ວັນທີ 28 ເດືອນ ກຸມພາ ປີ 2007


2007.02.28

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການ ຕອບຈົດໝາຍ ກໍ່ໄດ້ວຽນມາ ຄົບຮອບ ອີກຕາມເຄີຽ. ຫວັງໃຈ ສເມີວ່າ ທ່ານທີ່ເປັນແຟນລາຍການ ຄົງຈະໃຫ້ກຽດ ຕິດຕາມຮັບຟັງຢູ່. ມື້ນີ້ Maysoly ກໍຈະບໍ່ຂໍເວົ້າ ໃຫ້ມັນຍືດ ມັນຍາວ ເກີນໄປ ເນື່ອງຈາກວ່າ ເວລາມີນ້ອຍ. ສະນັ້ນ ຈຶ່ງຂໍເຊີນທຸກໆ ທ່ານ ເຂົ້າສູ່ລາຍການ ເລີຽ.

ທ່ານຜູ້ຟັງທີ່ເຄົາຣົບ ເມື່ອສັປດາກ່ອນໆ Maysoly ໄດ້ນຳ ເອົາຈມ. ຂໍ້ຄິດເຫັນ ທີ່ໜ້າສົນໃຈ ຂອງທ່ານ ຜູ້ຟັງທີ່ໃຊ້ຊື່ວ່າ “ລາວໃນ” ແລະ ”ລາວນອກ” ມາອ່ານສູ່ທ່ານຟັງ ເພື່ອເປັນການ ເບົາສມອງ ໄປແລ້ວ ປະກົດວ່າ ໄດ້ສ້າງຄວາມສົນໃຈ ໃຫ້ຜູ້ຟັງ ບໍ່ໜ້ອຍ ຊຶ່ງຫຼາຍໆ ທ່ານ ກໍໄດ້ຂຽນຈມ. ເຂົ້າມາຮ່ວມ ສົນທນາ ກ່ຽວກັບເຣື່ອງ”ລາວ ໃນ -ລາວ ນອກ” ອີກ ສະບັບນີ້ ກໍຄືຈມ. ຂອງທ່ານທີ່ ໃຊ້ນາມວ່າ “ຄົນລາວ ນະຫາດຊາຍຟອງ” ຂຽນຈາກ ປະເທດລາວ ໃນ E-mail ເພີ່ນຂຽນ ມາດັ່ງນີ້:

