ຍັງມີ ການໃຊ້ຄວາມຮຸນແຮງ ກັບເດັກນ້ອຍ, ແມ່ຍິງ ໃນລາວ

ຈຳປາທອງ
2022.11.28
ຍັງມີ ການໃຊ້ຄວາມຮຸນແຮງ ກັບເດັກນ້ອຍ, ແມ່ຍິງ ໃນລາວ ສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ທາງກາຍ, ທາງຈິຕໃຈ, ທາງເພດ ແລະທາງຊັບສິນ ທີ່ສນັບສນຸນ ໂດຍຣັຖບານຍີ່ປຸ່ນ.
ຮູບພາບ: UNFPA Laos

ມາເຖິງປີ 2022 ນີ້ ກໍເປັນປີທີ 67 ແລ້ວ ທີ່ພັກປະຊາຊົນ ປະຕິວັດລາວ ໄດ້ກໍານົດໄວ້ ຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກ ເມື່ອປີ 1955 ທີ່ໄດ້ປະກາດນະໂຍບາຍ ແລະໂຄງການ ດໍາເນີນງານຂອງພັກ 12 ຂໍ້ ຊຶ່ງໃນຂໍ້ 7 ກໍານົດເອົາໄວ້ ເຖິງການປະຕິບັດສິດເສຣີພາບ ລະຫວ່າງຍິງ-ຊາຍ, ແຕ່ຈົນມາເຖິງປັດຈຸບັນ ພາຍຫລັງ ໄດ້ກໍາອຳນາດແລ້ວ ກໍຍັງເຫັນວ່າ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງລາວ ຮວມທັງຢູ່ໃນຄອບຄົວ ກໍຍັງມີຫລາຍຢູ່.

ດັ່ງ ດຣ. ບຸນທອນ ຈັນທະວົງ-ວີເຊີ, ປະທານອົງ ການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ກ່າວວ່າ:

ທິສດີນີ້ ເພິ່ນກ່າວມາຫລາຍ ແຕ່ພາກຕົວຈິງແລ້ວເຫັນວ່າ ບໍ່ໄດ້ມີການປະຕິບັດ ຢ່າງຈິງຈັງ. ສິດທິຂອງແມ່ຍິງລາວ ຢູ່ພາຍໃນປະເທດ ບໍ່ໄດ້ຮັບການດູແລ, ຕົວຢ່າງ ໃນເຂດເສຖກິ9 ພິເສດ ສາມຫລ່ຽມຄໍາ ມີການທຸບຕີ, ທໍຣະມານແມ່ຍິງລາວຫລາຍທີ່ສຸດ ແຕ່ວ່າບໍ່ເຫັນທາງການ ສປປ ລາວ ນີ້ ເອົາໃຈໃສ່ດູແລ.

ໃນປີນີ້ ຢູ່ປະເທດລາວ ມີການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ໃນຄອບຄົວຫລາຍ, ແຕ່ໃນນັ້ນ ສ່ວນໃຫຍ່ ບໍ່ຣາຍງານໃຫ້ເຈົ້າໜ້າທີ່ ພວກສ່ວນທີ່ກ່ຽວຂ້ອງຮູ້. ເວົ້າສະເພາະ ຢູ່ແຂວງຫລວງພຣະບາງ ກໍມີເດັກນ້ອຍແມ່ຍິງ ອາຍຸ ຕໍ່າກວ່າ 18 ປີ ປະລະການຮຽນ, ຖືກໃຫ້ແຕ່ງດອງ ສ້າງຄອບຄົວ ແຕ່ຍັງນ້ອຍ ອັນມີຜົລກະທົບຕໍ່ຈິຕໃຈ ແລະຮ່າງກາຍ ຂອງພວກເຂົາເຈົ້າ ທີ່ຍັງບໍ່ມີຄວາມພ້ອມ ໃນການຖືພາ, ລ້ຽງລູກ ແລະທັງໄດ້ເຮັດວຽກໜັກຢູ່ໄຮ່, ຢູ່ສວນ ບໍ່ມີເວລາພັກຜ່ອນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສຈິການີ້ວ່າ:

