ເພີ່ມຖ້ຽວລົດໄຟ ລະຫວ່າງຫຼວງພຣະບາງ-ສິບສອງປັນນາ

ຈຳປາທອງ
2024.05.06
ເພີ່ມຖ້ຽວລົດໄຟ ລະຫວ່າງຫຼວງພຣະບາງ-ສິບສອງປັນນາ ຮູບປະກອບເຊິ່ງແມ່ນຜູ້ໂດຍສານລົດໄຟລາວ-ຈີນ, ເດືອນສິງຫາ ປີ 2022.
RFA

ບໍລິສັດລົດໄຟລາວ-ຈີນ ໄດ້ເພີ່ມຖ້ຽວລົດໄຟໂດຍສານໄປ-ກັບ ລະຫວ່າງຫລວງພຣະບາງ ແລະສິບສອງປັນນາ, ມົນທົນ ຢຸນນານ ຂອງຈີນ ເມື່ອວັນທີ 13 ເມສາ ທີ່ຜ່ານມາ ເນື່ອງຈາກ ມີນັກທ່ອງທ່ຽວເດີນທາງຫລາຍຂຶ້ນ ຊຶ່ງໃນໄລຍະ 3 ເດືອນຕົ້ນປີ 2024 ນີ້ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ 1.1 ລ້ານຄົນ, ເພີ້ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2023, ອີງຕາມລາຍງານ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເມື່ອບໍ່ດົນນີ້.

ການເພີ່ມຖ້ຽວລົດໄຟ ທີ່ວ່ານີ້ ແມ່ນເປັນຍ້ອນມີນັກທ່ອງທ່ຽວມາທ່ຽວຫລາຍ ມັນບໍ່ພໍແລະສໍາລັບນັກທ່ອງທ່ຽວ ທີ່ຈະເດີນທາງ ຈາກລາວ ໄປຈີນ ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພຶດສະພານີ້ວ່າ ຈະຕ້ອງມີເອກກະສານ ຖືກຕ້ອງຕາມກົດໝາຍ ເພາະຈະເຂົ້າໄປເຂດຈີນ ກໍຕ້ອງມີວີຊາ ແລະຈໍ້າກາປາສປໍ ຕາມກົດໝາຍຂອງຈີນ.

ແມ່ນ ເປີດຊ້ວງບຸນປີໃໝ່ນີ້ແຫລະ ເປີດເດືອນ 4 ນີ້ ມີແຕ່ວ່າກະຊື້ປີ້ ກະຂ້າມຜ່ານໄປເລີຍແຫລະ ເວລາອອກໄປຈີນ ກໍຈໍ້າເຂົ້າຈີນເລີຍ. ດຽວນີ້ນັກທ່ອງທ່ຽວມັນຫລາຍ ເຮົາຈຶ່ງເປີດເພີ້ມ ໃຊ້ມັນບໍ່ພໍ ເຮົາຈຶ່ງໄດ້ເປີດເພີ້ມ. ບາງຄົນໄທເຂົ້າມາຂີ່ແດ່ ແລ້ວກໍທາງຄົນຈີນເຂົ້າມາແດ່.

