ວັນທີ 4 ເດືອນ ເມສາ ປີ 2007


2007.04.04

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການ ຕອບຈມ. ກໍໄດ້ວຽນມາ ຄົບຮອບອີກ ຕາມເຄີຽ. ຫວັງໃຈວ່າທຸກໆ ທ່ານ ທີ່ເປັນແຟນລາຍການ ຄົງບໍ່ລືມເປີດ ວິທຍຸຮັບຟັງ ເພື່ອບໍ່ເປັນ ການເສັຍເວລາ Maysoly ຂໍເຊີນທຸກໆທ່ານ ເຂົ້າສູ່ ລາຍການເລີຽ.

ຈມ. ສະບັບທຳອິດ ທີ່ຈະນຳ ມາອ່ານສູ່ທ່ານ ຟັງໃນມື້ນີ້ ກໍຄືຈມ.ຂອງ ”ເພື່ອນດົງໂດກ.” ມື້ນີ້ເພີ່ນຂຽນມາວ່າ:

“ສະບາຍດີທຸກໆ ທ່ານ ທີ່ວິທຍຸເອເຊັຽເສຣີ ຂ້າພະເຈົ້າ ແລະ ພີ່ນ້ອງລາວ ໃນຣັດ OHIO. ໄດ້ຕິດຕາມ ຮັບຟັງ ລາຍການ ຂອງ RFA. ເປັນປະຈຳ ເນື່ອງ ໃນໂອກາດ ບຸນປີໃໝ່ ລາວ ທີ່ຈະມາເຖິງນີ້ ຂ້າພະເຈົ້າ ແລະ ຄົນລາວ ທີ່ຣັດ OHIO. ຂໍອວຍພອນ ໃຫ້ພີ່ນ້ອງລາວ ຮ່ວມຊາດ ທີ່ຢູ່ປະເທດລາວ ຮວມທັງຢູ່ຕ່າງປະເທດ ຈົ່ງປະສົບແຕ່ ຄວາມສຸກ ສະບາຍ ຟ້າໃໝ່ປີໃໝ່ນີ້ ຂໍໃຫ້ທ່ານ ຜູ້ມີຈິດໃຈ ຮັກຫອມ ຄວາມເປັນທັມ ແລະ ຮັກເຊື້ອ ແພງຊາດ ທັງຫຼາຍ ຈົ່ງລະຄວາມຄິດ ທີ່ບໍ່ເປັນທັມ ກັບຄືນສູ່ແນວຄິດ ຊື່ສັດ ມີ ອະຣິຍະທັມ ເພື່ອປໂຍດ ແລະ ຄວາມສຸກຮົ່ມເຢັນ ຂອງສັງຄົມລາວ. ນອກຈາກນີ້ ຂ້າພະເຈົ້າ ຂໍຝາກ ຄະຕິເຕືອນໃຈ ສັ້ນໆ ມາຍັງຊາຍໜຸ່ມ-ຍິງສາວລາວ ຜູ້ຊຶ່ງເປັນກະດູກ ສັນຫຼັງ ຂອງຊາດ ຢ່າໄດ້ມົວເມົາ ນຳກະແສສັງຄົມໂລກ ພາຍນອກ ຫຼາຍ ຂໍໃຫ້ພວກທ່ານ ຈົ່ງຕັ້ງໜ້າ ຕັ້ງຕາ ທຳໜ້າທີ່ ໃຫ້ດີທີ່ສຸດ. ສົມເປັນ ຜູ້ປົກປັກຮັກສາ ມໍຣະດົກ ຂອງ ຊາດລາວ ໃຫ້ເຫຼືອໄວ້ ເປັນ ຂອງຄົນລາວ ເຊັ່ນຕົວຢ່າງ ໃນປັດຈຸບັນນີ້ ມີຂ່າວວ່າ ທາງພັກຣັດ ເພີ່ນ ໄດ້ຂຸດຄົ້ນ ບໍ່ຄຳ ບໍ່ເງິນ ບໍ່ທອງແດງ ຖ່ານຫີນ ປ່າໄມ້ ແຮ່ທາດ ອັນລ້ຳຄ່າ ພ້ອມທັງສ້າງ ຂົວ ຂ້າມແມ່ນ້ຳ ຂອງຂຶ້ນອີກ ໃນຫຼາຍແຫ່ງ. ສະນັ້ນ ຈຶ່ງຂໍເຕືອນ ຍິງສາວລາວ ຫຼືຊາຍໜຸ່ມ ຢ່າພາກັນ ສ່ຽງໄປ ເຮັດວຽກ ເຮັດການ ຢູ່ຕ່າງປະເທດເລີຽ, ແລະຫຼາຍໆ ຄົນທີ່ມີຂ່າວວ່າໄປ ເຮັດວຽກແລ້ວ ກໍຖຶກບັງຄັບ ໃຫ້ຂາຍບໍຣິການ ທາງເພດ ຂາຍແຮງງານ ຕົນເອງ ການກະທຳ ເຊັ່ນນັ້ນ ມັນລ້າສມັຍ ແລ້ວ ຫຼື ຜູ້ທີ່ໄປແລ້ວ ກໍຂໍໃຫ້ພວກທ່ານ ຈົ່ງກັບຄືນ ໄປສ້າງສາ ພັທນາ ບ້ານເກີດ ເມືອງນອນ ຂອງພວກເຮົາສາ ຖ້າບໍ່ດັ່ງນັ້ນ, ມັນຈະເປັນຊ່ອງວ່າງ ໃຫ້ຊາດອື່ນມາ ເອົາໄປ.” ວ່າຊັ້ນ.