“ທາງດ້ານຈິຕໃຈເຂົາເຈົ້າແຫລະ ຄວາມພ້ອມຍັງບໍ່ທັນມີ ແລ້ວເວລາໜ້າທີ່ແບກຫາມ ໃນພາວະທີ່ເປັນແມ່ ຕໍ່ລູກຫັ້ນ ກໍຍັງພົບຄວາມຫຍຸ້ງຍາກ ເຣື່ອງສຸຂພາບ ກໍມີຄວາມສ່ຽງຫລາຍ ໄດ້ລູກນຶ່ລູກສອງແລ້ວ ແລ້ວຜົນກະທົບເຂົາເຈົ້າ ກໍຫຍຸ້ງຍາກ ບໍ່ມີວິຊາອາຊີພ ຢູ່ຊົນນະບົດກໍເຮັດໄຮ່ ເຮັດສວນຫັ້ນນ່າ ກໍເຮັດໃຫ້ການພັກຜ່ອນ ສຸຂພາບ ເຂົາກໍບໍ່ຄ່ອຍມີເວລາ ພັກຜ່ອນ ເຮັດໃຫ້ຮ່າງກາຍ ຂອງແມ່ ບໍ່ແຂງແຮງ ກໍກະທົບຕໍ່ລູກຫັ້ນແຫລະ ລູກກໍບໍ່ແຂງແຮງ.”

ຢູ່ແຂວງອັດຕະປື ແມ່ຍິງກໍປະເຊີນກັບຄວາມຮຸນແຮງ ທາງດ້ານຈິຕໃຈ ແລະຮ່າງກາຍ ຮວມທັງຜູ້ເປັນຜົວໄປມີເມັຍນ້ອຍ, ປະໃຫ້ເມັຍລ້ຽງລູກນ້ອຍຢູ່ເຮືອນ, ຜິດຖຽງກັນໃນຄອບຄົວ ກໍມີຫລາຍ, ບາງຄອບຄົວ ຜົວທໍາຮ້າຍຮ່າງກາຍເມັ, ບາງຄູ່ເຖິງຂັ້ນຜົວເມັຍຢ່າຮ້າງກັນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງອັດຕະປື ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫລາຍກໍຖືກນອກໃຈບໍ່ ຜົວມີເມັຽນ້ອຍອຮ່ວັງຫັ້ນແຫລະ. ທາງດ້ານຮ່າງກາຍ ກໍມີຄືວ່າຫັ້ນແຫລະ ເຂົາເຈົ້າກໍບໍ່ຣາຍງານຫັ້ນນ່າ ກະທົບກະ ແທກຕົບຕີອີ່ສັງຫັ້ນນ່າ. ຍາມເຮົາຖາມເມັຽເຂົາເຂົາກະວ່າ ບໍ່ແມ່ນຫັ້ນນ່າ. ເຂົາກໍຕົວະເຮົາຫັ້ນແຫລະ ເຮົາເອີ້ນວ່າເຮົາເອົາຜູ້ຖືກເຄາະຮ້າຍ ເປັນໃຈກາງເດ້ ຄັນເຂົາບໍ່ຕ້ອງການເຮົາຊ່ວຍ ເຮົາບໍ່ໄດ້ຊ່ວຍ. ດ້ານເສຖກິຈກໍມີ ບໍ່ໃຫ້ເງິບໍ່ໃຫ້ຄໍາ ຍົກຕົວຢ່າງ ເງິນເດືອນຜົວໄດ້ມາໃຫ້ເມັຽຢູ່ດອກ ຊໍ່າໄປຕລາດຊື້ກິນ ມັນກໍຜິດຖຽງກັນ ບໍ່ມີເງິນກໍຜິດກັນ ຢູ່ນໍາກັນບໍ່ໄດ້ກໍຢ່າຮ້າງກັນໄປ.”

ນາງກ່າວຕື່ມວ່າ ຂໍ້ມູນກ່ຽວກັບຄວາມຮຸນແຮງ ໃນຄອບຄົວ ທີ່ພາກສ່ວນກ່ຽວຂ້ອງ ຮິບໂຮມມາໄດ້ ແມ່ນໄດ້ຈາກ ການຣາຍງານ ຂອງຂັ້ນບ້ານ ແລະຜູ້ຖືກເຄາະຮ້າຍ ທີ່ເປັນແມ່ຍິງ ແລະເດັກນ້ອຍ ມາຣາຍງານຕໍ່ຫ້ອງການແມ່ຍິງເມືອງ ເຣື່ອງຄວາມຮຸນຮຸນແຮງນັ້ນກໍມີ, ມີ 4 ຮູບແບບ ຊຶ່ງສ່ວນຫລາຍ ແມ່ນການທໍາຮ້າຍຮ່າງກາຍ,ຈິຕໃຈ, ທາງເພດ; ສ່ວນວ່າເຣື່ອງຊັພສິນ ແມ່ນບໍ່ຄ່ອຍມີ ແລະວ່າ ບັນຫາຄວາມຮຸນແຮງໃນຄອບຄົວ ຈໍານວນນຶ່ງ ໄດ້ຮັບການແກ້ໄຂ ດ້ວຍການໄກ່ເກັ່ຍຢູ່ໃນຄອບຄົວ ແລະຢູ່ໃນຂັ້ນບ້ານ.