ແລະເລື້ອງການເປີດຖ້ຽວແລ່ນລົດໄຟລາວ-ຈີນ ຈາກຫລວງພຣະບາງໄປສິບສອງພັນນານັ້ນ ເຈົ້າຂອງຮ້ານອາຫານ ໃນນະຄອນຫລວງພະບາງທ່ານໜຶ່ງ ກໍເວົ້າວ່າ ຖືເປັນເລື້ອງດີ ສໍາລັບນັກທ່ອງທ່ຽວຕ່າງປະເທດ ແລະນັກທ່ອງທ່ຽວລາວ ທີ່ຕ້ອງການເດີນທາງໄປທ່ຽວຈີນ ເພາະມັນຈະເຮັດໃຫ້ ການເດີນທາງງ່າຍ, ສະດວກຂຶ້ນ ແລະທັງປະຢັດເວລານໍາອີກດ້ວຍ, ແຕ່ຖ້າເວົ້າເລື້ອງລາຍຮັບ ຂອງຜູ້ປະກອບການ ເຊັ່ນຮ້ານອາຫານ ຍັງບໍ່ໄດ້ທົ່ວເຖິງ ໂດຍສະເພາະຢູ່ແຂວງຫລວງພະບາງນີ້, ຄົນຈີນ ແລະຄົນເກົາຫລີ ມາກັນຫລາຍ. (ສ່ວນຫຼາຍ) ເຂົາເຈົ້າ ຈະໄປກິນ ຢູ່ຮ້ານອາຫານ ແລະພັກຢູ່ໂຮງແຮມ ຂອງຄົນຈີນ ແລະໄປໃຊ້ບໍລິການລົດທົວຣ໌ຈີນເທົ່ານັ້ນ. ຮ້ານອາຫານທົ່ວໄປ ຍິ່ງຢູ່ນອກນະຄອນຫລວງພະບາງ ກໍຍິ່ງບໍ່ມີລາຍໄດ້ ຈາກກຸ່ມນັກທ່ອງທ່ຽວນີ້, ຈະໄດ້ແຕ່ນໍາຈາກນັກທ່ອງທ່ຽວລາວ ນັກທ່ອງທ່ຽວຢູໂຣບ ເທົ່ານັ້ນ.

ດັ່ງທີ່ທ່ານກ່າວວ່າ:

ແມ່ນ ມັນກໍສະດວກສະບາຍຂຶ້ນ ມັນໄປມາສະດວກ ປະຢັດເວລາ ຈີນເກົາຫລີແຮງຫລາຍປີນີ້. ຢູ່ຮ້ານເຮົາແຮງຮ້າຍ ສ່ວນຫລາຍເຈ້ງ. ຈີນຈະບໍ່ເຂົ້າ ລູກຄ້າຈະໄດ້ເປັນຄົນຢູໂຣບ ເພາະວ່າຈີນຈະໃຊ້ຂອງຈີນເນາະ. ໂຮງແຮມຈີນ, ອາຫານຈີນ, ລົດທົວຣ໌ຈີນ.

ພ້ອມດຽວກັນນີ້ ບໍລິສັດທ່ອງທ່ຽວແຫ່ງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງເລື້ອງການເພີ່ມຖ້ຽວລົດໄຟ ຫລວງພະບາງ-ສິບສອງປັນນນານັ້ນວ່າ ຖືເປັນເລື້ອງດີ ທີ່ເພີ່ນເພີ່ມຖ້ຽວຂຶ້ນ ຊຶ່ງເຮັດໃຫ້ການເດີນທາງງ່າຍ ແລະສະດວກຂຶ້ນ. ແຕ່ຜູ້ທີ່ຈະໄດ້ຮັບຜົນປະໂຫຍດ ສ່ວນໃຫຍ່ ກໍຈະເປັນບໍລິສັດລົດໄຟ ລາວ-ຈີນ ເພາະເຂົາເຈົ້າເປັນຄົນຂາຍປີ້ ໃຫ້ນັກທ່ອງທ່ຽວ. ສໍາລັບບໍລິສັດທົວຣ໌ ກໍມີແຕ່ຂາຍແພກເກດທົວຣ໌ ເທົ່ານັ້ນ. ແລະຖ້າເວົ້າເຖິງພາບລວມ ການມີລົດໄຟລາວ-ຈີນ ຖືວ່າດີຂຶ້ນກວ່າແຕ່ກ່ອນຫລາຍ, ມີລູກຄ້າເຂົ້າມາຊື້ທົວຣ໌ໄປຈີນ ແລະລູກຄ້າຈີນ ຊື້ທົວຣ໌ມາທ່ຽວລາວເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະການລະບາດ ຂອງໂຄວິດ-19.

