ໃນປີ 2023 ທີ່ຜ່ານມາ, ບໍລິສັດ ພູເບ້ຍມາຍນິງ ມອບເງິນພັນທະມູນຄ່າ 87 ລ້ານໂດລ້າ ຊຶ່ງລວມມີ ເງິນພັນທະ ມາຈາກຄ່າຊັບພະຍາກອນແຮ່ທາດ, ອາກອນກໍາໄລ, ອາກອນເງິນເດືອນ, ອາກອນທາງ, ຄ່າທໍານຽມນໍາເຂົ້າ, ຄ່າສໍາປະທານ, ການສະໜັບສະໜູນ ແລະ ເງິນປັນຜົນ.
ອີງຕາມເຈົ້າໜ້າທີ່ທ້ອງຖິ່ນໃນເມືອງອະນຸວົງ ແຂວງໄຊສົມບູນ, ເຖິງໂຄງການຂຸດຄົ້ນແຮ່ຄໍາ ຂອງບໍລິສັດ ພູເບ້ຍມາຍນິງ ໄດ້ສົ່ງຜົນກະທົບຕໍ່ຊາວບ້ານບາງສ່ວນ, ແຕ່ ບໍລິສັດ ກໍໄດ້ມອບເງິນຊົດເຊີຍໃຫ້ຊາວບ້ານ ແລະ ຍັງມີການສົ່ງເສີມອາຊີບເພື່ອປັບປຸງຊີວິດການເປັນຢູ່ຂອງຊາວບ້ານ.
ເຈົ້າໜ້າທີ່ທ້ອງຖິ່ນເມືອງອະນຸວົງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ພຶດສະພາ ວ່າ:
" ມີແຕ່ພື້ນທີ່ທໍາການຜະລິດເລັກໆນ້ອຍໆ ຫັ້ນມີ ເຂດຂຸດຄົ້ນແທ້ ມັນກະບໍ່ໃກ້ກັບບ້ານຄົນ ດຽວນີ້ ຂະເຈົ້າກໍາລັງຊຸກຍູ້ສົ່ງເສີມ ໃນດ້ານການປູກການລ້ຽງນີ້ ສົ່ງເສີມໃນດ້ານນີ້ຫຼາຍກວ່າ. "
ຊາວບ້ານທ້ອງຖິນບາງຄົນ ກໍໄດ້ເຮັດວຽກນໍາບໍລິສັດ ແຕ່ ສ່ວນຫຼາຍກໍຍັງດໍາລົງຊີວິດຢູ່ປ່າຕາມດົງ ສ່ວນວ່າ ບັນຫາສິ່ງແວດລ້ອມ ກໍເກີດມີສານເຄມີຮົ່ວໄຫຼລົງສູ່ແມ່ນໍ້າ ແຕ່ບໍລິສັດ ກໍມີການແກ້ໄຂບັນຫາດັ່ງກ່າວ.
ຊາວບ້ານ ແຂວງໄຊສົມບູນ ທີ່ຢູ່ໃກ້ເຂດໂຄງການ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນດຽວກັນກັນວ່າ:
“ແຕ່ວ່າ ບັນຫາມັນກະໄຄແຕ່ບາງຄົນ ທີ່ຂະເຈົ້າໄດ້ເຮັດວຽກກັບພູເບ້ຍຫັ້ນແຫຼະ ຄືແມ່ນແທ້ກະບໍ່ປານໃດ ກະບໍ່ແນ່ໃຈປານໃດວ່າອັນ ໃກ້ເຄມີບໍ່ ມີແຄ່ມີຫຼາຍບໍ່.”
ເຖິງວ່າ ຈະມີການຂຸດຄົ້ນຢູ່ຫ່າງຈາກເຂດຊຸມຊົນ ແຕ່ ຊາວບ້ານກໍຍັງຢາກຮັກສາຊັບພະຍາກອນທໍາມະຊາດເອົາໄວ້.
ຊາວແຂວງໄຊສົມບູນ ໄດ້ກ່າວວ່າ ຕໍ່ເອເຊັຽເສຣີ ວ່າ:
“ບໍ່ແຮ່ເພິ່ນກະໄປຂຸດຄົ້ນຢູ່ບ່ອນໄກໆ ພຸ້ນແຫຼະ ຢູ່ປ່າຢູ່ດົງ ໄກໆພຸ້ນແຫຼະ ໂຕນີ້ກະໂອ ຢາກຮັກສາທໍາມະຊາດໄວ້ແຫຼະ ບໍ່ຢາກໃຫ້ຂຸດຄົ້ນແຫຼະ.”
