ວັນທີ 11 ເດືອນ ກໍຣະກະດາ ປີ 2007
2007.07.11
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການ ຕອບຈມ ກໍໄດ້ໝຸນວຽນມາ ຄົບຮອບ ອີກເທື່ອນຶ່ງ ຫວັງໃຈ ສເມີວ່າ ທ່ານທີ່ເປັນ ແຟນຂອງພວກເຮົາ ກໍຄົງ ຈະກຳລັງ ໃຫ້ກຽດຕິດຕາມ ຮັບຟັງຢູ່ ຕິເນາະ ເພື່ອບໍ່ເປັນການ ເສັຽເວລາ ກໍຂໍເຊີນທຸກໆ ທ່ານ ເຂົ້າສູ່ ລາຍການເລີຽ.
ຈມ. ສະບັບທຳອິດທີ່ Maysoly ຈະນຳມາ ອ່ານສູ່ທ່ານຟັງ ໃນມື້ນີ້ກໍຄ ືຂອງທ່ານ ຊາລີ ຮັງ ໃນ ຈມ. ເພີ່ນບອກມາ ດັ່ງນີ້:
ີ້ “ຂ້າພະເຈົ້າ ຢາກຈະໄດ້ປື້ມ ຂອງ ດຣ. ບຸນສັງ ຄຳແກ້ວ ທີ່ອອກ ອາກາດ ທຸກໆ ວັນຈັນ ນັ້ນ ຊ່ວຍບອກແດ່ວ່າ ຈະຊອກຊື້ ໄດ້ຢູ່ໃສ ແລະລາຄາ ເລັ່ມລະທໍ່ໃດ.”
Maysoly ຂໍຂອບໃຈ ນຳທ່ານ ທີ່ໃຫ້ຄວາມສົນໃຈ ກ່ຽວກັບ ປື້ມເລັ່ມນີ້ ຢ່າງໃດ ກໍຕາມ Maysoly ຄິດວ່າ ດຣ. ບຸນສັງ ຄຳແກ້ວ ຄົງໄດ້ຕິດຕໍ່ ຫາທ່ານ ໄປແລ້ວ ລອງ ກວດເບີ່ງ E-mail ຂອງທ່ານ ກໍແລ້ວກັນເນາະ ຖ້າທ່ານ ຍັງບໍ່ມີຄຳຕອບ ຂໍເຊີນ ຂຽນຈມ. ເຖິງພວກເຮົາ ໄດ້ອີກ.
ຈມ.ສະບັບຕໍ່ໄປ ກໍຄືຈມ.ຂອງ “ລູກສາຣະວັນ” ອີກ ເພີ່ນບອກວ່າ:
“ສະບັບນີ້ຂຽນມາ ເພື່ອຢາກໃຫ້ ທັສະນະ ສ່ວນຕົວ ກ່ຽວກັບ ຂໍ້ຄິດເຫັນ ຂອງທ່ານ “ສັມມະນາ ກອນ” ແລະ ທ່ານ “ນະຫາດຊາຍຟອງ” ທີ່ໄດ້ອອກ ອາກາດໄປແລ້ວ ເມື່ອບໍ່ນານມານີ້ ໃນ ລາຍການ ຕອບຈມ. ຫລັງຈາກ ທີ່ລູກສາຣະວັນ ໄດ້ຍິນໄດ້ຟັງ ຄຳຕອບ ໂຕ້ຂອງທ່ານ ທັງສອງ ແລ້ວ ລູກສາຣະວັນ ຄິດວ່າ ທ່ານ ນະຫາດຊາຍຟອງ ກໍຄົງ ມີພາກສ່ວນ ປະກອບ ຕໍ່ສະພາບ ການ ວິວັທນາ ການ ຂອງປະຊາດ ບ້ານເມືອງ ບໍ່ຫລາຍ ກໍ່ໜ້ອຍ ລູກສາຣະວັນ ເຊື່ອໝັ້ນວ່າ ໃນອະດີດ ຂອງແຕ່ ລະບຸກຄົນ ແລະ ແຕ່ລະຂັ້ນຕອນ ວິທີການ ຂອງຊີວິດ ຍ່ອມຈະມີປະສົບ ປະການຕ່າງໆ ນາໆ ທີ່ແຕກຕ່າງ ກັນໄປ ເຊັ່ນດຽວ ກັນກັບ ການປະກອບສ່ວນ ເພື່ອ ປະເທດ ຊາດບ້ານເມືອງ ກໍຍ່ອມ ຈະແຕກຕ່າງກັນໄປ ຄົງຈະບໍ່ໄດ້ ໝາຍຄວາມວ່າ ຕ້ອງເປັນຣາຊການ ຣັຖການ ນາຍທະຫານ ນາຍຕຳຣວດ ຫຼື ນັກການເມືອງ ທ່ານໃດ ທ່ານນຶ່ງ ແຕ່ຫາກ ຍ່ອມ ປະກອບດ້ວຍ ພົລເມືອງ ຂອງລາວ ພາຍໃນ ແລະນອກປະເທດ ຫຼື ທົ່ວທຸກແຫ່ງຫົນ ແລະທຸກ ຊົນຊັ້ນ ຊົນເຜົ່າ ແມ້ກະທັ້ງ ຄົນຂໍທານ ລ້ວນເປັນ ພາກສ່ວນ ປະກອບ ຂອງຊາດ ເພາະວ່າ ເປັນຜູ້ໃຫ້ຂໍ້ມູນ ຊີ້ແຈງ ເຖິງຈຸດອ່ອນ ກ່ຽວກັບການ ພັທນາ ເສຖກິດ ຂອງ ປະເທດຊາດ”.
ທີ່ກ່າວມານີ້ ກໍຄືຂໍ້ຄິດເຫັນ ບາງສ່ວນ ໃນຈມ. ຂອງ ລູກສາຣະວັນ. ທ່ານຜູ້ຟັງ ທີ່ເຄົາຣົບ ພໍເວົ້າ ມາເຖິງ ຕອນນີ້ເພື່ອ ເປັນການ ພັກຜ່ອນຫຍ່ອນໃຈ Maysoly ຂໍເຂີນ ທ່ານຟັງ ເພງລາວ ມ່ວນໆ ເພງນຶ່ງກ່ອນ ເນາະ ກ່ອນ ຈະຕອບຈມ. ຂອງທ່ານຕໍ່ໄປ ເພງນີ້ມີຊື່ວ່າ “ຮັກແທ້ຢູ່ໃສ” ຈາກສຽງ ຂັບຮ້ອງຂອງ “ມະນີສອນ ວົງສາແກ້ວ” ເຊີນຮັບຟັງໄດ້. --- (ເພງ) ---
ທີ່ຈົບລົງໄປນັ້ນ ກໍ່ຄືເພງ ທີ່ມີຊື່ວ່າ “ຮັກແທ້ຢູ່ໃສ” ຈາກ ສຽງຂັບຮ້ອງຂອງ “ມະນີສອນ ວົງສາແກ້ວ” ບັດນ ີ້ຂໍເຊີນ ທ່ານ ກັບເຂົ້າສູ່ ລາຍການ ຕອບຈມ.ອີກເນາະ.
ຈມ. ສະບັບຕໍ່ໄປ ກໍຄືຂອງທ່ານ “ແສງພຣະຈັນທ໌” ຂຽນຈາກ ເມືອງ Fresno ຣັດ California ໃນ E-mail ເພີ່ນ ບອກມາວ່າ: “ສະບາຍດີ Maysoly ພ້ອມດ້ວຍທີມງານ RFA ຂ້າພະເຈົ້າ ໄດ້ຕິດຕາມ ຮັບຟັງ ລາຍການ ຕອບຈມ. ເປັນປະຈຳ ແຕ່ບໍ່ເຄີຍ ຂຽນມາຮ່ວມ ຈັກເທື່ອ ສະບັບ ນີ້ເປັນ ສະບັບທຳອິດ ຖ້າບໍ່ຣົບກວນ ເກີນໄປ ຂ້າພະເຈົ້າ ຂໍຟັງເພງ ”ຊຳເໜືອບ້ານເກີດ” ຊຶ່ງຂັບຮ້ອງໂດຍ “ກິວົງ” ເພງນ ີ້ຂໍຟັງ ຮ່ວມກັບ ພີ່ນ້ອງ ຊາວຊຳເໜືອ ທຸກຄົນ ແລະພິເສດສຸດ ຟັງຮ່ວມກັບເພື່ອນຮັກ ທ່ານນຶ່ງ ຢູ່ປະເທດຝຣັ່ງເສດ ຟັງແລ້ວ ຂໍໃຫ້ຄິດເຖິງ ຕອນທີ່ພວກເຮົາ ຮຽນໜັງສ ນຳກັນ ທີ່ດົງໂດກ.” ວ່າຊັ້ນ
Maysoly ຂໍຂອບໃຈ ທີ່ທ່ານໄດ້ ຂຽນຈມ. ເຖິງລາຍການ ຂອງພວກເຮົາ ເພງ ທີ່ທ່ານຂໍມານັ້ນ Maysoly ກໍຍິນດີ ຈະຈັດໃຫ້ ສະນັ້ນ ເພື່ອບໍ່ເປັນການ ເສັຍເວລາ ເນາະທ່ານຜູ້ຟັງ ຂໍເຊີນ ທ່ານຮັບຟັງ ຊຳເໜືອ ບ້ານເກີດ ຈາກສຽງ ຂອງກິວົງໄດ້ເລີຍ.