ດັ່ງທີ່ທ່ານກ່າວວ່າ:

ໂຕເລື້ອງລາຍຮັບສ່ວນຫລາຍ ກໍທາງລົດໄຟເພິ່ນໄດ້ເນາະ ເພາະວ່າບໍລິສັດທົວຣ໌ ກໍບໍ່ໄດ້ເນັ້ນວ່າ ຄ້ອງໄປຂາຍປີ້ລົດໄຟ ເພາະວ່າເຂົາເນັ້ນພວກແພກເກດທົວຣ໌ ແຕ່ມັນກໍດີກ່ອນຊ້ວງໂຄວິດຢູ່.

ແລະເຈົ້າຂອງໂຮງແຮມ ໃນນະຄອນຫລວງພະບາງ ຜູ້ໜຶ່ງກໍເວົ້າວ່າ ຖ້າເບິ່ງພາບລວມ ການມີລົດໄຟລາວ-ຈີນ ກໍຖືວ່າເປັນເລື້ອງທີ່ດີຫລາຍ, ລາວໄດ້ຍົກລະດັບການເດີນທາງ ທີ່ສະດວກສະບາຍຫລາຍຂຶ້ນ ແລະທ່ານກໍຄິດວ່າ ຄົນທີ່ໄດ້ຜົນປະໂຫຍດຫລາຍ ກໍຈະແມ່ນທາງບໍລິສັດລົດໄຟລາວ-ຈີນ ແລະທາງການລາວ ແລະທາງການຈີນ.

ໂຕນີ້ຕ່າງປະເທດຫລາຍ ກໍມີຫລາຍຢູ່ ຍົກລະດັບໄດ້ດີຫລາຍຢູ່ ກໍໜ້າຈະໄດ້ທັງ 2 ຝ່າຍເລີຍ ເພາະວ່າໄປມາກໍສະດວກ.

ພ້ອມກັນນັ້ນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກໍໄດ້ລາຍງານ ເຖິງສະຖິຕິນັກທ່ອງທ່ຽວຕ່າງປະເທດ ໃນຈໍານວນ 1.1 ລ້ານຄົນ ທີ່ເຂົ້າມາທ່ຽວລາວ ໃນໄລຍະ 3 ເດືອນຕົ້ນປີ 2024 ນີ້ວ່າ ນັກທ່ອງທ່ຽວໄທ ເປັນອັນດັບໜຶ່ງ ຈຳນວນ 347,595 ຄົນ, ວຽດນາມ ຈຳນວນ 264,710 ຄົນ, ຈີນ ຈຳນວນ 242,404 ຄົນ, ເກົາຫລີໃຕ້ ຈຳນວນ 105,642 ຄົນ, ອາເມຣິກາ ຈຳນວນ 25,455 ຄົນ, ຝຣັ່ງ ຈຳນວນ 20,399 ຄົນ, ອັງກິດ ຈຳນວນ 14,276 ຄົນ, ຣັດເຊຍ ຈຳນວນ 11,805 ຄົນ ແລະເຢັຍຣະມັນ ຈຳນວນ 9,523 ຄົນ.

ອີງຕາມລາຍງານ ຂອງສໍານັກຂ່າວ China Daily ເມື່ອບໍ່ດົນມານີ້, ລົດໄຟລາວ-ຈີນ ມີຜູ້ໂດຍສານທັງໝົດ 30 ລ້ານຄົນ ແລະຂົນສົ່ງສິນຄ້າ ຫລາຍກວ່າ 34 ລ້ານໂຕນ; ຢູ່ລາວ ມີຜູ້ໂດຍສານເພີ່ມຂຶ້ນ ຈາກ 720 ຄົນຕໍ່ມື້ ເປັນ 12,800 ຄົນຕໍ່ມື້ ໃນຂະນະທີ່ຈໍານວນຜູ້ໂດຍສານ ລົດໄຟ ຂະບວນສາກົນ ມີຫລາຍກວ່າ 155,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.