ສາລັບ ຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງນາຊາຍທອງ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 25 ພຶສຈິການີ້ວ່າ ແຕ່ເດືອນມົກກະຣາ ຫາເດືອນ ພຶສຈິກາ 2022 ນີ້ ບັນຫາຄວາມຮຸນແຮງ ໃນຄອບຄົວ ທີ່ແມ່ຍິງ ແລະເດັກ ນ້ອຍ ປະເຊີນນັ້ນ ທາງຫ້ອງການແມ່ຍິງ ເມືອງບໍ່ຄ່ອຍໄດ້ຮັບຣາຍງານ ເຣື່ອງຄໍາຮ້ອງທຸກ, ມີແຕ່ຫລາຍປີມາແລ້ວ ທີ່ເຄີຍໄດ້ຍິນມີການແຈ້ງເຣື່ອງແມ່ຍິງໄປສ້າງຄອບຄົວ ຢູ່ປະເທດຈີນ ແລ້ວຖືກກັກຂັງ ແລະໃຊ້ຄວາມຮຸນແຮງຕໍ່ ແລ້ວລັກໜີ ໄປຂໍຄວາມຊ່ອຍເຫລືອຈາກເຈົ້າໜ້າທີ່.

“ອັນບໍ່ໄດ້ເຫັນເພິ່ນມາອັນໃດແລ້ວນ່າ ເຂົາເຈົ້າບໍ່ໄດ້ມາແຈ້ງເຮົາ ແລ້ວເຮົາກໍບໍ່ຄ່ອຍໄດ້ຍິນຫັ້ນນ່າ. ແຕ່ເກົ່າຫລາຍປີມາແລ້ວ ເຄີຍໄດ້ຍິນຢູ່ ເຂົາເຈົ້າໄປປະເທດຈີນ ແລ້ວໄປອີ່ຫຍັງໆຫັ້ນນ່າ. ມາແລ້ວຖືກຈັ່ງຊັ້ນຈັ່ງຊີ້ ເຂົາເຈົ້າກໍມາແຈ້ງໄວ້ ມີນາຍໜ້າເອົາເຂົາເຈົ້າໄປ ຖືກຄວາມຮຸນແຮງ ຄືໄປສ້າງຄອບຄົວຢູ່ພຸ້ນ ໄປຖືກຂັງຖືກອັນໃດຫັ້ນນ່າ. ຖືກຂັງແລ້ວເຂົາບໍ່ຮັກຈັ່ງຊັ້ນຈັ່ງຊີ້ ແລ້ວລັກໜີ ຂໍຄວາມຊ່ວຍເຫລືອຈາກເຈົ້າໜ້າທີ່ຈີນກັບມາລາວ.”

ຢູ່ແຂວງອຸດົມໄຊ ແມ່ຍິງ ແລະເດັກນ້ອຍ ກໍບໍ່ມັກຣາຍງານ ເຣື່ອງຄວາມຮຸນແຮງ ໃນຄອບຄົວ ທີ່ພວກເຂົາເຈົ້າປະເຊີນ ໃຫ້ເຈົ້າໜ້າທີ່ຮູ້, ຍ້ອນເຫັນວ່າເປັນເຣື່ອງເລັກໆນ້ອຍໆ ທີ່ສາມາດແກ້ໄຂກັນໄດ້ພາຍໃນຄອບຄົວ, ບໍ່ຈໍາເປັນຣາຍງານໃຫ້ເຈົ້າໜ້າທີ່ທາງການຮູ້ ດັ່ງນັກວິຊາການ ທີ່ເຮັດວຽກກ່ຽວກັບການປ້ອງກັນ ແລະລຶບລ້າງ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ຢູ່ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

