ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ: ຈົດໝາຍ ຈາກຜູ້ຟັງ

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ ຄືປະມານແຕ່ 50 ລ້ານກີບ ໄປຫາ 1 ຕື້ກີບ, ບັນຫາ ການປ່ອຍ ສານເຄມີ ລົງ ສູ່ສາຍ ນໍ້າທໍາມະຊາດ ຢູ່ເມືອງຊໍາເໜືອ, ລາວ-ຈີນ ຂະຫຍາຍການຮ່ວມມື ວຽກງານດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ຄວາມເຫັນ ກ່ຽວກັບຂ່າວ “ຊາວບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຍ້ອນໄດ້ໜ້ອຍ ຄືປະມານແຕ່ 50 ລ້ານກີບ ໄປຫາ 1 ຕື້ກີບ ຂື້ນຢູ່ກັບ ຂະໜາດຂອງເນື້ອທີ່ດິນ ທີ່ເສັຍຫາຍ”
“ຖືກແລ້ວ, ປ.ຊ ເປັນເຈົ້າຂອງ ແຜ່ນດິນ. ບໍ່ແມ່ນ ພະນັກງານລັດ ຫຼື ທາງການ ແຕ່ຢ່າງໃດ. ແມ່ນທຸກໆຄົນ ເປັນເຈົ້າຂອງແຜ່ນດິນ ແຕ່ສມັຍ ຝຣັ່ງ ອາເມລິກາ ມາປົກຄອງ ເຮົາກະຍັງບໍ່ມັກ ແມ່ນບໍລະ. ຖ້າເປັນໂຄງການ ສ້າງສຳນັກງານ ຫ້ອງການ ກໍບໍ່ວ່າ ເພາະ ສ້າງໃຫ້ລັດ ເພື່ອບໍລິຫານ ວຽກງານ ບ້ານເມືອງ ແຕ່ນີ້ ແມ່ນຈີນ ຊື້ຈາກລັດຖະບານ ສ່ວນ ລັດຖະບານ ໄດ້ເງິນມາ ໃນລາຄາທີ່ແພງ ແຕ່ຢາກໃຫ້ ປະຊາຊົນ ໃນລາຄາຖືກ. ຖືກໃຜ ກໍ່ບໍຍອມແທ້ ປະຊາຊົນ ທຸກມື້ນີ້ີ ເຂົາຮູ້ ທັນໝົດ ປານນັ້ນ ຍັງພາກັນຕົວະ ປະຊາຊົນ ໄປວັນໆ ມັນໂພດ ຫຼາຍແລ້ວ!”
….
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!