ລັດຖະບານລາວ ຍັງຈໍາກັດສິດ-ເສພາບ ສື່ມວນຊົນ ຢ່າງເຂັ້ມງວດ

ສຸພັດຕາ
2024.05.06
ລັດຖະບານລາວ ຍັງຈໍາກັດສິດ-ເສພາບ ສື່ມວນຊົນ ຢ່າງເຂັ້ມງວດ ງານວາງສະແດງຜົນງານ ແລະ ວຽກງານ ຂອງສະຖາບັນສື່ມວນຊົນຕ່າງໆໃນລາວ ເນື່ອງໃນວັນສື່ມວນຊົນລາວ ຄົບຮອບ 65 ປີ, ເດືອນສິງຫາ 2015.
RFA

ເນື່ອງໃນວັນສື່ມວນຊົນໂລກ ເຊິ່ງກັນກັບວັນທີ 3 ເດືອນພຶດສະພາ ຂອງທຸກປີ ອົງການຂ່າວບໍ່ມີພົມແດນ ຫຼື Reporters without Borders ກໍ່ໄດ້ລາຍງານວ່າ ລັດຖະບານລາວ ຍັງໃຊ້ອໍານາດ ຄວບຄຸມສື່ມວນຊົນລາວ ຢ່າງເຂັ້ມງວດ ການລາຍງານຂ່າວ ທີ່ໜ້າເຊື່ອຖືຍັງມີໜ້ອຍ ເຮັດໃຫ້ເສລີພາບ ຂອງສື່ມວນຊົນລາວ ຖືກຈັດຢູ່ໃນລະດັບ ທີ 153 ຈາກທັງໝົດ 180 ປະເທດທົ່ວໂລກ ດີຂຶ້ນຈາກປີ 2023 ຈາກອັນດັບທີ 160.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ທ່ານໜຶ່ງ ກ່າວວ່າ ລັດຖະບານລາວ ຍັງມີຄວາມຈໍາເປັນ ທີ່ຈະຕ້ອງເຂັ້ມງວດ ກັບສື່ມວນຊວນທຸກຄົນ ເພື່ອບໍ່ໃຫ້ລາຍງານຂ່າວສານ ທີ່ກໍ່ໃຫ້ເກີດຄວາມແຕກແຍກໃນສັງຄົມ ໂດຍທາງການລາວ ຈະຕິດຕາມ ກວດສອບເນື້ອຫາຂອງຂ່າວ ກ່ອນຈະຖືກເຜີິຍແຜ່ທຸກຄັ້ງ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພຶດສະພາ ນີ້ວ່າ:

“ຈໍາກັດນີ້ ແມ່ນແນ່ນອນນ່າ ຄັນທາງລັດນີ້ ເຮົາຈະນອກກອບບໍ່ໄດ້ ຂ່າວອີ່ຫຍັງກະຢ່າ ເຮົາຈະເຮັດໄປຕາມ ທີ່ເພິ່ນວາງໄວ້ ບໍ່ສາມາດຈະໄປເອົາອອກຂ່າວ ຄືຢູ່ແບບປະເທດອື່ນໆຫັ້ນນ່າ ຄືຢູ່ລາວເຮົານີ້ ຈະບໍ່ນໍາສະເໜີ ແບບທາງລົບນ່າ.”

ນັກຂ່າວນາງໜຶ່ງ ທີ່ປະຈໍາຢູ່ຖະແນກ ຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ ກ່າວວ່າ ທາງການລາວ ມີການຈໍາກັດສິດ-ເສລີພາບ ໃນການນໍາສະເໜີຂ່າວ ຂອງສື່ມວນຊົນລາວ ຢ່າງເຂັ້ມງວດທີ່ສຸດ ບໍ່ອະນຸຍາດໃຫ້ນໍາສະເໜີຂ່າວ ທີ່ຈະກະທົບ ຕໍ່ຄວາໝັ້ນຄົງ ຂອງລັດຖະບານ ຫຼືວຽກງານຂອງລັດ.

