ຣັຖບານ ລາວ-ວຽດນາມ ປະຊຸມ ທະວິພາຄີ

ຈຳປາທອງ
2023.01.18
ຄົນວຽດນາມ ໃນນະຄອນຫຼວງວຽງຈັນ ທີ່ຂີ່ຣົດຖີບ ເລາະຂາຍເຄື່ອງ ຕາມເຂດຊຸມຊົນ.
RFA

ຈາກຜົລກອງປະຊຸມຄັ້ງທີ 45 ຂອງຄະນະກັມມະການຮ່ວມມື 2 ຝ່າຍ ຫລື ທະວິພາຄີ ລະຫວ່າງຣັຖບານ ສປປ ລາວ ແລະ ຣັຖບານວຽດນາມ ປະຈໍາປີ 2023 ໂດຍການເປັນປະທານຮ່ວມ ຂອງນາຍົກຣັຖມົນຕຣີ 2 ປະເທດ ຄື ທ່ານ ສອນໄຊ ສີພັນດອນ ແລະທ່ານ ຟ້າມ ມິງ ຈິງ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 12 ມົກກະຣານີ້ ສະແດງໃຫ້ເຫັນວ່າ ການປະຕິບັດ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ທີ່ກອງປະຊຸມ ຄະນະກັມມະການຮ່ວມມື 2 ຝ່າຍ  ລະຫວ່າງຣັຖບານ ຄັ້ງທີ 44 ປະຈໍາປີ 2022 ຄືຕລອດໄລຍະ 1 ປີຜ່ານມາ ແມ່ນໄດ້ຮັບ ຜົລດີຫລາຍຢ່າງ ແຕ່ຫລາຍຄົນກໍຍັງເຫັນວ່າ ມີຫລາຍບັນຫາທີ່ຈະຕ້ອງໄດ້ຮັບການແກ້ໄຂ ເປັນ ຕົ້ນບັນຫາຊາຍແດນ ທີ່ວຽດນາມຫຍັບເຂົ້າມາໃນດິນລາວ ຫລາຍເຂດ ແລະເຣຶ່ອງຄົນວຽດນາມ ເຂົ້າມາຢູ່ລາວແບບບໍ່ຖືກກົດໝາຍຫລາຍຂຶ້ນ.

ຜົລດີຫລາຍຢ່າງ ສໍາລັບ 2 ຝ່າຍໃນໄລຍະ 1 ປີຜ່ານມາທີ່ວ່ານັ້ນ ເປັນຕົ້ນກໍແມ່ນການພົວ ພັນຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄດ້ມີການແລກປ່ຽນ ແລະຢ້ຽມຢາມຊຶ່ງກັນ ແລະ ກັນ ໃນລະດັບຕ່າງໆ ແລະຮ່ວມມືກັນລະຫວ່າງກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ ແລະໄດ້ຮ່ວມກັນຈັດຕັ້ງ ຫລາຍກິຈກັມ ໃນການສລອງປີສາມັກຄີ ມິຕພາບ ລາວ-ວຽດນາມ, ວຽດນາມ-ລາວ ຄືສລອງວັນສ້າງຕັ້ງ ສາຍພົວພັນການທູຕ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິຕພາບ ແລະການຮ່ວມມື ຄົບຮອບ 45 ປີ ໃນປີ 2022 ຜ່ານມາ; ມີການຮ່ວມມືດ້ານເສຖກິຈ-ການຄ້າ ແລະການລົງທຶນເພີ່ມຂຶ້ນ ໂດຍມູນຄ່າການຄ້າ 2 ຝ່າຍໃນປີ 2022 ເພິ່ມຂຶ້ນຈາກປີກ່ອນນັ້ນກວ່າ 21% ຄືເກືອບເຖິງ 1.7 ຕື້ໂດລາສະຫະຣັຖ ຊຶ່ງເປັນມູນຄ່າ ທີ່ລື່ນເປົ້າໝາຍຊຶ່ງໄດ້ວາງເອົາໄວ້, ອີງຕາມຂ່າວ Vietnam Times.

ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄໍາເວົ້າຂອງທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງ ການສົ່ງເສີມ ແລະຄຸ້ມຄອງ ເຂດເສດຖະກິຈພິເສດ ກະຊວງແຜນການ ແລະການລົງທຶນ ໃນມື້ວັນທີ 12 ມົກກະຣານີ້ແລ້ວແມ່ນວ່າ ການພັທນາເຂດເສດຖະກິຈ ພິເສດຢູ່ລາວໄລຍະຜ່ານມາ ມີຄວາມສຳຄັນຫລາຍ ເປັນການປະກອບສ່ວນ ເຂົ້າໃນການພັທນາເສດຖະກິຈ-ສັງຄົມຂອງຊາດ ໂດຍສະເພາະເຣື່ອງການດຶງດູດການລົງທຶນ, ການສ້າງວຽກເຮັດງານທຳ ໃຫ້ປະຊາຊົນ. ນັບແຕ່ປີ 2003 ເຖິງປັດຈຸບັນ ມີເຂດເສຖກິຈ ພິເສດທັງໝົດ 22 ເຂດຢູ່ 8ແຂວງ, ດຶງດູດການລົງທຶນຈາກນັກທຸຣະກິຈ ພາຍໃນ ແລະຕ່າງປະເທດ, ໄດ້ມີບໍຣິສັດເຂົ້າມາລົງທຶນ ແລະຈົດທະບຽນທັງໝົດ 1,209 ບໍຣິສັດ. ໃນນັ້ນສ່ວນໃຫຍ່ເປັນບໍຣິສັດ ທີ່ມາຈາກປະເທດຈີນ, ໄທຍ, ຍີ່ປຸ່ນ ແລະປະເທດອື່ນໆ ໂດຍທີ່ທ່ານບໍ່ໄດ້ເອີ່ຍເຖິງວ່າ ມີມາຈາກປະເທດວຽດນາມ.

ແຕ່ວຽດນາມ ເປັນປະເທດທີ່ລົງທຶນລາຍໃຫຍ່ ອັນດັບ 3 ໃນລາວ ຮອງລົງມາຈາກຈີນ ແລະໄທຍ ຄືມີບໍຣິສັດວຽດນາມ ເຂົ້າມາລົງທຶນຢູ່ລາວ 238 ໂຄງການ, ຮວມມູນຄ່າທັງໝົດ 5.34 ຕື້ໂດລ້າຣ໌ສະຫະຣັຖ ແລະ 2 ຝ່າຍເວົ້າວ່າ ຈະຮັກສາການເຕີບໂຕ ຂອງການຄ້າໃຫ້ໄດ້ 10-15% ຕໍ່ປີ ແລະທັງຈະຂຍາຍການລົງທຶນ ແລະການຮ່ວມມື ທີ່ເລັ່ງໃສ່ໂຄງການ ພັທນາໃນເຂດຊາຍແດນ ນໍາດ້ວຍ.

ພ້ອມກັນນັ້ນ 2 ຝ່າຍກໍເວົ້າວ່າ ໄດ້ສ້າງເງື່ອນໄຂ ໃຫ້ແກ່ການຂຍາຍການຄ້າ ຊາຍແດນ, ຊຸກຍູ້ໃຫ້ວິສາຫະກິຈ ຂນາດໃຫຍ່ຂອງວຽດນາມ ເຂົ້າມາລົງທຶນໃນລາວ; ມີການຮ່ວມມືດ້ານວັທນະທັມ-ສັງຄົມ, ໄດ້ສ້າງເງື່ອນໄຂ ໃຫ້ຊາວໜຸ່ມລາວ ແລະວຽດນາມ ໄດ້ຮຽນຮູ້ ແລະເຂົ້າໃຈເຖິງມູນເຊື້ອ ຄວາມສາມັກຄີພິເສດ ລາວ-ວຽດນາມ, ສ້າງຊັພຍາກອນມະນຸສ ຂອງ ສປປ ລາວ ຢູ່ວຽດນາມ ໃຫ້ຫລາຍຂຶ້ນ, ແຕ່ປີ 2011 ຫາ ປີ 2021 ວຽດນາມ ໄດ້ຮັບນັກສຶກສາລາວ ໄປຮຽນເກືອບເຖິງ 30,000 ຄົນ. ປັດຈຸບັນ ມີນັກສຶກສາລາວ ປະມານ 14,000 ຄົນ ຮຽນຢູ່ສະຖາບັນ ການສຶກສາວຽດນາມ 160 ແຫ່ງ.

