ໂຄງການໂລຈິສຕິກ ໄລຍະ 2 ສືບຕໍ່ບຸກເບີກທີ່ດິນ ແຕ່ຍັງບໍ່ທັນຕົກລົງຄ່າຊົດເຊີຍ
2024.05.07

ໂຄງການເຂດໂລຈິສຕິກ ນະຄອນຫຼວງວຽງຈັນໄລຍະທີ 2 ລະຫວ່າງ ບໍລິສັດ ວຽງຈັນ ໂລຈິສຕິກ ພາກ ຈຳກັດ ກັບ ບໍລິສັດ China Construction Science and Industry Corporation ຈາກປະເທດຈີນໄດ້ມີການສືບຕໍ່ ບຸກເບີກທີ່ດິນຢ່າງຕໍ່ເນື່ອງ ຕັ້ງແຕ່ເຂດບ້ານຊຽງດາໄປຈົນເຖິງ ເຂດບ້ານນາຄວາຍໃຕ້ ແຕ່ຍັງບໍ່ທັນຕົກລົງຈຳນວນເງິນເລື່ອງຄ່າຊົດເຊີຍ ແລະ ຍັງບໍ່ທັນຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ. ເຖິງແມ່ນວ່າເຈົ້າທີ່ກ່ຽວຂ້ອງ ໄດ້ໃຫ້ຊາວບ້ານໄປເປີດບັນຊີທະນຄານ ເພື່ອລໍຖ້າການໂອນເງິນໃຫ້ກໍ່ຕາມ ແຕ່ຊາວບ້ານຫຼາຍຄອບຄົວ ຍັງບໍ່ໄດ້ຮັບການຕົກລົງເລື່ອງຈຳນວນເງິນ ຄ່າຊົດເຊີຍເທື່ອ ຈຶ່ງຍັງບໍ່ທັນມອບທີ່ດິນໃຫ້ແກ່ໂຄງການ.
ດັ່ງຊາວບ້ານຊຽງດາ ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 07 ພຶດສະພາ ນີ້ວ່າ:
“ຍັງນ່າມີແຕ່ໄປເປີດບັນຊີ ເພິ່ນລົົມກາມີແຕ່ວ່າຢູ່ໄປຫັ້ນແຫຼະ ໄດ້ເງິນຄ່າຊົດເຊີຍແລ້ວ ຄ່ອຍອອກຜູ້ໄດ້ກາຈຶ່ງຕ້ອງອອກ ແລ້ວເຂົາເຈົ້າເຮັດແບບບ່ອນດິນຫວ່າງ ແມ່ນຫຍັງໄປກ່ອນຫຍັງຊີ້ນ່າ. ບຸກເບີກຫຼາຍແລ້ວໃດ.”
ສ່ວນຊາວບ້ານ ອີກຈໍານວນບໍ່ໜ້ອຍທີ່ຍັງບໍ່ໄດ້ໄປເຊັນເອກະສານ ເພື່ອຮັບເງິນຄ່າຊົດເຊີຍ ຈາກໂຄງການແລະບໍ່ໄດ້ໄປເປີດບັນຊີທະນາຄານ ເພື່ອຮັບເງິນຄ່າຊົດເຊີຍຍ້ອນວ່າ ຖ້າໄປເຊັນເອກະສານຂໍຮັບເງິນຄ່າຊົດເຊີຍ ໂດຍທີ່ຍັງບໍ່ທັນຮູ້ມູນຄ່າ ການຊົດເຊີຍກໍ່ຈະເປັນການເສຍປຽບ ແລະກໍ່ຢ້ານວ່າຈະໄດ້ຮັບການຊົດເຊີຍ ແບບບໍ່ເປັນທຳ. ເຊິ່ງຊາວບ້ານເຫຼົ່ານັ້ນ ຈະຍອມເຊັນເອກະສານ ຮັບເງິນຄ່າຊົດເຊີຍກໍ່ຕໍ່ເມື່ອມີການເປີດເຜີຍມູນຄ່າ ຂອງການຊົດເຊີຍກ່ອນ.