“ອ້າວ ກໍວ່າແມ່ນເນາະ ເພາະວ່າເພິ່ນກໍບໍ່ມັກມາຣາຍງານຫັ້ນແຫລະ. ຊິມີສະພາບເລັກໆນ້ອຍໆ ຢູ່ບ້ານເພິ່ນກໍບໍ່ມາຣາຍງານ. ອັນນີ້ກໍບໍ່ຮູ້ວ່າ ອັນນີ້ແມ່ນຢູ່ຄອບຄົວເຂົາ ເຂົາແກ້ໄຂຢູ່ພາຍໃນຄອບຄົວ ແບບເລັກໆນ້ອຍໆ ຈົນບໍ່ເຖິງຂັ້ນທີ່ຮຸນແຮງຫັ້ນນ່າ ກໍຈິງ ບໍ່ເຖິງຂັ້ນທີ່ຣາຍງານເຈົ້າໜ້າທີ່.”

ນາງກ່າວຕື່ມວ່າ ສະຫະພັນແມ່ຍິງລາວ ແລະພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະ ເທດ ຕລອດເຖິງອົງການຈັດຕັ້ງສາກົນ ຍັງສືບຕໍ່ປະຕິບັດແຜນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະລຶບລ້າງການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ແລະຖືວຽກວານນີ້ ເປັນວຽກບູຣິມະສິດທີ່ສໍາຄັນ ເປັນຕົ້ນວຽກງານຫລຸດອັດຕຣາການເກີດລູກໃນກຸ່ມຍິງໜຸ່ມ ອາຍຸ 15 ຫາ 19 ປີ, ວຽກງານສົ່ງເສີມໃຫ້ແມ່ຍິງເຂົ້າເຖິງແຫລ່ງທຶນ ແລະການບໍຣິການດ້ານສາທາຣະນະສຸຂ ແລະວຽກງານໂຄສະນາ ປູກຈິດສໍານຶກດ້ານຄວາມສເມີພາບຍິງ-ຊາຍ.

ປະເທດລາວ ເປັນສະມາຊິກຂອງອົງການສະຫະປະຊາຊາດ ທີ່ໄດ້ຮັບຮອງເອົາວັນທີ 25 ພຶສຈິກາ ທີ່ເປັນມື້ປູກຈິດສໍານຶກເຣື່ອງຄວາມຮຸນແຮງຕໍ່ແມ່ຍິງ ເປັນວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ຊຶ່ງໃນປີ 2022 ນີ້ ຈະມີການດໍາເນີນໄປພາຍໃຕ້ຫົວຂໍ້ “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.” 

ທ່ານ ​ພັນ​ຄໍ​າ ວິ​ພາ​ວັນ ນາ​ຍົກ​ຣັຖ​ມົນ​ຕຣີ ສ​ປ​ປລາວ ໄດ້ກ່າວໃນໂອກາດ ວັນສາກົນ ​ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກຍິງ ວ່າ ວັນທີ 25 ພຶສຈິກາ ຂອງທຸກໆປີ ຊຶ່ງເປັນວັນສາກົນ ທີ່ວົງຄະນາຍາດສາ ກົນ  ໄດ້ຖືໂອກາດນີ້ ຢໍ້າຄືນຄວາມໝາຍໝັ້ນຂອງຕົນ ເພື່ອຕ້ານ ແລະລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ໃນທົ່ວໂລກ.

ທ່ານກ່າວວ່າ ສໍາລັບ ສປປລາວ ແມ່ນໄດ້ເລີ່ມລະນຶກວັນສາກົນດັ່ງກ່າວ ແຕ່ປີ 2011 ເປັນຕົ້ນມາ ເພື່ອໂຄສະນາໃຫ້ທຸກພາກສ່ວນໃນສັງຄົມ ໄດ້ເຂົ້າໃຈ ແລະຮັບຮູ້ວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການລະເມີດສິດທິຂັ້ນພື້ນຖານ ຂອງແມ່ຍິງ, ເປັນການຈຳແນກແມ່ຍິງໃນການມີສ່ວນຮ່ວມໃນດ້ານຕ່າງໆ ທີ່ສົ່ງຜົນກະທົບຕໍ່ການພັດທະນາແມ່ຍິງ ຮວມໄປເຖິງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຣັຖບານ ສປປລາວ ເວົ້າວ່າ ໃນໄລຍະ 1 ປີຜ່ານມາ, ຣັຖບານ, ຄະນະກໍາມາ ທິແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ປະຕິບັດວຽກງານຕ້ານ ແລະສະກັດກັ້ນທຸກຮູບແບບ ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະເດັກ​ຍິງ ຢູ່ ສປປລາວ, ພ້ອມທັງສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ເພື່ອລຶບລ້າງທຸກຮູບ

ແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ.

