາອາຫານ   ;   ;   ; ຢູ່ບ້ານເຮືອນຄົວພ້ອມ   ;   ;   ; ເຂົາບໍ່ຍອມໃຫ້ມີໜ້າ   ;   ;   ; ມີປັນຍາໃຫ້ງຽບຢູ່   ;   ;   ; ເອົາຍິງໄວ້ນອນຄູ່   ;   ;   ; ຢູ່ຮ່ວມກັນລ້າໆ ເຖິງມີໜ້າ ບໍ່ໄດ້ເງີຽ   ;   ;   ; ຊາຍມັກເວົ້າເຢາະເຢີ້ຍ   ;   ;   ; ໃຫ້ຍິງຢ່າງສະສົມ   ;   ;   ; ມີໄວ້ຊົມຢາມເຫງົາ   ;   ;   ; ເຫຼົ່າມາລາດວງນ້ອຍ   ;   ;   ; ຜູ້ຍິງຄອຍພຽນໃຫ້   ;   ;   ; ເອົາໃຈຊາຍໝົດທຸກຢ່າງ   ;   ;   ; ຜູ້ຍິງຄອຍພຽນໃຫ້   ;   ;   ; ເອົາໃຈຊາຍໝົດທຸກຢ່າງ   ;   ;   ; ສ່ວນວ່າວຽກການຊ່າງ   ;   ;   ; ຍິງບໍ່ຄວນກ່ຽວຂ້ອງ ເປັນນາມນ້ອງອ່ອນແອ.   ;   ;   ; ດຽວນີ້ຍິງເກັ່ງແທ້   ;   ;   ; ເປັນທັງແມ່ຜູ້ນຳພາ   ;   ;   ; ພ້ອມຊອກຫາເງິນທອງ   ;   ;   ; ພ່ອງພ່ຳຊາຍສເມີດ້າມ   ;   ;   ; ຍິງຫາກງາມດີລ້ວນ   ;   ;   ; ບໍຣະບວນຄົບທຸກຢ່າງ   ;   ;   ; ພ້ອມຍັງເປັນນາຍຊ່າງ   ;   ;   ; ທັງນາຍົກກໍໄດ້ ຜູ້ຊາຍນັ້ນໄດ້ແລ່ນນຳ.   ;   ;   ; ຍິງກັບຊາຍຫາກເກິ່ງກ້ຳ   ;   ;   ; ທຸກສິ່ງເຮົາຫຼິງເຫັນ   ;   ;   ; ເປັນນາຍຄຣູນາຍໝໍ   ;   ;   ; ທໍ່ກັນກັບຊາຍແລ້ວ   ;   ;   ; ເປັນທະຫານແນວໜ້າ   ;   ;   ; ຂັນອາສາສ້າງກໍ່   ;   ;   ; ເປັນທັງແມ່ເປັນທັງພໍ່   ;   ;   ; ຕຳຣວດຍິງເກັ່ງກ້າ ຮັກສາບ້ານສ່ຳຜູ້ຊາຍ.   ;   ;   ; ພວກເຮົາຂໍສົ່ງໃຫ້   ;   ;   ; ພອນຊັຍສົ່ງມາເຖິງ   ;   ;   ; ໃຫ້ຜູ້ຍິງທັງຫຼາຍ   ;   ;   ; ຢູ່ສະບາຍຫາຍຮ້ອນ   ;   ;   ; ຈັຕຸພອນໂຮມເຂົ້າ   ;   ;   ; ຜູ້ຍິງລາວໃຫ້ກ້າກັ່ນ ຂຶ້ນເດີ້   ;   ;   ; ມີສຸຂສຳຣານ ທັງວຽກງານໃຫ້ຮຸ່ງກ້າວ   ;   ;   ; ຍິງລາວກ້າສ້າງຊື່ສຽງ ແດ່ທ້ອນ

********************************

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ນັ້ນກໍ່ຄື ບົດກະວີ ທີ່ແຕ່ງໂດຍ “ຈຳປາແດງ” ມອບໃຫ້ແດ່ ແມ່ຍິງລາວ ທຸກຖ້ວນໜ້າ ເນື່ອງໃນ ວັນສັຕຣີສາກົນ ຫວັງໃຈສເມີວ່າ ເພື່ອນຍິງທັງຫຼາຍ ຄົງຈະພູມໃຈ ນຳບໍ່ໜ້ອຍ ທີ່ຍັງມີ ສຸພາບບູຣຸດ ເຫັນຄວາມສຳຄັນ ຂອງຜູ້ຍິງລາວ ເອົາລະ ເພື່ອບໍ່ເປັນການ ເສັຽເວລາ Maysoly ຂໍເຊີນທຸກໆ ທ່ານເຂົ້າສູ່ລາຍການເລີຽ.

