ວັນທີ 30 ເດືອນ ພືສພາ ປີ 2007


2007.05.30

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ພົບກັນອີກຕາມເຄີຽ ໃນລາຍການ ຕອບຈມ. ຫວັງໃຈເປັນ ຢ່າງຍິ່ງວ່າ ທຸກໆ ທ່ານທີ່ເປັນແຟນ ຂອງລາຍການ ຄົງຈະກຳລັງ ໃຫ້ກຽດຕິດຕາມ ຮັບຟັງຢູ່ ເອົາລ່ະ ເພື່ອບໍ່ເສັຽເວລາ ຂອງພວກເຮົາເນາະ Maysoly ຂໍເຊີນ ທ່ານເຂົ້າສູ່ ລາຍການເລີຽ.

E-mail ສະບັບທຳອິດ ທີ່ຈະນຳມາອ່ານ ສູ່ທ່ານຟັງ ໃນມື້ນີ້ ກໍຄື E-mail ຂອງທ່ານ “ອະດີດລູກພຣະແກ້ວ” ເນື້ອໃນໃຈຄວາມ ມີດັ່ງນີ້:

ສະບາຍດີ Maysoly ພ້ອມດ້ວຍທີມງານ ກ່ອນອື່ນຫວັງວ່າ ທຸກທ່ານ ຄົງສະບາຍດີ ມື້ນີ້ ຂ້າພະເຈົ້າ ຕ້ອງຂໍລົບກວນ ອີກເທື່ອນຶ່ງ ເພາະເປັນ ມື້ພິເສດ ໃນລາຍການ ຕອບຈມ. ສັປດາ ທີ່ຜ່ານມາ ຂ້າພະເຈົ້າ ໄດ້ຍິນຫຼາຍໆ ທ່ານໄດ້ຂຽນຈມ.ເຖິງ Maysoly ແລະ ລ້ວນແລ້ວ ແຕ່ ເວົ້າເຖິງ ເຣື້ອງທີ່ທາງຣັຖບານລາວ ອອກມາຂົນຂວາຍ ເອົາພີ່ນ້ອງຊາວລາວ ຢູ່ນອກປະເທດ ກັບຄືນໄປ ຊ່ວຍກັນພັທນາ ເມື່ອຟັງແລ້ວ ກໍເຫັນວ່າ ຫຼາຍທ່ານ ກໍມີຫຼາຍເຫດຜົນ ກ່ຽວກັບ ເຣື້ອງນີ້ ຂ້າພະເຈົ້າ ຢາກຈະໃຫ້ ທັດສະນະ ຂໍ້ຄິດສ່ວນຕົວ ມາຮ່ວມດັ່ງນີ້:

“ຂ້າພະເຈົ້າ ຄິດວ່າ ຖ້າຣັຖບານສປປ.ລາວ ຕ້ອງການ ໃຫ້ພໍ່ແມ່ພີ່ນ້ອງ ຊາວລາວ ນອກປະເທດ ໄປຮ່ວມສ້າງສາ ພັທນາ ດ້ວຍຄວາມຈິງໃຈ ເພື່ອຄວາມສິວິໄລ ຂອງປະເທດລາວ ນັ້ນ ພວກ ເພີ່ນ ບໍ່ຈຳເປັນຈະຕ້ອງ ອອກມາຂົນຂວາຍ ດອກ ພຽງແຕ່ ດັດແປງ ແລະແກ້ໄຂ ກົດໝາຍ ຂອງເພີ່ນ ໃຫ້ສອດຄ່ອງ ກົດໝາຍ ສາກົນ ຄືໃຫ້ຖຶກຕ້ອງ ທຸກສິ່ງທຸກຢ່າງ ເພື່ອ ຄວາມປອດພັຍ ແລະ ຍຸຕິທັມ. ແລະບັນດາ ພີ່ນ້ອງລູກຫຼານລາວ ທີ່ຢູ່ນອກປະເທດ ຈະພາກັນ ກັບຄືນລາວ ຢ່າງແນ່ນອນ. ຂໍພຽງແຕ ່ຣັຖບານ ສປປ.ລາວ ຈົ່ງເປັນຣັຖບານ ຂອງປະຊາຊົນລາວ ດັ່ງທີ່ພວກ ເພີ່ນກ່າວ ມາແລ້ວນັ້ນ ບໍ່ແມ່ນ ເປັນຣັຖບານ ຮັບໃຊ້ຕ່າງປະເທດ ຂ້າພະເຈົ້າ ຫວັງວ່າ ທາງ ຣັຖບານ ສປປ.ລາວ ຄົງຈະພິຈາຣະນາ ແລະ ແກ້ໄຂບັນຫາ ເຣື່ອງນີ້ ໃຫ້ສົມກັບ ຄຳທີ່ເພີ່ນ ເວົ້າວ່າ “ບໍ່ມີໃຜ ຈະຮັກລາວ ເໝືອນຄົນລາວ ຮັກລາວດອກ” ຄຳເວົ້ານີ້ ຂ້າພະເຈົ້າເຫັນ ພ້ອມຮ້ອຍ ເປີເຊັນ ທ້າຍສຸດ ຂໍອວຍໄຊ ໃຫ້ພອນແກ່ Maysoly ພ້ອມທີມງານ ຈົ່ງປະສົບ ແຕ່ຄວາມສຸກ ກາຍສະບາຍໃຈ ປາຖນາສິ່ງໃດ ໃຫ້ໄດ້ດັ່ງຄວາມມຸ່ງມາດ ປາຖນາເຖີ້ນ”.

