ຜູ້ຂາຍສິນຄ້ານຳເຂົ້າ ຕ້ອງຕິດສະຫຼາກສິນຄ້າ ເປັນພາສາລາວ
2024.05.07
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃນມື້ວັນທີ 22 ເມສາ 2024 ໃຫ້ຜູ້ຂາຍສິນຄ້າຈາກຕ່າງປະເທດ ລາຍຍ່ອຍ ຕິດສະຫຼາກສິນຄ້າ ເປັນພາສາລາວ ກ່ອນທີ່ຈະວາງຈຳໜ່າຍ ຢູ່ຕະຫຼາດ ແລະຮ້ານຄ້າທົ່ວໄປ. ໃຫ້ຕິດສະຫຼາກສິນຄ້ານັ້ນ ຢູ່ໜ້າກ່ອງບັນຈຸສິນຄ້າ ຫຼື ປ່ຽນສະຫຼາກສິນຄ້າ ເປັນພາສາລາວທັງໝົດ. ໃນປັດຈຸບັນ ຍັງມີສິນຄ້າ ທີ່ນຳເຂົ້າມາ ຈາກຕ່າງປະເທດ ຈໍານວນຫລວງຫລາຍ ເປັນຕົ້ນຈາກຈີນ, ໄທ ແລະ ຫວຽດນາມ ທີ່ຍັງບໍ່ທັນຕິດສະຫຼາກສິນຄ້າ ເປັນພາສາລາວ.
ກ່ຽວກັບເລື່ອງທີ່ວ່ານີ້, ແມ່ຄ້າຂາຍເຄື່ອງນຳເຂົ້າ ນາງນຶ່ງ ຢູ່ແຂວງບໍລິຄຳໄຊ ຊຶ່ງບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ພຶດສະພານີ້ວ່າ ສິນຄ້ານຳເຂົ້າສ່ວນຫຼາຍ ຍັງບໍ່ທັນຕິດສະຫຼາກສິນຄ້າ ເປັນພາສາລາວ. ຍັງມີຫຼາຍຮ້ານຄ້າ ທີ່ຂາຍສິນຄ້າ ບໍ່ຕິດສະຫຼາກນັ້ນຢູ່, ຫລາຍເດືອນມາແລ້ວ ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງມາກວດກາ, ເມື່ອກວດພົບ ກໍໄດ້ເຮັດບົດບັນທຶກໄວ້, ແຕ່ການກວດ ການັ້ນ ກໍຍັງບໍ່ທົ່ວເຖິງ.
“ກະທຳມະດາ, ສ່ວນຫຼາຍມັນກະ ສິນຄ້າຈະບໍ່ຄ່ອຍມີສະຫຼາກພາສາລາວໝົດທຸກຮ້ານ. ຄັນຊິວ່າກະບໍ່ໄດ້ມີແຕ່ເຮົາຂາຍຜູ້ດຽວ. ແມ່ນລະ, ກະໄດ້ເຮັດ (ບົດບັນທຶກ) ຄືກັນ. ອັ່ນ ມີມາຫຼາຍເດືອນແລ້ວ ເພິ່ນກວດມາຫຼາຍເດືອນລ່ະ.”
ຊາວບ້ານ ຜູ້ນຶ່ງ ຢູ່ແຂວງເຊກອງ ຊຶ່ງບໍ່ປະສົງອອກຊື່ ເວົ້າວ່າ ການຕິດສະຫຼາກສິນຄ້າ ເປັນພາສາລາວ ເທິງສິນຄ້ານັ້ນ ມີຄວາມສຳຄັນຫຼາຍ. ທີ່ຜ່ານມາ ກໍເຄີຍພົບສິນຄ້າປອມແປງ ຈາກຕ່າງປະເທດຈຳນວນນຶ່ງ ເປັນຕົ້ນແມ່ນ ແປ້ງນົວປອມ. ແລະວ່າ ເຖິງແມ່ນ ຈະມີການຕິດສະຫຼາກສິນຄ້າ ເປັນພາສາລາວໃສ່ແລ້ວ ແຕ່ກໍຂຽນພາສາລາວບໍ່ຖືກ ຈົນບໍ່ສາມາດອ່ານໄດ້. ການຕິດສະຫຼາກສິນຄ້າ ເປັນພາສາລາວ ເປັນຈຸດສັງເກດໃນເບື້ອງຕົ້ນໄດ້ວ່າ ສິນຄ້ານັ້ນ ເປັນສິນຄ້າແທ້ ຫຼື ສິນຄ້າປອມ.