ເວົ້າເຖິງການພົວພັນ ແລະການຮ່ວມມື ລາວ-ວຽດນາມ ທີ່ວ່າຢູ່ບົນຫລັກການ ສເມີພາບ ແລະແຕ່ລະຝ່າຍມີຜົລປໂຍດນັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນການຢູ່ປະເທດເຢັຍຣະມັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ກ່ອນໜ້ານີ້ວ່າ ແມ່ນວຽດນາມຫວັງຄວບຄຸມລາວ.

ພາຍຫລັງການເຈຣະຈາ 2 ຝ່າຍໄດ້ລົງນາມໃນເອກກະສານ ກ່ຽວກັບການຮ່ວມມື 10 ສະບັບ ຄື ບົດບັນທຶກ ຄວາມເຂົ້າໃຈກັນ ວ່າດ້ວຍການສ້າງກົນໄກ ການປຶກສາຫາລື ວຽກງານການທູຕ, ເສດຖະກິຈ, ວ່າດ້ວຍແຜນງານ ການຄົ້ນຄວ້າ ແລະຝຶກອົບຮົມ ໃຫ້ນັກການທູຕ ແລະພະນັກງານ ກະຊວງການຕ່າງປະເທດ, ສົນທິສັນຍາ ວ່າດ້ວຍການຊ່ອຍເຫລືອ ຊຶ່ງກັນ ແລະ ກັນ ທາງດ້ານຍຸຕິທັມ ໃນບັນຫາທາງແພ່ງ, ສັນຍາລະຫວ່າງ 2 ຣັຖບານ ວ່າດ້ວຍຄູ່ຮ່ວມມື ດີຈີຕອລ ແລະອະນຸສັນຍາ ວ່າດ້ວຍການຮ່ວມມືກໍ່ສ້າງ ບຸກຄາລະກອນ, ແຜນການຮ່ວມມື ປີ 2023 ລະຫວ່າງກະຊວງສຶກສາທິການ ແລະກິລາ ຂອງລາວ ແລະກະຊວງສຶກສາທິການ ແລະກໍ່ສ້າງຂອງວຽດນາມ, ບົດບັນທຶກຄວາມເຂົ້າໃຈກັນ ລະຫວ່າງກະຊວງສາທາຣະນະສຸຂ ຂອງ 2 ປະເທດ, ບົດບັນທຶກການສ້າງຕັ້ງ ສາຍພົວພັນຮ່ວມມືມິຕພາບ ລະຫວ່າງ ແຂວງຈໍາປາສັກຂອງລາວ ແລະແຂວງກວ້າງຈີ້ ຂອງວຽດນາມ, ບົດບັນທຶກຄວາມເຂົ້າໃຈ ກັນ ວ່າດ້ວຍການຮ່ວມມື ດ້ານນະວັດຕະກັມ ທາງດ້ານການເງິນ ແລະລະບົບຊໍາລະ ລະຫວ່າງທະນາຄານ ແຫ່ງ ສປປ ລາວ ແລະທະນາຄານແຫ່ງຣັຖ ວຽດນາມ ແລະບົດບັນທຶກຄວາມເຂົ້າໃຈກັນ ວ່າດ້ວຍການຮ່ວມມື ຮອບດ້ານໃນຂົງເຂດຄົມມະນາຄົມ ແລະຂົນສົ່ງທາງນໍ້າ ລະຫວ່າງກະຊວງ ໂຍທາທິການ ແລະຂົນສົ່ງ ຂອງລາວ ແລະກະຊວງຄົມມະນາຄົມ ແລະຂົນສົ່ງຂອງວຽດນາມ.

