ທະຫານອອກລາດຕະເວນ ຖືກຍິງ

ມະນີຈັນ
2020.07.20
F-kasi ຕາມເສັ້ນຂີດສີແດງ ຄາດກັນວ່າເປັນເຂດທີ່ ໜ່ວຍທະຫານ ອອກລາດຕະເວນ ແລະ ເປັນບ່ອນເກີດເຫດ; ນອກຈາກນັ້ນ ກໍແມ່ນເຂດ ທີ່ ໜ່ວຍລາດຕະເວນ ຮັບຜິດຊອບ ຄືເຂດຊາຍ ແດນຕໍ່ກັນ ຄື;ໄຊສົມບູນ,ຊຽງຂວາງ,ວຽງຈັນ ແລະ ຫຼວງພຣະບາງ
Google Earth

ມີຄົນທີ່ບໍ່ຊາບຝ່າຍ ລອບຍິງ ທະຫານໜ່ວຍ ລາດຕະເວນ ເສັຽຊີວິດ 1 ຄົນ ຢູ່ໃນເຂດແຂວງ ໄຊສົມບູນ ທີ່ຕິດກັບແຂວງ ຊຽງຂວາງ, ວຽງຈັນ ແລະ ຫລວງພຣະບາງ ໃນມື້ວັນທີ 16 ກໍຣະກະດາ ນີ້ ໃນຣະຫວ່າງທີ່ ລາດຕະເວນ ກວດກາການລັກລອບ ປູກຝິ່ນຢູ່ແຂວງນີ້.

ຊາວແຂວງໄຊສົມບູນ ເວົ້າວ່າ ຕົນກໍໄດ້ຮູ້ຂ່າວກ່ຽວກັບ ເຫດການດັ່ງກ່າວ ແລະບໍ່ກ້າເຂົ້າໄປໃນປ່າ ຄືກັນກັບຊາວບ້ານຄົນອື່ນໆ ທີ່ຢູ່ໄກ ຈາກທະຫານ ແລະຕໍາຣວດຍ້ອນຢ້ານບໍ່ ປອດພັຍ, ດັ່ງທີ່ນາງກ່າວ ຕໍ່ RFA ໃນມື້ວັນທີ 20 ກໍຣະກະດາ ນີ້ວ່າ:

“ອັນນີ້ກະໄດ້ຍິນຂ່າວຢູ່ ແຕ່ກະບໍ່ຮູ້ນໍາໂຕຈິງ. ກະເຫັນແຕ່ທາງເຟສຫັ້ນແຫລະ. ໂອ໊ ຄັນເວົ້າໄປປ່າຢູ່ໂຕແຂວງ ທາງພຸ້ນກະຢ້ານແຫລະ ແຕ່ເມືອງເຮົານີ໋ ມັນກະບໍ່ເປັນຫຍັງ ມັນບໍ່ມີສະພາບຫຍັງ ເຂົາຢູ່ແຕ່ໃນປ່າພຸ້ນ ແຕ່ນັກທ່ອງທ່ຽວນີ໊ ບໍ່ໃຫ້ຖາມເລີຍ ບໍ່ມີເລີຍ.”  

ນາງເວົ້າອີກວ່າ ຕາມເສັ້ນທາງໃນເຂດ ຕິດຕໍ່ຣະຫວ່າງ ເມືອງຫາເມືອງ ທຸກມື້ນີ້ກໍຍັງມີທະຫານ ແລະຕໍາຣວດ ຕັ້ງດ່ານຮັກສາຄວາມປອດພັຍ ຢູ່ຫລາຍຈຸດ ຕາມເສັ້ນທາງ ເຮັດໃຫ້ ປະຊາຊົນ ເດີນທາງໄປ-ມາ ຮູ້ສຶກອຸ່ນໃຈພໍສົມຄວນ. ແຕ່ການເດີນທາງ ເຂົ້າໄປໃນປ່າເລິກ ຫລື ເຂດປ່ຽວ ເປັນເຣື່ອງທີ່ຫລາຍຄົນ ຍັງຢ້ານຢູ່.

ແລະຊາວແຂວງໄຊສົມບູນ ອີກຄົນນຶ່ງກໍເວົ້າວ່າ ຢູ່ໃນເຂດທີ່ຕົນອາສັຍ ບໍ່ມີທະຫານ ຫລື ຕໍາຣວດ ຕັ້ງດ່ານກວດກາ ຄືກັນກັບຢູ່ເຂດອື່ນໆ ຍ້ອນຢູ່ຫ່າງໄກຈາກ ເຂດທີ່ມີການປະທະກັນ, ຊາວບ້ານບໍ່ຢ້ານ ແລະເດີນທາງໄປ-ມາ ໄດ້ຕາມປົກກະຕິ:

“ພວກເອື້ອຍຢູ່ພີ້ບໍ່ມີທະຫານ ຕໍາຣວດ ບໍ່ໄດ້ຢ້ານຫຍັງ ຢູ່ບ້ານນອກທັມດາຊື່ໆ ບໍ່ໄດ້ຢ້ານດອກ. ຮູ້ແຕ່ຂ່າວຢູ່ ບໍ່ຮູ້ໂຕຈິງວ່າຢູ່ມັອງໃດ ຢູ່ໂຊນໃດຫັ້ນຍັງບໍ່ທັນຮູ້ ເພາະວ່າພວກເອື້ອຍຢູ່ ມັນຢູ່ໄກ ຢູ່ໄກກັນຫລາຍ.”