“ໜັງສືມັນກະ ກະອ່ານບໍ່ອອກລະນ່າ. ແບບເອົາອີ່ຫຍັງມາແປ ປະມານນີ້ແຫຼະ. ເຫັນຢູ່ຕະຫຼອດ ຍັງຂາຍປະຈຳເດ້ນ່າ. ຊ່ວງເດືອນກ່ອນບໍ່, ນ້ອງສາວລາວເປີດຮ້ານຕຳ ຕຳໝີ່, ຕຳເສັ້ນ ອີ່ຫຍັງນີ້ແຫຼະ. ລາວກະຊື້ແປ້ງນົວປອມຄືກັນ ລາວວ່າລາວກະບໍ່ໄດ້ສັງເກດເບິ່ງ. ບາດນີ້, ລາວໃຊ້ໄປ 2-3 ເທື່ອລະຕອນນີ້ ລູກຄ້າຈົ່ມວ່າ ມັນບໍ່ນົວບໍ່ນັ້ນຫຍັງ ຈົນລາວກະເບິ່ງ ສັງເກດເບິ່ງວ່າ ແປ້ງນົວມັນເປັນແບບໃດ.”
ຂະນະທີ່ ແມ່ຄ້ານາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ເວົ້າວ່າ ສິນຄ້ານຳເຂົ້າຂອງນາງ ເປັນສິນຄ້າທີ່ນຳເຂົ້າ ຕາມກະແສຄວາມນິຍົມ ຂອງສັງຄົມ ເປັນຕົ້ນ ແມ່ນເຄື່ອງສຳອາງ. ບໍ່ທັນໄດ້ຕິດສະຫຼາກສິນຄ້າ ເປັນພາສາລາວທັງໝົດ. ແລະວ່າ ມັນເປັນໄປບໍ່ໄດ້ ທີ່ຈະໃຫ້ຕິດສະຫລາກນັ້ນ ໃສ່ສິນຄ້າທັງໝົດ, ແຈ້ງການນັ້ນ ຈະນໍາໃຊ້ແທ້ບໍ່ໄດ້.
“ທາງເຮົາກະຍັງບໍ່ໄດ້ເຮັດ ເພາະວ່າມັນເປັນໄປບໍ່ໄດ້ບໍ່ໂຕນີ້ ມັນເປັນໄປບໍ່ໄດ້ວ່າຜູ້ໃດຊິຕິດສະຫຼາກພາສາລາວທັງເບິດ. ມັນເປັນອັ່ນ ກົດໝາຍອອກມາຊື່ໆ ແຕ່ວ່າກະຍັງນຳໃຊ້ແທ້ບໍ່ໄດ້ 100% ຊີ້ນ່າ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງພາກເໜືອຂອງລາວ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ເຫດຜົນສ່ວນນຶ່ງ ທີ່ທາງພາກສ່ວນຂອງທ່ານ ອອກແຈ້ງການສະບັບດັ່ງກ່າວ ກໍເພື່ອເປັນການປ້ອງກັນ ການລັກລອບນຳສິນຄ້າຕ່າງປະເທດເຂົ້າມາ. ຍ້ອນວ່າ ການຕິດສະຫຼາກສິນຄ້າ ເປັນພາສາລາວນີ້ ຈະມີການລະບຸຊື່ ແລະສະຖານທີ່ຕັ້ງ ຂອງບໍລິສັດຜູ້ນຳເຂົ້າສິນຄ້າ ຢ່າງຈະແຈ້ງ. ແລະບໍລິສັດນັ້ນ ກໍຕ້ອງມີເອກະສານນຳສິນຄ້າເຂົ້າ ແລະເສຍພາສີ ຕາມລະບຽບການ.
