ວັນທີ 4 ເດືອນ ກໍຣະກະດາ ປີ 2007
2007.07.04
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການຕອບຈມ. ກໍໄດ້ໝຸນວຽນມາ ຄົບຮອບອີກເທື່ອນຶ່ງ ຫວັງໃຈສເມີວ່າ ທ່ານ ທີ່ເປັນແຟນ ກໍຄົງຈະກຳລັງໃຫ້ ກຽດຕິດຕາມ ຮັບຟັງຢູ່ ເພື່ອບໍ່ເປັນການ ເສັຍ ເວລາ ຂອງພວກເຮົາ ຂໍເຊີນທ່ານ ເຂົ້າສູ່ລາຍການເລີຽ.
ຈມ. ສະບັບທຳອິດທີ່ Maysoly ຈະນຳມາ ອ່ານສູ່ທ່ານຟັງ ໃນມື້ນີ້ ກໍ່ຄືຈມ. ຂອງທ່ານ “ສິດ ໄຊຍະພູມ” ໃນຈມ. ເພີ່ນຂຽນມາ ດັ່ງນີ້:
“ຂ້າພະເຈົ້າ ສິດ ໄຊຍະພູມ ໄດ້ຂຽນ ຈມ. ເຖິງລາຍການ ໃນເທື່ອນີ້ ກໍຍ້ອນ ມີຄວາມສົງສານ ແລະ ເປັນຫ່ວງສາວນ້ອຍ ຄົນລາວ ຜູ້ທີ່ຕົກເປັນເຫຍື່ອ ໃຫ້ພວກນາຍຈ້າງ ໃຈອຳມະຫິດ ດັ່ງມີຂ່າວ ເມື່ອ ສອງສາມວັນ ທີ່ຜ່ານມານີ້ວ່າ ມີສາວລາວ ແລ່ນອອກຈາກ ຮ້ານກ້ວຍຕ໋ຽວ ແຫ່ງນຶ່ງ ທີ່ປະເທດໄທ ເພື່ອ ຂໍຄວາມຊ່ວຍເຫຼືອ ຍ້ອນຖືກນາຍຈ້າງ ບັງຄັບຂົ່ມຂືມ ຕລອດມາ ເມື່ອເຈົ້າໜ້າທີ່ ຕຳຣວດເຂົ້າໄປ ໃນ ຮ້ານດັ່ງກ່າວ ກໍພົບເຫັນ ຜູ້ຍິງລາວ 7-8 ຄົນ ຢູ່ໃນຫ້ອງ ຫຼັງບ້ານ ພວກເຂົາເຈົ້າ ເຫຼົ່ານັ້ນ ມີອາຍຸປະມານ 15 ປີ, 16 ປີ ແລະ17 ປີ ຊຶ່ງຕ່າງ ກໍ່ໃຫ້ການ ຕໍ່ເຈົ້າໜ້າທີ່ ຕຳຣວດ ວ່າ ພວກເຂົາເຈົ້າ ໄດ້ເຂົ້າມາເຮັດວຽກ ປະມານ 5-6 ເດືອນ ແລ້ວ ແຕ່ບໍ່ເຄີຍ ໄດ້ຮັບຄ່າແຮງ ແມ້ແຕ ່ບາດດຽວ ຊໍ້າບໍ່ໜຳ ຍັງຖືກ ຜູ້ເປັນນາຍຈ້າງ ບັງຄັບຂົ່ມຂືນ ກະທຳຊຳເລົາ ຕໍ່ໜ້າ ໝົດທຸກຄົນອີກ. ຂ້າພະເຈົ້າ ໃນນາມ ເປັນຄົນລາວຜູ້ນຶ່ງ ເມື່ອໄດ້ຟັງຂ່າວ ນີ້ແລ້ວ ຮູ້ສຶກສົງສານ ພວກ ເດັກນ້ອຍຍິງ ເຫຼົ່ານັ້ນ ຢ່າງຫຼວງຫຼາຍ ແລະຄິດວ່າ ຄົງຈະມີເດັກນ້ອຍ ອີກຫຼາຍໆ ຄົນ ທີ່ໄດ້ຮັບເຄາະຮ້າຍ ເຊັ່ນດຽວກັນນີ້. ສະນັ້ນ, ຈຶ່ງຢາກໃຫ້ ທາງວິທຍຸເອເຊັຽເສຣີ ຊ່ອຍບອກເລົ່າ ປ່າວເຕືອນໃຫ້ ເດັກນ້ອຍ ແມ່ຍິງລາວ ຢ່າສູ່ມາຫາວຽກ ຫາການເຮັດ ໃນປະເທດໄທ ເປັນເດັດຂາດ. ເຖິງຢ່າງໃດກໍຕາມ ບ້ານເຮົາພູ້ນ ຈະທຸກສ່ຳໃດ ຢູ່ບ້ານເຮົາ ຄົງຈະດີກວ່າ.” ວ່າຊັ້ນ.
