ລັດຖະບານ ຕຽມຮ່ວມມືກັບຈີນ ສົ່ງເສີມສິນຄ້າລາວ ອອກໄປປະເທດຈີນ
2024.05.06

ກະຊວງອຸດສາຫະກຳ ແລະການຄ້າ ຂອງລາວ ຈະຮ່ວມມື ກັບບໍລິສັດ ຊຽງໄຮ ຈືຈືຊາງ ຈຳກັດ ຂອງຈີນ ແລະ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດຜູ້ດຽວ ຂອງລາວ ໃນການສຶກສາຄວາມເປັນໄປໄດ້ ເພື່ອສົ່ງເສີມ ການສົ່ງສິນຄ້າລາວອອກໄປຈີນ ໂດຍສະເພາະ ສິນຄ້າກະສິກຳ, ກະສິກໍາປຸງແຕ່ງ, ອຸດສາຫະກໍາປຸງແຕ່ງ, ສິນຄ້າຢາພື້ນເມືອງ ອີງຕາມຄໍາເວົ້າຂອງ ທ່ານ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະການຄ້າ; ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈກັນ ຫລື MOU ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ ໃນການສົ່ງເສີມການຂາຍສິນຄ້າລາວໄປຈີນ ເມື່ອທ້າຍເດືອນເມສາ ທີ່ຜ່ານມາ, ແຕ່ຍັງບໍ່ຮູ້ວ່າ ໂຄງການນີ້ ຈະເລີ່ມປະຕິບັດເມື່ອໃດ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບເລື່ອງນີ້ ນາງໜຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພຶດສະພານີ້ວ່າ:
“ກະສິກຳຫັ້ນບໍ່! ກົມສົ່ງເສີມ (ວິສາຫະກິດ ຂະໜາດນ້ອຍ ແລະ ກາງ) ເຈົ້າ ພໍດີຫາກະ ເອກະສານ ຫາກໍອອກຈາກລັດຖະມົນຕີ, ເຈົ້າ. ຕ້ອງມີຄຳເຫັນອອກ. ມີແຕ່ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ເຈົ້າ.”
ກ່ຽວກັບເລື່ອງທີ່ວ່ານີ້, ພະນັກງານໂຄງການດ້ານການສົ່ງເສີມກະສິກໍາ ຂອງພາກເອກກະຊົນທ່ານໜຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ໂຄງການຂອງທ່ານ ກໍມີແຜນທີ່ຈະສົ່ງສິນຄ້າ ອອກໄປຕ່າງປະເທດ ເພື່ອແຂ່ງຂັນ ກັບນັກລົງທຶນຈີນ ທີ່ເຂົ້າມາສຳປະທານດິນ ປູກພືດກະສິກຳ ແລ້ວສົ່ງອອກໄປຈີນ. ແລະວ່າ ທີ່ຜ່ານມາ, ທາງໂຄງການ ສາມາດສົ່ງເສີມການປູກພືດຜັກ ສົ່ງອອກໄປຫວຽດນາມ ໄດ້ຈຳນວນໜຶ່ງແລ້ວ. ແຕ່ກໍຍັງມີອຸປະສັກ ຍ້ອນຜົນຜະລິດ ຍັງບໍ່ໄດ້ຮັບຜົນດີເທົ່າຄວນ ເພາະສະພາບອາກາດບໍ່ແນ່ນອນ ແລະ ນ້ຳເປື້ອນຈາກສວນຂອງຈີນ, ແຕ່ເຖິງຢ່າງໃດ ກໍຈະສົ່ງເສີມໃນຈຸດນີ້.
ດັ່ງທີ່ທ່ານກ່າວວ່າ:
“ນີ້ແຫຼະ ຄືຂັ້ນຕອນຕໍ່ໄປ ເຮົາຈະສົ່ງເສີມໃນຈຸດນີ້ເນາະ ເນື່ອງຈາກວ່າ ຢູ່ພາກເໜືອ ຢູ່ຫຼວງພະບາງນີ້ ເຮົາເລີ່ມເຮັດແລ້ວເນາະ ວ່າມີກຸ່ມເປົ້າໝາຍເຮົາ. ເຮົາປູກລະປະເພດໝາກໄມ້ນີ້ ທີ່ວ່າສົ່ງອອກຫວຽດນາມນີ້ ເຮົາມີແລ້ວເນາະ. ແລະເຮົາຍັງຢາກໄປສົ່ງເສີມໃນເລື່ອງການເຕັກນິກ ໃນເລື່ອງການອັ່ນນ່າ ວິທີໃນການປູກຕຶ່ມເນາະ ເນື່ອງຈາກວ່າເຂົາ ປູກໄປແລ້ວລະມັນມີບັນຫາເນາະ. ໃນຊ່ວງປີກາຍປີກ່ອນນີ້ເນາະ ລະກໍມັນບໍ່ໄດ້ຮັບຜົນຜະລິດດີ.”
ພ້ອມດຽວກັນນັ້ນ ຊາວກະສິກອນ ນາງໜຶ່ງ ຢູ່ແຂວງຊຽງຂວາງ ກໍເວົ້າວ່າ ຢາກໃຫ້ທາງພາກສ່ວນກ່ຽວຂ້ອງ ມີໂຄງການເຂົ້າມາຊ່ວຍແນະນຳ ທັງເລື່ອງວິຊາການດ້ານການປູກຝັງ ເພື່ອເຮັດໃຫ້ຜົນຜະລິດຂອງຊາວບ້ານ ມີຄຸນນະພາບດີຂຶ້ນ.