ຍົກໂຕຢ່າງ ໃນມື້ວັນທີ 3 ເດືອນເມສາ ປີ 2024 ທີ່ຜ່ານມາ ມີລົດຂົນສົ່ງສານເຄມີ Sulfuric Acid ຂອງບໍລິສັດ ຂຸດຄົ້ນສໍາຫຼວດແຮ່ຫາຍາກ ຂອງນັກລົງທຶນຈີນ ໄດ້ເສຍຫຼັກປີ້ນ ຢູ່ຂົວບ້ານພູຊ້າງຄໍາ ນະຄອນຫຼວງພະບາງ ແລ້ວເຮັດໃຫ້ສານເຄມີ ຮົ່ວໄຫຼລົງສູ່ແຫຼ່ງນໍ້າທໍາມະຊາດ ແຕ່ສື່ມວນຊົນໃນທ້ອງຖິ່ນ ພັດຖືກຫ້າມອອກໄປເຮັດຂ່າວ ແລະຫ້າມນໍາສະເໜີຂ່າວ ຢ່າງເດັດຂາດ ແທນທີ່ຈະໄປລາຍງານຂ່າວ ໄດ້ຢາງທັນເຫດການ ແລະຕາມຂໍ້ແທ້ຈິງທີ່ເກີດຂຶ້ນ ເພື່ອແຈ້ງໃຫ້ປະຊາຊົນລາວໄດ້ຮັບຮູ້.

ດັ່ງນັກຂ່າວນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແທ້ກໍ ກະຢາກໄປເອົາຂ່າວ ຢາກມາຊີ້ແຈງ ໃຫ້ປະຊາຊົນຮູ້ໄດ໋ ກະຄືວ່າລະ ສໍານັກຂ່າວທາງການນີ້ເນາະ ມັນຈະເປັນຫາງສຽງ ອັນນັ້ນອັນນີ້ ກະທົບອີກ ຊີ້ເດ້.”

ນັກຂ່າວທ່ານໜຶ່ງ ທີ່ເຮັດວຽກສື່ມວນຊົນ ຂອງສໍານັກຂ່າວເອກກະລາດ (ອິດສະລະ) ແຫ່ງໜຶ່ງ (ບໍ່ຂໍເປີດເຜີຍຊື່) ໃນນະຄອນຫຼວງວຽງຈັນ ກ່າວວ່າ ການນໍາສະເໜີຂໍ້ມູນຂ່າວສານ ຂອງສື່ມວນຊົນລາວ ຖືວ່າເຂັ້ມງວດທີ່ສຸດ ໂດຍສະເພາະ ເລື່ອງການເມືອງ, ການວິພາກວິຈານ ວຽກງານຂອງລັດຖະບານ, ການລາຍງານ ປະຫວັດສ່ວນໂຕຂອງຜູ້ນໍາປະເທດ ຫຼື ຂ່າວ ທີ່ຈະກະທົບຕໍ່ຄວາມໝັ້ນຄົງ ຂອງລັດຖະບານ ຈະບໍ່ອະນຸຍາດໃຫ້ນໍາສະເໜີ ຢ່າງເດັດຂາດ.

ປັດຈຸບັນ ສື່ມວນຊົນລາວ ຈະໄດ້ຮັບອະນຸຍາດ ໃຫ້ນໍາສະເໜີຂໍ້ມູນຂ່າວສານ ຕາມທີ່ລັດຖະບານ ອະນຸຍາດເທົ່ານັ້ນ ເຊັ່ນຂ່າວກ່ຽວກັບກອງປະຊຸມຕ່າງໆ, ຂ່າວການທ່ອງທ່ຽວ, ຂ່າວການພັດທະນາປະເທດ, ຂ່າວການຊ່ອຍເຫຼືອຈາກສັງຄົມ ເຊິ່ງຂ້ອນຂ້າງຈໍາກັດເນື້ອຫາ ຈົນເຮັດໃຫ້ປະຊາຊົນລາວ ບໍ່ສົນໃຈທີ່ຈະຕິດຕາມຂ່າວສານ ຈາກສື່ກະແສຫຼັກ.

ດັ່ງນັກຂ່າວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂ່າວລັກສະນະ ທີ່ວ່າໂຈມຕີ ຫຼືວ່າ ຕໍ່ຕ້ານ ບໍ່ໄດ້ ໂດຍສະເພາະ ຂ່າວກ່ຽວກັບການເມືອງນີ້ ແມ່ນ ຄັນນອກຈາກກອງປະຊຸມ ນອກຈາກຖະແຫຼງ ຈາກທາງລະແມ່ນ ອັນອື່ນ ທີ່ນອກເໜືອຈາກນັ້ນ ຄືເຮົາຫຼີ້ນບໍ່ໄດ້ເລີຍ.”