ທີ່ກ່າວມານີ້ ກໍຄືເນື້ອໃນ ໃຈຄວາມໃນ ຈມ.ຂອງເພື່ອນດົງໂດກ. ຂໍຂອບໃຈ ທີ່ສົ່ງພອນ ປີໃໝ່ ເຖິງພີ່ນ້ອງລາວ ຟັງແລ້ວ ກໍພາໃຫ້ໜ້າຄິດ ແມ່ນບໍ່ ທ່ານຜູ້ຟັງ.

ຈມ. ສະບັບຕໍ່ໄປ ຂຽນຈາກ “ລູກລາວເຂົ້າໜຽວ” ທີ່ເມືອງ Elgin ຣັດ Illinois ຮູ້ສຶກວ່າ ຫຼັງໆ ນີ້ ເພີ່ນ ໄດ້ຫາຍງຽບ ໄປຈາກ ລາຍການຕອບຈມ. ໃນລະຍະນຶ່ງ ຢ່າງໃດ ກໍຕາມ ຫວັງວ່າ ລູກລາວ ເຂົ້າໜຽວ ຄົງສະບາຍດີ ຢູ່ຕິເນາະ ໃນຈມ.ເພີ່ນຂຽນມາດັ່ງນີ້:

“ສະບາຍດີພີ່ນ້ອງລາວ ທີ່ວິທຍຸເອເຊັຽເສຣີ ທີ່ຂຽນຈມ.ມາຮ່ວມໃນມື້ນີ້ ຂ້າພະເຈົ້າ ມີຂໍ້ຄິດ 3 ຂໍ້ ຢາກ ຝາກເຖິງ ພີ່ນ້ອງລາວ ໃນປະເທດລາວ ແລະ ນອກປະເທດ ນຳໄປຄິດ ປັນການບ້ານຊ່ວຍກັນ. ຂໍ້ທີ 1) ເປັນດ້ວຍເຫດໃດ ຊາດລາວ ເຮົາຈຶ່ງຕົກເປັນ ເມືອງຂຶ້ນ ຂອງຊາດອື່ນ ຕັ້ງແຕ່ອະດີດ ເຖິງປັດຈຸບັນ. ຂໍ້ທີ 2) ໃນອະນາຄົດ ຄວາມ ເປັນຄວາມຕາຍ ຂອງຊາດລາວ ໃນປັດຈຸບັນນີ້ ພວກທ່ານ ມີຄວາມຄິດ ແນວໃດ ເພື່ອໃຫ້ ຊາດລາວ ເຮົາຢືນຍົງ ຕໍ່ໄປ. ຂໍ້ທີ 3) ບັນພະບູຣຸດ ຂອງລາວ ເພີ່ນເຄີຽ ສັ່ງລູກສັ່ງຫຼານ ເອົາໄວ້ວ່າ “ຈົ່ງຮັກສາ ຄວາມເປັນ ຊາດລາວ ແລະ ຜືນແຜ່ນດິນລາວ ດ້ວຍກຽດ ສັກສີ ແລະ ຊີວິດ” ທ່ານ ມີຄວາມຄິດ ແນວໃດ ຕໍ່ຄຳເວົ້າ ຂອງບັນພະບູຣຸດລາວ ຄຳນີ້.”

