ເຣື້ອງທີ່ເກັບບັນທຶກໄວ້
2022-11-30
ຄົນງານລາວ ຈໍານວນຫລາຍ ໄດ້ໂຮມໂຕກັນທວງເອົາເງິນ ຄ່າມັດຈໍາ ຈາກ ບໍຣິສັດ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ພາຍຫລັງທີ່ບໍ່ໄດ້ຮັບ ການຕິດຕໍ່ ຈາກທາງບໍຣິສັດ ມາເປັນເວລາດົນ.
2022-11-30
ການລັກຊັບ ຍັງເປັນບັນຫາໃຫຍ່ ແລະເກີດຂຶ້ນຫຼາຍ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຫຼາຍກວ່າໝູ່ ແມ່ນການລັກ ຍານພະຫະນະ ປະເພດຣົຖຈັກ ທີ່ມັກເກີດຂຶ້ນທຸກໆມື້ ກາຍເປັນບັນຫາສັງຄົມ ສ້າງຄວາມເດືອດຮ້ອນໃຫ້ ປະຊາຊົນຜູ້ບໍຣິສຸດ, ເປັນພັຍຕໍ່ຊີວິຕ ແລະຊັບສິນ ຂອງຊາວບ້ານ.
2022-11-30
ການສ້ອມແປງ ຖນົນຫລວງແຫ່ງຊາຕ 13 ໃຕ້ ເຮັດໃຫ້ມີຂີ້ຝຸ່ນຫລາຍ ກະທົບຊາວບ້ານ ໂດຍສະເພາະຂີ້ຝຸ່ນ ທີ່ເກີດຈາກການສ້ອມແປງທາງ ທີ່ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ໃນເຂດ ເມືອງທ່າພະບາດ ຊຶ່ງເປັນອັນຕຣາຍ ຕໍ່ສຸຂພາບ ຕໍ່ລະບົບຫາຍໃຈ.
2022-11-30
ຄົນລາວຜູ້ນຶ່ງ ຈ້າງຄົນຂັບຣົຖ ຂົນນໍ້າມັນເຊື້ອເພີງຂອງໄທຍ ໃຫ້ລັກຂົນຢາເສບຕິດ ຫຼາຍຊະນິດເຊັ່ນຢາບ້າເກືອບ 4 ລ້ານເມັດ, ມູນຄ່າທັງໝົດ 100 ປາຍລ້ານບາທ ຈາກລາວ ຜ່ານຂົວມິດຕະພາບ ລາວ-ໄທຍ ເຂົ້າໄປໜອງຄາຍ.
2022-11-30
ທາງການລາວ ແລະໄທຍ ຮ່ວມກັນຂຍາຍຜົນ ຫາຂບວນການ ຄ້າເສືອໂຄ່ງຂ້າມຊາຕ ຫຼັງຈາກທີ່ ທ້າວທະນັດ ວົງສານ ອາຍຸ 63 ປີ ສັນຊາຕໄທຍ ຖືກເຈົ້າໜ້າທີ່ໄທຍຈັບ ແລ້ວສາຣະພາບວ່າ ໄດ້ຕິດຕໍ່ຊື້ລູກເສືອໂຄ່ງ ໃນແຂວງສວັນນະເຂດ.
2022-11-29
ຊາວລາວ ເບິ່ງເຕະບານໂລກປີ 2022 ຜ່ານຊ່ອງທາງອື່ນ ເນື່ອງຈາກໂທຣທັສ ຂອງທາງການລາວ ບໍ່ໄດ້ຮັບ ລິຂສິດ ໃນການຖ່າຍທອດສົດ ຊຶ່ງຄົນລາວ ສາມາດຕິດຕາມຜ່ານ ສື່ຂອງທາງການຈີນ ແຕ່ເນື່ອງຈາກ ບໍ່ເຂົ້າໃຈພາສາຈີນ ຈຶ່ງບໍ່ເປັນທີ່ນິຍົມ.
2022-11-29
ທາງການລາວ ໃຫ້ບໍຣິສັດ ຈີນເຂົ້າມາສັມປະທານ ເຂດນ້ຳຕົກຕາດ ຄອນພະເພັງ ສົ່ງຜົລກະທົບຕໍ່ ຜູ້ຕັ້ງຮ້ານ ຂາຍເຄື່ອງ ຍ້ອນວ່າ ເຂົາເຈົ້າຕ້ອງໄດ້ຈ່າຍຄ່າເຊົ່າແພງຂຶ້ນ.
2022-11-29
ອຸປກອນ ທາງການແພດ 20 ປາຍຣາຍການ ຈະມອບໃຫ້ ໂຮງໝໍແຂວງຄໍາມ່ວນ ໃນໂຄງການ ນຶ່ງຄົນ ນໍາພາລອຍ ຫລາຍຄົນເປັນຜູ້ໃຫ້ ຂະນະທີ່ ທ່ານ ພາຄິດ ຄຳວິໄລສັກ ໄດ້ເດີນທາງໄປພົບ ຮອງເຈົ້າແຂວງ ແຂວງຄຳມ່ວນ ແລະ ຜູ້ອຳນວຍການ ໂຮງໝໍແຂວງຄຳມ່ວນ.