“ສະບາຍດີ Maysoly ເປັນເວລາດົນນານ ທີ່ບໍ່ໄດ້ຂຽນ ຈມ.ມາຮ່ວມລາຍການ ຕອບຈມ. ແຕ ່ກໍຍັງຕິດຕາມ ຮັບຟັງ ລາຍການຂອງ RFA.ຢູ່ ບໍ່ໄດ້ຂາດ ໂດຍສະເພາະ ກໍ່ແມ່ນລາຍການ ຕອບຈມ. ປະກົດວ່າ ວ່າງນຶ່ງນີ້ ມີຜູ້ຟັງ ຫຼາຍທ່ານ ໃນທົ່ວໂລກ ໄດ້ສົ່ງຂໍ້ຄິດ ຫຼື ຄຳຖາມ ກ່ຽວກັບປະຊາຊົນ ຫຼືຣັຖບານລາວ ໃນຄວາມຄິດ ສ່ວນຕົວ ຂອງຂ້າພະເຈົ້າ ແລ້ວ ກໍບໍ່ຕິພວກເຂົາເຈົ້າດອກ ເພາະຍຸກສມັຍ ປັດຈຸບັນ ກໍເປັນສິດທ ິເສຣີພາບ ຂອງ ເຂົາເຈົ້າ ແຕ່ສີ່ງທີ່ຂ້າພະເຈົ້າ ບໍ່ເຫັນພ້ອມ ໃນທີ່ນີ້ ກໍຄືວ່າ ຄົນລາວ ສ່ວນຫຼາຍເປັນຫຍັງ ມັກ ຈະໃຊ້ຄຳວ່າ “ລາວນອກ-ລາວໃນ”. ຄຳເວົ້າເຊັ່ນນີ້ ພາໃຫ້ຂ້າພະເຈົ້າ ຮູ້ສຶກເສັຽໃຈ ເນື່ອງຈາກວ່າ ມັນຈະສ້າງຄວາມ ແຕກແຍກ ລະຫວ່າງ ຄົນລາວເຮົາເອງ. ສຳລັບ ຂ້າພະເຈົ້າແລ້ວ ຈະແມ່ນ ລາວນອກ ຫຼື ລາວໃນ ພວກເຮົາ ກໍແມ່ນລາວຄືກັນ ລາວນອກ ຫຼື ລາວໃນ ກໍມີສ່ວນຮ່ວມ ໃນການ ສ້າງສາພັທນາ ປະເທດ ຊາດນຳກັນ. ຕົວຢ່າງກໍຄື ພວກເຮົາ ປະຊາຊົນລາວ ຢູ່ພາຍໃນ ກໍໄດ້ພາກັນສ້າງສາ ພັທນາ ປະເທດຊາດ ດ້ວຍ ນ້ຳເຫື່ອ ນ້ຳແຮງ ຂອງຕົນ. ສ່ວນພວກທ່ານ ທີ່ເປັນລາວນອກ ກໍໄດ້ຊ່ວຍ ສົ່ງເງິນ ສົ່ງຄຳ ໄປຊ່ວຍເຫຼືອ ພໍ່ແມ່ພີ່ນ້ອງ ຢູ່ລາວ ຫຼື ຊ່ວຍປຸກເຮືອນ ສ້າງທີ່ຢູ່ອາສັຍ ໃຫ້ພວກເພີ່ນ ອັນນີ້ ກໍຖືວ່າ ເປັນສ່ວນນຶ່ງ ໃນການສ້າງ ບ້ານແປງເມືອງ ນຳກັນເນາະ. ຂ້າພະເຈົ້າເວົ້າ ມານີ້ ຖຶກບໍ່? ສະນັ້ນ ເມື່ອຂ້າພະເຈົ້າ ໄດ້ຍີນຄຳວ່າ “ລາວນອກ-ລາວໃນ” ຮູ້ສຶກ ເສັຽໃຈ ຫຼາຍ ຂ້າພະເຈົ້າຄິດວ່າ ໃນເມື່ອ ພວກເຂົາເຈົ້າ ບໍ່ໃຫ້ກຽດ ລະຫວ່າງ ຄົນລາວ ນຳກັນແລ້ວ ກໍໝາຍຄວາມວ່າ ພວກເຂົາເຈົ້າ ກໍບໍ່ໃຫ້ກຽດ ຕົວເອງເຊັ່ນ ດຽວກັນ. ອີກປະການນຶ່ງ ກໍຢາກ ບອກວ່າ ສຳລັບອົງການ NGO ຫຼື ອົງການ ທີ່ບໍ່ຂຶ້ນກັບຣັຖບານ ທັງຫຼາຍ ທີ່ເຂົ້າ ມາເຄື່ອນໄຫວ ພົວພັນ ນຳດ້ານການເມືອງ ຢູ່ສປປ. ລາວນັ້ນ. ພວກເພີ່ນຕ້ອງ ກັບໄປຄົ້ນຄວ້າ ຮຽນຮູ້ ເພີ່ມຕື່ມອີກ ກ່ອນ ຈະໄປເຄື່ອນໄຫວ ທາງດ້ານ ການເມືອງໃນລາວ ເພາະທີ່ເຫັນຢູ່ໃນປັດຈຸບັນນີ້ ນັບວ່າເພີ່ນຍັງອ່ອນຫຼາຍ”.

ທ່ານ ຜູ້ຟັງທີ່ເຄົາຣົບ ທີ່ກ່າວມານີ້ກໍຄືເນື້ອໃນ ໃຈຄວາມໃນ E-mail ຂອງ ທ່ານ ”ຄົນລາວ ນະຫາດ ຊາຍຟອງ” ກ່ອນອື່ນ Maysoly ຮູ້ສຶກດີໃຈ ທີ່ໄດ້ຮັບຈົດໝາຍ ຈາກທ່ານອີກ ຫຼັງຈາກ ທີ່ໄດ້ງຽບໄປນານ ພໍສົມຄວນ ຊຶ່ງ Maysoly ກໍເຂົ້າໃຈວ່າ ທ່ານຄົງບໍວ່າງ. ຢ່າງໃດກໍຕາມ ເພື່ອບໍ່ໃຫ ້ທ່ານ ມີຄວາມ ນ້ອຍເນື້ອຕ່ຳໃຈ ອີກຕໍ່ໄປ Maysoly ຂໍອອກຄວາມຄິດ ເຫັນສ່ວນຕົວ ຖ້າເວົ້າບໍ່ຖຶກໃຈທ່ານ ຫວັງວ່າ ຄົງໄດ້ຮັບການ ອະພັຍຈາກທ່ານ.