Maysoly ຂໍຂອບໃຈນຳທ່ານ “ສິດ ໄຊຍະພູມ” ທີ່ໄດ້ສົ່ງນ້ຳໃຈ ໃຫ້ກັບຜູ້ຍິງລາວ ໃນຄັ້ງນີ້ ຢ່າງໃດກໍຕາມ ທາງວິທຍຸເອເຊັຽ ເສຣີຂອງພວກເຮົາ ກໍ່ໄດ້ພະຍາຍາມສເນີຂ່າວ ໃນກໍຣະນີເຊັ່ນ ນີ້ເລື້ອຍໆ ທັງນີ້ ກໍເພື່ອໃຫ້ຄົນລາວ ໄດ້ຍິນ ໄດ້ຟັງນຳກັນ ເພື່ອວ່າອາດ ຈະເປັນ ການເຕືອນພັຍ ໃຫ້ແກ ່ຜູ້ທີ່ຢາກຈະເຂົ້າມາເຮັດວຽກ ຢູ່ໃນປະເທດໄທ ຖ້າ ທ່ານສິດ ໄຊຍະພູມ ໄດ້ຕິດຕາມຮັບຟັງ ລາຍການ ຂອງພວກເຮົາ ຕລອດມາ ທ່ານຄົງຈຳໄດ້ວ່າ ມີຫລາຍໆ ຄັ້ງທີ່ນັກຂ່າວ ຂອງ RFA ທີ່ບາງກອກ ໄດ້ໄປສັມພາດ ເດັກນ້ອຍ ແມ່ຍິງລາວ ຢູ່ບ້ານ ເກັດຕະການ ຊຶ່ງເປັນບ່ອນໃຫ້ ຄວາມດູແລ ຊົ່ວຄາວ ແກ່ເດັກນ້ອຍ ຜູ້ຕົກ ເປັນເຫຍື່ອ ຂອງພວກ ນາຍຈ້າງ. ແລະ Maysoly ຂໍບອກວ່າ ຖ້າທ່ານ ໄດ້ໄປເຫັນສະພາບ ຂອງພວກເຂົາເຈົ້າ ດ້ວຍຕົນເອງແລ້ວ ຮັບຮອງວ່າ ນ້ຳຕາຕົກ. ເອົາຫລະ Maysoly ຈະບໍ່ຂໍເວົ້າຫຍັງ ໃຫ້ມັນຍືດຍາວ ເກີນໄປ ເພາະມັນ ເປັນເຣື້ອງເສົ້າໃຈ.
ຈມ. ສະບັບຕໍ່ໄປ ກໍແມ່ນ E-mail ຂອງຜູ້ຟັງ ທ່ານນຶ່ງ ຂຽນຈາກ ປະເທດລາວ ໃນ E-mail ເພີ່ນບອກມາວ່າ: “ຂ້າພະເຈົ້າ ເປັນຄູໃນໂຮງຮຽນ ແຫ່ງນຶ່ງ ຮູ້ສຶກ ບໍ່ຄ່ອຍສະບາຍໃຈ ເພາະຂ້າພະເຈົ້າຮູ້ວ່າ ມີການສໍ້ຣາດ ບັງຫລວງ ໃນບັນດາ ເຈົ້າໜ້າທ ີ່ກ່ຽວຂ້ອງ ແຕ່ກໍບໍ່ຮູ້ຈະເຮັດ ແນວໃດ ຂ້າພະເຈົ້າ ຢາກໃຫ້ທາງຂັ້ນສູງ ຮູ້ຈັກເຣື້ອງນີ້ ແລ້ວໃຫ້ມີການແກ້ໄຂ.” ວ່າຊັ້ນ.
ພໍເວົ້າມາເຖິງ ເຣື້ອງສໍ້ຣາດບັງຫລວງ ເນາະ ກໍ່ມີຈມ. ທ່ານຜູ້ຟັງ ທ່ານນຶ່ງ ບອກວ່າ “ຂໍສງວນນາມ” ໃນ ຈມ.ເພີ່ນຂຽນມາວ່າ:
“ສະບາຍດີທີມງານ RFA ໃນຂນະນີ້ ທາງຣັຖບານລາວ ກຳລັງຮຽກຮ້ອງ ໃຫ້ພະນັກງານ ພັກ-ຣັດ ຍຸຕິ ການສໍ້ຣາດ ບັງຫລວງ ຄຳວ່າ “ສໍ້ຣາດບັງຫລວງ” ເປັນຄຳສັບເກົ່າ ທີ່ຣັຖບານເກົ່າ ມັກໃຊ້ຄຳນີ້ ຕົກມາ ໃນສມັຍນີ້ ເພີ່ນຮ້ອງຕົນເອງວ່າ “ສາທາຣະນະຣັດ ປະຊາຊົນ” ສະນັ້ນ ໃນທັດສນະ ຂໍ້ຄິດສ່ວນຕົວ ຂອງ ຂ້າພະເຈົ້າແລ້ວ ຢາກໃຫ້ເພີ່ນປ່ຽນຄຳວ່າ “ສໍ້ຣາດບັງຫລວງ” ເປັນ “ສໍ້ປະຊາຊົນ ບັງຣາດ” ຄົງຈະເໝາະສົມກວ່າ.” ວ່າຊັ້ນ.
