ປະຊາຊົນບໍ່ໜ້ອຍ ເດືອດຮ້ອນ ຈາກການຂຶ້ນລາຄານ້ຳມັນ

ສຸພັດຕາ
2024.05.06
ປະຊາຊົນບໍ່ໜ້ອຍ ເດືອດຮ້ອນ ຈາກການຂຶ້ນລາຄານ້ຳມັນ ຮູບປະກອບ: ປ້ຳນ້ຳມັນແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນມິຖຸນາ 2023.
ນັກຂ່າວພົນລະເມືອງ

ໃນວັນທີ 30 ເດືອນເມສາ ປີ 2024 ນີ້, ກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການ ປັບຂຶ້ນລາຄານ້ຳມັນເຊື້ອໄຟ ທຸກປະເພດ ໂດຍນ້ຳມັນແອັດຊັງພິເສດ ປັບຂຶ້ນ 800 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາ ປັບຂຶ້ນ 470 ກີບຕໍ່ລິດ ແລະ ນ້ຳມັນກາຊວນ ປັບຂຶ້ນ 270 ກີບຕໍ່ລິດ, ມີຜົນຕັ້ງແຕ່ເວລາ 6 ໂມງເຊົ້າ ຂອງວັນທີ 1 ເດືອນພຶດສະພາ 2024 ເປັນຕົ້ນໄປ.

ການປັບຂຶ້ນລາຄາ ນ້ຳມັນດັ່ງກ່າວນີ້ ສົ່ງຜົນໃຫ້ລາຄານ້ຳມັນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ເປັນດັ່ງນີ້ ນ້ຳມັນແອັດຊັງພິເສດ ລາຄາລິດລະ 33,550 ກີບ, ນ້ຳມັນ ແອັດຊັງທຳມະດາ ລາຄາລິດລະ 25,630 ກີບ ແລະ ນ້ຳມັນກາຊວນ ລາຄາລິດລະ 21,090 ກີບ. ເຮັດໃຫ້ລາຄານ້ຳມັນແອັດຊັງ ທັງສອງປະເພດ ທຳລາຍສະຖິຕິ ເປັນລາຄາສູງສຸດ ເທົ່າທີ່ເຄີຍມີມາ ຂະນະທີ່ ລາຄານ້ຳມັນກາຊວນ ໃນປັດຈຸບັນ ກໍ່ມີລາຄາໃກ້ຄຽງ ກັບລາຄາສູງສຸດ ເມື່ອວັນທີ 24 ມິຖຸນາ 2022 ໂດຍນ້ອຍກວ່າ ພຽງແຕ່ລິດລະ 1,090 ກີບເທົ່ານັ້ນ.

ກ່ຽວກັບເລື່ອງທີ່ວ່ານີ້, ຜູ້ປະກອບການປ້ຳນ້ຳມັນ ນາງໜຶ່ງ ຢູ່ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ພຶດສະພານີ້ວ່າ ລາຄານ້ຳມັນແອັດຊັງ ກໍ່ຂຶ້ນຫຼາຍກວ່າລິດລະ 25,000 ກີບແລ້ວ, ແຕ່ສະພາບການເຂົ້າມາເຕີມນ້ຳມັນ ຂອງຜູ້ໃຊ້ລົດ ກະຍັງເປັນປົກກະຕິຢູ່. ທັງນີ້, ລູກຄ້າສ່ວນຫຼາຍ ເປັນຜູ້ໃຊ້ລົດຈັກ, ລົດເກັງ ຫຼື ລົດກະບະ ບໍ່ມີລົດບັນທຸກໃຫຍ່ ຍ້ອນປ້ຳຂອງນາງ ຕັ້ງຢູ່ໃນເຂດຕົວເມືອງ.

“ນ້ຳມັນແອັດຊັງນີ້ຫວາ ທຳມະດາ ລາຄາ 25,670 (ກີບ). ກາຊວນ 21,330 (ກີບ). ກະທຳມະດາ. ເພາະປ້ຳເຮົາມັນຢູ່ອັ່ນນັ້ນ ມັນບໍ່ມີລົດໃຫຍ່ນັ້ນ ມີແຕ່ສ່ວນຫຼາຍ ເປັນລົດນ້ອຍ.”

ທາງດ້ານ ຊາວບ້ານນາງໜຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ລາຄານ້ຳມັນເຊື້ອໄຟ ໃນໄລຍະນີ້ ແພງຂຶ້ນຫຼາຍ. ຍາມເຕີມນ້ຳມັນເທື່ອໃດ ກະຕ້ອງໄດ້ເສຍຄ່ານ້ຳມັນ ເທື່ອລະລ້ານປາຍກີບ ຈົນເຮັດໃຫ້ນາງ ໄດ້ຮັບຄວາມເດືອດຮ້ອນ ແລະ ເປັນການຊ້ຳເຕີມ ສະພາບເສດຖະກິດ-ການເງິນຝືດເຄືອງ ນຳອີກ.