ຈມ.ສະບັບທຳອິດໃນທີ່ Maysoly ຈະນຳມາອ່ານໃນມື້ນີ້ ກໍຄືຈມ.ຂອງທ່ານ “ລູກນ້ຳຄານ ຫລານນ້ຳຂອງ” ໃນຈມ.ເພີ່ນຂຽນມາດັ່ງນີ້:

“ສະບາຍດີ Maysoly ພ້ອມດ້ວຍຄນະທີມງາມ RFA ທຸກໆ ທ່ານ. ເປັນເວລານານພໍສົມ ຄວນ ທີ່ ຂ້າພະເຈົ້າ ບໍ່ໄດ້ຂຽນຈມ. ມາຮ່ວມລາຍການ ແຕ່ກໍຍັງຮັບຟັງ RFA ເປັນປະຈຳ. ຫວ່າງມໍ່ໆ ມານີ້ ປະກົດວ່າ ມີຜູ້ຟັງ ຊາວລາວ ທັງໃນປະເທດ ແລະ ຕ່າງປະເທດ ໄດ້ອອກຄວາມຄິດ ເຫັນດີໆ ທັງນັ້ນ ຢ່າງໃດກໍຕາມ ຂ້າພະເຈົ້າ ເອງຄິດວ່າ ໃນຈມ. ຂອງຜູ້ຟັງ ຍັງຂາດຈຸດສຳຄັນ ບາງຕອນ ຊຶ່ງຂ້າພະເຈົ້າ ຂໍເພີ້ມຄວາມຄິດ ບາງຢ່າງ ເພື່ອໃຫ້ຊາວລາວ ໃນປະເທດ ໄດ້ເຂົ້າໃຈເຖິງ ຄວາມຮູ້ສຶກ ຂອງຊາວລາວ ຕ່າງປະເທດ ຫຼາຍຂຶ້ນ. ສິ່ງທີ່ຂ້າພະເຈົ້າ ຢາກຍົກຂຶ້ນມາ ກໍມີຢູ່ 2 ຈຸດນຳກັນ. ຈຸດທຳອິດ. ກໍຄືວ່າ ສາຍພົວພັນ ລະຫວ່າງ ຊາວລາວ ໃນ ແລະ ຊາວລາວ ຕ່າງປະເທດ. ຖ້າຫາກວ່າ ທາງຣັຖບານລາວ ຫາກມີຄວາມຈິງໃຈ ຕ້ອນຮັບຄົນລາວ ຕ່າງປະເທດ ຜູ້ທີ່ປາຖນາ ຢາກກັບໄປລາວ ເພີ່ນຄວນຕັ້ງ ກົດໝາຍ ຂຶ້ນມາ ເພື່ອອຳນວຍ ຄວາມສະດວກ ໃຫ້ພວກເຂົາເຈົ້າ. ຂໍ້ທີ 2. ຖ້າຄຳຮຽກຮ້ອງຂອງເພີ່ນຫາກເປັນຄວາມຈິງ ຢ່າງນ້ອຍ ເພີ່ນ ຄວນສຳນຶກ ໃນສິ່ງທີ່ ເພີ່ນໄດ້ກະທຳ ຕໍ່ປະຊາຊົນລາວ.”

ທີ່ກ່າວມານີ້ກໍຄື ຂໍ້ຄວາມ ໃນຈມ.ຂອງ ”ລູກນ້ຳຄານຫລານນ້ຳຂອງ”. ຂໍຂອບໃຈ ທີ່ໄດ້ ສົ່ງຂໍ້ຄິດເຫັນ ທີ່ໜ້າສົນໃຈ ມາໃຫ້ ໂອກາດໜ້າຂໍເຊີນຂຽນມາໃໝ່.