--- (ເພງ) ---
ທີ່ຈົບລົງໄປນັ້ນ ຄືເພງ ທີ່ມີຊື່ວ່າ “ຊຳເໜືອບ້ານເກີດ” ຈາກ ສຽງຂັບຮ້ອງ ຂອງ “ກິວົງ” ຄິດວ່າ ຄົງຈະຖືກໃຈ ທ່ານ ”ແສງພຣະຈັນທ໌”ເນາະ ທ່ານຜູ້ຟັງ ທີ່ເຄົາຣົບ ພໍເວົ້າ ມາເຖິງຕອນນີ້ ໜ້າເສັຍ ດາຍເຫຼືອເກີນ ເພາະເວລາ ແຫ່ງລາຍການ ຕອບຈມ. ກໍໝົດລົງພໍດີ ສະນັ້ນ Maysoly ຂໍເຊີນ ທ່ານ ທີ່ສົນໃຈ ຈົ່ງຕິດຕາມ ຮັບຟັງໄດ້ໃໝ ່ໃນ ວັນ ພະຫັດໜ້າ ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຣາຍການອື່ນໆ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 4 ເດືອນ ກໍຣະກະດາ ປີ 2007
- ວັນທີ 27 ເດືອນ ມິຖຸນາ ປີ 2007
- ວັນທີ 20 ເດືອນ ມິຖຸນາ ປີ 2007
- ວັນທີ 13 ເດືອນ ມິຖຸນາ ປີ 2007
- ວັນທີ 6 ເດືອນ ມິຖຸນາ ປີ 2007
- ວັນທີ 30 ເດືອນ ພືສພາ ປີ 2007
- ວັນທີ 23 ເດືອນ ພືສພາ ປີ 2007
- ວັນທີ 16 ເດືອນ ພືສພາ ປີ 2007
- ວັນທີ 9 ເດືອນ ພືສພາ ປີ 2007
- ວັນທີ 2 ເດືອນ ພືສພາ ປີ 2007
- ວັນທີ 25 ເດືອນ ເມສາ ປີ 2007
- ວັນທີ 18 ເດືອນ ເມສາ ປີ 2007
- ວັນທີ 11 ເດືອນ ເມສາ ປີ 2007
- ວັນທີ 4 ເດືອນ ເມສາ ປີ 2007
- ວັນທີ 28 ເດືອນ ມິນາ ປີ 2007
- ວັນທີ 21 ເດືອນ ມິນາ ປີ 2007
- ວັນທີ 14 ເດືອນ ມິນາ ປີ 2007
- ວັນທີ 7 ເດືອນ ມິນາ ປີ 2007
- ວັນທີ 28 ເດືອນ ກຸມພາ ປີ 2007
- ວັນທີ 21 ເດືອນ ກຸມພາ ປີ 2007
- ວັນທີ 14 ເດືອນ ກຸມພາ ປີ 2007
- ວັນທີ 7 ເດືອນ ກຸມພາ ປີ 2007
- ວັນທີ 31 ເດືອນ ມົກກະຣາ ປີ 2007
- ວັນທີ 24 ເດືອນ ມົກກະຣາ ປີ 2007
- ວັນທີ 17 ເດືອນ ມົກກະຣາ ປີ 2007