ພ້ອມກັນນັ້ນ 2 ຝ່າຍຈະເລັ່ງ ປະຕິບັດບັນດາ ໂຄງການທີ່ຍັງບໍ່ທັນສໍາເຣັດ ໃຫ້ສໍາເຣັດ

ໂດຍໄວ ຮວມທັງວ່າ ຈະເອົາໃຈໃສ່ຊຸກຍູ້ ຂະແໜງການກ່ຽວຂ້ອງ ໃນການຮ່ວມມື ເພື່ອການເຊື່ອມໂຍງທາງດ້ານໂຄງຮ່າງພື້ນຖານ ໃຫ້ສໍາເຣັດ ເປັນຕົ້ນ ໂຄງການກໍ່ສ້າງສະໜາມບິນ ໜອງຄ້າງ ຂອງວຽດນາມ ທີ່ເມືອງຊໍາເໜືອ ແຂວງຫົວພັນ ຊຶ່ງມີມູນຄ່າຫລາຍກວ່າ 74 ລ້ານໂດລ້າຣ໌ ສະຫະຣັຖ ໃຫ້ສໍາເຣັດໃນເດືອນເມສາ 2023 ນີ້.

ວຽດນາມເວົ້າວ່າ ຈະສນັບສນູນ ສປປ ລາວ ໃຫ້ປະສົບຜົລສໍາເຣັດ ໃນການປະຕິບັດໜ້າທີ່ ສາກົນ ຮວມທັງໃນໄລຍະ ທີ່ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ກ່ຽວກັບຍຸທສາຕ ການຮ່ວມມືດ້ານເສຖກິຈ ອິຣະວະດີ-ເຈົ້າພະຍາ-ແມ່ນໍ້າຂອງ ຫລື ACMECS ຄັ້ງທີ 10 ໃນປີ 2023 ນີ້ ແລະການເປັນປະທານອາຊ້ຽນ ແລະກອງປະຊຸມໃຫຍ່ ຣັຖສະພາອາຊ້ຽນ ຫລື AIPA ໃນປີ 2024 ທີ່ຈະມາເຖິງນີ້.

ໃນປີ 2023, 2 ຝ່າຍ ຈະປະຕິບັດຕາມຖແລງການຮ່ວມ ແລະຂໍ້ຕົກລົງ ຂອງຜູ້ນໍາຂັ້ນສູງ ຂອງ 2 ປະເທດທີ່ໄດ້ມີນໍາກັນ, ຈະຮ່ວມມືກັນໃນການຮັກສາ ສະເຖັຽຣະພາບ ທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ, ສ້າງເສັ້ນຊາຍແດນ ລາວ-ວຽດນາມ ໃຫ້ເປັນຊາຍແດນ ແຫ່ງສັນຕິພາບ, ສະເຖັຍຣະພາບ, ການຮ່ວມມື ແລະພັທນາຮອບດ້ານ, ສນັບສນູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະສາກົນ; ຈະກວດກາຄືນບັນດາເອກສານທີ່ໄດ້ລົງນາມກັນໄປແລ້ວ, ຖ້າອັນໃດທີ່ບໍ່ສອດຄ່ອງ ກັບສະພາບການ ໃນໄລຍະໃໝ່ ແມ່ນຈະຮ່ວມກັນດັດແກ້ ເພື່ອໃຫ້ການຮ່ວມມື 2 ຝ່າຍ ມີປະສິດທິຜົລ; ສົ່ງເສີມການຄ້າ 2 ຝ່າຍ ໃຫ້ດີຂຶ້ນ ໂດຍສະເພາະ ແມ່ນການຄ້າຊາຍແດນ; ສົ່ງເສີມການລົງທຶນ ຂອງວຽດນາມ ຢູ່ລາວ ໃຫ້ຫລາຍຂຶ້ນ ເປັນຕົ້ນການຜລິດກະສິກັມສະອາດ, ນໍາໃຊ້ເຕັກໂນໂລຢີຂັ້ນສູງ ແລະ ການຜລິດເປັນສິນຄ້າ ອຸປະໂພກ-ບໍລິໂພກ; ຮ່ວມມືດ້ານການທ່ອງທ່ຽວ, ການເຊື່ອມໂຍງ ດ້ານລະບົບຄົມມະນາຄົມຂົນສົ່ງ ໃນການພັທນາເສດຖະກິຈຂອງລາວ ແລະວຽດນາມ ແລະເພື່ອການເຊື່ອມໂຍງໃນພາກພື້ນ ຕາມຂໍ້ຕົກລົງ ວ່າດ້ວຍແຜນການການຮ່ວມມື ລາວ-ວຽດນາມ ປະຈໍາປີ 2023 ນີ້.