ຊາວລາວນາງໜຶ່ງ ໃນແຂວງຈໍາປາສັກ ກ່າວວ່າ ສື່ກະແສຫຼັກໃນລາວ ທັງໂທລະພາບ, ວິທະຍຸ ແລສື່ອອນລາຍ ທີ່ຢູ່ພາຍໃຕ້ການຄວບຄຸມ ຂອງລັດຖະບ້ານ ແມ່ນເປັນສື່ທີ່ຂາດຄວາມເຊື່ອຖື ຈາກຄົນລາວທີ່ສຸດ ເພາະບໍ່ໄດ້ມີລາຍລະອຽດຂອງຂ່າວ ທີ່ຄົບຖ້ວນຈະແຈ້ງແຕ່ຢ່າງໃດ.

ດັ່ງຊາວລາວນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ໂທລະທັດຊ່່ອງລາວຫັ້ນນ່າ ຂໍ້ມູນຂ່າວສານ ອີ່ຫຍັງກະ ມັນບໍ່ຊັດເຈນເນາະ. ບາງເທື່ອກະຂ່າວມົ້ວໄປ ບາງເທື່ອ ກະບໍ່ຈິງຫັ້ນນ່າ ຂ້ອຍເບິ່ງແຕ່ຢູທູບ.”

ນອກຈາກສື່ມວນຊວນລາວ ທີ່ຖືກຈໍາກັດສິດ-ເສລີພາບ ໃນການນໍາສະເໜີ ຂໍ້ມູນຂ່າວສານ ຢ່າງກົງໄປກົງມາແລ້ວ ການເດີນທາງ ເຂົ້າໄປລາຍງານຂ່າວໃນລາວ ຂອງສໍານັກຂ່າວຕ່າງປະເທດ ກະຍັງຖືກຈໍາກັດສິດ-ເສລີພາບ ຢ່າງເຂັ້ມງວດ ໂດຍສື່ມວນຊົນ ຈະຕ້ອງໄດ້ເຮັດໜັງສືຄໍາຮ້ອງ ໄປເຖິງກະຊວງການຕ່າງປະເທດລາວ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາເນື້ອຫາຂອງຂ່າວ ກ່ອນທຸກຄັ້ງ.

ດັ່ງເຈົ້າໜ້າທີ່ກົມການຂ່າວ ກະຊວງການຕ່າງປະເທດ ທ່ານໜຶ່ງ ກ່າວວ່າ:

“ມີຫຍັງ ກະມີແຕ່ເຮັດໜັງສື ສະເໜີຫາກະຊວງ ການຕ່າງປະເທດເດີ້ ແລ້ວລະຈະພິຈາລະນາເນາະ.”

ທາງດ້ານ ທ່ານ Phil Robertson ຮອງອໍານວຍການ ອົງການສິດທິມະນຸດ ຫຼື Human right Watch ປະຈໍາພາກພື້ນເອເຊຍຕາເວັນອອກ ກ່າວວ່າ ເຖິງແມ່ນວ່າ ຄະແນນການປະເມີນສິດ-ເສລີພາບ ຂອງສື່ມວນຊົນລາວ ໃນປີ 2024 ນີ້ ຈະດີກວ່າປີກ່ອນໜ້ານີ້ເລັກໜ້ອຍ ແຕ່ຄວາມເປັນຈິງແລ້ວ ສື່ມວນຊົນລາວ ຍັງຖືກຈໍາກັດສິດ-ເສລີພາບ ໃນການນໍາສະເໜີຂໍ້ມູນຂ່າວສານ ຢ່າງເຂັ້ມງວດ ໂດຍລັດຖະບານລາວ.

ທ່ານ Phil Robertson ຍັງໄດ້ແນະນໍາ ໃຫ້ລັດຖະບານລາວ ບໍ່ຄວນຈໍາກັດ ສິດ-ເສລີພາບ ຂອງສື່ມວນຊົນລາວ ແລະປະຊາຊົນລາວຈົນເກີນໄປ ເພາະທຸກຄົນ ມີສິດ-ເສລີພາບ ທີ່ຈະສະແດງຄວາມຄິດຄວາມເຫັນ ໄດ້ຢ່າງອິດສະຫຼະ.

ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ສື່ມວນຊົນລາວ) ບໍ່ມີຄວາມອິສະຫຼະ ບໍ່ມີຄວາມແປງປ່ຽນ ທີ່ສປປລາວ ຂໍ້ແນະນໍາ ສໍາລັບ ລັດຖະບານສປປລາວ ບໍ່ຄວນຈະລະເມີດສິດທິມະນຸດ ສະຍະຊົນແບບນີ້ ແລ້ວກະບໍ່ຢ້ານກົວປະຊາຊົນ.”