ໃນ​ໂອ​ກາດ​ວັນ​ສາ​ກົນ ​ເພື່ອ​ລຶບ​ລ້າງທຸກຮູບແບບການໃຊ້​ຄວ​າມ​ຮຸນ​ແຮງຕໍ່​ແມ່ ​ຍິງ ແລະ ເດັກຍິງ ປີ​ 2022 ນີ້ ຣັຖບານ ສປປລາວ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໂຄສະນາ​ປູກ​ຈິດ​ສຳ​ນຶກ ແລະໃຫ້ຄວາມ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ, ​ຕ້ານ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່​ຍິງ ແລະເດັກ​ຍິງ ແລະທັງເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ທຸກພາກສ່ວນໃນທົ່ວສັງຄົມ ໂດຍ​ສະ​ເພາະ ຄຣູ-ອາຈານ, ນັກ​ຮຽນ, ນັກສຶກສາ ນັບ​ແຕ່​ຊັ້ນ​ອະ​ນຸ​ບານ​ຈົນ​ຮອດຂັ້ນມະຫາວິທ ຍາໄລ ຮູ້ ແລະເຂົ້າໃຈ ໂດຍໃຫ້ປະຕິບັດວຽກງານ 4 ຢ່າງ ອັນມີທັງການໂຄ ສະນາ ​ຕ້ານທຸກຮູບແບບການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກ​ຍິງ ຮວມ​ທັງໃຫ້​​ຜູ້​ທີ່​ຈະ​ອອກ​ແຮງ​ງານ​​ຢູ່ພາຍ​ໃນ ແລະຜູ້​ທີ່​ຈະ​ໄປ​ອອກ​ແຮງ​ງານຢູ່ຕ່າງ​ປະ​ເທດຮູ້; ຕ້ານທຸກຮູບແບບ ການໃຊ້ຄວາມ​ຮຸນ​ແຮງ ​ໃນ​ຄອບ​ຄົວ ແລະ ຊຸມ​ຊົນ, ຕ້ານ​ການຫລຸດ​ຄຸນ​ຄ່າ​ ແລະຄວາມກ້າວໜ້າຂອງ​ແມ່​ຍິງ, ສົ່ງເສີມຄວາມສເມີພາບ ຍິງ-ຊາຍ; ສ້າງ​ຄວາມ​ເຂັ້ມ​ແຂງ​ ໃຫ້​ກົນ​ໄກ​​​ຮັບຜິດຊອບ​ ໃນການ​ຊ່ອຍ​ເຫຼືອ​ຜູ້​ຖືກເຄາະຮ້າຍ ຈາກຄວາມຮຸນແຮງ, ​​ທຸກ​ພາກ​ສ່ວນ ​ໃຫ້ຄວາມຮ່ວມມື ແລະມີບຸກຄະລາກອນ ພ້ອມທັງຈັດສັນງົບ​ປະ​ມານ​ໃນການ​ປະ​ຕິ​ບັດ​ວຽກ​ງານ​ດັ່ງກ່າວ.

ໃນການເຄື່ອນໄຫວ 16 ມື້ ແຕ່ມື້ວັນທີ 25 ພຶສຈິກາເຖິງວັນທີ 10 ທັນວານີ້ ວັນສາກົນ ມີການຈັດຕັ້ງຂະບວນການສາມັກຄີ ຊຶ່ງເປັນການລິເຣິ່ມການເຄື່ອນ ໄຫວ 16 ມື້ ທີ່ຈະສິ້ນສຸດລົງໃນວັນລະລຶກວັນສິດທິມະນຸດສາກົນ ວັນທີ 10 ທັນວາ. ຂະບວນການນີ້ ນໍາພາໂດຍເລຂາທິການໃຫຍ່ຂອງອົງການສະຫະປະ ຊາຊາດ ແລະແມ່ຍິງຂອງສະຫະປະຊາຊາດ ຊຶ່ງໄດ້ເຣິ່ມຕັ້ງແຕ່ປີ 2008 ມາ ໂດຍມີຈຸດປະສົງເພື່ອປ້ອງກັນ ແລະລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍໃນທົ່ວໂລກ, ຮຽກຮ້ອງໃຫ້ທົ່ວໂລກເພິ່ມທະວີການຮັບຮູ້, ສົ່ງເສີມການລະດົມ ແລະສ້າງໂອກາດໃຫ້ມີການສົນທະນາ ກ່ຽວກັບສິ່ງທ້າທາຍ ແລະ

ວິທີການແກ້ໄຂບັນຫາດັ່ງກ່າວ.

