ວັນທີ 16 ເດືອນ ພືສພາ ປີ 2007
2007.05.16
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບກັນອີກຕາມເຄີຍ ໃນລາຍການ ຕອບຈົດໝາຍ ປະຈຳສັປດາ Maysoly ຫວັງໃຈ ເປັນຢ່າງຍິ່ງວ່າ ຜູ້ທີ່ເປັນແຟນ ຫລືວ່າ ເປັນເຈົ້າຂອງ ຈົດໝາຍ ກໍຄົງ ຈະກຳລັງ ໃຫ້ກຽດ ຮັບຟັງ ຢູ່ຕິເນາະ ເພື່ອບໍ່ເປັນການ ເສັຍເວລາ ຂໍເຊີນທຸກໆ ທ່ານເຂົ້າສູ່ລາຍ ການເລີຍ.
ຈົດໝາຍ ສະບັບທຳອິດ ໃນລາຍການ ຂອງພວກເຮົາ ໃນມື້ນີ້ ກໍ່ຄືຂອງ ແຟນລາຍການ ຕອບຈມ. ທ່ານນຶ່ງ ທີ່ເປັນຊາວໄທ ໃນຈມ. ເພີ່ນຂຽນ ມາດັ່ງນີ້:
“ເຖິງຜູ້ຈັດລາຍການ ພາກ ພາສາລາວ ທີ່ເຄົາຣົບ ກ່ອນອື່ນ ຕ້ອງຂໍອະພັຍ ນຳຫລາຍໆ ທີ່ຂຽນໂຕໜັງສ ືບໍ່ງາມ ເຮັດໃຫ້ຜູ້ອ່ານ ຕ້ອງລຳບາກ ໃນການອ່ານ. ຂ້າພະເຈົ້າ ເປັນແຮງງານໄທ ຜູ້ນຶ່ງທີ່ ໄຕ້ຫວັນ ຢູ່ເຂດຈັ່ງຮົ້ວ ເນື່ອງຈາກ ທາງວິທຍຸ ພາກພາສາໄທ rti. ໄດ້ມອບວິທຍ ຸຄື້ນສັ້ນ ໃຫ້ເປັນ ຣາງວັນ ກໍ່ຮູ້ສຶກ ດີໃຈ ນອກຈາກ ຈະມີພາສາໄທ ໃຫ້ຟັງແລ້ວ ຂ້າພະເຈົ້າ ຍັງຮັບຟັງ ພາສາລາວ ໄດ້ນຳອີກ. ພາສາລາວ ນັ້ນ ກໍພໍຟັງເຂົ້າໃຈ ຢູ່ດອກ ແຕ່ກໍມີບາງຄຳ ທີ່ຟັງບໍ່ອອກ ຜົນການ ຮັບຟັງຢູ່ນີ້ກໍຄື ຄື້ນສັ້ນ 8445 ແລະ 9785 ສຽງບາງເທື່ອ ເປັນສຽງສູງໆ ຕ່ຳໆ ເປັນລະຍະໆ ຕລອດລາຍການ ບາງມື້ກໍງຽບໄປເລີຍ ຟັງບໍ່ໄດ້ຊ້ຳ ແຕ່ເຖິງຢ່າງໃດ ກໍຕາມ ຂ້າພະເຈົ້າ ກໍ່ຍັງພຍາຍາມຟັງ ເລື້ອຍໆ ເພາະບໍ່ມີຫຍັງ ຟັງ ຖ້າລາຍການ ພາສາລາວ ຟັງຊັດເຈນ ກວ່ານີ້ ຄົງ ຈະດີບໍ່ໜ້ອຍ ຂ້າພະເຈົ້າ ມີຄຳຖາມ ຢາກຈະຖາມ ຜູ້ຈັດລາຍການ ແດ່ວ່າ ລາຍການນີ້ ອອກອາກາດ ຢູ່ໃສ ເພາະ ບາງເທື່ອ ເປີດວິທຍຸຮັບຟັງ ບໍ່ຖຶກ ເວລາ ຢ່າງໃດ ກໍຕາມ ຊ່ວຍສົ່ງຕາ ຣາງອອກອາກາດ ມາໃຫ້ເບີ່ງ ນຳດ້ວຍ ຂໍໃຫ້ເປັນພາສາໄທ ເດີ້. ຖ້າບໍ່ດັ່ງນັ້ນ ຊ່ວຍຕອບ ມາທາງ ອາກາດດ້ວຍ ສຸດທ້າຍນີ້ ຂໍອວຍພອນ ໃຫ້ຜູ້ຈັດລາຍການ ພາກພາສາລາວ ທຸກໆ ທ່ານ ຈົ່ງມີຄວາມສຸກ ກັບບຸນປີໃໝ່ດ້ວຍ”.
