ອິດທິພົນ ວຽດນາມ ເສີມຂຍາຍສາຍພົວພັນ ກັບລາວ

ໄຊຍາ
2023.04.11
ອິດທິພົນ ວຽດນາມ ເສີມຂຍາຍສາຍພົວພັນ ກັບລາວ ທ່ານ ຫວໍ ວັນ ເຖືອງ, ປະທານ ປະເທດ ສສ ວຽດນາມ ຢ້ຽມຢາມ ສປປ ລາວ ຕາມຄຳເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ.
ຮູບພາບ: ປກສ

ທ່ານ ຫວໍ ວັນ ເຖືອງ ປະທານປະເທດວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ຢ່າງເປັນທາງການ ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ເປັນເວລາ 2 ມື້ ລະວ່າງວັນທີ 10-11 ເມສາ 2023, ຕາມຄໍາເຊີນຂອງ ທ່ານ ດຣ. ທອງລຸນ ສີສຸລິດ ປະທານປະເທດລາວ. ການມາຢ້ຽມຢາມລາວຂອງ ທ່ານ ຫວໍ ວັນ ເຖືອງ ຖືເປັນການຢ້ຽມຢາມ ຕ່າງປະເທດ ຄັ້ງທຳອິດ ຂອງທ່ານ ພາຍຫຼັງທີ່ທ່ານ ໄດ້ຮັບຕຳແໜ່ງ ປະທານປະເທດວຽດນາມ ໃນວັນທີ 2 ມີນາ 2023 ທີ່ຜ່ານມາ.

ຜູ້ນຳ ຂອງທັງ 2 ປະເທດ ໄດ້ຮ່ວມການປະຊຸມ ປຶກສາຫາລື ກ່ຽວກັບ ຂອບຄວາມຮ່ວມມື 2 ຝ່າຍ, ແລະພີທີລົງນາມ ໃນເອກກະສານ ການຮ່ວມມື 2 ສະບັບ ກ່ຽວກັບເຣື່ອງ ການຮ່ວມມື ດ້ານເຕັກໂນໂລຍີ ແລະນະວັດຕະກັມ ແລະ ການຮ່ວມມື ດ້ານວິທຍາສາດ. ຫຼັງຈາກນັ້ນ, ທ່ານ ຫວໍ ວັນ ເຖືອງ ປະທານປະເທດວຽດນາມ ໄດ້ພົບປະກັບບັນດາ ຜູ້ນຳຂັ້ນສູງ ຂອງລາວ ເປັນຕົ້ນ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ, ທ່ານ ດຣ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ, ທ່ານ ດຣ. ສິນລະວົງ ຄຸດໄພທູນ ປະທານສູນກາງ ແນວລາວ ສ້າງຊາຕ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຊາວບ້ານ ຍານາງນຶ່ງ ໃຫ້ຮູ້ວ່າ ຍານາງຮູ້ສຶກເປັນກຽດ ທີ່ໄດ້ໄປຮ່ວມ ການຕ້ອນຮັບ ປະທານປະເທດວຽດນາມ ໃນເທື່ອນີ້ ແລະຍານາງເຫັນວ່າ ການຂຍາຍ ອິດທິພົນຂອງຈີນ ຢູ່ລາວ ບໍ່ໄດ້ມີຜົລກະທົບຕໍ່ ຄວາມສຳພັນພິເສດ ລະວ່າງລາວ-ວຽດນາມ ແຕ່່ຢ່າງໃດ.

ດັງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ເມສາ 2023 ນີ້ວ່າ:

“ພູມໃຈທີ່ຈະໄດ້ ໄດ້ເປັນກຽດ ທີ່ວ່າໄດ້ເຂົ້າໄປຮ່ວມຮັບ ເພິ່ນມາຢ້ຽມຢາມປະເທດບ້ານເຮົາ ເປັນມິຕພາບທີ່ດີນໍ ມີຄວາມສຳພັນທີ່ດີລະວ່າງສອງປະເທດນໍ. ກະບໍ່ກ່ຽວກັນດອກນໍ ມັນກະມີຄົນຫວັງດີ ແລະກະຄົນບໍ່ຫວັງດີອັນລະໄປນໍ. ກະເວົ້າເຣື່ອງວ່າ ເຣື່ອງເສຖກິຈ ບາງທີມັນກໍ່ມີຮ່ວມກັນນໍ.”