ທີ່ກ່າວມານີ້ ກໍຄືຂໍ້ຄິດ ສເນີຂອງ “ອະດີດລູກພຣະແກ້ວ” Maysoly ຂໍຂອບໃຈ ທີ່ທ່ານໄດ້ໃຫ້ ກຽດຕິດຕາມ ລາຍການຕອບຈມ. E-mail ຂອງ ທ່ານທຸກສະບັບ ທີ່ຂຽນມາເຖິງ RFA ພວກເຮົາ ບໍ່ເຄີຽຄິດ ວ່າ ຈະເປັນການ ລົບກວນເລີຽ ຕຼົງກັນຂ້າມ ຍິ່ງຮູ້ສຶກດີໃຈ ອີກຊ້ຳ ຫວັງວ່າ ໂອກາດໜ້າ ຈະໄດ້ຮັບຈມ. ຈາກທ່ານອີກ. ທ່ານຜູ້ຟັງ ທີ່ເຄົາຣົບ ເພື່ອຄວາມສຳຣານ ບານໃຈ Maysoly ຂໍເຊີນທ່ານ ຟັງເພງລາວ ມ່ວນໆ ເພງນຶ່ງ ກ່ອນເນາະ ເພງນີ້ມີຊື່ວ່າ “ສາມັກຄີກັນເຖິດລາວ“ ຂັບຮ້ອງໂດຍ “ສົມສແວງ ສຸນທະວົງ” ເຊີນຮັບຟັງໄດ້.

----ເພງ----

ເປັນແນວໃດ ທ່ານຜູ້ຟັງ ທີ່ເຄົາຣົບ ເພງທີ່ຈົບລົງໄປນັ້ນ ພໍຈະໃຫ້ ຄວາມມ່ວນຊື່ນ ແກ່ທ່ານຜູ້ຟັງ ໄດ້ແດ່ບໍ່ ບັດນີ້ ຂໍເຊີນທຸກໆ ທ່ານເຂົ້າ ສູ່ລາຍການຕອບ ຈມ.ອີກ ເມື່ອຕົ້ນລາຍການ ທ່ານກໍ່ໄດ້ ຟັງແນວຄິດ ຂໍ້ສເນີ ຂອງ ”ອະດີດລູກພຣະແກ້ວ” ໄປແລ້ວ ກ່ຽວກັບກໍຣະນີ ທີ່ວ່າ ຣັຖບານສປປ. ລາວ ຮຽກຮ້ອງ ໃຫ້ຄົນລາວ ນອກປະເທດ ກັບຄືນເມືອ ຊ່ວຍສ້າງສາ ພັທນາເມືອງລາວ ບັດນີ້ Maysoly ກໍຢາກໃຫ້ທ່ານ ໄດ້ຟັງທັດສະນະ ແນວຄິດ ຂອງຜູ້ສັນທັດ ກໍຣະນີເບີ່ງ ວ່າເພີ່ນມີ ແນວຄິດແນວໃດ ທ່ານຜູ້ນີ້ ໄດ້ໃຫ້ທັດ ສະນະວ່າ:

“ກ່ຽວກັບເຣື່ອງ ການຮຽກຮ້ອງ ໃຫ້ຄົນລາວ ນອກປະເທດ ໄປປະກອບສ່ວນ ເພື່ອສ້າງສາພັທນາ ເມືອງລາວນັ້ນ ມັນກໍເປັນ ການດີ ຖ້າຫາກວ່າ ທາງຣັຖບານລາວ ບໍ່ມີແນວເບື້ອງຫຼັງ ເຊື່ອງຊ້ອນໄວ້ ແຕ່ສິ່ງທ ີ່ຢາກໃຫ້ ພວກເຮົາ ຄິດນຳ ກໍຄືວ່າ ໃນສມັຍກ່ອນ ຢຶດອຳນາດ ຄື ປີ 1975 ທາງ ຝ່າຍປະເທດລາວ ກໍມີການໂຄສະນາ ຂົນຂວາຍ ແລະ ປະຕິບັດ ຢ່າງເຂັ້ມງວດ ຕໍ່ສັນຍາ ແລະ ອະນຸສັນຍາ ວຽງຈັນ ແລະຫຼັງຈາກນັ້ນ ກໍມີ ການຮຽກຮ້ອງ ໃຫ້ມີການປະຕິບັດ ໂຄງການ ການ ເມືອງ 18 ຂໍ້ ແຕ່ພວກເຮົາ ກໍ່ຮູ້ດີແລ້ວວ່າ ແມ່ນຜູ້ໃດແທ້ ເປັນ ຜູ້ລ່ວງລະເມີດ ສັນຍາ ແລະ ອະນຸສັນຍາ ແລະ ແມ່ນໃຜ ບໍ່ປະຕິບັດ ຕາມເນື້ອໃນ ແລະຈິດໃຈ ຂອງໂຄງການ ການເມືອງ 18 ຂໍ້ ມາຈົນເຖິງ ປັດຈຸບັນນີ້ ທຸກຄົນ ກໍຊາບດີແລ້ວວ່າ ມີກົດໝາຍ ຣັຖທັມມະນູນ ທີ່ທາງຣັຖ ບານລາວ ໄດ້ວາງອອກມາ ແຕ່ການປະຕິບັດ ກົດໝາຍ ແລະຣັຖທັມມະນູນ ນັ້ນ ບໍ່ໄດ້ປະຕິ ບັດຕາມ ເວົ້າສະເພາະ ເຣື້ອງການ ປາບປາມ ການສໍ້ຣາດ ບັງຫຼວງ ຣັຖບານ ສປປ.ລາວ ມີທັງລະບຽບ ມີທັງຫຼັກການ ແຕ່ການສໍ້ຣາດ ບັງຫຼວງ ຍັງແຜ່ຂຍາຍ ຢູ່ຕໍ່ໄປ ທັງໝົດນີ້ ມີສ່ວນ ກະທົບໂດຍກົງ ຕໍ່ແນວທາງ ນະໂຍບາຍ ຂອງທາງການ ລາວ ທີ່ຮຽກຮ້ອງໃຫ ້ຄົນລາວ ຕ່າງປະເທດ ກັບຄືນ ເມື່ອສມັຍກ່ອນໆ ເຮົາຈະເຫັນວ່າ ເຄື່ອງມື ທີ່ທາງຝ່າຍ ປະເທດລາວ ໃຊ້ໂຄສະນາ ຂົນຂວາຍນັ້ນ ກໍ່ຄືນັກຮຽນ ນັກສຶກສາ ນັກປັນຍາຊົນ. ຕົກມາ ໃນປັດຈຸບັນນີ້ ການປະຕິບັດ ນະໂຍບາຍດືງ ດູດເອົາຄົນລາວ ນອກ ທາງການລາວ ກໍຍັງໃຊ້ນັກຮຽນ ນັກປັນຍາຊົນ ຂອງ ລະບອບ ພຣະຣາຊອານາ ຈັກລາວ ແລະຜູ້ຊົງຄຸນວຸທິ ເປັນກຳລັງ ໂຄສະນາ ດັ່ງທີ່ພວກເຮົາ ເຫັນຢ ູ່ໃນປັດຈຸບັນນີ້ ການຮຽກຮ້ອງ ຕ້ອງການ ຂອງຣັຖບານ ສປປ.ລາວ ເພື່ອໃຫ້ຄົນລາວ ນອກກັບເມືອລາວ ເພື່ອໃຫ້ກັບຄືນໄປ ສ້າງສາພັທນາ ໃນຮູບແບບ ການໄປຕັ້ງຫລັກ ແບບຖາວອນ ການໄປຢູ່ ແບບຊົ່ວຄາວ ການໄປຊ່ວຍ ທາງດ້ານວິຊາການ ຫຼືການໄປເຮັດ ທຸຣະກິດຕ່າງໆ ຄິດວ່າຄົງ ຈະເປັນໄປໄດ້ຍາກ ເພາະພັກ ປະຊາຊົນ ປະຕິວັດລາວ ມີແຕ່ສ້າງ ສາພັທນາ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດ ສັງຄົມນິຍົມ ຂໍ້ນີ້ບໍ່ແມ່ນເວົ້າ ທາງລົບແກ່ສປປ.ລາວ ແຕ່ມັນໄດ້ບົ່ງໄວ້ ໃນມະຕິ ຂອງ ກອງປະຊຸມໃຫຍ່ ຄັ້ງຫລ້າສຸດນີ້ ຖ້າເວົ້າເຖິງ ສັງຄົມນິຍົມ ແລ້ວ ໃຫ້ທ່ານເຂົ້າໃຈວ່າ ແຮງງານ ການຜລິດ ອຸປະກອນ ການຜລິດ ແລະການພົວພັນ ການຜລີດ ແມ່ນລ້ວນແລ້ວ ແຕ່ເປັນຂອງຣັດ ແລະ ຂອງຮວມໝູ່ ທັງນັ້ນ ເມື່ອເປັນເຊັ່ນ ນີ້ແລ້ວ ການລົງທຶນ ຫຼືວ່າການເຮັດ ທຸຣະກິດຢູ່ລາວ ຈະໄປໄກໄດ້ປານໃດ ໃນເມື່ອ ພັກມີແນວທາງ ນະໂຍບາຍແນວນັ້ນ ສຣຸບແລ້ວ ຄົນລາວນອກ ປະເທດ ຍາມໃດ ກໍ່ມີຈິດໃຈ ຮັກ ປະເທດຊາດ ຮັກປະຊາຊົນ ຍາມໃດ ກໍຫວັງຈະໃຫ້ປະເທດຊາດ ຈະເຣີນກ້າວໜ້າ ຢາກ ໃຫ້ປະຊາຊົນ ມີຢູ່ມີກິນ ດັ່ງຊາດອື່ນ ປະເທດອື່ນ ທີ່ພັທນາແລ້ວ ແຕ່ຈະເຮັດແນວໃດ ໄດ້ ໃນເມື່ອປະຊາຊົນ ຂາດສິດ ເສຣີພາບ ປະຊາທິປະໄຕ.”