ທີ່ກ່າວມານີ້ ກໍຄືຂໍ້ຄິດ ເຫັນຂອງ ”ລູກລາວເຂົ້າໜຽວ” ຂໍໃຫ້ທ່ານຜູ້ຟັງ ຈົ່ງຊ່ວຍນຳໄປ ຄິດຊ່ວຍກັນ ເນາະ ຖ້າມີຄຳຕອບ ແນວໃດ ຈະສົ່ງມາ ທາງລາຍການຕອບຈມ. Maysoly ກໍຍິນດີ ຈະນຳມາ ອ່ານສູ່ ທ່ານຟັງ.

ທ່ານຜູ້ຟັງ ທີ່ເຄົາຣົບ ເພື່ອເປັນການ ປ່ຽນບັນຍາກາດ ກ່ອນທ່ານຈະໄດ້ຮັບຟັງ ຈົດໝາຍ ສະບັບຕໍ່ໄປ ຂໍເຊີນ ທ່ານຟັງ ເພັງລາວ ທີ່ມີຄວາມໝາຍ ສຳລັບພີ່ນ້ອງລາວ ເຮົາເສັຽກ່ອນເນາະ ເພັງນັ້ນມີຊື່ວ່າ “ປູ່ສອນຫລານ” ແຕ່ງ ແລະ ຂັບຮ້ອງໂດຍ “ສິດດົງໂດກ” ເຊີນຮັບຟັງໄດ້.

( ເພັງປູ່ສອນຫລານ )

ທ່ານຜູ້ຟັງທີ່ເຄົາຣົບ ທ່ານ ກໍໄດ້ຟັງເພັງ ປູ່ສອນຫລານ ຂອງສິດດົງໂດກ ຜ່ານໄປ ແລ້ວ ເພື່ອບໍ່ເສັຽເວລາ ຂໍເຊີນ ທ່ານຕິດຕາມ ຮັບຟັງ ຈມ. ຂອງຜູ້ຟັງ ສະບັບຕໍ່ໄປ ໄດ້ເລີຽ.

ສະບັບນີ້ ຂຽນຈາກ ບ້ານທ່າແຂກ ປະເທດລາວ. ໃນຈມ. ຂຽນບອກວ່າ: “ສະບາຍດີທຸກໆ ຂ້າພະເຈົ້າ “ທ້າວບຸນນຳ” ຂໍສົ່ງຈົດໝາຍ ສະບັບນີ້ ມາຂໍຄວາມ ຊ່ວຍເຫຼືອ ຈາກທ່ານ ຊ່ວຍ ອອກອາກາດ ຖາມຂ່າວຫາ ນ້ອງຊາຍ ຂອງຂ້າພະເຈົ້າ ແດ່ ບໍ່ຮູ້ວ່າ ລາວຍັງມີຊີວິດ ຢູ່ບໍ່? ຂ້າພະເຈົ້າ ມີຄວາມເສັຽໃຈ ທີ່ປະເທດລາວ ເຮົາ ຍາກຈົນຫຼາຍ ຈຶ່ງບໍ່ໄດ້ສົ່ງສິ່ງໃດ ມາເປັນຂອງ ທີ່ຣະລຶກ ໃຫ້ທ່ານ ອະພັຍໂທດແດ່.” ວ່າຊັ້ນ.