“ຂຶ້ນຫຼາຍແຮ່ງ, ແຮ່ງກວ່າອີກໄດ໋. (ເຕີມເທື່ອນຶ່ງ) ເປັນລ້ານພຸ້ນນ່າ. ຊ່ວງທີ່ວ່າຂຶ້ນຫັ້ນນັ້ນເນາະ. ມັນຂຶ້ນຫຼາຍເກີນໄປ ຊ່ວງເຂົ້າຍາກໝາກແພງ ມັນກະ ໜັກແດ່ຫັ້ນນ່າ.”

ນາງກ່າວຕື່ມວ່າ ຢາກໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ດຳເນີນມາດຕະການ ຊ່ອຍເຫຼືອຫຼຸດລາຄານ້ຳມັນ ຫຼື ເພີ່ມລາຍຮັບໃຫ້ແກ່ຊາວບ້ານ ໃຫ້ຫຼາຍຂຶ້ນ ເພື່ອທີ່ຈະເປັນການແກ້ໄຂບັນຫາ ທາງດ້ານເສດຖະກິດ-ການເງິນ ຂອງປະຊາຊົນ ໃຫ້ຖືກທິດທີ່ສຸດ.

ຂະນະທີ່ ຊາວບ້ານຜູ້ໜຶ່ງ ຢູ່ແຂວງຫຼວງພະບາງ ກ່າວເຊັ່ນດຽວກັນວ່າ ລາຄານ້ຳມັນ ກໍ່ຍັງສືບຕໍ່ແພງຂຶ້ນຫຼາຍ. ເຮັດໃຫ້ລາວຕ້ອງໄດ້ເສຍຄ່ານ້ຳມັນຫຼາຍຂຶ້ນ ໂດຍບໍ່ມີທ່າທີວ່າ ຄ່ານ້ຳມັນ ຈະຫຼຸດລົງເມື່ອໃດ.

“ແມ່ນໆ (ນ້ຳມັນ) ແພງ, (ກາຊວນ) ລິດກະ 21,500. ເອີ້, ແອັດຊັງ ແພງກວ່າໜ້ອຍນຶ່ງ. ແມ່ນໆ ລົດກະບະ, ລົດເກັງ ກະຕ້ອງໄດ້ເຕີມເອງ.”

ທາງດ້ານຜູ້ປະກອບການ ໃຫ້ເຊົ່າລົດທ່ອງທ່ຽວ ທ່ານນຶ່ງ ຢູ່ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ ດ້ວຍສະພາບການ ນ້ຳມັນເຊື້ອໄຟ ມີລາຄາແພງຕໍ່ເນື່ອງມາຫຼາຍປີ ເຮັດໃຫ້ລາວ ເປີດບໍລິການ ໃຫ້ເຊົ່າລົດໄຟຟ້າ ຊຶ່ງຈະເປັນການຊ່ອຍລູກຄ້າ ປະຢັດເງິນໃນການທ່ອງທ່ຽວຫຼາຍຂຶ້ນ ຍ້ອນບໍ່ຈຳເປັນ ຕ້ອງເຕີມນ້ຳມັນເຊື້ອໄຟໃສ່ລົດ.

“ໂດຍ, ແມ່ນ (ລາຄານ້ຳມັນແພງ). ເພາະວ່າເຮົາຈະມີລົດໄຟຟ້າໃຫ້ເຊົ່າພ້ອມເຈົ້າ. 3 ມື້, ບໍ່ຖ້າໄດ້ສາກດອກ ແບດເຕີຣີ້ໄດ້ຢູ່ 3 ມື້ ທ່ຽວຫຼວງພະບາງ. ລົດເຮົາຈະມີ ກຳນົດແລ່ນບໍ່ໃຫ້ ອອກນອກເມືອງນ່າ. ແລ່ນຢູ່ໃນຕົວເມືອງຫຼວງພະບາງ ຈະໄປບໍ່ເກີນ 100 ກິໂລໄດ້ (ຕໍ່ມື້).”

ຕໍ່ກັບເລື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ຂະແໜງການຄ້າພາຍໃນ ເພື່ອສອບຖາມລາຍລະອຽດຕື່ມ ເຖິງສາເຫດ ຂອງການປັບຂຶ້ນລາຄານ້ຳມັນ ໃນເທື່ອນີ້ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ນອກຈາກບັນຫາ ລາຄານ້ຳມັນເຊື້ອໄຟແພງຂຶ້ນ ໃນທົ່ວປະເທດແລ້ວ, ຢູ່ບາງຂົງເຂດ ກໍປະສົບບັນຫາ ການຂາດເຂີນນ້ຳມັນເຊື້ອໄຟ ເປັນຕົ້ນ ໃນໄລຍະທ້າຍ ເດືອນເມສາ ປີ 2024 ນີ້ ເກີດບັນຫາ ການຂາດເຂີນນ້ຳມັນເຊື້ອໄຟ ຢູ່ແຂວງຫົວພັນ ຍ້ອນສະພາບການຂົນສົ່ງທີ່ຫຍຸ້ງຍາກ ແລະ ການຂາດເຂີນ ຄັງແຮສຳຮອງເງິນຕາຕ່າງປະເທດ ເຮັດໃຫ້ຊາວບ້ານ ຂາດເຂີນນ້ຳມັນເຊື້ອໄຟໃສ່ລົດ ເພື່ອໃຊ້ໃນການເດີນທາງ ແລະ ການຂົນສົ່ງ ຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.