ນະຄອນຫຼວງວຽງຈັນ ຫ້າມຂີດຂວາງ ທາງຍ່າງ
2024.05.03

ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຄອນຫຼວງວຽງຈັນ ອອກແຈ້ງການ ເລກທີ 4310/ຍທຂ.ນວ ລົງວັນທີ 30 ເດືອນເມສາ ປີ 2024 ຫ້າມບຸກຄົນ ນິຕິບຸກຄົນ ຫຼືອົງການຈັດຕັ້ງ ຕິດຕັ້ງປ້າຍຫ້າມຈອດລົດເອງ ຫຼື ວາງຈວຍ ໃສ່ຂອບເຂດສະຫງວນທາງ ຫ້າມຕິດປ້າຍໂຄສະນາ ວາງເຄື່ອງຂາຍ ຫຼືຈັດພິທີຕາມເສັ້ນທາງ ຢູ່ເທິງທາງຍ່າງ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກລັດ ຫາກພົບເຫັນການລະເມີດ ຈະຖືກສຶກສາອົບຮົມ ປັບໃໝ ຕາມກົດໝາຍ ແລະລະບຽບການ ກ່ຽວກັບການຈະລາຈອນທາງບົກ, ດັ່ງເຈົ້າໜ້າທີ່ ພະແນກໂຍທາທິການ ແລະຂົນສົ່ງ ຂັ້ນເມືອງ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ພຶດສະພາ 2024 ນີ້ວ່າ:
“ແຈ້ງການ ການຫ້າມຕັ້ງປ້າຍ ກໍ່ໄດ້ໃຊ້ໄດ້ເບິດທົ່ວນະຄອນຫຼວງ ມີແຕ່ຕາມແຈ້ງການຫັ້ນເລີຍແຫຼະ ຫ້າມຕັ້ງປ້າຍ ບ່ອນຈອດລົດຫັ້ນນ່າ ແມ່ນ ວາງເຄື່ອງຂາຍຕ່າງຫາກ ມີຄະນະກໍາມະການຕ່າງຫາກລົງ ຫ້າມວາງເຄື່ອງເຂົ້າໄປ ບ່ອນຄົນທາງຍ່າງ ຟຸດບາດທາງຍ່າງຫັ້ນນ່າ ເຂົາບໍ່ໃຫ້ວາງຂາຍຢູ່ຫັ້ນເນາະ ຖ້າເຂົາເຈິະ ແມ່ນເຂົາຈະລົງໄປເຕືອນກ່ອນ ລົງຂຽນບົດບັນທຶກກ່ອນວ່າໃຫ້ເຮັດຈັ່ງໃດ ບາງເທື່ອກໍ່ປັບ (ໃໝ) ບາງເທື່ອເຂົາກໍ່ ຍົກເຄື່ອງຂຶ້ນລົດເລີຍ.”
ກ່ຽວກັບແຈ້ງການດັ່ງກ່າວ ຊາວລາວທ່ານໜຶ່ງ ກ່າວວ່າ ກ່ອນໜ້ານີ້ ພາກສ່ວນທີ່ກ່ຽວຂ້ອງ ເຄີຍອອກມາແຈ້ງເຕືອນປະຊາຊົນ ເຖິງການຕັ້ງປ້າຍໂຄສະນາມາກ່ອນແລ້ວ ແຕ່ຄັ້ງນີ້ ຖືເປັນຄັ້ງທໍາອິດ ທີ່ມີແຈ້ງການອອກມາ ເຊິ່ງປະຊາຊົນສ່ວນຫຼາຍ ກໍ່ເຫັນເປັນເລື່ອງດີ ຍ້ອນປັດຈຸບັນ ຍັງມີປ້າຍໂຄສະນາ ທີ່ຕິດຕັ້ງບໍ່ຖືກລະບຽບ ແລະລໍ້າເສັ້ນອອກມາຢູ່ທາງຍ່າງຫຼາຍ, ດັ່ງທ່ານກ່າວວ່າ:
“ກໍ່ເຫັນດີຫັ້ນແຫຼະເນາະ ກໍ່ໜ້າຈະເຫັນເປັນເທື່ອທໍາອິດ ແຕ່ວ່າ ທີ່ຈິງ ເພິ່ນກໍ່ຫ້າມແຕ່ດົນຫັ້ນແຫຼະ ແຕ່ວ່າບໍ່ໄດ້ເຮັດແຈ້ງການ ເພິ່ນກໍ່ກໍາລັງສິລົງມືປະຕິບັດແລ້ວ ວ່າຫ້າມຕິດປ້າຍແຄມທາງ ເປັນປ້າຍໂຄສະນາ ສິນຄ້າຂອງໂຕເອງ ເປັນປ້າຍໂລໂກ້ຮ້ານ ອີ່ຫຍັງນີ້ແຫຼະ ຕ່າງໆນີ້ແຫຼະ ກະມີຫຼາຍຢູ່ ມັນບໍ່ເປັນລະບຽບ ມັນລໍ້າເສັ້ນອອກມາ ຢູ່ໃນຟຸດບາດເດ້.”