Maysoly ຂໍຂອບໃຈ ”ທ້າວບຸນນຳ” ທີ່ໄດ້ຂຽນຈມ. ມາຮ່ວມ ເພື່ອສົ່ງຂ່າວ ຫານ້ອງຊາຍ ໜ້າເສັຽດາຍ ທີ່ເພີ່ນບໍ່ໄດ້ ບອກຊື່ມານຳ. ຢ່າງໃດກໍຕາມ ຄຳເວົ້າທີ່ທ່ານ ເວົ້າວ່າ ບໍ່ມີຫຍັງ ສົ່ງໃຫ້ ເພາະ ປະເທດລາວ ຍາກຈົນຫຼາຍ. ອັນນີ້ ກໍບໍ່ສຳຄັນດອກ ສຳລັບ ພວກເຮົາແລ້ວ ບໍ່ຕ້ອງການຫຍັງ ຈາກທ່ານ ນອກຈາກ ຄວາມຮັກ ຄວາມແພງ ກັນ ແລະ ຄວາມຈິງໃຈຕໍ່ກັນ ເທົ່ານັ້ນ. ຫວັງວ່າໂອກາດໜ້າ ຈະໄດ້ຮັບຈມ. ຈາກທ່ານອີກ.

ຈມ.ສະບັບຕໍ່ໄປ ຂຽນຈາກ “ພັກເສຣີ Michigan” ໃນ ຈມ. ເພີ່ນຂຽນມາ ດັ່ງນີ້: “ສະບາຍດີ ທີມງານ RFA. ຂ້າພະເຈົ້າ ໄດ້ຕິດຕາມ ຮັບຟັງ ລາຍການ ອອກອາກາດ ມາຕລອດ ພວກທ່ານ ຈັດໄດ້ດີຫຼາຍ ແລະ ຖຶກໃຈຜູ້ຟັງ ເມື່ອໄວໆ ມານີ້ ຂ້າພະເຈົ້າ ໄດ້ຍິນ ມີຫຼາຍໆ ທ່ານໄດ້ຂຽນ ຈມ.ເຖິງ ລາຍການຕອບຈມ. ເວົ້າວ່າ ປັດຈຸບັນນີ້ ປະເທດ ລາວ ຈເຣີນ ຫຼາຍແລ້ວ ເປັນຫຍັງ ພີ່ນ້ອງລາວ ທີ່ຢູ່ຕ່າງປະເທດ ຈຶ່ງບໍ່ພາກັນ ກັບຄືນໄປ ເບີ່ງ ສະພາບການ ຂອງ ປະເທດລາວ ເພື່ອວ່າ ຈະໄດ້ມີໂອກາດ ໄປຊ່ອຍກັນສ້າງສາ ພັທນາ ປະເທດຊາດ ແທນທີ່ ເວົ້າແນວ ບໍ່ດີໃຫ້ ຣັຖບານລາວ ກ່ຽວກັບຂໍ້ນີ້ ເມື່ອຂ້າພະເຈົ້າ ຟັງແລ້ວ ກໍ່ຢາກ ຈະຂໍເລົ່າ ຄວາມເປັນຈິງ ສູ່ຟັງ ຂ້າພະເຈົ້າ ບໍ່ມີເຈຕນາ ຕ້ານຣັຖບານລາວ ຫຼື ຜູ້ທີ່ຢາກກັບເມືອລາວ ແຕ່ຢ່າງໃດ. ພຽງແຕ ່ຢາກເລົ່າ ສູ່ກັນຟັງ ເທົ່ານັ້ນ ເຣື່ອງກໍມີຢູ່ ວ່າ 10 ປີ ຜ່ານມາແລ້ວ ພວກຂ້າພະເຈົ້າ “ພັກເສຣີ Michigan” ໄດ້ນຳເອົາ ເງິນສົມທົບ ຈຳນວນນຶ່ງ ໄປກໍ່ສ້າງ “ຫໍສມຸດ” ຢູ່ໂພນສວັນ ແຂວງຊຽງຂວາງ ຈຸດປະສົງ ກໍເພື່ອຊ່ວຍ ເຫຼືອ ເຍົາວະຊົນລາວ ຫຼັງຈາກ ໄດ້ສ້າງກໍ່ ສຳເຣັດລົງ ຮຽບຮ້ອຍ ແລ້ວ ກໍໄດ້ເປີດ ເປັນທາງການ ແລະ ບໍ່ພໍເທົ່າໃດ ເດືອນ ກໍຖຶກຍຶດໄປ ເປັນຂອງຣັດ ແລະ ກໍຍັງມີອີກ ຫຼາຍ ໂຄງການ ຊຶ່ງກໍແມ່ນ ພີ່ນ້ອງລາວ ຕ່າງປະເທດ ເຂົ້າໄປ ຊ່ວຍອອກທຶນ ແຕ່ກໍຖືກຍຶດ ເປັນຂອງຣັດ ເຊັ່ນ ດຽວກັນ ສິ່ງເຫຼົ່ານີ້ ເຮັດໃຫ້ຄົນລາວ ຕ່າງປະເທດ ຍັງພາກັນ ລັງເລໃຈ ຢູ່ ຂ້າພະເຈົ້າຄິດວ່າ ຕາບໃດ ທີ່ປະເທດລາວ ບໍ່ມີການປ່ຽນ ລະບອບ ການປົກຄອງ ຈາກຜເດັດການ ໄປສູ່ລະບອບ ປະຊາທິປະໄຕ ເທື່ອນັ້ນ ຄົງຈະຍາກ ຫຼາຍສຳລັບ ຄົນລາວ ທີ່ຢາກພັທນາ ປະເທດຮ່ວມກັນ”.