ພ້ອມກັນນັ້ນ ຊາວແຂວງໄຊສົມບູນ ອີກຄົນນຶ່ງ ກໍເວົ້າວ່າ ເຫດການດັ່ງກ່າວ ເກີດຂຶ້ນແທ້ ແລະ ສັນນິຖານວ່າ ອາດເກີດຂຶ້ນຢູ່ເຂດຕິດຕໍ່ ຣະຫວ່າງແຂວງໄຊສົມບູນ ກັບເມືອງກາສີ ແຂວງວຽງຈັນ. ຫາກເຫດເກີດຢູ່ໃນ ແຂວງໄຊສົມບູນແທ້ໆ ຕົນຈະຕ້ອງຈື່ເຈົ້າໜ້າທີ່ໜ່ວຍແພດ ທີ່ປາກົດ ໃນວິດິໂອຕອນຊ່ອຍເຫລືອ ທະຫານ ທີ່ເສັຽຊີວິດ ຍ້ອນປົກກະຕິແລ້ວ ເຈົ້າໜ້າທີ່ ແພດປະຈໍາແຂວງໄຊສົມບູນ ມັກມາຊື້ອາຫານ ນໍາຕົນ:

“ຢູ່ທາງກາສີພຸ້ນນະ ຂະເຈົ້າກະເວົ້າຢູ່ ມັນບໍ່ແມ່ນຄົນຢູ່ນີ໊ ແລ້ວກໍແພດທີ່ວ່າ ຂະເຈົ້າເບາະ ເອົາລົງຣົດ ເປັນຜູ້ຍິງຄົນດຽວເຕັ້ຽໆຫັ້ນ ກະບໍ່ ແມ່ນຄົນ ຢູ່ນີ໋ຫັ້ນນະ ກະບໍ່ໄດ້ຢ້ານດອກ ເພາະວ່າ ມັນບໍ່ແມ່ນຢູ່ນີ໋ ຂະເຈົ້າຍິງກັນຫັ້ນ ຂະເຈົ້າກະຍິງ ຢູ່ກາສີພຸ້ນນະ ໂຕນັ້ນຫັ້ນນະ ຂະເຈົ້າເອົາໄປລົງກາສີນະ.”

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຫດການທີ່ເກີດຂຶ້ນ RFA ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ແຂວງໄຊສົມບູນ ໄດ້ຮັບຄໍາຕອບວ່າປັດຈຸບັນສະພາບ ຢູ່ພາຍໃນແຂວງ ໄຊສົມບູນ ມີຄວາມປົກຕິ ຮຽບຮ້ອຍດີ ແລະວ່າ ເຣື່ອງທີ່ວ່າທະຫານຖືກຍິງ ເສັຽຊີວິດນັ້ນ ເປັນຂ່າວສ້າງສະຖານະການ ຂອງກຸ່ມຄົນບໍ່ດີຊື່ໆ ແລະບໍ່ມີມູລຄວາມຈິງ ແຕ່ຢ່າງໃດ, ດັ່ງທີ່ທ່ານກ່າວວ່າ:

“ຄວາມປອດພັຍກະປົກຕິ ມັນມີກຸ່ມຄົນບໍ່ດີ ຈໍານວນນຶ່ງ ເຮັດສ້າງເຣື່ອງ. ສະພາບໄຊສົມບູນ ບໍ່ໄດ້ມີຫຍັງນະ ຂະເຈົ້າລົງເຟສອັນນັ້ນຊື່ໆ ບໍ່ມີຄວາມຈິງ. ມີບຸກຄົນຈໍານວນນຶ່ງ ເຂົາລົງເຟສ ລົງຫຍັງຊື່ໆ ບໍ່ໄດ້ຍິນຂ່າວ ຍິນຄາວຫຍັງ.”

ແລະ RFA ກໍພຍາຍາມຕິດຕໍ່ ຫາກະຊວງປ້ອງກັນປະເທດ ແຕ່ບໍ່ມີເຈົ້າໜ້າທີ່ ຄົນໃດໃຫ້ ຄໍາເຫັນ ກ່ຽວກັບເຣື່ອງນີ້.

ແຕ່ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ກໍເຄີຍເກີດເຫດຄວາມ ບໍ່ສງົບ ຢູ່ແຂວງໄຊສົມບູນ ມາແລ້ວຫລາຍຄັ້ງ ເປັນຕົ້ນ ເຫດຄົນຈີນຖືກຍິງ ເສັຽຊີວິດ 1 ຄົນເມື່ອວັນທີ 17 ມິຖຸນາ 2017. ແລະ ເມື່ອກ່ອນນັ້ນ ຄືວັນທີ 24 ມົກກະຣາ 2016 ກໍເກີດເຫດລັດຍິງຣົດ ຂອງ ບໍຣິສັດ ບໍ່ແຮ່ ຈີນ ເຮັດໃຫ້ມີຄົນຈີນ ເສັຽຊີວິດ 2 ຄົນ, ບາດເຈັບ 1 ຄົນ. ແລະ ໃນໄລຍະເດືອນ ພຶສຈິກາຫາ ເດືອນທັນວາ ປີ 2015 ກໍມີເຫດ ລັດຍິງຣົດ ຫລາຍຄັ້ງ ຮວມທັງເກີດການປະທະກັນ ຣະຫວ່າງກຸ່ມປະກອບອາວຸດ ທີ່ບໍ່ຮູ້ວ່າຝ່າຍໃດ ກັບກອງທະຫານ ເຮັດໃຫທະຫານເສັຽ ຊີວິດ 3 ຄົນ ແລະມີປະຊາຊົນເສັຽຊີວິດ ໄປ 4 ຄົນ, ອີງຕາມແຫລ່ງຂ່າວທ້ອງຖິ່ນ ໄດ້ຣາຍງານຕໍ່ RFA.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.