ເຣື້ອງທີ່ເກັບບັນທຶກໄວ້
2024-05-07
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃຫ້ຜູ້ຂາຍສິນຄ້າຈາກຕ່າງປະເທດ ລາຍຍ່ອຍ ຕິດສະຫຼາກສິນຄ້າ ເປັນພາສາລາວ ກ່ອນທີ່ຈະວາງຈຳໜ່າຍ ຢູ່ຕະຫຼາດ ແລະຮ້ານຄ້າທົ່ວໄປ, ຜູ້ທີ່ລະເມີດ ຄັ້ງທຳອິດ ແມ່ນກ່າວເຕືອນ, ເຮັດບົດບັນທຶກ ແລະປັບໃໝ ຕາມລຳດັບ.
2024-05-07
ໂຄງການເຂດໂລຈິສຕິກ ນະຄອນຫຼວງວຽງຈັນໄລຍະທີ 2 ລະຫວ່າງ ບໍລິສັດ ວຽງຈັນ ໂລຈິສຕິກ ພາກ ຈຳກັດ ກັບ ບໍລິສັດ China Construction Science and Industry Corporation ຈາກປະເທດຈີນໄດ້ມີການສືບຕໍ່ ບຸກເບີກທີ່ດິນຢ່າງຕໍ່ເນື່ອງ ແຕ່ຍັງບໍ່ທັນຕົກລົງຈຳນວນເງິນ ຊົດເຊີຍໃຫ້ແກ່ຊາວບ້ານ.
2024-05-07
ໄພແລ້ງຄືບຄານ ເຂົ້ານະຄອນຫຼວງວຽງຈັນ, ປັດຈຸບັນ ປະຊາຊົນໃນຫລາຍບ້ານ ຂອງນະຄອນຫລວງວຽງຈັນ ພົບບັນຫານໍ້າປະປາ ບໍ່ໄຫລຕາມປົກກະຕິ ເຮັດໃຫ້ ການໃຊ້ຊີວິດປະຈໍາວັນ ໄດ້ຮັບຄວາມເດືອດຮ້ອນ ມາເກືອບ 2 ເດືອນແລ້ວ ໃນເລື້ອງນໍ້າປະປາບໍ່ໄຫລ ຫຼື ໄຫລບໍ່ແຮງ.
2024-05-06
ສປປ ລາວ ບໍ່ໃຫ້ຄຳໝັ້ນວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ໃນກອງປະຊຸມ COP28 ທີ່ນະຄອນດູໄບ ປະເທດສະຫະລັດ ອາຣັບເອມິເຣຕສ໌ ຂະນະທີ່ຜູ້ນຳສ່ວນຫຼາຍ ຮ່ວມລົງນາມ ທີ່ຈະແກ້ໄຂບັນຫານີ້ ຢ່າງຈິງຈັງ.
2024-05-06
ລັດຖະບານລາວ ຮ່ວມກັບບໍລິສັດຈີນ ແລະລາວ ສຶກສາຄວາມເປັນໄປໄດ້ ໃນການສົ່ງ ເສີມການຂາຍສິນຄ້າລາວໄປຈີນ ທັງສິນຄ້າກະສິກຳ, ກະສິກໍາປຸງແຕ່ງ, ອຸດສາຫະກໍາປຸງແຕ່ງ, ຢາພື້ນເມືອງ.
2024-05-06
ແຈ້ງການ ປັບຂຶ້ນລາຄານ້ຳມັນເຊື້ອໄຟ ທຸກປະເພດ ອີກແລ້ວ ນັບແຕ່ວັນທີ 1 ພຶດສະພານີ້ ເປັນຕົ້ນໄປ ຊຶ່ງການປັບຂຶ້ນລາຄາ ນ້ຳມັນດັ່ງກ່າວນີ້ ສົ່ງຜົນໃຫ້ລາຄານ້ຳມັນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ລາຄານ້ຳມັນແອັດຊັງ ພິເສດ ແລະທໍາມະດາ ທັງສອງປະເພດ ທຳລາຍສະຖິຕິ ເປັນລາຄາສູງສຸດ ເທົ່າທີ່ເຄີຍມີມາ.
2024-05-06
ບໍລິສັດລົດໄຟ ລາວ-ຈີນ ເພີ່ມຂະບວນໂດຍສານ ລະຫວ່າງຫລວງພະບາງ-ສິບສອງປັນນາ ເພາະມີນັກທ່ອງທ່ຽວເພີ່ມຂຶ້ນຈຳນວນຫຼາຍ ເຊິ່ງໃນ 3 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວເຂົ້າມາລາວ 1.1 ລ້ານຄົນ, ສ່ວນພາກທຸລະກິດ ການທ່ອງທ່ຽວ ແລະຮ້ານອາຫານ ຜູ້ປະກອບການຄົນລາວ ບໍ່ໄດ້ຮັບຜົນປະໂຫຍດຈາກການເພີ່ມ ຂະບວນໂດຍດັ່ງກ່າວ.