ທາງດ້ານ ຊາວບ້ານ ທ່ານນຶ່ງ ຜູ້ທີ່ຮູ້ກ່ຽວກັບເຣື່ອງ ການເຄື່ອນໄຫວ ຂອງຊາວວຽດນາມ ຢູ່ລາວ ເຊິ່ງບໍ່ປະສົງອອກຊື່ ໃຫ້ຄຳເຫັນວ່າ ປັດຈຸບັນ, ຊາວວຽດນາມ ຈຳນວນຫຼາຍ ຍັງຄົງສືບຕໍ່ ເຂົ້າມາລາວຫຼາຍຂຶ້ນ ໂດຍເຂົ້າມາລົງທຶນ ທຸຣະກິຈ ແລະເຂົ້າມາເຮັດວຽກ ນຳທຸຣະກິຈ ຂອງພວກເຂົາເຈົ້າ. ເຊິ່ງທ່ານເຫັນວ່າ ທຸຣະກິຈ ຂອງຊາວຈີນ ຍັງມີການຈ້າງຄົນງານລາວ ຫຼາຍກວ່າ ເມື່ອປຽບທຽບກັບ ທຸຣະກິຈຂອງຊາວວຽດນາມ.

ດັງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ຫຼາຍໂພດ! ທຸຣະກິຈທຸກຢ່າງ ແມ່ນຂອງວຽດ. ປໍານ້ຳມັນເອີຍ, ຫ້າງຊັບພະສິນຄ້າເອີຍ, ນັບແຕ່ນ້ອຍຫາໃຫຍ່, ນັບແຕ່ ຂາຍຜັກ. ເຂົາບໍ່ຮັບຄົນລາວເຮັດວຽກນຳ ຕ່າງກັນກັບຈີນຫຼາຍ ຈີນຈະຈ້າງຄົນລາວຫຼາຍ, ດຽວນີ້ (ວຽດນາມ) ກໍ່ຍັງຫຼັ່ງເຂົ້າມາບໍ່ໂວຍບໍ່ຢຸດ.”

ທ່ານກ່າວຕື່ມວ່າ ປະເທດລາວໃນປັດຈຸບັນ ຍັງຄົງຖືກວຽດນາມ ມີອິດທິພົນເຂົ້າຄອບງຳ ທາງດ້ານການເມືອງ, ທັງຍັງເຮັດໃຫ້ ເກີດບັນຫາສັງຄົມ ຍ້ອນມີນັກເລງ ຫຼືແກ້ງມາເຟັຽ ຊາວວຽດນາມ ເຄື່ອນໄຫວຄຸກຄາມຄົນລາວ ໂດຍບໍ່ຫົວຊາຕໍ່ລະບຽບກົດໝາຍຂອງລາວ.

ດັງທີ່ທ່ານ ກ່າວຕື່ມວ່າ:

“ເປັນຕາຢ້ານນີ້ແຫຼະ ທີ່ເຮັດໃຫ້ຄົນລາວສ່ວນຫຼາຍ ບໍ່ກ້າເວົ້າຫຍັງໃຫ້ວຽດ. ທີ່ຂ້ອຍບໍ່ມັກຄື ເຂົາມາຄວບຄຸມການເມືອງລາວ, ສອງມາຄື ເຂົາລ້ຽງມາເຟັຽວຽດ ໄວ້ເຕັມປະເທດ, ສາມມາຄື ເຂົາເອົາປຽບຄົນລາວ ເຮັດໃຫ້ຄົນລາວ ຕ້ອງໜີອອກໄປເຮັດວຽກ ຕ່າງປະເທດ.”

ສຳລັບ ຂໍ້ຄິດເຫັນ ທາງວິຊາການ ກ່ຽວກັບຄວາມສຳພັນ ລາວ-ວຽດນາມ ໃນໄລຍະປັດຈຸບັນ ກໍ່ຍັງມີຫຼາຍທັສນະແຕກຕ່າງກັນ. ໂດຍທາງດ້ານ ທ່ານ ອາຈານ ອະດິສອນ ເສມແຍ້ມ ນັກວິຊາການລາວ ສຶກສາ ຢູ່ສະຖາບັນເອເຊັຽສຶກສາ ຈຸລາລົງກອນມະຫາວິທຍາລັຍ ປະເທດໄທຍ ວ່າ ການຢ້ຽມຢາມລາວຂອງທ່ານປະທານປະເທດວຽດນາມ ຄັ້ງນີ້ ຖືເປັນປະເພນີ ທີ່ປະຕິບັດກັນຕໍ່ມາ ເປັນປົກກະຕິ

ດັງທີ່ທ່ານ ກ່າວວ່າ:

“ການເດີນທາງມາຢາມ ມັນກໍ່ເປັນລັກສະນະປະເພນີ ຫຼືທັມນຽມ ປະຕິບັດ ແຕ່ສ່ວນນຶ່ງກໍ່ຄື ມັນເປັນການສແດງໃຫ້ເຫັນເຖິງ ຄວາມສຳພັນແນບແໜ້ນ ໃນລະວ່າງ ພັກຄອມມູນິສວຽດນາມ ກັບພັກປະຊາຊົນ ປະຕິວັດລາວ ໃນຖານະທີ່ເປັນພັກ (ຄອມມູນິສຕ໌) ດ້ວຍກັນ. ເຊິ່ງຖ້າປຽບທຽບ ກັບພັກຄອມມູນິສຕ໌ຈີນແລ້ວ, ຂ້ອຍຄິດວ່າ ຄວາມສຳພັນຂອງພັກຄອມມູນິສຕ໌ວຽດນາມ ກັບພັກປະຊາຊົນ ປະຕິວັດລາວ ແມ່ນແນບແໜ້ນຫຼາຍກວ່າ.”