ນັ້ນກໍຄືຈມ. ຂອງທ່ານ ”ສຸຣິນ ສຸພະປຣະດາ” ທີ່ຂຽນຈມ. ແລະແຈ້ງຜົນການຮັບຟັງ ເຖິງພວກເຮົາ ເຖິງແມ່ນວ່າ ຈະຢູ່ໄກແສນໄກ Maysoly ກໍຍັງບໍ່ແນ່ໃຈວ່າ ຄື້ນວິທຍ ຸທີ່ທ່ານຟັງຢູ່ນັ້ນ ຈະແມ່ນ ຄື້ນຂອງ ພວກເຮົາ ຫຼືບໍ່? ເຖິງຢ່າງ ໃດກໍຕາມ Maysoly ຍິນດີຈະແຈ້ງ ລາຍການ ອອກອາກາດ ໃຫ້ທ່ານຊາບເລີຍ ເນາະ ລາຍການ ທີ່ທ່ານຮັບຟັງ ຢູ່ນີ້ ຄື ວິທຍຸເອເຊັຽເສຣີ ພາກພາສາລາວ ທຳການ ກະຈາຍສຽງທຸກໆ ວັນ ຈາກກຸງ Washington DC ຕອນເຊົ້າພວກເຮົາ ຈະເລີ້ມແຕ່ ເວລາ 7 - 8 ໂມງ ດ້ວຍຂນາດຄື້ນສັ້ນ 15545 ແລະ 15690 KHz. ສ່ວນຕອນແລງ ນັ້ນ ພວກເຮົາ ຈະເລີ້ມ ອອກອາກາດ ແຕ່ເວລາ 6 - 7 ໂມງ ດ້ວຍຂນາດ ຄື້ນສັ້ນ ເຊັ່ນດຽວກັນ ຄື 9355 ແລະ 15560 KHz. ທີ່ກ່າວມານີ້ ຫວັງວ່າ ຄົງຈະຊ່ວຍ ຕອບຄຳຖາມ ຂອງ ທ່ານ ສຸຣິນ ທີ່ໄຕ້ຫວັນ ໄດ້ແດ່ ບໍ່ຫຼາຍກໍໜ້ອຍ ຂໍຂອບໃຈ ທີ່ທ່ານໄດ້ໃຫ້ກຽດ ຕິດຕາມ ຮັບຟັງ ລາຍການ ພາກ ພາສາລາວ ຂອງ RFA ໂອກາດ ໜ້າຂໍເຊີນຂຽນ ຈມ.ເຖິງພວກເຮົາໄດ້ອີກ.