2024-05-06
ອົງການຂ່າວບໍ່ມີພົມແດນ ຫຼື Reporters without Borders ໄດ້ລາຍງານວ່າ ລັດຖະບານລາວ ຍັງໃຊ້ອໍານາດ ຄວບຄຸມສື່ມວນຊົນລາວ ຢ່າງເຂັ້ມງວດ, ການລາຍງານຂ່າວ ທີ່ໜ້າເຊື່ອຖືຍັງມີໜ້ອຍ ເຮັດໃຫ້ເສລີພາບ ຂອງສື່ມວນຊົນລາວ ຖືກຈັດຢູ່ໃນລະດັບ ທີ 153 ຈາກທັງໝົດ 180 ປະເທດທົ່ວໂລກ.
2024-05-05
ກອງກໍາລັງຊົນຊາດ-ຊົນເຜົ່າ ທີ່ຕໍ່ຕ້ານທະຫານມຽນມາ ໄດ້ຍຶດສອງຖານທັບ ທາງຍຸດທະສາດຂອງທະຫານມຽນມາ ທີ່ຢູ່ໃກ້ກັບກອງບັນຊາການໃຫຍ່ ຂອງມຽນມາ ຢູ່ລັດຣະຂ່າຍ ອີງຕາມຂໍ້ມູນຈາກປະຊາຊົນ ທີ່ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ໃນວັນພຸດທີ່ຜ່ານມາ.
2024-05-05
ບັນຫາ ການປ່ອຍ ສານເຄມີ ລົງ ສູ່ສາຍ ນໍ້າທໍາມະຊາດ ຢູ່ເມືອງຊໍາເໜືອ, ລາວ-ຈີນ ຂະຫຍາຍການຮ່ວມມື ວຽກງານດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະ ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ ຄືປະມານແຕ່ 50 ລ້ານກີບ ໄປຫາ 1 ຕື້ກີບ.
2024-05-04
ທ່ານ ອິນທີິ ເດືອນສະຫວັນ ຊຶ່ງເປັນຜູ້ໜຶ່ງ ທີ່ເຮັດວຽກ ບຸກເບີກສະຖານທີ່ທ່ອງທ່ຽວ ແບບອະນຸຮັກທໍາມະຊາດ.
2024-05-03
ປະຊາຊົນ ທີ່ຢູ່ເຂດຊົນນະບົດຂອງລາວ ກໍາລັງຂາດເຂີນນໍ້າສະອາດໃຊ້ ຍ້ອນໄພແຫ້ງແລ້ງ ຂະນະທີ່ແຫລ່ງນໍ້າທໍາມະຊາດຫລາຍແຫ່ງ ປົນເປື້ນໄປດ້ວຍສານພິດເຄມີ ຈາກການປູກພືດຜັກຕ່າງໆ ຂອງນັກລົງທຶນຕ່າງປະເທດ ເປັນຕົ້ນກໍແມ່ນຈີນ.
2024-05-03
ບຸກຄົນ ນິຕິບຸກຄົນ ຫຼືອົງການຈັດຕັ້ງ ຖ້າຕິດຕັ້ງປ້າຍ ຫ້າມຈອດລົດເອງ ຫຼື ວາງຈວຍ ໃສ່ຂອບເຂດສະຫງວນທາງ ຫ້າມຕິດປ້າຍໂຄສະນາ ວາງເຄື່ອງຂາຍຕາມເສັ້ນທາງຍ່າງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກລັດ ຈະຖືກສຶກສາອົບຮົມ ແລະປັບໃໝ ຕາມກົດໝາຍ ເພາະມີແຈ້ງການ ອອກມາແລ້ວ ໃນວັນທີ 30 ເດືອນເມສາ 2024 ນີ້.
2024-05-03
ໃນປີ 2023 ທີ່ຜ່ານມາ, ບໍລິສັດ ພູເບ້ຍມາຍນິງ ມອບເງິນພັນທະມູນຄ່າ 87 ລ້ານໂດລ້າ ໃຫ້ລັດຖະບານ ຊຶ່ງລວມມີ ເງິນພັນທະ ມາຈາກຄ່າຊັບພະຍາກອນແຮ່ທາດ, ອາກອນກໍາໄລ, ອາກອນເງິນເດືອນ, ອາກອນທາງ, ຄ່າທໍານຽມນໍາເຂົ້າ, ຄ່າສໍາປະທານ, ການສະໜັບສະໜູນ ແລະ ເງິນປັນຜົນ.
2024-05-03
ຊາວບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບ ຈາກບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ທີ່ໄດ້ມີການປ່ອຍນໍ້າເສຍ ປົນເປື້ອນສານເຄມີ ລົງສູ່ຫ້ວຍມັນ ແລະຫ້ວຍຕະບູ້ນ ເຮັດໃຫ້ນໍ້າແວ່ນ ທີ່ຢູ່ທາງລຸ່ມນໍ້າ ສອງຫ້ວຍນັ້ນ ຍັງມີສານເຄມີ, ເຮັດໃຫ້ປາໃນຫ້ວຍດັ່ງກ່າວ ແລະງົວຂອງຊາວບ້ານ ຕາຍ.