ເອົາຫລະ ຖ້າທ່ານ ຄິດແນວໃດ ກໍຊ່ວຍບອກໃຫ້ຮູ້ນຳແດ່ເນາະ ຄົງຈະດີ ບໍ່ໜ້ອຍ. ຈມ. ສະບັບຕໍ່ໄປ ຈາກລູກ “ສາຣະວັນ” ແຟນ ປະຈຳຂອງ RFA ສະບັບນີ້ ເພີ່ນກໍ່ໄດ້ສົ່ງຂໍ້ ຄິດຫລາຍໆ ເຣື້ອງ ມາຮ່ວມນຳ. ແຕ່ Maysoly ຈະຂໍອ່ານສະບັບ ທີ່ເພີ່ນຂຽນມາ ຕິຊົມກ່ອນເນາະ ສ່ວນທີ່ເຫຼືອນັ້ນ ເອົາໄວ້ອ່ານ ໃນວັນພະຫັດ ໜ້າ ເພີ່ນບອກວ່າ ຂໍອະພັຍ ທີ່ຂຽນຊື່ Maysoly ຜິດ. ອັນນີ້ Maysoly ກໍຂໍບອກວ່າ ບໍ່ເປັນຫຍັງດອກ ຂຽນຜິດຂຽນຖືກ Maysoly ຮັບໄດ້ ສເມີ ສ່ວນໃນ ຂໍ້ຕິຊົມ ລູກສາຣະວັນ ໄດ້ຂຽນມາດັ່ງນີ້:
“ເປັນທີ່ເຂົ້າໃຈ ກັນດີວ່າ ພາສາລາວ ເຮົານັ້ນ ບາງເທື່ອ ມັກຈະຂຽນຢ່າງນຶ່ງ ແລະອອກສຽງ ອີກຢ່າງນຶ່ງ ດັ່ງລູກສາຣະວັນ ເຄີຍຂຽນຈມ. ສະບັບນຶ່ງ ເພື່ອສເນີໃຫ້ໂຄສົກ RFA ແລະ ຄະນະໂຄສົກ ແຫ່ງອື່ນໆ ໄດ້ວັດແທກ ສະມັຖພາບ ຂອງຕົນເອງ ໃນການເວົ້າ ພາສາລາວ ອອກກະຈາຍ ສຽງ ລູກສາຣະວັນ ຂໍແນະນຳ ໃຫ້ທຸກໆ ທ່ານ ຄວນພະຍາຍາມ ອອກສຽງ ພາສາລາວ ໃຫ້ເປັນ ເອກພາບກັນ ໃຫ້ຖືກຕ້ອງ ຕາມຫລັກ ໄວຍາກອນ ຂອງລາວ ສູງສຸດ ເທົ່າທີ່ຈະທຳໄດ້ ເພາະວ່າ ນັກໂຄສົກ ຫຼື ນັກສິລະປິນ ແມ່ນ ຜູ້ທີ່ຈະເປັນຕົວຢ່າງ ທີ່ດີ ສຳລັບການໃຊ້ ພາສາລາວ ຜູ້ຟັງລາຍການ ອອກອາກາດ ບໍ່ແມ່ນ ພຽງແຕ່ຄົນລາວ ເທົ່ານັ້ນ. ບາງເທື່ອ, ອາດຈະມີຊາດອື່ນ ຕິດຕາມຮັບຟັງ ລາຍການ ຂອງພວກທ່ານ ກໍ່ເປັນໄດ້ ຜູ້ຟັງບາງຄົນ ອາດຈະເປັນ ຄົນທັມມະດາ ສາມັນ ແຕ່ກໍ່ມີຜູ້ຟັງ ບາງທ່ານ ຜູ້ທີ່ມີປະສົບພະການ ສູງ ຈະເປັນ ຜູ້ຕິຊົມ ຕໍ່ຄວາມເປັນລະບຽບ ແລະຄຸນນະພາບ ຂອງລາຍການ ທີ່ກ່າວມານີ້ບໍ່ຮູ້ວ່າ Maysoly ຈະຄິດ ເໝືອນລູກສາຣະວັນ ຫຼືບໍ່ນໍ.”