ທີ່ກ່າວມານີ້ ກໍຄືທັດສະນະ ສ່ວນນຶ່ງ ຂອງ”ຜູ້ສັນທັດກໍຣະນີ” ທ່ານຜູ້ຟັງທີ່ເຄົາຣົບ ເພງທ້າຍລາຍການ ຂອງພວກເຮົາໃນມື້ນີ້ Maysoly ຂໍມອບເພງ ທີ່ມີຊື່ວ່າ “ປູ່ສອນຫລານ” ໃຫ້ແກ່ ທ່ານຜູ້ຟັງທຸກໆ ທ່ານ ທີ່ກຳລັງ ໃຫ້ກຽດຕິດຕາມຮັບຟັງ ລາຍການຕອບຈົດໝາຍ ຢູ່ໃນຂນະນີ້.

----ເພງ----

ທີ່ຈົບລົງໄປນັ້ນ ກໍຄືເພງທີ່ມີຊື່ວ່າ “ປູ່ສອນຫລານ” ຈາກຜົນງານຂອງ “ສິດ ດົງໂດກ” ທ່ານຜູ້ຟັງ ທີ່ເຄົາຣົບ ລາຍການ ຕອບຈົດໝາຍ ໃນມື້ນີ້ ເວລາກໍໝົດລົງ ພຽງເທົ່ານີ້ແລ້ວ ຂໍເຊີນ ທ່ານຕິດຕາມ ຮັບຟັງໄດ້ໃໝ ່ໃນ ວັນພະຫັດໜ້າ. ສະບາຍດີ

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.