ຈົດໝາຍສະບັບຕໍ່ໄປກໍແມ່ນຂອງທ່ານ “ສຸທັດ ຊັບພູ່” ທ່ານສຸທັດເປັນຊາວໄທ ຂຽນຈາກເມືອງແກ່ງກະຈານ ແຂວງເພັຊບູຣີ ປະເທດໄທ. Maysoly ຂໍອະພັຍນຳຫຼາຍໆ ທີ່ຕອບຈມ.ຂອງທ່ານຊ້າເກີນໄປ ເນື່ອງຈາກບໍ່ຮູ້ວ່າຈມ.ສະບັບນີ້ໄປຕົກຄ້າງຢູ່ແຫ່ງຫົນໃດ. ປ່ານນີ້ຈຶ່ງມາເຖິງ office ຂອງພວກເຮົາທ່ານສຸທັດຂຽນມາວ່າ:

“ສະບາຍດີ Maysoly ແລະ ທີມງານ ຂອງ RFA ຜແນກ ພາສາລາວ ທຸກໆ ຄົນ. ຫວັງວ່າ ພວກທ່ານ ຄົງສະບາຍດີ ອາກາດຢູ່ທາງ America ເປັນແນວໃດ ນໍ ໜາວ, ຮ້ອນ ມີຝົນຕົກບໍ່? ສ່ວນຂ້າພະເຈົ້າ ຢູ່ໄທ ອາກາດ ກໍ່ບໍ່ຄ່ອຍ ດີດອກ ບຶດໜາວ ບຶດຮ້ອນ. ໜ້າທີ່ວຽກງານ ຂອງ ຂ້າພະເຈົ້າ ໃນແຕ່ລະມື້ ກໍ່ແມ່ນ ໄປລາດຕະເວນ ຢູ່ໃນປ່າ. ເພື່ອປົກປ້ອງ ບໍ່ໃຫ້ສັດປ່າ ຖຶກລ້າ ໃນລະຍະ ທີ່ຝົນເຊົາຕົກ ນ້ຳບາງແຫ່ງ ກໍແຫ້ງແລ້ງ ພາໃຫ້ສັດປ່າ ຕ້ອງຍ້າຍຖິ່ນເຂົ້າໄປ ຢູ່ໃກ້ຖ້ຳ ເປັນການງ່າຍ ທີ່ຄົນຈະເຂົ້າໄປ ຕາມລ້າ ຂ້າພະເຈົ້າ ຈຶ່ງຕ້ອງ ທຳໜ້າທີ່ ຮັກສາ ຄວາມປອດພັຍ ຂອງສັດເຫຼົ່ານັ້ນ ທັ້ງໆ ທີ່ການເຂົ້າໄປ ເຮັດວຽກ ຢູ່ໃນປ່າໃນດົງ ມັນບໍ່ສະບາຍ ປານໃດ. ພາໃຫ້ຄິດເຖີງ ພວກພີ່ນ້ອງຊາວ Hmong ທີ່ອາສັຍໃນປ່າດົງ ຊີວິດ ຂອງພວກເຂົາເຈົ້າ ຄົງຈະລຳບາກຫຼາຍ” ວ່າຊັ້ນ.

ທີ່ກ່າວມານີ້ ກໍຄືຈມ. ຂອງທ່ານ “ສຸທັດ ຊັບພູ່” ຂໍຂອບໃຈ ທີ່ຍັງບໍ່ລືມລາຍ ການຕອບຈມ. ເມື່ອຟັງການ ບອກເລົ່າກ່ຽວກັບໜ້າທີ່ ການງານຂອງ ທ່ານແລ້ວ ຮູ້ສຶກພູມໃຈນຳ ທີ່ທ່ານມີຄວາມຮັກສັດ ຮັກທັມມະຊາດ. ຂໍໃຫ້ ດຳເນີນໄປເລື້ອຍໆ ສ່ວນເຣື່ອງ ທີ່ທ່ານຢາກໄດ້ ປະຕິທິນ ຫຼື ຂອງ ທີ່ຣະລຶກເລັກໆ ນ້ອຍໆ ຂອງ RFA ນັ້ນ. ປັດຈຸບັນ ປີໃໝ່ກໍຜ່ານ ໄປແລ້ວ ເພາະສະນັ້ນ ຂອງທີ່ມີຢ່າງຈຳກັດ ກໍໝົດໄປແລ້ວ ປີໜ້າ ຈະຝາກມາໃຫ້ ທ່ານຢ່າຟ້າວ ນ້ອຍໃຈເດີ້.