ທຳອິດນີ້ ຂໍເວົ້າເຣື່ອງ “ລາວນອກ-ລາວໃນ” ກ່ອນເນາະ ຕາມທີ່ Maysoly ເຂົ້າໃຈຄຳວ່າ “ລາວນອກ-ລາວໃນ” ຖືວ່າ ເປັນຄຳເວົ້າ ທີ່ຍົກຂຶ້ນມາ ເພື່ອເປັນທີ່ເຂົ້າໃຈງ່າຍ ໂດຍທົ່ວໄປ ອັນ ໝາຍເຖີງ ຄົນລາວ ຢູ່ພາຍໃນ ປະເທດ ແລະ ຕ່າງປະເທດ ຖ້າຜູ້ໃຊ້ 2 ຄຳນີ້ ໂດຍບໍ່ມີເຈຕນາ ອື່ນແອບແຝງ ສະນັ້ນ ທີ່ທ່ານເວົ້າວ່າ “ລາວນອກ-ລາວໃນ ກໍແມ່ນຄົນລາວ ນຳກັນ” ອັນນີ້ Maysoly ເຫັນພ້ອມນຳຮ້ອຍ ເປີເຊັນ ແຕ່ວ່າ ຄຳວ່າ “ລາວນອກ-ລາວໃນ” ມັນກໍອາດ ຈະຕີຄວາມໝາຍ ແຕກຕ່າງກັນໄດ້ ຖ້າຫາກວ່າຜູ້ໃຊ້ຄຳທັງ 2 ນີ້ ມີເຈຕນາ ບໍ່ບໍຣິສຸດ ຕໍ່ຄົນລາວ ນຳກັນ ຕົວຢ່າງກຸ່ມທີ່ມັກໃຊ້ຄຳ “ລາວນອກ-ລາວໃນ” ສ່ວນຫຼາຍແລ້ວ ກໍຈະຄືກຸ່ມ ຜູ້ມີອຳນາດ ວາສນາ ຫຼື ກຸ່ມທີ່ພະຍາຍາມ ສແວງຫາຜົນປໂຍດ ທາງການເມືອງ. ຖ້າເຮົາ ຈະເຈາະ ຈີ້ມຄຳວ່າ “ລາວນອກ-ລາວໃນ” ໄປເລິກກວ່ານີ້ ກໍມີຄວາມຈິງ ຢູ່ເຣື່ອງນຶ່ງ ທີ່ຄົນລາວ ຈະປະຕິເສດບໍ່ໄດ້ ຄື ສິດເສຣີພາບ ທີ່ແຕກຕ່າງກັນ ຕົວຢ່າງ ເມື່ອຄົນລາວນອກ ຈະເດີນທາງ ໄປຢ້ຽມຢາມ ປະເທດລາວ ກໍແມ່ນຈະຕ້ອງຂໍ VISA ກ່ອນ ເມື່ອເຂົ້າໄປຮອດລາວ ແລ້ວ ການເດີນທາງ ໄປມາທາງໃດ ບໍ່ວ່າທາງບົກ ທາງນ້ຳ ຫຼື ທາງອາກາດ ຄົນລາວນອກ ຈະຕ້ອງເສັຽຄ່າໂດຍສານ ຫຼາຍກວ່າຄົນລາວໃນ. ອັນນີ້, ແມ່ນ ຄວາມເປັນຈີງ ຫລືທ່ານ ຄິດວ່າຢ່າງໃດ ສ່ວນຄຳວ່າ “ລາວນອກ ແລະ ລາວໃນ" ນັ້ນ Maysoly ຄິດວ່າ ຄົງບໍ່ແມ່ນ ແຕ່ຄົນລາວເຮົາ ທີ່ມັກເອີ້ນກັນ “ລາວນອກ-ລາວໃນ” ເທົ່ານັ້ນ ປະເທດ ອື່ນ ເຂົາກໍເວົ້າກັນ ຕົວຢ່າງ ປະເທດໄທ ຊື່ງເປັນປະເທດ ເພື່ອນບ້ານ ຂອງລາວ ເພີ່ນກໍເວົ້າວ່າ ຄົນໄທນອກ-ຄົນໄທໃນ ເຊັ່ນດຽວກັນ. ແຕ່ທີ່ສຳຄັນນັ້ນ ພວກເພີ່ນ ບໍ່ໄດ້ໄຈ້ແຍກ ສິດທິຂອງພົລເມືອງ ເໝືອນດັ່ງກັບ “ຄົນລາວນອກ-ລາວໃນ” ເພາະຣັຖບານ ຂອງປະເທດນີ້ ໃຫ້ສິດເສຣີພາບ ທາງດ້ານການເມືອງ ກັບພົລເມືອງ ຂອງຕົນ ເທົ່າທຽມກັນ ເຊັ່ນວ່າ ຄົນໄທ ເຖິງແມ່ນຈະໄປຢູ່ ຕ່າງປະເທດ ເປັນເວລາດົນນານ ແຕ່ກໍບໍ່ເຄີຽ ຖຶກຕັດສິດ ທາງດ້ານການເມືອງ ແລະ ຊັບສິນ ດັ່ງຈະເຫັນໄດ້ວ່າ ໃນທຸກໆ ເທື່ອ ທີ່ມີການເລືອກຕັ້ງ ປະຊາຊົນ ທີ່ໄປຢູ່ ຕ່າງປະເທດ ກໍມີສິດເລືອກຕັ້ງ ນີ້ຄືຄວາມແຕກຕ່າງ ທີ່ຄົນລາວນອກ ບໍ່ມີຄືຄົນໄທ. ບັດນີ້ ຂໍ້ສເນີ ຂອງທ່ານ ກ່ຽວກັບ ອົງການNGO ນັ້ນ ກ່ອນອື່ນ ຢາກຈະໃຫ ້ເຂົ້າໃຈ ເຖີງເປົ້າໝາຍຂອງ NGO ກ່ອນວ່າ ເຂົາຈັດຕັ້ງຂຶ້ນ ມາເພື່ອຫຍັງ ໂດຍປົກຕິແລ້ວ ເຂົ້າໃຈວ່າ ອົງການ ເຫຼົ່ານີ້ ຖືກຕັ້ງຂຶ້ນມາ ບົນພື້ນຖານ ຂອງການປົກປ້ອງ ຄຸ້ມຄອງສິດທີ ແລະ ເສຣີພາບ ຕລອດຈົນຜົນປໂຍດ ພື້ນຖານ ຕ່າງໆ ຂອງປະຊາຊົນ ທົ່ວໄປ ແລະ ທີ່ສຳຄັນ ກໍຄືການພິທັກສິດທິ ແລະ ຜົນປໂຍດ ຂອງປະຊາຊົນ ຜູ້ດ້ອຍໂອກາດ. ສຳລັບ ສປປ.ລາວ ນັ້ນ ຄິດວ່າຣັຖບານ ຈະອານຸຍາດໃຫ້ NGO ເຂົ້າໄປເຄື່ອນໄຫວ ຢູ່ລາວໄດ້ ກໍຕໍ່ເມື່ອອົງການ ນັ້ນ ບໍ່ມີແນວທາງ ຂັດແຍ້ງຕາມແຜນການ ແລະ ນະໂຍບາຍຂອງ ຣັຖບານລາວ ຈຶ່ງໄດ້ຮັບອານຸຍາດ ເຂົ້າໄປລາວ. ສະນັ້ນ, ການທີ່ວ່າ NGO ຈະເຂົ້າໄປເຄື່ອນໄຫວ ດ້ານການເມືອງຢູ່ລາວ ຄົງເປັນໄປໄດ້ຍາກ.