“ມີໆ ແມ່ນແຫຼະໆ. ເອີ້, ສະຫຼາກຂອງພາສາລາວຕິດທາງກ້ອງແລ້ວ ທາງໜ້າ. ແມ່ນແຫຼະໆ, ເຮົາບໍ່ຢາກໃຫ້ສິນຄ້າ ລັກລອບ ມາເທົ່າໃດ. ຄັນເກັບພາສອກພາສີຄົບເດ້ ຖ້າມີສະຫຼາກພາສາລາວຕິດເນາະ.”
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງ ກ່ຽວກັບການຕິດສະຫຼາກສິນຄ້າ ເປັນພາສາລາວ ເມື່ອເດືອນ ທັນວາ 2015. ໃນນັ້ນ ໄດ້ກໍານົດມາດຕະ ການ ຕໍ່ຜູ້ທີ່ລະເມີດ ເປັນ 3 ຂັ້ນ ຄື ຄັ້ງທຳອິດ ແມ່ນກ່າວເຕືອນ ແລະ ເຮັດບົດບັນທຶກ, ຄັ້ງທີ 2 ແມ່ນປັບໃໝ ແຕ່ 500,000 ກີບ ຫາ 1,000,000 ກີບ ແລະ ປັບໃໝຜູ້ນຳເຂົ້າ, ຜູ້ຂາຍຍົກ ແລະໂຕແທນຈຳໜ່າຍ ແຕ່ 5,000,000 ກີບ ຫາ 7,000,000 ກີບ, ຄັ້ງທີ 3 ແມ່ນປັບໃໝຮ້ານຂາຍຍ່ອຍ ແຕ່ 1,000,000 ກີບ ຫາ 2,000,000 ກີບ ພ້ອມທັງອາຍັດສິນຄ້າ ທີ່ບໍ່ຕິດສະຫຼາກ ເປັນພາສາລາວ ແລະປັບໃໝຜູ້ນຳເຂົ້າ, ຜູ້ຂາຍຍົກ ແລະໂຕແທນຈຳໜ່າຍ ແຕ່ 7,000,000 ກີບ ຫາ 9,000,000 ກີບ ພ້ອມທັງໃຫ້ໂຈະ ຫຼື ຖອນໃບທະບຽນວິສາຫະກິດ.
ແຕ່ຄຳສັ່ງທີ່ວ່ານັ້ນ ກໍມີຂໍ້ຍົກເວັ້ນ ບໍ່ຕ້ອງຕິດສະຫຼາກສິນຄ້າ ຈຳນວນນຶ່ງ ທີ່ນຳເຂົ້າຈາກຕ່າງປະເທດ ເປັນພາສາລາວ ຊຶ່ງອາດຈະເປັນຊ່ອງວ່າງທາງກົດໝາຍໄດ້. ສິນຄ້າທີ່ວ່ານີ້ ຄືສິນຄ້າ ທີ່ນຳເຂົ້າຊົ່ວຄາວ ເພື່ອສົ່ງອອກຕໍ່ ຫຼືເພື່ອວາງສະແດງໃນງານຕະຫຼາດນັດ ກ່ອນທີ່ຈະສົ່ງກັບຄືນ ແລະສິນຄ້າຜ່ານແດນ; ຂອງຂວັນ ແລະຂອງຕ້ອນ; ອາຫານສົດ, ອາຫານປຸງແຕ່ງ ທີ່ບໍ່ມີການຫຸ້ມຫໍ່ ແລະຂາຍໃຫ້ຜູ້ຊື້ໂດຍກົງ; ວັດຖຸດິບ ທີ່ບໍ່ມີການຫຸ້ມຫໍ່ ເພື່ອໃຊ້ໃນການຜະລິດ ຫຼືການກໍ່ສ້າງ.