ຂະນະທີ່ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ອີກທ່ານໜຶ່ງ ກ່າວຄືກັນວ່າ ເຫັນດີ ທີ່ທາງພາກສ່ວນທີ່ກ່ຽວຂ້ອງ ອອກແຈ້ງການນີ້ອອກມາ ແຕ່ຄິດວ່າ ຫາກເວລາຜ່ານໄປ ກໍ່ອາດກັບໄປເປັນແບບເກົ່າອີກ ຍ້ອນທີ່ຜ່າມາ ເມື່ອລົງມາກວດກາ ຈະລົງມາກວດກາ ຈຸດໃດຈຸດໜຶ່ງເທົ່ານັ້ນ ທັ້ງທີ່ຈິງແລ້ວ ຍັງມີຮ້ານຂາຍເຄື່ອງຢູ່ແຄມທາງ ກາຍທາງຍ່າງອີກຫຼາຍບ່ອນ ທົ່ວນະຄອນຫຼວງວຽງຈັນ ເປັນຕົ້ນ ຢູ່ຕະຫຼາດຫ້ວຍຫົງ ແລະບໍລິເວນດົງໂດກ ເມື່ອລົດມາຊື້ເຄື່ອງ ກໍ່ຈະຈອດກັນຢູ່ແຄມທາງຕໍ່ໆກັນ ເຮັດໃຫ້ຊາວບ້ານທີ່ສັນຈອນ ໃຊ້ຖະໜົນຫົນທາງ ໄດ້ຮັບຜົນກະທົບ ຈາກລົດຕິດຫຼາຍ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ລົງມາເບິ່ງໂຕຈິງເອົາ ວ່າມັນມີຫຼາຍເຂົາມັກເອົາ ຂາຍເຄື່ອງລົງກັນແຖວຟຸດບາດ ຄົນຍ່າງມັນຫຼາຍ ມັນຄົນເຮັດເຮືອນ ເຮັດຕິດຟຸດບາດຄົນຍ່າງເລີຍ ສ່ວນຫຼາຍປະຕູຮ້ານກະຕິດຟຸດບາດຄົນຍ່າງ ສັງເກດເບິ່ງບາດນີ້ ຂາຍເຄື່ອງເປີດຮ້ານແລ້ວ ເອົາເຄື່ອງມາວາງບ່ອນຄົນຍ່າງຂຶ້ນເລີຍ ຄົນຈອດລົດກໍ່ຕ້ອງຈອດລົດແຄມທາງບໍ່ລະ ຈອດຕໍ່ໆກັນ ບາດນີ້ ລົດມັນຕິດ ບ້ານຂ້ອຍທາງມັນແຄບ.”
