ວັນທີ 23 ເດືອນ ພືສພາ ປີ 2007

2007.05.23

ສະບາຍດ ີທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການຕອບຈົດໝາຍ ກໍໄດ້ວຽນມາຄົບຮອບ ອີກເທື່ອນຶ່ງ ກ່ອນອື່ນ Maysoly ຫວັງວ່າ ທ່ານ ທີ່ເປັນແຟນປະຈຳ ຂອງພວກເຮົາ ຄົງຈະກຳລັງ ໃຫ້ກຽດຕິດຕາມ ຮັບຟັງຢູ່ ເພື່ອບໍ່ເປັນການ ເສັຽເວລາ ຂໍເຊີນທ່ານເຂົ້າສູ່ ລາຍການເລີຽ.

ຈມ.ຫຼາຍໆ ສະບັບທີ່ໄດ້ຂຽນ ເຖິງລາຍການ ຂອງພວກເຮົາ ໃນມື້ນີ້ ສ່ວນໃຫຍ ່ຈະເປັນ ຈມ.ສະແດງ ຂໍ້ຄິດເຫັນ ກ່ຽວກັບ ຂ່າວທີ່ວ່າ ທາງຣັຖບານ ລາວຮຽກຮ້ອງ ໃຫ້ຊາວລາວ ໂພ້ນທະເລ ຫຼື ອົພຍົບລາວ ໃນ ຕ່າງປະເທດ ກັບຄືນ ເມືອລາວ ເພື່ອຊ່ວຍກັນ ສ້າງສາ ພັທນາປະເທດ ຂ່າວນີ້ກໍ່ໄດ້ສ້າງຄວາມສົນໃຈ ແລະ ຂໍ້ຂ້ອງໃຈ ໃຫ້ແກ່ຊາວລາວ ໃນຕ່າງປະເທດ ຢ່າງຫຼວງຫຼາຍ ດັ່ງນັ້ນ ຜູ້ຟັງຫຼາຍທ່ານ ໄດ້ສົ່ງຂໍ້ຄິດເຫັນ ສ່ວນຕົວ ເຂົ້າມາເຖິງລາຍການ ຕອບຈມ. ເພື່ອໃຫ້ ຜູ້ຟັງ ນຳໄປພິຈາຣະນາຊ່ວຍກັນ. ວ່າຊັ້ນ ສ່ວນເຣື່ອງທີ່ວ່າ ຜູ້ຟັງ ຈະມີຄວາມຄິດ ຄວາມເຫັນ ແນວໃດນັ້ນ ຂໍໃຫ້ເປັນ ສິດທີ ຂອງແຕ່ລະບຸກຄົນ ກໍ່ແລ້ວກັນເນາະ.

ບັດນີ້ Maysoly ຈະຂໍອ່ານ ຈມ.ສະບັບທຳອິດ ສູ່ທ່ານຟັງເລີຽ ສະບັບນີ້ ຂຽນມາຈາກ ຜູ້ຟັງທີ່ໃຊ້ນາມວ່າ “ມົ້ງລາວ Democracy” ໃນ ຈມ.ເພີ່ນຂຽນມາດັ່ງນີ້:

“ສະບາຍດີ Maysoly ຂໍລົບກວນ ອີກເທື່ອນຶ່ງ ຄິດວ່າ ຄົງບໍ່ລັງກຽດ ຕິເນາະ ພ້ອມກັນນີ້ ຂ້າພະເຈົ້າ ມີຂໍ້ຄວາມສັ້ນໆ ຢາກຈະເລົ່າ ສູ່ພີ່ນ້ອງຊາວລາວ ໃນຕ່າງປະເທດ ນຳໄປພິຈາຣະນາ ຊ່ອຍກັນ ເຣື່ອງກໍມີຢູ່ວ່າ ເມື່ອບໍ່ນານ ມານີ້ ພາຍຫຼັງ ທ່ານຈູມມະລີ ໄຊຍະສອນ ໄດ້ຮັບຕຳແໜ່ງ ປະທານປະເທດ ເພີ່ນໄດ້ ປະກາດວ່າ ຈະເປີດ ປະຕູກວ້າງ ໃຫ້ພີ່ນ້ອງ ປະຊາຊົນຊາວລາວ ໃນຕ່າງປະເທດ ຫຼືອົພຍົບລາວ ໃນ ປະເທດທີ່ສາມ ກັບຄືນ ໄປລາວ ເພື່ອຊ່ອຍກັນສ້າງສາ ພັທນາປະເທດ ຕົກມາ ໃນລະຍະ ເດືອນມີນາ ປີ 2007 ຜ່ານມານີ້ ໄດ້ຍິນຂ່າວວ່າ ທາງສະມາຄົມລາວ ພັດຖິ່ນ ຫຼືສະມາຄົມ ຕໍ່ຕ້ານລະບອບ ຜເດັດການ ທີ່ປະເທດຝຣັ່ງເສດ ເພີ່ນກໍ່ໄດ້ ຈັດກອງປະຊຸມ ກັນຂຶ້ນ ແລະ ຊາບວ່າ ທ່ານ ຜູ້ທີ່ໄປຮ່ວມນັ້ນ ກໍເຫັນດີ ເຫັນພ້ອມ ນຳນະໂຍບາຍ ຂອງທາງ ຣັຖບານລາວ ຂ້າພະເຈົ້າ ຢາກຈະໃຫ້ຂໍ້ຄິດສັ້ນໆ ດັ່ງນີ້: 1. ພວກໄທເຮົາເຈົ້າຂ້ອຍ ທີ່ໜີຈາກປະເທດລາວ ຈະດ້ວຍຄວາມສມັກໃຈຫຼືບໍ່ສມັກໃຈ ຈົນມາເຖິງທຸກມື້ນີ້ ທ່ານຮູ້ບໍ່ວ່າ ແມ່ນຍ້ອນ ນ້ຳມືຂອງຜູ້ໃດ ກັນແທ້. 2. ທ່ານຮູ້ບໍ່ວ່າລະບອບຜເດັດການ ແມ່ນຫຍັງ? ຂໍໃຫ້ທ່ານຕຶກຕອງ 2 ຂໍ້ນີ້ໃຫ້ດີໆ ກ່ອນໆ ທີ່ຈະຕັດສິນໃຈເຮັດຫຍັງລົງໄປ.”

ທີ່ກ່າວມານີ້ ກໍແມ່ນເນື້ອໃນ ໃຈຄວາມ ໃນ ຈມ.ຂອງ ຜູ້ຟັງທ່ານນຶ່ງ ຂຽນຈາກ ຣັດອິລິນອຍ. E-mail ສະບັບ ຕໍ່ໄປຂຽນ ຈາກແຟນລາຍການ ຜູ້ໃຊ້ນາມວ່າ ”ຄົນລາວນະຫາດຊາຍຟອງ” ເພີ່ນຂຽນມາດັ່ງນີ້:

“ສະບາຍດີ Maysoly ແລະລາວນອກ ທີ່ຮັກແພງ ຂ້າພະເຈົ້າ ເປັນຜູ້ນຶ່ງ ທີ່ໄດ້ຕິດຕາມຟັງ RFA ເກືອບ ທຸກມື້ ຮູ້ສຶກດີໃຈ ທີ່ໄດ້ຟັງຂ່າວ ໂດຍສະເພາະ ກ່ຽວກັບຄົນລາວ ທີ່ຢູ່ກະຈັດ ກະຈາຍກັນ ໄປທົ່ວໂລກ ເມື່ອ ສອງສັປດາ ທີ່ຜ່ານມາ ຂ້າພະເຈົ້າ ໄດ້ຍິນຂ່າວ ກ່ຽວກັບເຣື່ອງທີ່ວ່າ ຣັຖບານລາວ ປະກາດ ຮຽກຮ້ອງໃຫ ້ຊາວລາວ ໃນຕ່າງປະເທດ ທົ່ວໂລກ ກັບຄືນ ປະເທດລາວ ເພື່ອສ້າງສາ ພັທນາ ຊ່ວຍກັນ ຂ້າພະເຈົ້າຄິດວ່າ ຄຳປະກາດ ດັ່ງກ່າວນີ້ ເປັນໂອກາດ ດີທີ່ສຸດ ສຳລັບຄົນລາວ ຜູ້ມີຄວາມປະສົງ ຢາກຈະກັບ ບ້ານເກີດ ເມືອງນອນ ແຕ່ກໍຮູ້ສຶກ ເສັຽໃຈ ທີ່ມີລາວນອກ ບາງຄົນ ເວົ້າວ່າ “ຫລາບບໍ່ຕາຍ” ຄຳເວົ້ານີ້ ມັນສະເທືອນ ຄວາມຮູ້ສຶກ ຂອງຂ້າພະເຈົ້າ ຫຼາຍທີ່ສຸດ Maysoly, ຖ້າຄົນລາວ ບໍ່ຮັກຄົນລາວແລ້ວ ຜູ້ໃດສິຮັກ ຄົນລາວ, ພວກທ່ານ ຢາກໃຫ້ແກວມາ ຮັກພວກເຮົາບໍ່, ຂ້າພະເຈົ້າ ຄິດວ່າ ຄິດວ່າ ບໍ່ມີທາງດອກ ເຂົາພຽງແຕ ່ຈະຮັກ ຊັພຍາກອນ ແລະຜືນແຜ່ນດິນ ຂອງພວກທ່ານ ເທົ່ານັ້ນ. ຂ້າພະເຈົ້າ ຄິດວ່າພີ່ນ້ອງລາວ ໃນ ກໍມີ ນັກປັນຍາຊົນ ຈຳນວນ ຫຼວງຫຼາຍ ຈະເປັນການດ ີທີ່ສຸດຖ້າຄົນລາວນອກ ພ້ອມທ ຈະກັບຄືນປະເທດ ເພື່ອຊ່ວຍກັນ ສ້າງສາ ພັທນາ ປະເທດ ຮັບຮອງວ່າ ໂອກາດ ຈະໃຫ້ຊາດອື່ນນັ້ນ ກໍຈະບໍ່ມີ ແລະຫວັງວ່າ ຄົງຈະໄດ້ພົບ ກັບທ່ານໃນໄວໆ ນີ້”.

ທີ່ກ່າວມານີ້ ກໍຄືຂໍ້ຄິດເຫັນ ຂອງຜູ້ຟັງທ່ານນຶ່ງ “ຄົນລາວນະຫາດຊາຍຟອງ” ຂຽນຈາກປະເທດລາວ. ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາ ເຖິງເຣື້ອງ ທາງການລາວ ປະກາດວ່າ ຢາກຊັກຊວນ ໃຫ້ຄົນລາວ ໃນຕ່າງປະເທດ ກັບເມືອລາວ ນັ້ນ ຂ່າວຄືບໜ້າ ກ່ຽວກັບເຣື້ອງນີ້ ດັ່ງທີ່ທາງວິທຍ ຸເອເຊັຽເສຣີ ຂອງ ພວກເຮົາ ໄດ້ສເນີຂ່າວໄປແລ້ວ ວ່າ ໃນວັນທີ 20 ເດືອນພຶສພາ 2007 ນີ້ ທາງສະມາຄົມ ລາວ ພັດຖິ່ນ ໄດ້ເຊື້ອເຊີນ ທູດລາວ ປະຈຳປະເທດ ຝຣັ່ງເສດ ເຂົ້າປະຊຸມ ຢູ່ທີ່ເມືອງ ສະຕຣາ ສະບວກ ປະເທດ ຝຣັ່ງເສດ ເພື່ອຊີ້ແຈງ ເຖິງເງື່ອນໄຂ ສຳຄັນຕ່າງໆ ທີ່ທາງຣັຖບານລາວ ໄດ້ມາຂົນຂວາຍ ໃຫ້ ຊາວລາວນອກປະເທດ ຄືນເມືອສ້າງສາ ພັທນາ ເມືອງລາວ ແລະເພື່ອຕອບຂໍ້ ຂອງໃຈ ຂອງຊາວລາວ ທີ່ຢາກຮູ້ລາຍລະອຽດ ເພີ່ມຕື່ມກ່ຽວກັບ ບັນຫານີ້ ປະທານ ສະມາຄົມລາວ ພັດຖິ່ນ ໄດ້ອະທິບາຍສັ້ນໆ ຕໍ່ວິທຍຸເອ ເຊັຽເສຣີ ຂອງ ພວກເຮົາວ່າ ກອງປະຊຸມ ຄັ້ງນີ້ກໍໄດ້ເນັ້ນໃສ່ 3 ຂໍ້ ທີ່ສຳຄັນ ສຳລັບຄົນລາວ ທີ່ຢາກຈະກັບຄືນ ປະເທດ ຄື ຫາວິທີທາງ ໃຫ້ຄົນລາວ ນອກປະເທດ ມີພູມລຳເນົາ ຢູ່ໃນປະເທດລາວ ໄດ້ຢ່າງຖາວອນ ໃຫ້ມີສິດ ເປັນເຈົ້າຂອງ ທີ່ຢູ່ອາສັຍ ຂອງເຂົາເຈົ້າ ແລະໃຫ້ມີສິດຖື 2 ສັນຊາດ. ຢ່າງໃດກໍຕາມ ກ່ຽວກັບເຣື່ອງນີ້ ຄວາມຫວັງ ຈະເປັນຄວາມຈິງ ຫ ຼືບໍ່ນັ້ນ Maysoly ກໍຂໍໃຫ້ທ່ານ ຄອຍຕິດຕາມ ຮັບຟັງເບີ່ງ ຕໍ່ໄປກໍ່ແລ້ວ ກັນເນາະ.