ເຈົ້າໜ້າທີ່ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊສົມບູນ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ໄລຍະທີ່ຜ່ານມາ ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຂຸດຄົ້ນແຮ່ທາດຕ່າງໆ ເປັນຈໍານວນຫຼາຍ ຊຶ່ງແຕ່ລະໂຄງການໄດ້ທໍາລາຍຊັບພະຍາກອນປ່າໄມ້ ແລະ ແຫຼ່ງນໍ້າຕາມທໍາມະຊາດ ຢ່າງໜັກ ເຖິງວ່າ ຈະມີພາກສ່ວນກ່ຽວຂ້ອງ ລົງຕິດຕາມ-ກວດກາເປັນປະຈໍາ ແຕ່ຜົນກະທົບກໍຍັງບໍ່ໝົດໄປ.
ໂຄງການຂຸດຄົ້ນແຮ່ຄໍາຂອງບໍລິສັດ ພູເບ້ຍມາຍນິງ ຢູ່ຫ່າງຈາກຊຸມຊົນ ແລະ ບໍ່ສົ່ງຜົນກະທົບຕໍ່ຊຸມຊົນ.
ເຈົ້າໜ້າທີ່ພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ເຮົາຫຼີກລ້ຽງບໍ່ໄດ້ດອກ ເລື່ອງຜົນກະທົບສິ່ງແວດລ້ອມ ສັງຄົມ ເຂດການຜະລິດ ໄຮ່ ຮົ້ວ ນາ ຫຼືວ່າ ເລື່ອງສວນ ເນື້ອທີ່ມັນຂ້ອນຂ້າງບໍ່ກະທົບຫຼາຍ ຊິບໍ່ມີຫຼາຍດອກ ເພາະວ່າ ກະຕັ້ງບ້ານເຮືອນຂອງປະຊາຊົນມັນກະ ຄ່ອຍໆ ຫຍັບເຂົ້າມາເຂດເທດສະບານພີ້ແຫຼະ.”
ເຖິງຢ່າງໃດກໍຕາມ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ເຄີຍລາຍງານຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນເດືອນພະຈິກ 2023 ຕອນໜຶ່ງວ່າ: ເຖິງວ່າ ບໍລິສັດ ຂຸດຄົ້ນແຮ່ທາດໃນລາວ ຈະມອບພັນທະໃຫ້ລັດຖະບານລາວ ເປັນຈໍານວນເງິນຫລວງຫຼາຍ ແຕ່ຄວາມເສັຍຫາຍທີ່ເກີດຂຶ້ນຕໍ່ທໍາມະຊາດ ແລະ ສັງຄົມ ກໍໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະ ພາກສ່ວນກ່ຽວຂ້ອງໃດ ກໍບໍ່ໄດ້ລົງຕິດຕາມ ກວດກາ ຢາງໃກ້ຊິດ ຈົນກາຍເປັນບັນຫາ ແລະ ນັບມື້ນັບຮຸນແຮງຂຶ້ນ.
ສໍາລັບ ບໍລິລສັດ ພູເບ້ຍມາຍນິງ ໄດ້ເລີ່ມຂຸດຄົ້ນແຮ່ຄໍາ ໃນເຂດພູເບ້ຍ ເມືອງອະນຸວົງ ແຂວງໄຊສົມບູນ ຕັ້ງແຕ່ປີ 2007.
ປັດຈຸບັນ ມີໂຄງການຂຸດຄົ້ນ ປຸງແຕ່ງຄໍາ-ເງິນ ມີສອງໂຄງການ ຄື ໂຄງການຂຸດຄົ້ນ ປຸງແຕ່ງທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນປຸງແຕ່ງ ຄໍາ-ເງິນ ມີການຂຸດເຈາະໜ້າດິນໄປແລ້ວ ຈໍານວນ 180 ຮູເຈາະ ຊຶ່ງຄາດວ່າ ຈະປິດບໍ່ຂຸດຄົ້ນ ໃນປີ 2030 ຕາມແຜນການ.