ລາວ-ໄທຍ ລາດຕະເວນຮ່ວມກັນ ຕາມແລວແມ່ນໍ້າຂອງ
2022.11.28
ກອງບັນຫາຊາການ ທະຫານນະຄອນຫລວງວຽງຈັນ ຮ່ວມກັບ ກອງກຳລັງສຸຣະສັກ ມົນຕຣີ ພາກຕາເວັນອອກສຽງເໜືອ (ພາກອີສານ) ຂອງປະເທດໄທຍ ໄດ້ອອກລາດຕະເວນຮ່ວມກັນ ຕາມແລວແມ່ນໍ້າຂອງ ຄັ້ງທີ 2 ໃນເຂດນະຄອນຫລວງວຽງຈັນ ກັບແຂວງໜອງຄາຍ ໃນວັນທີ 25 ພຶສຈິກາ 2022 ຜ່ານມາເພື່ອປ້ອງກັນ ການລັກລອບຂົນສົ່ງ ສິ່ງຜິດກົດໝາຽ ໂດຍສະເພາະເຣື່ອງ ການຂົນຢາເສບຕິດ ຕາມແນວຊາຍແດນລາວ-ໄທຍ.
ດັ່ງເຈົ້າໜ້າທີ່ ກອງບັນຊາການ ທະຫານ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ພືສຈິການີ້ວ່າ:
“ທະຫານສົມທົບ ຮ່ວມກັນແຫລະ ໄດ້ລົງກວດກາຢາເສບຕິດເນາະ ແມ່ນແຫລະບາງເທື່ອ ມັນມີການເຄື່ອນຍ້າຍ ຢາເສບຕິດ ຫລືວ່າໄມ້ຫລືວ່າ ອັນນັ້ນເຮົາກາໄດ້ສົມທົບກັນ ແລ້ວກາລົງ ບາງເທື່ອມັນມີສິ່ງຜິດກົດໝາຽ ກາມີຫັ້ນນ່າ.”
ການອອກລາດຕະເວນ ຕາມແລວແມ່ນໍ້າຂອງ ລະຫວ່າງລາວກັບໄທຍ ໃນຄັ້ງນີ້ແມ່ນເປັນການຮ່ວມມືກັນ 2 ຝ່າຍ ທີ່ໄດ້ມີຂໍ້ຕົກລົງຮ່ວມກັນ ໃຫ້ມີການລາດຕະເວນຮ່ວມກັນ ທາງນໍ້າເພື່ອປ້ອງກັນ ແລະສະກັດກັ້ນການເຄື່ອນໄຫວ ຂະບວນການຄ້າຢາເສບຕິດ ຂ້າມຊາຕ ພາຍໃຕ້ອະທິປະໄຕ ຂອງແຕ່ລະປະເທດ.
ເນື່ອງຈາກຜ່ານມາ ກຸ່ມຂະບວນການ ຄ້າຢາເສບຕິດ ໄດ້ປັບປ່ຽນວິທີການ ແລະເສັ້ນທາງ ໃນການລັກລອບລຳລຽງ ຢາເສບຕິດຕາມ ແລວຊາຍແດນ ຫລາຍຂຶ້ນ ເພື່ອລົບຫລີກການກວດກາ ຂອງເຈົ້າໜ້າທີ່.
ກອງກະລັງ ສຸຣະສັກມົນຕຣີ ປະເທດໄທຍ ຈຶ່ງໄດ້ເອົາໃຈໃສ່ ແລະເໜັ້ນໜັກຂຶ້ນຕື່ມ ກັບຝ່າຍຄວາມໝັ້ນຄົງ ກັບກອງບັນຊາການ ທະຫານ ນະຄອນຫລວງວຽງຈັນ ໃນການໄປອອກລາດຕະເວນ ຮ່ວມກັນ ແລະເປັນຈຸດເຣີ່ມຕົ້ນ ຂອງຄວາມສັມພັນ ທີ່ດີທັງ 2 ປະເທດ ຈະໄດ້ຮ່ວມກັນ ສົ່ງເສີມການແກ້ໄຂ ບັນຫາຢາເສບຕິດ ໃນອະນາຄົຕ.