ຈມ. ອີກສະບັບນຶ່ງ ຂຽນຈາກຜູ້ທີ່ໃຊ້ນາມວ່າ “ອດີດນັກໂທດ ຄຸກຊຳເຄ້” Maysoly ຂໍອະພັຍ ທີ່ຕອບຊ້າ ໄປແດ່ ເພາະວ່າ ຫາກໍ່ໄດ້ ຮັບຈມ. ຂອງທ່ານ ໃນຈມ. ເພີ່ນຂຽນມາ ດັ່ງນີ້:

“ສະບາຍດີ ວິທຍຸເອເຊັຽເສຣີ ໃນວາຣະປີໃໝ່ນີ້ ຂໍອວຍໄຊ ໃຫ້ພີ່ນ້ອງລາວ ທຸກໆທ່ານ ຈົ່ງມີ ຄວາມສຸກ ປາສຈາກ ໂຣກພັຍໄຂ້ເຈັບເຖີ້ນ ພ້ອມນີ້ຂ້າພະເຈົ້າ ພ້ອມດ້ວຍ ອະດີດນັກໂທດ ກັກຂັງ ຄຸກຊຳເຄ້ ຂໍອະທິຖານ ໃຫ້ດວງວິນຍານ ຂອງທ່ານ ທອງຍ້ອຍ ບ້ານແກ້ງໄຄ້ ຈົ່ງຊົງສຸກ ຢູ່ບົນສວັນເຖີ້ນ. ທ່ານທອງຍ້ອຍ ເປັນປະຊາຊົນ ຍາກຈົນຜູ້ນຶ່ງ ອາຊີບທຳສວນ ກ້ວຍ ແລະທຳນາ ເຂດທົ່ງຮາບ ບ້ານທ່າງ່ອນ ເມືອງໄຊທານີ ແຂວງວຽງຈັນ. ສມັຍກ່ອນປີ 1968 ທ່ານ ທອງຍ້ອຍ ຖຶກຈັບຂັງຄຸກ 1 ວັນ ຍ້ອນວ່າ ທະຫານລາວ ຄອມມຸຍນິສ ຫຼືເອີ້ນວ່າ ທະຫານອ້າຍນ້ອງ ມາຂໍກິນເຂົ້ານຳ. ຄັ້ງທີ 2 ທ່ານ ທອງຍ້ອຍ ກໍຖຶກ ຈັບໂດຍ ຄະດີກ່າວຫາ ວ່າ ໃຫ້ອາຫານ ປະຕິການ ແລະຖຶກຕັດສິນ ປະຫານຊີວິດ ໃນຄຸກຊຳເຄ້ ປີ 1977 ທ່ານ ທອງຍ້ອຍ ບອກກັບຂ້າພະເຈົ້າວ່າ ຄົນລາວ ບໍ່ວ່າ ເປັນທະຫານ ທາງໃດ ຂ້າພະເຈົ້າ ກໍໃຫ້ກິນເຂົ້າ ເພາະເຂົາມີປືນ. ທ່ານທອງຍ້ອຍ ໄດ້ຖຶກປະຫານຊີວິດ ໃນຄຸກຊຳເຄ້ ໃນປີດຽວກັນ. ຄົບຮອບ 30 ປີ ຂອງວີຣະຊົນ ທອງຍ້ອຍ ຂ້າພະເຈົ້າ ຈຶ່ງອະທິຖານໃຫ້ ດວງວິນຍານ ຂອງທ່ານ ຈົ່ງຊົງຢູ່ບົນສວັນ ດ້ວຍເຖີ້ນ”.