ສໍາລັບຜູ້ປະກອບການຮ້ານອາຫານ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ກໍ່ມີຮ້ານອາຫານ ແລະຮ້ານຂາຍເຄື່ອງທົ່ວໄປ ທີ່ນໍາປ້າຍໂຄສະນາຮ້ານ ປ້າຍເມນູອາຫານ ມາວາງໄວ້ຢູ່ເທິງຟຸດບາດຫຼາຍ ຮວມເຖິງ ຮ້ານຂອງລາວນໍາ ທີ່ຜ່ານມາ ກໍ່ມີເຈົ້າໜ້າທີ່ລົງມາຕັກເຕືອນ ໃຫ້ເກັບປ້າຍອອກຈາກທາງຍ່າງແລ້ວ ສໍາລັບລາວ ການນໍາປ້າຍອອກ ກໍ່ບໍ່ໄດ້ກະທົບຕໍ່ການເຮັດທຸລະກິດປານໃດ ຍ້ອນລູກຄ້າ ຮູ້ຈັກຮ້ານຂອງລາວຢູ່ແລ້ວ, ດັ່ງທ່ານກ່າວວ່າ:
“ກໍ່ໜ້າຈະຫຼາຍຢູ່ແຫຼະ ຂະເຈົ້າກໍ່ຫຍັບໃຫ້ເຂົາ ບາງທີຂະເຈົ້າກໍ່ຕັດອອກເລີຍ ກໍ່ແລ້ວແຕ່ ຮ້ານຂ້ອຍບໍ່ແນ່ໃຈ ວ່າຂະເຈົ້າຈະເອົາຈັ່ງໃດຕໍ່ ໜ້າຈະເອົາອອກເລີຍໃດ໋ ຊາຮ້ານເຮົານີ້ເອົາອອກເລີຍ ກວດແລ້ວ ແຕ່ຂະເຈົ້າກໍ່ສັ່ງໃກ້ຕັດອອກແລ້ວ ແຕ່ຍັງບໍ່ໄດ້ເຮັດ ແມ່ນ ຄວາມໝາຍ ຮ້ານເຮົາຫັ້ນນ້ອຍໆ ແລ້ວບາດນີ້ ລູກຄ້າສ່ວນຫຼາຍກໍ່ມີແຕ່ ລູກຄ້າປະຈໍາ ມີປ້າຍ ບໍ່ມີປ້າຍ ຂະເຈົ້າກໍ່ມາຄືເກົ່າ.”
ການອອກແຈ້ງການເທື່ອນີ້ ອາດມາຈາກກໍລະນີ ທີ່ຊາວບ້ານ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຜູ້ໜຶ່ງ ທີ່ໄດ້ມີຂໍ້ໂຕຖຽງ ກັບຜູ້ຂັບຂີ່ລົດຫຼາຍຄົນ ທີ່ໄປຈອດລົດ ຢູ່ໜ້າບ້ານຂອງລາວ ວ່າ ຫ້າມຈອດລົດ ບໍລິເວນນີ້ຢ່າງເດັດຂາດ ແລະໄດ້ເອົາສີແດງ ມາທາບໍລິເວນຟຸດບາດ ເພື່ອໃຫ້ບໍລິເວນດັ່ງກ່າວ ເປັນບ່ອນຫ້າມຈອດດ້ວຍໂຕເອງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ ກໍລະນີ ນີ້ ຊາວລາວ ໃຫ້ຄວາມສົນໃຈໃນໂລກອອນລາຍຫຼາຍ ພ້ອມຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ເຖິງເຫດການນີ້ ແລະສຶກສາອົບຮົມຜູ້ກ່ຽວນໍາ.
ທີ່ຜ່າມາ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ໄດ້ຮ່ວມກັບພະແນກ ໂຍທາທິການ ແລະຂົນສົ່ງ ກໍ່ໄດ້ສົມທົບ ລົງກວດກາ ແລະຮື້ຖອນປ້າຍໂຄສະນາ ທີ່ຜິດກົດລະບຽບ ໃນນະຄອນຫຼວງວຽງຈັນ ຢູ່ເລື້ອຍໆ ໂດຍສ່ວນຫຼາຍ ຈະເປັນປ້າຍໂຄສະນາ ທີ່ເປັນພາສາຕ່າງປະເທດ ປ້າຍໂຄສະນາ ທີ່ບໍ່ໄດ້ຮັບອະນຸຍາດ ຫຼື ເປັນປ້າຍທີ່ຕິດຕັ້ງຊະຊາຍ ກີດຂວາງທາງສັນຈອນ.