2022-11-29
ມວນຊົນລາວ ຢາກໃຫ້ຣັຖບານ ແກ້ໄຂຫລາຍບັນຫາ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຈະມາເຖິງນີ້ ໂດຍສະເພາະ ບັນຫາເສຖກິຈ, ການສໍ້ຣາສ ບັງຫລວງ, ເງິນກີບເຟີ້, ທີ່ດິນທໍາກິນ, ຄ່າຄອງຊີພຝືດເຄືອງ, ໜີ້ສິນສາທາຣະນຸມະຫາສານ ແລະບັນຫາ ຢາເສບຕິດ ທີ່ແພ່ຫລາຍ.
2022-11-29
ເພື່ອຄວາມສງົບ ແລະປອດພັຍ, ແຂວງຄໍາມ່ວນ ຂອງລາວ ແລະແຂວງກວາງບິ່ງ ຂອງວຽດນາມ ປຶກສາຫາລືກັນ ເພື່ອແກ້ໄຂ ບັນຫາ ການເຂົ້າປະເທດ, ການປະກອບທຸຣະກິຈ ຜິດກົດໝາຍ, ການແຕ່ງດອງ ບໍ່ໄດ້ຮັບອະນຸຍາດ ຢູ່ຕາມຊາຍແດນ.
2022-11-28
ນະຄອນຫລວງພຣະບາງ ປະກາດຢຸດຕິ ການຖ່າຍສະຊາຍ 100%, ພາຍຫລັງຊາວບ້ານ 115 ບ້ານ ພາກັນສ້າງວິດຖ່າຍ ແລະລະບົບນໍ້າລິນ ຕາມທິດຊີ້ນຳ ຂອງວຽກງານຊຸມຊົນ ເປັນເຈົ້າການ ດ້ານສຸຂອະນາໄມ ນັບແຕ່ປີ 2019-2022 ສ່ວນອີກຫຼາຍເມືອງ ຍັງບໍ່ສາມາດ ສ້າງວິດຖ່າຍໄດ້.
2022-11-28
ຊາວລາວຫຼາຍຄົນ ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາ ການອອກບັດປະຈຳໂຕ ໃຫ້ໄວ ເພາະພວກເຂົາຕ້ອງການບັດ ເພື່ອເຮັດທຸຣະຫຼາຍຢ່າງ ຂະນະທີ່ ພາກສ່ວນກ່ຽວຂ້ອງ ຍັງບໍ່ຮູ້ວ່າ ຈະແກ້ໄຂ ລະບົບເຮັດບັດປະຈຳໂຕ ໄດ້ມື້ໃດ.
2022-11-28
ວາງສີລາຣຶກ ເຣີ່ມກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ ຢູ່ບ້ານດົງໂພສີ ນະຄອນຫຼວງວຽງຈັນ; ຂະນະທີ່ ປະຊາຊົນ ຜູ້ທີ່ຖືກຜົລກະທົບ ດ້ານທີ່ດິນ ກັງວົນໃຈ ຢ້ານບໍ່ໄດ້ ຄ່າຊົດເຊີຍ ຫຼື ໄດ້ຄ່າຊົດເຊີຍ ທີ່ບໍ່ເໝາະສົມ.
2022-11-28
ເວລາຜ່ານມາໄດ້ 67 ປີແລ້ວທີ່ພັກປະຊາຊົນ ປະຕິວັດລາວ ໄດ້ປະກາດ ເຖິງການປະຕິບັດ ສິດເສຣີພາບລະຫວ່າງ ຍິງ-ຊາຍ ແຕ່ຈົນມາເຖິງປີນີ້ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງລາວ ຮວມທັງຢູ່ໃນຄອບຄົວ ກໍຍັງມີຫລາຍຢູ່.
2022-11-28
ກອງບັນຫາຊາການ ທະຫານນະຄອນຫລວງວຽງຈັນ ຮ່ວມກັບ ກອງກຳລັງສຸຣະສັກ ມົນຕຣີ ພາກຕາເວັນອອກສຽງເໜືອ (ພາກອີສານ) ຂອງປະເທດໄທຍ ໄດ້ອອກລາດຕະເວນຮ່ວມກັນ ຕາມແລວແມ່ນໍ້າຂອງ ຄັ້ງທີ 2 ໃນວັນທີ 25 ພຶສຈິກາ 2022 ຜ່ານມາເພື່ອປ້ອງກັນ ການລັກລອບຂົນສົ່ງ ສິ່ງຜິດກົດໝາຽ.