ຈມ.ສະບັບ ຕໍ່ໄປກໍຄື ຂອງທ່ານ ຜູ້ໃຊ້ນາມວ່າ ”ລູກສັນພູວຽງ” ຂຽນຈາກ ປະເທດຝຣັ່ງເສດ ເພີ່ນ ຂຽນມາດັ່ງນີ້: “ສະບາຍດີ Maysoly ພ້ອມດ້ວຍທີມງານ RFA ກ່ອນອື່ນຫວັງວ່າທຸກໆ ຄົນ ຄົງສະບາຍດີ ຂໍຣົບກວນ ຊ່ວຍອ່ານ ຈົດໝາຍ ສະບັບນີ້ດ້ວຍ ຂ້າພະເຈົ້າ ມີຂໍ້ຄິດ ສ່ວນຕົວ ກ່ຽວກັບ ເຣື່ອງທີ່ທາງ ການລາວ ປະກາດວ່າ ຢາກໃຫ ້ປະຊາຊົນລາວ ນອກ ກັບໄປສ້າງສາ ພັທນາ ປະເທດ ຊ່ວຍກັນ ອັນນີ້ ຄິດວ່າ ຄົງຈະມ ີແຕ່ພວກ ຕາຍແລ້ວ ບໍ່ຫລາບ ເທົ່ານັ້ນ ທີ່ຄິດ ຈະກັບຄືນເມືອ ທ່ານຮູ້ບໍ່ ວ່າຢູ່ໃນປະເທດລາວ ເອງ ມີນັກປັນຍາຊົນ ລາວລຸ້ນໃໝ່ ຈຳນວນ ຫລວງຫລາຍ ຜູ້ຊຶ່ງຢາກເຂົ້າ ຮ່ວມໃນການສ້າງສາ ປະເທດຊາດ ແຕ່ກໍເຮັດຫຍັງ ບໍ່ໄດ້ ເພາະທຸກສິ່ງ ທຸກຢ່າງ ແມ່ນຕ້ອງ ລໍຖ້າ ຄຳສັ່ງຈາກ ຮານອຍ ຂ້າພະເຈົ້າ ຄິດວ່າ ຕາບໃດ ທີ່ເມືອງລາວ ບໍ່ມີການ ຄວບຄຸມ ຈາກອົງການ ສາກົນ ໃຫ້ມີການເລືອກຕັ້ງ ແບບເສຣີ ຄືມີຫລາຍພັກ ການເມືອງ ຄົງຈະບໍ່ມີຫຍັງ ປ່ຽນແປງໄດ້ ປັດຈຸບັນນີ້ ແມ່ນແຕ່ຜູ້ໃ ດຕິຕຽນພວກເພີ່ນ ຫນ້ອຍນຶ່ງ ກໍຈະຖຶກຈັບໄປ ແລ້ວ ດັ່ງສຸພາສິດ ລາວ ເພີ່ນເວົ້າວ່າ “ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ” ອີກປະການນຶ່ງ ຂ້າພະເຈົ້າ ບໍ່ເຂົ້າໃຈວ່າ ເປັນຫຍັງ ປະເທດຣັດເຊັຽ ທີ່ປົກຄອງ ດ້ວຍລະບອບ ຄອມມິວນິສ ກໍຍັງປ່ຽນ ເປັນປະເທດທຶນ ນິຍົມໄປແລ້ວ ສ່ວນຜູ້ນຳລາວ ກໍຍັງປະກາດສເມີວ່າ ຈະກ້າວຂຶ້ນໜ້າ ໃນທິດທາງ ຂອງສັງຄົມນິຍົມ ຢ່າງບໍ່ລົດ ລະ ແບບຫລັບຫ ູຫລັບຕາ ອັນນີ້ກໍພາໃຫ້ໜ້າຄິດ.” ວ່າຊັ້ນ.
ທີ່ກ່າວມານ ກໍຄືຈົດໝາຍຂອງ “ລູກສັນພູວຽງ” ຂຽນຈາກປະເທດ ຝຣັ່ງເສດ ທ່ານຜູ້ຟັງ ທີ່ເຄົາຣົບ ເພື່ອ ເປັນການປ່ຽນ ບັນຍາກາດ ພໍເວົ້າມາເຖິງ ຕອນນີ້ Maysoly ຂໍເຊີນທ່ານ ຟັງເພງອອນຊອນ ເພງນຶ່ງ ຊຶ່ງເປັນເພງ ດັງ ໃນອະດີດ ເພງນີ້ມີຊື່ວ່າ “ຫ່າງຮັກ” ຈາກ ສຽງຂັບຮ້ອງຂອງ ”ຮຸ່ງຟ້າ ດວງໃໝ່” ຂໍມອບ ເປັນຄວາມສຸກ ແກ່ທຸກໆ ທ່ານ ທີ່ເປັນແຟນ ລາຍການຕອບຈມ. ຢູ່ໃນຂນະນີ້ ເຊີນຮັບຟັງໄດ້.