ເວົ້າສະເພາະ ເຣື່ອງການສ້າງເສັ້ນຊາຍແດນ ລາວ-ວຽດນາມ ທີ່ຜູ້ນໍາ2ຝ່າຍວ່າຈະໃຫ້ເປັນຊາຍແດນແຫ່ງສັນຕິພາບນັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ ຈະເປັນໄປໄດ້ແນວໃດ ໃນເມື່ອວຽດນາມຫຍັບຊາຍແດນ ຂອງຕົນເຂົ້າມາກວມເອົາດິນລາວ ຢູ່ຫລາຍເຂດ ແລະ ພົລເມືອງວຽດນາມ ກໍຫລັ່ງໄຫລເຂົ້າມາຢູ່ລາວ ແບບບໍ່ຖືກຕ້ອງຕາມກົດໝາຍຫລາຍຂຶ້ນ ແລະຍາດແຍ່ງອາຊີບຫາກິນ ຂອງຄົນລາວ.

ໃນການໄປຢ້ຽມຢາມ ສປປ ລາວ 2 ມື້ ນອກຈາກໄດ້ເຂົ້າຮ່ວມ ກອງປະຊຸມຄັ້ງທີ 45 ຂອງຄະນະກັມມະການ ຮ່ວມມື 2 ຝ່າຍ ລະຫວ່າງຣັຖບານ ສປປ ລາວ ແລະຣັຖບານວຽດນາມ ປະຈໍາປີ 2023 ແລ້ວ ທ່ານ ຟ້າມ ມິງ ຈິງ ນາຍົກຣັຖມົນຕຣີ ວຽດນາມ ກໍໄດ້ຮ່ວມພິທີສລຸບ ປີສາມັກຄີມິຕພາບ ລາວ-ວຽດນາມ 2022 ຄືວັນສ້າງຕັ້ງສາຍພົວພັນ ການທູຕ ຄົບຮອບ 60 ປີ (5/9/1962-5/9/2022) ແລະວັນເຊັນສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022).

ເວົ້າເຖິງສົນທິສັນຍາມິຕພາບ ແລະ ການຮ່ວມມື ລາວ-ວຽດ ນາມປີ 1977 ທ່ານ ສົມເພັດ ວັດທະນູ ຮອງປະທານ ອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວທີ່ປະເທດ ຝຣັ່ງເສດ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອກ່ອນນີ້ວ່າ ການມີສົນທິສັນຍານັ້ນຂຶ້ນມາ ແມ່ນຍ້ອນຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ບໍ່ສາມາດປົກຄອງ ປະເທດໄດ້ດ້ວຍຕົນເອງ.

ແຕ່ເຖິງຢ່າງໃດກໍຕາມ ທາງການ ສປປ ລາວ ແລະວຽດນາມ ກໍຕີລາຄາວ່າ ຜົນສໍາເຣັດ ຂອງກອງປະຊຸມຄັ້ງທີ 45 ຂອງຄະນະກັມມະການ ຮ່ວມມື 2 ຝ່າຍ ລະຫວ່າງຣັຖບານ ສປປ ລາວ ແລະຣັຖບານວຽດນາມ ປະຈໍາປີ 2023 ຄັ້ງນີ້ ຈະເປັນການປະກອບສ່ວນ ສໍາຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິຕພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານ ລາວ-ວຽດນາມ, ວຽດນາມ-ລາວ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວເຂົ້າສູ່ ລວງເລິກ ແລະ ກວ້າງຂວາງຫລາຍຂຶ້ນ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.