ໃນຂະນະທີ່ ຍານາງ ຜູ້ຊ່ອຍສາສຕຣາຈານ ມໍຣະກົຕວົງສ໌ ພູມພຼັບ ນັກວິຊາການ ດ້ານວຽດນາມ ສຶກສາ ຢູ່ຄະນະສິລປະສາດ ມະຫາວິທຍາລັຍທັມມະສາດ ປະເທດໄທຍ ໃຫ້ຄຳເຫັນວ່າ ການມາຢາມລາວຂອງປະທານ ປະເທດວຽດນາມ ໃນເທື່ອນີ້ ເປັນນຶ່ງໃນຄວາມພະຍາຍາມ ດຸນດ່ຽງອິດທິພົນ ຂອງວຽດນາມ ກັບຈີນ ຢູ່ລາວ.

ດັງທີ່ຍານາງ ກ່າວວ່າ:

“ການມາຢາມລາວ ຂອງປະທານປະເທດວຽດນາມ ເພື່ອເປັນການສ້າງສົມດຸນ ແລະ ການດຸນດ່ຽງທາງອຳນາດ ເຊິ່ງປັດຈຸບັນ ຈີນເຂົ້າໄປມີຢູ່ລາວ ຫຼາຍຂຶ້ນ. ວຽດນາມກໍປ່ອຍລາວບໍ່ໄດ້ ເປັນອັນຂາດ ກໍ່ຄືບໍ່ສາມາດປ່ອຍໃຫ້ຈີນ ມີອິດທິພົນໃນລາວຫຼາຍ ໄປກວ່ານີ້ ເພາະສະນັ້ນ ສິ່ງທີ່ວຽດນາມຕ້ອງເຮັດແມ່ນ ພະຍາຍາມຮັກສາ ສະຖານະຂອງຜູ້ນຳ ລະວ່າງພັກຄອມມູນິສຕ໌ ທັງສອງ ໃຫ້ແໜ້ນແຟ້ນຂຶ້ນ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຂໍຄຳເຫັນຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ໃນປີ 2022 ທີ່ຜ່ານມາ, ລາວແລະວຽດນາມ ໄດ້ຮ່ວມກັນສລອງປີສາມັກຄີ ມິຕພາບ ລາວ-ວຽດນາມ ໃນໂອກາດຄົບຮອບ ວັນສ້າງຕັ້ງສາຍພົວພັນ ທາງການທູດ ຂອງທັງສອງປະເທດ ຄົບຮອບ 60 ປີ ແລະການເຊັນສັນຍາມິຕພາບ ແລະການຮ່ວມມື ລາວ-ວຽດນາມ ຄົບຮອບ 45 ປີ. ນອກຈາກນີ້ແລ້ວ, ໃນປີ 2023 ນີ້ ບັນດາຜູ້ນຳຂັ້ນສູງ ຂອງວຽດນາມ ໄດ້ມາຢ້ຽມຢາມລາວ ເຖິງ 3 ຄັ້ງ ເປັນຕົ້ນ ທ່ານ ຟ້າມ ມິ່ງ ຈິ່ງ ນາຍົກຣັຖມົນຕຣີ ວຽດນາມ ມາຢາມລາວໃນເດືອນມົກກະຣາ ແລະເດືອນເມສາ 2023 ແລະ ທ່ານ ຫວໍ ວັນ ເຖືອງ ປະທານປະເທດວຽດນາມ ໃນເທື່ອນີ້.

ປັດຈຸບັນ, ວຽດນາມເປັນປະເທດຄູ່ຄ້າ ສຳຄັນຂອງລາວ ໂດຍມູລຄ່າການຄ້າ ລະວ່າງກັນໃນປີ 2022 ແມ່ນ 1.7 ຕື້ໂດລ້າຣ໌ສະຫະຣັຖ ເພີ່ມຂຶ້ນ 24% ຂອງປີຜ່ານມາ. ທັງສອງຝ່າຍ ຕັ້ງເປົ້າໝາຍວ່າ ຈະເພີ່ມມູລຄ່າການຄ້າ ໃຫ້ໄດ້ເຖິງ 2 ຕື້ໂດລ້າຣ໌ສະຫະຣັຖ ໃນໝໍ່ໆນີ້. ນອກຈາກນີ້ແລ້ວ, ວຽດນາມຍັງເປັນປະເທດ ຜູ້ລົງທຶນຢູ່ລາວ ຫຼາຍເປັນອັນດັບສາມ ຮອງຈາກຈີນ ແລະໄທຍ, ໂດຍມີບໍຣິສັດວຽດນາມ ລົງທຶນຢູ່ລາວແລ້ວ 238 ໂຄງການ ມູນຄ່າການລົງທຶນ 5.34 ຕື້ໂດລາຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.