---(ເພງ)---
ທ່ານກໍໄດ້ ຜ່ອນອາຣົມ ນຳສຽງເພງ ”ຫ່າງຮັກ” ຂອງ ”ຮຸ່ງຟ້າ” ໄປແລ້ວ ອັນດັບຕໍ່ໄປ ຂໍເຊີນ ທ່ານ ກັບເຂົ້າ ສູ່ລາຍການ ອີກ. ຈມ. ສະບັບຕໍ່ໄປທີ່ Maysoly ຈະນຳ ມາອ່ານ ສູ່ທ່ານຟັງ ກໍຄື ຈມ.ຂອງ ”ຟົງລີ້” ຂຽນຈາກ ເມືອງ Stockton ຣັດ California ໃນຈມ. ເພີ່ນບອກວ່າ:
“ສະບາຍດີ ຄະນະຈັດ ລາຍການວິທຍຸ ເອເຊັຽເສຣີ ທີ່ຮັກແພງ ຂ້າພະເຈົ້າ ໄດ້ຕິດຕາມ ຂ່າວຄາວ ຈາກ ວິທຍຸ ຂອງ ພວກທ່ານ ເປັນປະຈຳ ເມື່ອບໍ່ນານມານີ້ ໄດ້ຟັງຂ່າວ ກ່ຽວກັບ ເຣື່ອງທີ່ວ່າ ຣັຖບານ ສປປ. ລາວ ໄດ້ເຊົ່າທີ່ດິນ ໃຫ້ຄົນຕ່າງດ້າວ ເຂົ້າມາປູກຕົ້ນຢາງ ພາຣາ ແລະ ພືດເສຖກິດ ອື່ນໆ ໃນສປປ.ລາວ ຂ້າພະເຈົ້າ ຢາກ ຂໍອອກຄວາມຄິດ ເຫັນສ່ວນຕົວ ວ່າ ແຜ່ນດິນລາວ ຍັງບໍ່ ມີພຽງພ ໍຕໍ່ຄວາມ ຕ້ອງການ ຂອງປະຊາຊົນລາວ ຢູ່ແລ້ວ ເປັນຫຍັງ ເພີ່ນຈຶ່ງໃຫ້ ຄົນຕ່າງຊາດ ເຂົ້າມາ ເຊົ່າທີ່ດິນ ຂ້າພະເຈົ້າ ຢາກຖາມ ຣັຖບານລາວ ວ່າ ຖ້າເພີ່ນເຫັນວ່າ ການປູກຕົ້ນຢາງ ພາຣາ ເປັນພືດ ທີ່ມີລາຄາດີ ເພື່ອ ຈະນຳໄປຂາຍ ໃນທົ່ວໂລກ ເປັນຫຍັງ ເພີ່ນບໍ່ສົ່ງເສີມໃຫ້ ປະຊາຊົນ ຄົນລາວ ເປັນຜູ້ປູກເອງ ໂດຍເປັນ ເຈົ້າຂອງ ທີ່ດິນອີກຊ້ຳ ບໍ່ຈຳເປັນ ໃຫ້ຄົນຕ່າງດ້າວ ເຂົ້າມາເຊົ່າ ແລະ ຍັງໃຫ້ລູກຫລານ ລາວ ໄປເປັນລູກຈ້າງ ໃຫ້ພວກເຂົາເຈົ້າ ນຳອີກ.”
ທີ່ກ່າວມາ ກໍ່ຄືຈມ.ຂອງ ຟົງລີ້ ທີ່ເມືອງ Stockton ຣັດ California. ຈມ. ສະບັບຕໍ່ໄປ ກໍຄື ຂອງ ແຟນລາຍການ ທ່ານນຶ່ງ ຂຽນຈາກ ປະເທດຣັດເຊັຽ ເພິ່ນບອກວ່າ ເປັນຈມ. ສະບັບທຳອິດ ທີ່ໄດ້ຂຽນ ມາຮ່ວມ ແລະ ໄດ້ຕິດຕາມ ຮັບຟັງ ລາຍການ ຂອງ RFA ຕລອດມາ ໂດຍສະເພາະ ຂ່າວພາກແລງ. Maysoly ຂໍຂອບໃຈນຳ ນ້ອງຄົນລາວ ທີ່ປະເທດຣັດເຊັຽ ທີ່ອົດສາ ຂຽນຈມ. ເຖິງ RFA ສ່ວນ ບັນຫາ ທີ່ນ້ອງເວົ້າມາ ນັ້ນ ພວກເຮົາ ຮູ້ສຶກເສັຽໃຈ ນຳ ທີ່ບໍ່ສາມາດ ຕອບສນອງ ຄວາມຕ້ອງການ ຂອງນ້ອງໄດ້ ເຖິງຢ່າງໃດກໍຕາມ ຂໍໃຫ້ນ້ອງ ເປັນຜູ້ໂຊກດີກໍແລ້ວກັນເນາະ ໂອກາດໜ້າ ຄິດວ່າ ຄົງຈະໄດ້ຮັບຈມ. ຈາກນ້ອງອີກ.