ຈມ. ສະບັບຕໍ່ໄປ ຂຽນຈາກນ້ອງ ”ພອນສີ” ທີ່ປະເທດໄທ ເຊັ່ນດຽວກັນ ນ້ອງພອນສີ ຂໍຟັງເພັງ “ປູ່ຈັນ” ຂອງ ”ຄຳພູ ທະວີວັນ” ມາ ບອກວ່າ ມັກເພັງນີ້ຫຼາຍ ເພາະມັນ ມີຄວາມໝາຍດີ ຢາກໃຫ້ເອື້ອຍ Maysoly ຊ່ວຍນຳເປີດ ໃນລາຍການ ຕອບຈມ. ຫຼື ບໍ່ກໍຂໍໃຫ້ຈັດຂັ້ນ ໃນລາຍ ການຂ່າວ ປະຈຳວັນຂອງ RFA ໃຫ້ຟັງແດ່ ວ່າຊັ້ນ.

Maysoly ຂໍຂອບໃຈ ຍານ້ອງ ພອນສີ ທີ່ຂຽນຈມ. ມາເຖິງລາຍການ ຄືສິມັກຟັງ ເພັງນີ້ຫຼາຍເນາະ ຈົນວ່າ ສົ່ງເນື້ອເພັງ ມາໃຫ້ພ້ອມ. ຢ່າງໃດກໍຕາມ ກໍຢ່າເສັຽໃຈ ເດີ້ ເພາະທາງ RFA ຂອງພວກເຮົາ ບໍ່ມີເພັງນີ້ ເພາະ ເປັນເພັງເກົ່າ ອີກຢ່າງນຶ່ງ ເຖີງແມ່ນມີ RFA ຕ້ອງໄດ້ຮັບ ອານຸຍາດ ຈາກເຈົ້າຂອງເພີ່ນ ເສັຽກ່ອນຈຶ່ງ ຈະນຳມາ ອອກອາກາດໄດ້. ແຕ່ເຖິງຢ່າງໃດ ພວກເຮົາກໍຈະພະຍາ ຍາມສນອງ ຕາມຄຳຮ້ອງ ຂອງນ້ອງຢ່າງ ສຸດຂີດ ແຕ່ວ່າຈະໄດ້ຜົນສ່ຳໃດນັ້ນ ຂໍໃຫ້ລໍຖ້າຟັງຕໍ່ໄປເນາະ.

ທ່ານຜູ້ຟັງ ທີ່ເຄົາຣົບ ວັນທີ 8 ມິນາ ເປັນ ”ວັນສັຕຣີສາກົນ” ເປັນວັນທີ່ມີຄວາມໝາຍ ຢ່າງຍິ່ງ ສຳລັບແມ່ຍິງ. ສະນັ້ນ, ເພັງທ້າຍລາຍການ ຂອງພວກເຮົາໃນມື້ນີ້ Maysoly ຂໍຈັດເພັງທີ່ມີຊື່ວ່າ “ຜູ້ຍິງ ຜູ້ຍິງ“ ຕິດຕາມ ດ້ວຍສຽງເພັງ ທີ່ມີຊື່ວ່າ “ນີ້ແຫລະຜູ້ຍິງ” ຂັບຮ້ອງໂດຍ “ວິໄລຈັນ ສເວຊວົງ” ຊຶ່ງທັງສອງເພັງນີ້ ເປັນຜົນງານ ຂອງ ທ່ານ ”ພົມມະ ພິມມະສອນ” ພ້ອມກັນນີ້ Maysoly ຂໍຂອບໃຈ ມາຍັງ ທ່ານ ພົມມະ ທີ່ໄດ້ຝາກ CD ເພັງອັມຕະ ທີ່ຫາຟັງ ໄດ້ຍາກ ມາໃຫ້ RFA ເຊີນຮັບຟັງໄດ້.

----(ເພັງ)----

ທ່ານ ຜູ້ຟັງທີ່ເຄົາຣົບ ເວລາແຫ່ງ ລາຍການ ຕອບຈົດໝາຍ ໃນມື້ນີ້ ກໍໄດ້ສີ້ນສຸດລົງ ພຽງເທົ່ານີ້ແລ້ວ ຂໍເຊີນ ທ່ານທີ່ສົນໃຈ ຈົ່ງຕິດຕາມຮັບຟັງ ໄດ້ໃໝ່ໃນ ວັນພະຫັດ ໜ້າ ກ່ອນຈາກກັນ ໃນມື້ນີ້ Maysoly ຂໍກ່າວຄຳວ່າ “ສຸກສັນວັນສັຕຣີສາກົນ” ແດ່ ເພື່ອນຍິງທຸກໆ ຄົນ ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.