“ຄັນວ່າມີໂຄງການເຂົ້າມາ ເຮົາຕ້ອງຈັດແບ່ງ ມີອັ່ນເປັນຄົນຄຸມ ອັ່ນປະຊາຊົນຄົນບ້ານແນວໃດ ຕ້ອງມີວິຊາການແນະນຳ ເຮັດແບບໃດ ວິທີເບິ່ງຕິດຕາມຫັ້ນແຫຼະ.”
ໃນຂະນະດຽວກັນ ເຈົ້າຂອງສວນໝາກໄມ້ ນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງເຈົ້າໜ້າທີ່ລັດ ເຂົ້າມາໃຫ້ຄວາມຮູ້ ແລະສົ່ງເສີມ ຊາວສວນໝາກໄມ້ລາວ ເພື່ອໃຫ້ພວກເຂົາເຈົ້າ ສາມາດປູກ, ເກັບກູ້ ແລະບັນຈຸໝາກໄມ້ ໃຫ້ຖືກຕ້ອງ ຕາມມາດຕະຖານ ທີ່ທາງການຈີນຕ້ອງການ ແລະທັງຮູ້ເລື່ອງເອກກະສານ ທີ່ຈໍາເປັນສໍາລັບການສົ່ງອອກ ເພື່ອທີ່ຈະສາມາດ ແຂ່ງຂັນກັບນັກລົງທຶນຈີນ ທີ່ເຂົ້າມາສຳປະທານປູກໝາກໄມ້ຢູ່ລາວໄດ້.
“ຕ້ອງມີເອກະສານຫຍັງແນ່ ອີ່ຫຍັງຖືກຕ້ອງຄົບຖ້ວນເນາະ ໃນການສົ່ງອອກ. ຕ້ອງແພັກແນວໃດ ແລະກະ ມາດຕະຖານຕ້ອງມີຫຍັງແນ່.”
ໃນໄລຍະທີ່ຜ່ານມາ, ຊາວກະສິກອນລາວ ບໍ່ສາມາດເຮັດໃຫ້ຜົນຜະລິດ ມີຄຸນນະພາບສູງ ທີ່ສາມາດສົ່ງອອກໄປຂາຍຕ່າງປະເທດໄດ້ ຕາມຄວາມຕ້ອງການ ເປັນຕົ້ນ ໝາກສາລີ ທີ່ຖືກພໍ່ຄ້າຄົນກາງ ກົດລາຄາ ແລະນຳໄປໃຊ້ ໃນການຜະລິດຫົວອາຫານສັດ ຍ້ອນໝາກສາລີລາວ ມີຄຸນນະພາບຕ່ຳ ທຽບໃສ່ປະເທດອ້ອມຂ້າງ ທີ່ນຳໃຊ້ເຕັກໂນໂລຊີ ໃນການປູກຝັງທີ່ດີກວ່າ.
ໃນຂະນະທີ່ ນັກລົງທຶນຈີນ ເຂົ້າມາສຳປະທານທີ່ດິນ ຈາກລັດຖະບານ, ຈາກ ທາງການທ້ອງຖິ່ນ ແລະທັງເຊົ່າດິນປະຊາຊົນ ຢູ່ຫຼາຍແຂວງທົ່ວປະເທດ ເພື່ອປູກພືດຜັກຫຼາຍປະເທດ ເປັນຕົ້ນ ໝາກກ້ວຍ, ໝາກໂມ, ໝາກຖົ່ວເຫຼືອງ, ໝາກຖົ່ວເບີ, ໝາກຖົ່ວລຽນ ແລ້ວສົ່ງອອກໄປຂາຍຢູ່ປະເທດຈີນ. ໃນການປູກພືດຜັກຢູ່ລາວ ນັກລົງທຶນຈີນ ໃຊ້ຢາປາບສັດຕູພືດ, ຢາຂ້າຫຍ້າ, ປຸ໋ຍ ແລະສານເຄມີ ຫຼາຍຊະນິດ ໃນການປັບປຸງດິນ, ບຳລຸງໝາກໄມ້ ໃຫ້ມີຄຸນນະພາບ ຕາມທີ່ຕະຫຼາດຈີນຕ້ອງການ. ສານພິດເຄມີ ທີ່ຈີນໃຊ້ນັ້ນ ເຮັດໃຫ້ມີນ້ຳເປື້ອນ, ເປັນພິດ ໃຫລລົງໃສ່ແຫຼ່ງນ້ຳທຳມະຊາດ, ເຮັດໃຫ້ປະຊາຊົນ ບໍ່ສາມາດໃຊ້ນໍ້ານັ້ນໄດ້ ທັງສໍາລັບໃຊ້ໃນຄອບຄົວ ແລະໃນການປູກຝັງ, ເປັນຜົນກະທົບຮຸນແຮງ ຕໍ່ສິ່ງແວດລ້ອມ, ເຮັດໃຫ້ສັດລ້ຽງ ແລະປາຕາຍ.