ຂໍຂອບໃຈ ທີ່ທ່ານ ໄດ້ເລົ່າປະສົບການ ສູ່ຟັງ ຄິດວ່າ ໂອກາດໜ້າ ຈະໄດ້ຮັບຈມ. ຈາກທ່ານອີກ ທ່ານຜູ້ຟັງ ທີ່ເຄົາຣົບ ລາຍການ ຕອບຈມ. ຂອງພວກເຮົາ ໃນມື້ນີ້ Maysoly ຂໍປິດທ້າຍ ດ້ວຍ ຈມ. ຂ່າວບຸນປີໃໝ່ ຈາກນ້ອງ Kathyrine Sisongkham ເພີ່ນ ບອກມາວ່າ ຂໍເຊີນຊວນ ພໍ່ແມ່ພີ່ນ້ອງ ລາວ ເຂົ້າຮ່ວມ ບຸນປີໃໝ່ລາວ ທີ່ຈະຈັດຂຶ້ນຢູ່ ວັດລາວ Riverside ຣັດ California ໃນ ມື້ວັນອາທິດທີ່ 15 ເດືອນ ເມສາ ນີ້ ລາຍການຕ່າງໆ ນອກຈາກທ່ານ ຈະໄດ້ຊົມ ການຟ້ອນ ນາຕະສິນລາວ ແລະ ຟັງເພັງ “ລູກຫລານລາວ” ຂອງ ຄນະສີລະປິນ ຣຸ້ນນ້ອຍແລ້ວ ທາງວັດ ຍັງມີ ອາຫານລາວ ທຸກຢ່າງ ເພື່ອໃຫ້ທ່ານ ໄດ້ກິນໄດ້ດື່ມ ນຳອີກ ສະນັ້ນ ຂໍໃຫ້ ພວກຢ່າລືມ ເວລາ ໄປໃຫ້ກຳລັງໃຈ ພວກຂ້າພະເຈົ້າ ດ້ວຍ, ວ່າຊັ້ນ.