ຢ່າງໃດກໍ່ຕາມ Maysoly ຂໍຂອບໃຈ ນຳລູກສາຣະວັນ ສິ່ງທີ່ທ່ານ ເວົ້າມານັ້ນ ລ້ວນແລ້ວ ແຕ່ ມີປໂຍດ ຕໍ່ທີມຂອງພວກເຮົາ ທັງນັ້ນ ພວກເຮົາ ກໍ່ຈະພະຍາຍາມ ຝຶກຝົນຕົນເອງ ໃຫ້ດີຂຶ້ນໄປເລື້ອຍໆ ແລະ ຖ້າທ່ານ ເຫັນວ່າ ມີຈຸດໃດ ຂາດຕົກບົກພ່ອງ ກໍຂໍເຊີນຂຽນຈມ. ມາເຖິງພວກເຮົາ ໄດ້ທຸກເວລາ ພວກເຮົາ ຍິນດີຕ້ອນຮັບ.
ທ່ານຜູ້ຟັງ ທີ່ເຄົາຣົບ ພໍ່ເວົ້າມາເຖິງ ຕອນນີ້ ເວລາແຫ່ງລາຍການ ຕອບຈມ. ກໍໃກ້ຈະໝົດ ລົງແລ້ວ ສະນັ້ນ ເພື່ອເປັນການ ບໍ່ເສັຽເວລາ Maysoly ຂໍເຊີນທ່ານຟັງ ເພງທ້າຍລາຍການ ຂອງພວກເຮົາ ໄດ້ເລີຽ ຊຶ່ງຈະມາ ໃນເພງໃຫ້ຊື່ວ່າ “ຮັກສາວໜອງຄາຍ” ຂັບຮ້ອງໂດຍ “ທ່ຽງໄຊການ ຈິດຕະຣາດ” ເຊີນຮັບຟັງໄດ້.
---(ເພງ)---
ທ່ານຜູ້ຟັງ ທີ່ເຄົາຣົບ ທີ່ຈົບລົງໄປນັ້ນ ຄືເພງທີ່ມີຊື່ວ່າ “ຮັກສາວໜອງຄາຍ” ຈາກສຽງຂັບຣ້ອງ ຂອງ “ທ່ຽງໄຊການ ຈິດຕະຣາດ” ເປັນອັນວ່າ ລາຍການ ຕອບຈມ. ຂອງພວກເຮົາ ໃນມື້ນີ້ ເວລາ ກໍໝົດລົງ ພຽງເທົ່ານີ້ແລ້ວ Maysoly ຂໍເຊີນທ່ານ ຕິດຕາມຮັບຟັງ ລາຍການ ນີ້ໄດ້ໃໝ່ ໃນວັນພະຫັດໜ້າ ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຣາຍການອື່ນໆ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 27 ເດືອນ ມິຖຸນາ ປີ 2007
- ວັນທີ 20 ເດືອນ ມິຖຸນາ ປີ 2007
- ວັນທີ 13 ເດືອນ ມິຖຸນາ ປີ 2007
- ວັນທີ 6 ເດືອນ ມິຖຸນາ ປີ 2007
- ວັນທີ 30 ເດືອນ ພືສພາ ປີ 2007
- ວັນທີ 23 ເດືອນ ພືສພາ ປີ 2007
- ວັນທີ 16 ເດືອນ ພືສພາ ປີ 2007
- ວັນທີ 9 ເດືອນ ພືສພາ ປີ 2007
- ວັນທີ 2 ເດືອນ ພືສພາ ປີ 2007
- ວັນທີ 25 ເດືອນ ເມສາ ປີ 2007
- ວັນທີ 18 ເດືອນ ເມສາ ປີ 2007
- ວັນທີ 11 ເດືອນ ເມສາ ປີ 2007
- ວັນທີ 4 ເດືອນ ເມສາ ປີ 2007
- ວັນທີ 28 ເດືອນ ມິນາ ປີ 2007
- ວັນທີ 21 ເດືອນ ມິນາ ປີ 2007
- ວັນທີ 14 ເດືອນ ມິນາ ປີ 2007
- ວັນທີ 7 ເດືອນ ມິນາ ປີ 2007
- ວັນທີ 28 ເດືອນ ກຸມພາ ປີ 2007
- ວັນທີ 21 ເດືອນ ກຸມພາ ປີ 2007
- ວັນທີ 14 ເດືອນ ກຸມພາ ປີ 2007
- ວັນທີ 7 ເດືອນ ກຸມພາ ປີ 2007
- ວັນທີ 31 ເດືອນ ມົກກະຣາ ປີ 2007
- ວັນທີ 24 ເດືອນ ມົກກະຣາ ປີ 2007
- ວັນທີ 17 ເດືອນ ມົກກະຣາ ປີ 2007
- ວັນທີ 10 ເດືອນ ມົກະຣາ ປີ 2007