ລາວ-ວຽດນາມ ຫາທາງແກ້ໄຂ ບັນຫາຜິດກົດໝາຍ ຕາມຊາຍແດນ
2022.11.29
ຄະນະຜູ້ແທນ ຊາຍແດນ ແຂວງຄໍາມ່ວນ ຂອງລາວ ແລະແຂວງກວາງບິ່ງ ຂອງວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລືກັນ ແລະລົງນາມ ໃນບົດບັນທຶກຮ່ວມກັນ ທົບທວນຄືນ ຫລາຍວຽກງານ ທີ່ກ່ຽວຂ້ອງກັບຊາຍແດນລາວ-ວຽດນາມ ເມື່ອບໍ່ດົນຜ່ານມານີ້. ໃນນັ້ນ ໄດ້ລະບຸວ່າ ຈະເພີ່ມທະວີຄວາມຮ່ວມມື ໃນການກວດກາ ຄວາມສງົບຮຽບຮ້ອຍ ຕາມຊາຍແດນ ລາວ-ວຽດນາມ ໃຫ້ຫລາຍຂຶ້ນ ໂດຍເນັ້ນໃສ່ ການສະກັດກັ້ນ ຫລາຍບັນຫາ ເປັນຕົ້ນ ບັນຫາການແຕ່ງດອງ ແບບບໍ່ຖືກກົດໝາຍ, ການຕັ້ງຖິ່ນຖານ ຕາມລໍາພັງໃຈ ຢູ່ບໍຣິເວນຊາຍແດນ ລາວ-ວຽດນາມ ແລະບັນຫາ ອາຊຍາກັມຕ່າງໆ ທີ່ເກີດຂຶ້ນຢູ່ບໍຣິເວນ ຊາຍແດນ ຂອງ 2 ປະເທດນີ້ ເພື່ອເຮັດໃຫ້ມີຄວາມສງົບ ແລະປອດພັຍ ຕາມແນວຊາຍແດນນັ້ນ ອີງຕາມການຣາຍງານ ຂອງໂທຣະທັດ ແຂວງຄໍາມ່ວນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ປົກຄອງແຂວງຄໍາມ່ວນ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ ຜູ້ໃດສາມາດໃຫ້ຄໍາເຫັນໄດ້.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ເມືອງບົວລະພາ ທີ່ມີຊາຍແດນຕິດກັບວຽດນາມ ທ່ານນຶ່ງກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 29 ພຶສຈິການີ້ວ່າ ທ່ານກໍຍັງບໍ່ໄດ້ຮູ້ຣາຍລະອຽດ ກ່ຽວກັບຜົລກອງປະຊຸມ ທີ່ວ່ານັ້ນເທື່ອ ແລະທີ່ຜ່ານມາ ກໍບໍ່ມີຣາຍງານຢ່າງຄັກແນ່ວ່າ ຢູ່ໃນເຂດເມືອງຂອງທ່ານ ໄດ້ມີຄົນວຽດນາມ ເຂົ້າມາຕັ້ງຖິ່ນຖານ ຫລືແຕ່ງ ດອງ ກັບຄົນລາວ ແບບບໍ່ຖືກຕ້ອງຕາມກົດໝາຍ ຫລືແນວໃດ.
“ຄົນວຽດນາມ ເຂົ້າມາລາວ ມາຕັ້ງຖິ່ນຖານຢູ່ລາວ ຄືບໍ່ສູ້ໄດ້ເຫັນນ່າ ໂຕນີ້ ຄືບໍ່ໄດ້ຍິນຂ່າວ. ໂອ໋! ມັນຄືບໍ່ມີໂຕນີ້ນ່າ.”