ດັ່ງຊາວບ້ານອີກທ່ານໜຶ່ງກ່າວວ່າ:
“ຫຼາຍຢູ່ດອກເຂົາບໍ່ມີເງິນ ໃຫ້ເຂົາບອກໄປເຊັນສື່ໆ ຫາກບໍ່ໄດ້ເງິນກາເລີຍບໍ່ໄດ້ເຊັນ ບອກເປີດສື່ໆ ຄັນວ່າເຂົາເຈົ້າຊິໃຫ້ ຊິຖ້າເປີດບັນຊີຫຍັງເງິນໂຄງການ ເຂົາເຈົ້າຕ້ອງໃຫ້ເງິນສົດ ເປັນກົນລະຍຸດເຂົາເປີດໃຫ້ເຂົາຈຶ່ງໂອນໃຫ້ລະເນາະ.”
ດິນຂອງຊາວບ້ານ ທີ່ຖືກໂຄງການກໍ່ຢືນຢັນວ່າ ຍັງມີຊາວບ້ານຫຼາຍຄອບຄົວ ຍັງບໍ່ທັນໄປເຊັນເອກະສານຮັບເງິນຄ່າຊົດເຊີຍ ແລະ ບໍ່ທັນເປີດບັນຊີທະນາຄານ ເພື່ອຮັບການໂອນເງິນຄ່າຊົດເຊີຍ ເພາະຢ້ານວ່າຖ້າໄປເປີດບັນຊີທະນາຄານ ແລ້ວກໍ່ຈະຖືກທາງໂຄງການ ໂອນເງິນຄ່າຊົດເຊີຍໃຫ້ ທັນທີໂດຍທີ່ຍັງບໍ່ທັນໄດ້ຕົກລົງກັນລ່ວງໜ້າ ຈະຈ່າຍໃຫ້ເປັນເງິນຈຳນວນເທົ່າໃດ.
ດັ່ງດິນຂອງຊາວບ້ານ ທີ່ຖືກໂຄງການທ່ານ ໄດ້ກ່າວວ່າ:
“ເພິ່ນບອກໃຫ້ໄປເປີດ ແຕ່ວ່າບໍ່ມີໃຜໄປເປີດຄັນເປີດໄປເນາະ ເພິ່ນໂອນໃຫ້ເຈົ້າ 10 ລ້ານ ແລ້ວເພິ່ນໄປດຸດດິນເຈົ້າໂລດນ່າ ຕ້ອງມາຕົກລົງກັນເຊັນສັນຍາກ່ອນວ່າ ເຈົ້າຊິໃຊ້ຂ້ອຍແນວໃດ ເຈົ້າຊິຊົດເຊີຍຂ້ອຍແນວໃດລາຄາໄດ້ ແລ້ວກາໂອເຄຕ້ອງໂອນມາຕາມຫັ້ນ ແລ້ວກາເຮົາຈະໄປເຊັນມອບໃຫ້ ກໍ່ຈົບກໍມີແຕ່ວ່າເຊີນຜູ້ນັ້ນຜູ້ນີ້ໄປໄປຖາມວ່າ ເອີ ຢາກໄດ້ເງິນຊົດເຊີຍແນວໃດ.”
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈໍາກັດເພື່ອສອບຖາມຄວາມຄືບໜ້າ ເພີ່ມຕື່ມກ່ຽວກັບການຈ່າຍເງິນຄ່າຊົດເຊີຍ ໃຫ້ແກ່ຊາວບ້ານແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບຍັງບໍ່ສະດວກທີ່ຈະໃຫ້ຮູ້ຂໍ້ມູນເພີ່ມຕື່ມ.
ກ່ອນໜ້ານີ້ ເມື່ອເດືອນມັງກອນທີ່ຜ່ານມາ ເຈົ້າໜ້າທີ່ ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ນາງໄດ້ໃຫ້ຂໍ້ມູນ ແກ່ນັກຂ່າວວິທຍຸເອເຊັຽເສຣີ ວ່າສຳລັບໂຄງການກເຂດໂລຈິສຕິກ ໄລຍະທີ 2 ນີ້ກໍ່ກຳລັງຢູ່ໃນຂັ້ນຕອນບຸກເບີກ ເນື້ອທີ່ ແລະ ດຳເນີນການຂັ້ນຕອນຊົດເຊີຍ ໃຫ້ແກ່ຊາວບ້ານເຊິ່ງຄາດວ່າ ໜ້າຈະເລີ່ມລົງມືພາຍໃນປີນີ້ ແຕ່ຍັງບໍ່ລະບຸຢ່າງຄັກແນ່ວ່າ ຈະເລີ່ມເຮັດໃນເດືອນໃດ.