ນັ້ນກໍຄືຄໍ້ຄວາມໃນ ຈມ.ຂອງ ຜູ້ທີ່ໃຊ້ນາມວ່າ "ອະດີດນັກໂທດກັກຂັງຄຸກຊຳເຄ້” ທ່ານຜູ້ຟັງ ທີ່ເຄົາຣົບ E-mail ສະບັບຕໍ່ໄປ ຊຶ່ງອາດຈະເປັນ ສະບັບສຸດທ້າຍ ໃນລາຍການ ຂອງພວກເຮົາ ໃນມື້ນີ້ ກໍຄື ຂຽນຈາກທ່ານ “Sesumack Thaongoulay” ຈາກເມືອງ Seatle Washington State ທ່ານ ໄດ້ສົ່ງເພງລາວ ມາໃຫ້ ເພງນຶ່ງ ຄືເພງທີ່ມີຊື່ວ່າ ”ຄິດຮອດບ້ານເກີດ ແລະບອກວ່າ ເພງນີ້ ຂໍຟັງຮ່ວມກັບ ໝູ່ເພື່ອນ ຄື ທ່ານ Amphay, ທ່ານ Kouphet Thepsourintone (Haiwai), ທ່ານ Bounmy Simmavong, ທ່ານ Bounleung, ທ່ານ Somkid, ທ່ານ Bounlot (Canada), ທ່ານ Kek Sananikone, ທ່ານ Sivong Thiradeth, ທ່ານ Sisaveuy, ທ່ານ Ing Mekkhavong ,ແລະທ່ານ Bounthieng Inthasone (Washington).

ທ່ານ ຜູ້ຟັງທີ່ເຄົາຣົບ ເພງທ້າຍລາຍການ ໃນມື້ນີ້ Maysoly ພູມໃຈສເນີ ເພງທີ່ມີຊື່ວ່າ “ຄິດຮອດບ້ານເກີດ” ຂໍມອບ ເປັນຄວາມສຸກ ກັບທຸກໆ ທ່ານທີ່ກຳລັງ ໃຫ້ກຽດຕິດຕາມ ຮັບຟັງລາຍການ ຢູ່ໃນຂນະນີ້ ເຊີນຮັບຟັງໄດ້. ----ເພງ)----

ທີ່ຈົບລົງໄປນັ້ນ ກໍຄືເພງ ທີ່ມີຊື່ວ່າ ”ຄິດຣອດບ້ານເກີດ” ຂອງ ຄນະວົງດົນຕຣີ ”ຮັກບໍ່ລືມ” ຫວັງວ່າ ຄົງຈະໃຫ້ ຄວາມມ່ວນຊື່ນ ໃຫ້ແກ່ຜູ້ຟັງ ບໍ່ຫຼາຍກໍໜ້ອຍ ໂດຍສະເພາະ ກໍແມ່ນໝູ່ເພື່ອນ ຫຼື ແຟນເພງ ຂອງ ເຈົ້າຂອງຈົດໝາຍ ຢ່າງໃດກໍ່ຕາມ ພໍເວົ້າມາເຖິງຕອນນີ້ ເວລາແຫ່ງລາຍການ ຕອບຈມ. ກໍໝົດລົງ ພຽງເທົ່ານີ້ Maysoly ຂໍເຊີນທ່ານຕິດຕາມ ຮັບຟັງ ລາຍການນີ້ໄດ້ໃໝ່ ໃນວັນພະຫັດໜ້າ. ສະບາຍດີ

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.