ນອກຈາກຢາເສບຕິດແລ້ວ ການລາດຕະເວນຮ່ວມກັນ ໃນຄັ້ງນີ້ ຍັງເປັນການເຝົ້າລະວັງ ສິ່ງຜິດກົດໝາຽອື່ນໆ ຕາມແລວຊາຍແດນນຳດ້ວຍ ເປັນຕົ້ນການລັກລອບ ເຄື່ອນຍ້າຍອາວຸດສົງຄາມ, ການຄ້າໄມ້ເຖື່ອນ, ສັດປ່າຜິດກົດໝາຽ, ການຄ້າມະນຸສ ແລະ ການເຄື່ອນຍ້າຍ ຄົນງານຂ້າມຊາຕ.
ດັ່ງເຈົ້າໜ້າທີ່ ກອງກຳລັງ ສຸຣະສັກມົນຕຣີ ພາກຕາເວັນອອກສຽງເໜືອ ປະເທດໄທຍ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າG
“ເປັນຄວາມຮ່ວມມື ຂອງທັງ 2 ປະເທດ ໃນການປ້ອງກັນ ແລະປາບປາມ ຢາເສບຕິດ ຕາມແນວຊາຍແດນ ທີ່ຄຳມ່ວນກັບນະຄອນພະນົມ ແລ້ວກໍໄປລາດຕະເວນ ທາງບົກ ທີ່ເມືອງເລີຍ ກັບແຂວງໄຊຍະບູຣີຮອບນີ້ເຮົາກໍມາທີ່ໜອງຄາຍ ກັບນະຄອນຫລວງວຽງຈັນ ໃນສ່ວນຂອງການປ້ອງກັນ ປາບປາມທັງຢາເສບຕິດ ທັງສຸນລະກາກອນ ທັງອາວຸດສົງຄາມ ທັງການລັກລອບລົບ ໜີເຂົ້າເມືອງ.”
ທ່ານກ່າວຕື່ມວ່າ ການລາດຕະເວນ ຕາມແລວຊາຍແດນ ລະຫວ່າງ ລາວ-ໄທຍ ແມ່ນບໍ່ໄດ້ມີສະເພາະນະຄອນຫລວງວຽງຈັນ ກັບແຂວງໜອງຄາຍເທົ່ານັ້ນ ແຕ່ເກືອບທຸກແຂວງ ທີ່ຢູ່ຕາມແລວຊາຍແດນລາວ-ໄທຍ ແມ່ນຈະມີການລາດຕະເວນ ຮ່ວມກັນຢ່າງຕໍ່ເນື່ອງ ທັງທາງບົກ ແລະທາງນໍ້າ.
ສຳລັບເປົ້າໝາຽ ເຂດລໍ້ແຫລມ ແລະມີຄວາມສ່ຽງສູງ ໃນການນຳເຂົ້າ-ສົ່ງອອກ ຢາເສບຕິດ ແລະສິ່ງຜິດກົດໝາຽອື່ນໆ ຢູ່ໃນລາວ ແມ່ນມີຈຳນວນ 9 ຈຸດ ແລະ ເຂດລໍ້ແຫລມ ນຳເຂົ້າ-ສົ່ງອອກ ສານຕັ້ງຕົ້ນທີ່ໃຊ້ໃນການ ຜລິດຢາເສບຕິດມີ 4 ຈຸດ ແຕ່ຈຸດສຳຄັນທີ່ສຸດ ຄືພື້ນທີ່ສາມຫລ່ຽມຄຳ ແຂວງບໍ່ແກ້ວ.