ພ້ອມກັນນີ້ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ໄປຫາຫ້ອງການປົກຄອງ ນະຄອນຫຼວງວຽງຈັນ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ກໍ່ບໍ່ມີເຈົ້າໜ້າທີ່ ຜູ້ໃດທີ່ສາມາດໃຫ້ຂໍ້ມູນ ກ່ຽວກັບໂຄງການນີ້ໄດ້.
ສໍາລັບໂຄງການ ຂະໜາດໃຫຍ່ໃນລາວ ທີ່ມີແຜນກວມເອົາທີ່ດິນ ຂອງຊາວບ້ານກໍ່ລ້ວນແຕ່ຈ່າຍຄ່າຊົດເຊີຍໃຫ້ ແກ່ຊາວບ້ານທັງນັ້ນ ແຕ່ໂຄງການຂອງເອກະຊົນ ຈະຈ່າຍເງິນຄ່າຊົດເຊີຍໃຫ້ມູນຄ່າ ຫຼາຍກ່ວາໂຄງການຂອງລັດຖະບານ.
ດັ່ງນັກກົດໝາຍ ທີ່ຮູ້ກ່ຽວກັບການຊົດເຊີຍ ທີ່ດິນກ່າວວ່າ:
“ຄັນວ່າເພິ່ນບໍ່ຊົດເຊີຍ ເລີຍກະເກືອບວ່າ ບໍ່ມີຫັ້ນນ່າວ່າຊິສາເກືອບວ່າ ເປັນໄປບໍ່ໄດ້ແຕ່ວ່າຊົດເຊີຍຫັ້ນ ຄັນແມ່ນໂຄງການຂອງລັດຖະບານ ມັນຈະໄດ້ໜ້ອຍໆ ຄັນວ່າແມ່ນໂຄງການ ຂອງນັກລົງທຶນ ມາແທ້ ກາໄດ້ຫຼາຍສົມຄວນຢູ່.”
ສຳລັບໂຄງການ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ທັງໄລຍະທີ 1 ແລະ ໄລຍະທີ 2
ຄາດວ່າ ຈະໃຊ້ມູນຄ່າກໍ່ສ້າງທັງໝົດ 547 ລ້ານໂດລ້າຣ໌ສະຫະລັດ ມີເນື້ອທີ່ທັງໝົດ 327 ເຮັກຕ້າຣ໌. ເລີ່ມຈາກສະຖານີໄຟຟ້າ ດົງໂພສີ ເມືອງຫາດຊາຍຟອງ ລຽບຕາມເສັ້ນທາງບ້ານດົງໂພສີ-ບ້ານຊຽງດາ ຈົນເຖິງທາງຕັດໃໝ່ ໃນເຂດບ້ານນາຄວາຍໃຕ້ ເມືອງໄຊເສດຖາ.
ໂຄງການດັ່ງກ່າວນີ້ ໄດ້ຖືກແບ່ງອອກເປັນ 7 ເຂດປະກອບດ້ວຍ ເຂດກັກກັນພືດ ແລະ ສັດ ຂະໜາດ 20 ເຮັກຕ້າຣ໌, ເຂດສາງນໍ້າມັນຂະໜາດ 6 ເຮັກຕ້າຣ໌, ເຂດຜະລິດ ແລະ ປຸງແຕ່ງສິນຄ້າສົ່ງອອກ ຂະໜາດ 136 ເຮັກຕ້າຣ໌, ເຂດໂລຈິສຕິກພາກ ຂະໜາດ 44 ເຮັກຕ້າຣ໌, ເຂດພື້ນທີ່ປອດພາສີ ຂະໜາດ 45 ເຮັກຕ້າຣ໌, ເຂດເຕັກໂນໂລຢີ ແລະ ອຸດສາຫະກຳ ແປຮູບສິນຄ້າຮາລານ ຂະໜາດ 49 ເຮັກຕ້າຣ໌ ແລະ ເຂດພື້ນທີ່ບໍລິຫານ-ຫ້ອງການ ຂະໜາດ 27 ເຮັກຕ້າຣ໌. ອີງຕາມການລາຍງານຂອງ ທ່ານ ຈັນທອນ ສິດທິໄຊ ປະທານຄະນະບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ PTL Holding Limited ແລະ ປະທານບໍລິສັດ ວຽງຈັນ ໂລຈິສຕິກ ພ໋າກ ຈຳກັດ.