ເວົ້າເຖິງປະວັດຄວາມເປັນມາຂອງວັນ​ສາກົນ ​ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ວັນທີ 25 ພຶສຈິການີ້ ແລ້ວແມ່ນວ່າ ເປັນເວລາ 31 ປີ ທີ່ຈອມຜະເດັດການ Rafael Trujillo ປົກຄອງປະເທດ-ສາທາຣະນະຣັຖໂດມິນິກັນ (Dominican) ຊຶ່ງເປັນທີ່ຮູ້ຈັກກັນດີວ່າ ສໍ້ຣາດບັງຫລວງຫລາຍ ແລະໃຊ້ຄວາມຮຸນແຮງ ແລະເປັນຜູ້ຮັບຜິດຊອບການຄາຕກໍາຜູ້ຄົນປະ ມານ 50,000 ຄົນ ໂດຍສະເພາະຢ່າງຍິ່ງແມ່ນແນໃສ່ຊາວເຮຕິ. ປະຊາຊົນຜູ້ທີ່ຕໍ່ຕ້ານຣະບອບການປົກຄອງຂອງທ່ານ Rafael Trujillo ປະເຊີນກັບການຂົ່ມຂູ່, ການຈັບກຸມຄຸມຂັງ ແລະຄວາມຮຸນແຮງ.

ເອື້ອຍນ້ອງ Mirabal, Patricia, Minerva ແລະ Maria Teresa ຊຶ່ງໄດ້ເຕີບໂຕຂຶ້ນພາຍໃຕ້ຣັຖບານທີ່ວ່ານັ້ນ ໄດ້ກາຍເປັນນັກເຄື່ອນໄຫວຕໍ່ສູ້ຕ້ານຣະບອບການປົກຄອງແບບຜະເດັດການດັ່ງກ່າວ. ໃນມື້ວັນທີ 25 ພຶສຈິກາ 1960 ເວລາທີ່ນາງ Mirabal ຜູ້ເປັນເອື້ອຍກໍາລັງກັບຄືນບ້ານ ພາຍຫລັງທີ່ໄດ້ໄປຢ້ຽມສາມີຂອງນາງ Maria Teresa ແລະນາງ Minerva ຊຶ່ງຖືກຄຸມຂັງຢູ່ໃນຄຸກ ຖືກລູກນ້ອງຂອງຈອມຜະເດັດການ Rafael Trujillo ລອບສັງຫານ. ການຄາຕກໍານາງ Mirabal ຢ່າງໂຫດຫ້ຽມຂອງຣັຖບານຜະເດັດການທີ່ວ່ານີ້ ເຮັດໃຫ້ເກີດມີການວິພາກວິຈານກັນຢ່າງຮຸນແຮງ ແລະກວ້າງຂວາງ ແລະເກີດການຮ້ອງຟ້ອງການກະທໍາຮຸນແຮງຂອງຣັຖບານດັ່ງກ່າວ ໃນລະດັບຊາດ ແລະສາກົນ ແລະໃນທີ່ສຸດກໍມີການລອບສັງຫານຈອມຜະເດັດການ Rafael Trujillo ໃນເດືອນພຶສພາ 1961.

ມາເຖິງປີ 1981 ກອງປະຊຸມສຸດຍອດແມ່ຍິງອາເມຣິກາລາຕິນ ແລະກາຣິບບຽນ

ໄດ້ຕັດສິນໃຈຕົກລົງຖືເອົາວັນທີ 25 ພຶສຈິກາ ເປັນມື້ປູກຈິດສໍານຶກເຣື່ອງຄວາມຮຸນແຮງຕໍ່ແມ່ຍິງ ເພື່ອເປັນກຽດໃຫ້ແກ່ເອື້ອຍນ້ອງ Mirabal. ຕໍ່ມາອົງການສະ ຫະປະຊາຊາດ ກໍໄດ້ຮັບຮອງເອົາວັນທີ່ວ່ານີ້ ເປັນວັນສາກົນເພື່ອລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.