ນັບແຕ່ເກີດເຫດການ ຣະບາດໂຄວິດ-19 ເປັນຕົ້ນມາ ປະເທດລາວ ຕ້ອງປະເຊີນກັບ ບັນຫາການຣະບາດ ຢາເສບຕິດ ຢ່າງໜັກໜ່ວງ ເນື່ອງຈາກທາງການລາວ ບໍ່ມີການລາດຕະເວນ ເພື່ອປ້ອງກັນ ແລະສະກັດກັ້ນ ແບບບໍ່ຕໍ່ເນື່ອງ ຈຶ່ງກາຍເປັນໂອກາດ ໃຫ້ເກີດມີຂະບວນການ ຄ້າຢາເສບຕິດ ໃນການເຄື່ອນຍ້າຍ ສິ່ງຜິດກົດໝາຽ ເກີດຂຶ້ນໂດຍສະເພາະ ປະເພດຢາບ້າ.
ດັ່ງເຈົ້າ ໜ້າທີ່ກອງບັນຊາການ ຕຳຣວດ ແຂວງບໍ່ແກ້ວ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກາຍັງໜັກຫັ້ນແຫລະເນາະ ມັນກາຣະບາດ ຄືວ່າຫັ້ນແຫລະມັນໜັກ ໄປທາງຢາບ້ານທາງນີ້ ກາໄດ້ຕິດຕາມຂ່າວຢູ່ ຂ່າວຢູ່ໄທຍຫັ້ນແຫລະ ກາເອົາມາຈາກທາງນັ້ນແຫລະ (ລາດຕະເວນ) ເຮົາຈະນຳໃຊ້ງົບປະມານ ກາບໍ່ມີແລ້ວມັນກາເຮັດເຕັມທີ່ແຫລະ ວ່າຊັ້ນເທາະໄປ.”
ໃນວັນທີ 05 ກັນຍາ 2020 ທີ່ຜ່ານມາ ສຳນັກງານ ວ່າດ້ວຍຢາເສບຕິດ ແລະ ອາຊະຍາກັມ ແຫ່ງສະຫະປະຊາຊາຕ ຫລື UNODC ໄດ້ຣາຍງານວ່າ ການຜລິດຢາບ້າ ແລະລັກລອບຂົນຍ້າຍ ຢາເສບຕິດປະເພດ Methamphetamine ເພີ່ມຂຶ້ນຫລາຍ ໃນໄລຍະທີ່ເກີດການຣະບາດ ຂອງເຊື້ອໂຄວິດ-19 ໂດຍໃຊ້ປະເທດລາວ ເປັນທາງຜ່ານໃນການຂົນຍ້າຍ.
ກ່ຽວກັບເຣື່ອງນີ້ ຊາວລາວຈຳນວນນຶ່ງ ເຫັນວ່າ ຢາກໃຫ້ທາງການລາວ ແລະທາງການໄທຍ ຮ່ວມມືກັນລາດຕະເວນ ຢ່າງຕໍ່ເນື່ອງ ເພື່ອປ້ອງກັນ ແລະປາບປາມ ຂະບວນການ ຄ້າຢາເສບຕິດ ຕາມແລວຊາຍແດນ ເນື່ອງຈາກບໍ່ຢາກເຫັນ ລູກຫລານ ໃນບ້ານເມືອງ ເຂົ້າໄປພົວພັນ ສິ່ງຜິດກົດໝາຽ. ນອກຈາກນີ້ກໍຢາກໃຫ້ທາງການລາວ ລົງພື້ນທີ່ໂຄສະນາ ກ່ຽວກັບຜົລຮ້າຍ ຂອງຢາເສບຕິດ ຫລື ການເຂົ້າໄປພົວພັນ ກັບຂະບວນການ ສິ່ງຜິດກົດໝາຽຈະສົ່ງຜົລກະທົບແນວໃດ ຕໍ່ຊີວິຕ ແລະຄອບຄົວຂອງພວກເຂົາເຈົ້າ.