ທີ່ກ່າວມານີ້ ບໍ່ຮູ້ວ່າຈະຊ່ອຍປັດເປົ່າ ຄວາມບໍ່ສະບາຍໃຈ ຂອງທ່ານ “ຄົນລາວ ນະຫາດຊາຍ ຟອງ” ໄດ້ຫລືບໍ່? ຢ່າງໃດກໍຕາມ Maysoly ຫວັງວ່າ ໂອກາດໜ້າ ຖ້າທ່ານ ມີເວລາວ່າງ ພວກເຮົາ ຄົງຈະໄດ້ ້ຮັບຈມ. ຈາກທ່ານອີກ.

ທ່ານຜູ້ຟັງ ທີ່ເຄົາຣົບ ພໍເວົ້າມາເຖິງຕອນນີ້ ເວລາ ແຫ່ງລາຍການ ກໍໃກ້ຈະໝົດລົງ ພໍດີ ສະນັ້ນ ກ່ອນ ຈາກກັນ ໃນມື້ນີ້ Maysoly ຂໍຝາກສຽງເພັງ ທີ່ມີຊື່ວ່າ “ເຈົ້າກໍ່ລາວ ຂ້ອຍກໍ່ລາວ” ຊຶ່ງ ເປັນຜົນງານ ແລະ ສຽງຂັບຮ້ອງ ຂອງທ່ານ “ອານຸລົມ ອານຸລັກ” ສີລປີນລາວຕ່າງແດນ ທີ່ ສະຫະຣັດອະເມຣິກາ ເພັງນີ້ ຂໍມອບໃຫ້ແດ່ ພີ່ນ້ອງລາວ ທຸກຖ້ວນໜ້າ ທັງພາຍໃນ ແລະ ຕ່າງປະເທດ ເຊີນຟັງຮ່ວມກັນ.

----(ເພັງ)----

ທ່ານຜູ້ຟັງ ທີ່ເຄົາຣົບ ເວລາ ແຫ່ງລາຍການ ຕອບຈົດໝາຍໃນມື້ນີ້ ກໍໄດ້ສີ້ນສຸດລົງ ພຽງເທົ່ານີ້ ເຊີນທ່ານ ພົບກັບລາຍການ ນີ້ໄດ້ໃໝ່ໃນວັນພະຫັດ ໜ້າ. ຂໍຄວາມສຸກ ສວັດດີ ຈົ່ງມີແດ່ທ່ານ ຜູ້ຟັງທຸກໆ ທ່ານ. ສະບາຍດີ.

ສເນີໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.