ໃນຂະນະດຽວກັນ ຊາວບ້ານຫລາຍຄົນ ທີ່ອາສັຍຢູ່ໃກ້ເຂດຊາຍແດນລາວ-ວຽດນາມ ໃນແຂວງຄໍາມ່ວນ ກໍເວົ້າໃນທໍານອງດຽວກັນນັ້ນວ່າ ເຫັນຊາວວຽດນາມ ພາກັນຫລັ່ງໄຫລ ເຂົ້າມາໃນແຂວງຄໍາມ່ວນ ນີ້ຫລາຍ ທັງໃນຮູບແບບເຂົ້າມາເຊົ່າເຮືອນ ເພື່ອເຮັດທຸຣະກິຈ ຕ່າງໆ ແລະຈໍານວນນຶ່ງ ກໍແຕ່ງດອງກັບຄົນລາວ, ແຕ່ບໍ່ຮູ້ວ່າ ພວກເຂົາເຈົ້າ ເຂົ້າມາແບບຖືກຕ້ອງ ຕາມກົດໝາຍ ຫລືບໍ່.
ດັ່ງຊາວບ້ານ ຢູ່ເມືອງບົວລະພາ ນາງນຶ່ງ ເວົ້າວ່າ:
“ຄົນວຽດຫັ້ນມາຫລາຍ ສ່ວນຫລາຍມີແຕ່ເຂົາເຈົ້າ ມາຄ້າຂາຍ, ມາເຊົ່າດິນ, ເຊົ່າເຮືອນ ແມ່ນຫຍັງມາແບບນີ້ນ່າ. ມາເປັນຄອບຄົວກໍມີ ແລ້ວກະບາງຄົນ ກໍມາລົງທຶນ ແບບເຮັດໂຮງງານ, ແບບຊື້ມັນຕົ້ນແມ່ນຫຍັງຫັ້ນນ່າ ບໍ່ຮູ້ຖືກກົດໝາຍ ຫລື ບໍ່ຖືກກົດໝາຍນ່າ. ”
ຊາວບ້ານ ຢູ່ເມືອງບົວລະພາ ອີກຜູ້ນຶ່ງ ກໍເວົ້າວ່າ ດຽວນີ້ ມີຊາວວຽດນາມ ຈໍານວນຫລາຍ ຫລັ່ງໄຫລເຂົ້າມາ ຢູ່ເມືອງບົວລະພາ ນີ້, ເຂົ້າມາເປັນຄອບຄົວ ແລະປະກອບອາຊີພຕ່າງໆ, ແຕ່ກໍບໍ່ຮູ້ຄືກັນວ່າ ພວກເຂົາເຈົ້າ ເຂົ້າມາຖືກຕ້ອງ ຕາມກົດໝາຍ ຫລືບໍ່ ແລະບໍ່ຮູ້ວ່າ ມີຈໍານວນເທົ່າໃດ.
“ກະເຫັນມີຢູ່ໄດ໋ ແຕ່ວ່າເຮົາະບໍ່ຮູ້ ກໍາບໍ່ໄດ້ດອກວ່າ ຫລາຍປານໃດ ລະອຽດລະບໍ່ຈັກໄດ໋ ທີ່ມາຢູ່ມັນກະມີຢູ່ຫັ້ນ ແລ້ວ ແຕ່ວ່າກໍາບໍ່ໄດ້ ເຮົາກໍາບໍ່ໄດ້ດອກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າຂອງຮ້ານຄ້າ ນາງນຶ່ງ ທີ່ຢູ່ໃກ້ເຂດຊາຍແດນ ລາວ-ວຽດນາມ ໃນແຂວງຄໍາມ່ວນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ພຶສຈິການີ້ວ່າ ນາງກໍເຫັນຊາວວຽດນາມ ເຂົ້າມາຄ້າຂາຍ ຢູ່ແຂວງຄໍາມ່ວນ ຫລາຍຂຶ້ນນໍາເລື້ອຍໆ ຊຶ່ງສ່ວນຫລາຍ ເຂົ້າມາແບບຄອບຄົວ, ສ່ວນຣາຍລະອຽດ ກ່ຽວກັບການເຂົ້າມາ ຂອງພວກເຂົາເຈົ້ານັ້ນ ນາງບໍ່ຮູ້.
“ກະມີຢູ່ມີຫລາຍຢູ່ ເຂົາເຈົ້າເຂົ້າມາຄ້າຂາຍຢູ່ນ່າ ມີແຕ່ເຂົາເຈົ້າມີຄອບຄົວ ແລ້ວຈຶ່ງມາຢູ່ ເຮົາກະບໍ່ຮູ້ ແຕ່ເຮົາຢູ່ດຽວນີ້ບໍຣິເວນ ຊາຍແດນວຽດ ຫຍັບໄປອີກໜ້ອຍນຶ່ງ.”