ດັ່ງຊາວລາວ ຜູ້ນຶ່ງໃນແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກກັນນີ້ວ່າ:
“ເຣື່ອງການຄວບຄຸມ ສະກັດກັ້ນສິ່ງເສບຕິດນີ້ນ່າ ຄັນມີແຜນລົງທົ່ວປະເທດ ກາເປັນການດີເນາະ ເຮົາລົງໂຄສະນາ ກາຫລາຍພວກເດັກນ້ອຍ ນັກຮຽນນ່າ ພວກນັກຮຽນບາງຄົນ ກາອອກໂຮງຮຽນ ຍ້ອນສິ່ງເສບຕິດ ເປັນອັນຕຣາຍ ທີ່ສຸດ ທີ່ເຣື່ອງສິ່ງເສບຕິດ ທຸກມື້ນີ້ນ່າ.”
ຊາວລາວອີກຄົນນຶ່ງ ໃນແຂວງຄຳມ່ວນ ກ່າວວ່າ ຢາກໃຫ້ທາງການລາວ ແລະທາງການໄທຍ ຊ່ອຍກັນຕິດຕາມ ກວດກາ ແລະ ລາດຕະເວນ ຕາມແລວແມ່ນໍ້າຂອງ ຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ ຢາເສບຕິດຣະບາດໜັກ ໄປກ່ວານີ້ ເພາະບັນຫາຢາເສບຕິດ ຖືເປັນສິ່ງທີ່ອັນຕຣາຍ ແລະສ້າງຄວາມຫຍຸ້ງຍາກ ໃຫ້ກັບສັງຄົມ ຢ່າງໜັກໜ່ວງ.
ດັ່ງຊາວລາວຜູ້ນີ້ ກ່າວວິທຍຸ ເອເຊັຽ ເສຣີໃນມື້ດຽວກັນນີ້ວ່າ:
“ກວດກາຕິດຕາມ ລົງຊຸກຍູ້ຫັ້ນແຫລະເນາະ ລົງໂຄສະນາເຜີຍແຜ່ ກ່ຽວກັບຄວາມເປັນພິດ ເປັນພັຍ ຕໍ່ສິ່ງເສບຕິດ ມັນເປັນສິ່ງທີ່ບໍ່ດີ ມັນສິ່ງທ້າທາຍ ມັນບໍ່ດີແລ້ວເນາະ ຢາກວ່າແນວນັ້ນແຫລະ.”
ໃນປີ 2022 ນີ້ກະຊວງ ປ້ອງກັນຄວາມສງົບ ຍັງໄດ້ຂຶ້ນບັນຊີ ລາຍຊື່ນັກຄ້າຢາເສບຕິດ ຈຳນວນ 2,272 ຄົນ ຈະຕ້ອງເຝົ້າລະວັງ ແລະຕິດຕາມ ດຳເນີນຄະດີ ຊຶ່ງສ່ວນຫລາຍແລ້ວ ຈະເປັນເຄືອຂ່າຍ ຂອງຂະບວນການ ຄ້າຢາເສບຕິດ ຂ້າມຊາຕ ຜູ້ຖືກກ່າວຫາ ຄະດີຢາເສບຕິດ ທີ່ເຄີຍຕິດຄຸກມາກ່ອນໜ້າ ແລະກຸ່ມທີ່ມີໝາຽຈັບແລ້ວ ແຕ່ຍັງຫາໂຕບໍ່ພໍ້.
ສະເພາະ ເດືອນກັນຍາ ຫາ ເດືອນທັນວາ ປີ 2021 ທີ່ຜ່ານມາ ປະເທດລາວ ມີຄະດີຢາເສບຕິດ ທັງໝົດ 2,884 ເຣື່ອງ, ສາມາດຈັບກຸມ ຜູ້ຖືກກ່າວຫາ 3,989 ຄົນ, ຢຶດຂອງກາງ ຢາບ້າ ໄດ້ 125 ລ້ານເມັດ, ຢາໄອຊ໌ 2,521 ກິໂລກຣາມ ແລະ ສານເສບຕິດ ອີກຫລາຍຢ່າງ ລວມ 35 ຕັນ. ສ່ວນປີ 2022 ຍັງບໍ່ທັນໄດ້ມີຣາຍງານ ຢ່າງເປັນທາງການເທື່ອ ອີງຕາມການຣາຍງານ ຂອງກະຊວງ ປ້ອງກັນຄວາມສງົບ.