ທ່ານ ຜູ້ຟັງທີ່ເຄົາຣົບ ເນື່ອງຈາກວ່າ ປີໃໝ່ລາວ ກໍ່ໃກ້ຈະມາ ເຖິງແລ້ວ ສະນັ້ນ ເພັງທ້າຍ ລາຍການ ຂອງພວກເຮົາ ໃນມື້ນີ້ Maysoly ຂໍສເນີເພັງ ທີ່ມີຊື່ວ່າ “ບາບເວນມີແທ້” ຂັບຮ້ອງໂດຍ “ຄຳຕຸ່ນ” ເຊີນຮັບ ຟັງໄດ້.

( ເພັງບາບເວນມີແທ້ )

ທ່ານ ຜູ້ຟັງທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈມ. ຂອງພວກເຮົາ ໃນມື້ນີ້ ເວລາກໍໝົດ ລົງພຽງເ ທົ່ານີ້ ຂໍເຊີນທ່ານ ພົບກັບ ລາຍການນີ້ໄດ້ໃໝ່ ໃນວັນພະຫັດໜ້າ. ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ທ້າວ ພຸດທະວົງ ຫລວງອາມາດ
Sep 01, 2021 12:11 PM

ປະເທດທີຮົາຮັກແລະໄວ້ໃຈທີ່ມີແຕ່ເອົາປຽບເຮົາ.ແຕ່ຄັ້ງນີ້ມັນຈະບໍ່ເປັນແບບເຕີມເພາະວ່າປັນຍາປະດີດຈະປະຕີວັດດ້ວຍຕົວມັນເອັງແລະມະນຸດຄົນໄດທີ່ເຄີຍເອົາປຽ່ນເຮົາຈະຖືກປັນຍາປະດີດເອົາຄືນແລະທຳໃຫ້ຄົນພວກນີ້ໄດ້ຮູ້ຄຳວ່າຈົນເຜີອາດຈະບໍ່ມີທີ່ໃຫ້ໃຊ້ຊີວີດຄັ້ງນີ້ປັນຍາປະດີດມັນຈະລາຍຕໍ່ຄົນທີ່ເຄີຍທຳແລະລັງແກ່ເຮົາຖີງເວລານັ້ນຈະບໍ່ມີວັນໃຫ້ອາໃພເພາະຕອນທີ່ຍັງພໍທຳໄດ້ຕ່ບໍ່ທຳ.ປັນຍາປະດີດມັນຫນ້າກົວກ່ອນທີ່ຄົນຄີດອີກແລະມັນສາມາດຂ້າຄົນໄດ້ດ້ວຍເຂົ້າຍືດເຄື່ອຄ່າຍແລະສັ່ງການດ້ວຍຕົວມັນເອັງຄົນຍັງບໍ່ເຈີຕອນນີ້ຍັງບໍ່ຮູ້.ເພາະມັນຍັງບໍ່ໄດ້ໂຕ້ເຕມທີ່ແຕ່ສາມປີມານີ້ຖືກວ່າພັດທະນາການຂອງມັນຢ່າງສົມບຸນບໍ່ເກີດປີຫນ້າດອກແລະເຮົາຈະລໍເບີງວ່າຄົນພວກທີ່ເຄີຍທຳກັບເຮົາຈະປຽ່ນໃຈຕອນນັ້ນກໍ່ສາຍ.ບໍ່ມີອຳນາດໃດມາເທົ່າປັນຍາປະດີດດອກທັງຈັກກະວານ.ພວກຄົນປຽ່ນໃຈຕອນນີ້ເລື່ອງແລະໃພທຳມະຊາດກໍ່ຈະຫາຍເອັງເພາະເພື່ອນຕ່າງດາວເຮົາພວກເຂົາຈະຊ່ວຍໄດ້.ແຕ່ຄົນຝືນໄປນັບມືຍີງເດີນເຂົ້າຫາຄວາມຕາມໂລກໃບນີ້ຈະຍັງຄົນແຄ່ເລັກນ້ອຍ