ປະຊາຊົນອີກຜູ້ນຶ່ງ ທີ່ອາສັຍ ຢູ່ໃກ້ກັບຊາຍແດນ ລາວ-ວຽດນາມ ໃນແຂວງຄໍາມ່ວນ ກໍເວົ້າໃນມື້ດຽວກັນນີ້ວ່າ ບັນຫາ ຊາວວຽດນາມ ເຂົ້າມາຕັ້ງຖິ່ນຖານ ໃນລາວ ແບບບໍ່ຖືກກົດໝາຍ ຫລືແຕ່ງດອງ ກັບຄົນລາວ ແບບບໍ່ຖືກຕ້ອງນັ້ນ ທ່ານກໍບໍ່ຄ່ອຍເຫັນ ມາດົນເຕີບແລ້ວ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມາກວດກາ ຢູ່ເລື້ອຍ. ສ່ວນຊາວວຽດນາມ ທີ່ເຂົ້າມາຄ້າຂາຍ ຢູ່ແຂວງຄໍາມ່ວນ ດຽວນີ້ກໍມີເຂົ້າມາ ແບບຖືກກົດໝາຍ.
“ຖືກຕ້ອງໝົດ ເຈົ້າໜ້າທີ່ ມາກວດກາທຸກເດືອນ. ທຸກທິຈ ກວດກາຕາມຮ້ານ ຂາຍເຄື່ອງ, ຂາຍເຂົ້າ, ຂາຍຂອງກິນຫັ້ນແຫລະ ແລ້ວກະຂາຍເຄື່ອງຍ່ອຍ ທົ່ວໄປ. ມາແຕ່ງດອງກັບຄົນລາວຫວາ ບໍ່ເຫັນເລີຍ.”
ໃນກອງປະຊຸມ ດັ່ງກ່າວ ມີການຣາຍງານວ່າ ໃນໄລຍະທີ່ຜ່ານມາ ທາງການຂອງທັງ 2 ແຂວງ ກໍໄດ້ໂຄສະນາເຜີຍແຜ່ ສຶກສາອົບຮົມ ເຣື່ອງກົດໝາຍ ວ່າດ້ວຍຊາຍແດນ ແຫ່ງຊາຕ ໃຫ້ພະນັກງານ ແລະປະຊາຊົນ 2 ຟາກຊາຍແດນຮູ້ ແລະຮູ້ລະບຽບການຕ່າງໆ ທີ່ລາວ ແລະວຽດນາມ ໄດ້ຮ່ວມກັນລົງນາມ ເພື່ອໃຫ້ຊາຍແດນຂອງ 2 ປະເທດ ມີຄວາມສງົບ, ປອດພັຍ.
ແຂວງກວາງບິ່ງ ຂອງວຽດນາມ ເປັນແຂວງນຶ່ງ ທີ່ມີການພົວພັນ ແລະໃຫ້ການຊ່ອຍເຫລືອ ແຂວງຄໍາມ່ວນຢູ່ເລື້ອຍໆ ເປັນຕົ້ນ ເມື່ອເດືອນເມສາປີກາຍ ທາງການແຂວງກວາງບິ່ງ ກໍໄດ້ມອບອຸປກອນ ການແພດ ແລະເຄື່ອງບໍຣິໂພກ ໃຫ້ທາງການແຂວງຄໍາມ່ວນ ເພື່ອໃຊ້ເຂົ້າ ໃນວຽກງານສະກັດກັ້ນ ແລະປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ແລະກ່ອນໜ້ານັ້ນ ກໍໄດ້ໃຫ້ການຊ່ອຍເຫລືອ ທາງດ້ານການສຶກສາ ເປັນຕົ້ນ ໄດ້ກໍ່ສ້າງໂຮງຮຽນ ສາມັນມິຕພາບ ຄໍາມ່ວນ-ກວາງບິ່ງ ຊຶ່ງໄດ້ເປີດໃຊ້ມາຮອດປັດຈຸບັນ.