ທ່ານຜູ້ຟັງ ທີ່ເຄົາຣົບ ພໍເວົ້າມາ ເຖິງຕອນນີ້ ເວລາ ແຫ່ງລາຍການ ຕອບຈມ. ກໍໃກ້ຈະໝົດລົງ ແລ້ວ ສະນັ້ນ ເພື່ອ ບໍ່ເສັຽເວລາ Maysoly ຂໍເຊີນທ່ານ ຟັງເພງດັງໃ ນອະດີດ ອີກເພງນຶ່ງ ຊຶ່ງກໍເປັນເພງ ທ້າຍລາຍການ ຂອງພວກເຮົາ ໃນມື້ນີ້ ເພງນີ້ ມີຊື່ວ່າ “ຫົວໃຈຣຳພັນ” ຈາກສຽງ ຂັບຮ້ອງຂອງ ”ທອງໃບ ບຸພະສິຣິ” ເຊີນຮັບຟັງໄດ້.
---(ເພງ)---
ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈມ. ໃນມື້ນີ້ ເວລາ ກໍໝົດລົງ ພຽງເທົ່ານີ້ແລ້ວ Maysoly ຂໍເຊີນທ່ານ ຜູ້ທີ່ສົນໃຈຈົ່ງ ຕິດຕາມ ຮັບຟັງໄດ້ໃໝ່ ໃນວັນ ພະຫັດໜ້າ ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຣາຍການອື່ນໆ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 9 ເດືອນ ພືສພາ ປີ 2007
- ວັນທີ 2 ເດືອນ ພືສພາ ປີ 2007
- ວັນທີ 25 ເດືອນ ເມສາ ປີ 2007
- ວັນທີ 18 ເດືອນ ເມສາ ປີ 2007
- ວັນທີ 11 ເດືອນ ເມສາ ປີ 2007
- ວັນທີ 4 ເດືອນ ເມສາ ປີ 2007
- ວັນທີ 28 ເດືອນ ມິນາ ປີ 2007
- ວັນທີ 21 ເດືອນ ມິນາ ປີ 2007
- ວັນທີ 14 ເດືອນ ມິນາ ປີ 2007
- ວັນທີ 7 ເດືອນ ມິນາ ປີ 2007
- ວັນທີ 28 ເດືອນ ກຸມພາ ປີ 2007
- ວັນທີ 21 ເດືອນ ກຸມພາ ປີ 2007
- ວັນທີ 14 ເດືອນ ກຸມພາ ປີ 2007
- ວັນທີ 7 ເດືອນ ກຸມພາ ປີ 2007
- ວັນທີ 31 ເດືອນ ມົກກະຣາ ປີ 2007
- ວັນທີ 24 ເດືອນ ມົກກະຣາ ປີ 2007
- ວັນທີ 17 ເດືອນ ມົກກະຣາ ປີ 2007
- ວັນທີ 10 ເດືອນ ມົກະຣາ ປີ 2007
- ວັນທີ 3 ເດືອນ ມົກກະຣາ ປີ 2007
- ວັນທີ 20 ເດືອນ ທັນວາ ປີ 2006
- ວັນທີ 13 ເດືອນ ທັນວາ ປີ 2006
- ວັນທີ 6 ເດືອນ ທັນວາ ປີ 2006
- ວັນທີ 29 ເດືອນ ພຶສະຈິກາ ປີ 2006
- ວັນທີ 22 ເດືອນ ພຶສະຈິກາ ປີ 2006
- ວັນທີ 15 ເດືອນ ພຶສະຈິກາ ປີ 2006