ອີງຕາມລາຍງານ ຂອງອົງການຂ່າວບໍ່ມີພົມແດນ ລະບຸວ່າ ລັດຖະບານລາວ ໄດ້ມີການຄວບຄຸມໂຕນັກຂ່າວ ຈໍານວນ 2 ຄົນ ແລະຜູ້ທີ່ເຮັດວຽກດ້ານສື່ ຈໍານວນ 1 ຄົນ ຍັງຖືກຄວບຄຸມໂຕ ໂດຍຍັງບໍ່ຮູ້ຊາຕາກໍາ ເຊິ່ງລາຍງານດັ່ງກ່າວ ບໍ່ມີການເປີດເຜີຍລາຍຊື່ ແລະລາຍລະອຽດໃດໆ.

ຂະນະທີ່ ປະຊາຊົນລາວ ທີ່ອອກມາເຄື່ອນໄຫວທາງສັງຄົມ ກໍ່ຖືກຈໍາກັດສິດ-ເສລີພາບ ໃນການສະແດງຄວາມຄິດຄວາມເຫັນ ຜ່ານສື່ສັງຄົມອອນລາຍ ຈົນນໍາໄປສູ່ ການຈັບໂຕ-ກັກຂັງ ແລະຖືກຂົ່ມຂູ່ ໃຫ້ຢ້ານກົວ ເປັນຕົ້ນ:

ເມື່ອປີ 2023 ທີ່ຜ່ານມາ ໄດ້ເກີດເຫດການລອບຍິງ ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ອາຍຸ 25 ປີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ທັງເປັນ ແອັດມິນເພຈ “ຂັບເຄື່ອນຄ້ວຍຄີບອດ” ໃນນະຄອນຫຼວງວຽງຈັນ ເຊິ່ງມີເປົ້າໝາຍ ທີ່ຈະເປີດໂປງ ແລະປະນາມ ການລະເມີດສິດທິມະນຸດ ທີ່ເກີດຂຶ້ນໃນລາວ ລວມເຖິງ ຄວາມຍຸຕິທໍາຕ່າງໆ ທີ່ປະຊາຊົນລາວ ຄວນຈະໄດ້ຮັບ.

ໃນປີດຽວກັນນີ້ ກະມີການລອບສັງຫານ ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວເພື່ອສິດທິມະນຸດ ແລະປະຊາທິປະໄຕ ທັງເປັນສະມາຊິກ ກຸ່ມຟຣີລາວ (Free Lao) ຢູ່ແຂວງອຸບົນຣາຊະທານີ ປະເທດໄທ.

ນອກຈາກນີ້ ທາງການລາວ ຍັງກັກໂຕນັກສິດທິມະນຸດ ຊາວຈີນ ຈໍານວນ 2 ຄົນ ຢູ່ນະຄອນຫຼວງວຽງຈັນ ກ່ອນທີ່ຈະສົ່ງໂຕ ກັບຄືນປະເທດຈີນ ເຊິ່ງຖືກທາງການຈີນ ລົງໂທດ.

ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ເປັນຊາວບ້ານ ຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ ຖືກເຈົ້າໜ້າທີ່ຕໍາຫຼວດແຂວງຈໍາປາສັກ ຈັບໂຕເມື່ອວັນທີ 12 ເດືອນກັນຍາ ປີ 2019 ໃນຂໍ້ຫາ ໂຄສະນາ ຕໍ່ຕ້ານ ສປປ ລາວ ອັນເກີດຈາກ ການທີ່ນາງ ໄດ້ວິຈານ ການເຮັດວຽກ ຂອງເຈົ້າໜ້າທີ່ລັດ ກ່ຽວກັບການຊ່ອຍເຫຼືອ ຜູ້ປະສົບໄພນໍ້າຖ້ວມທາງພາກໃຕ້ ຜ່ານສື່ສັງຄົມອອນລາຍ ຕໍ່ມາໃນວັນທີ 22 ເດືອນພຶດສະພາ ປີ 2019, ສານປະຊາຊົນແຂວງຈໍາປາສັກ ກໍ່ໄດ້ຕັດສິນຈໍາຄຸກ ນາງໝວຍ ເປັນເວລາ 5 ປີ ແລະປັບໃໝ 20 ລ້ານກີບ ຕາມກົດໝາຍອາຍາ ມາດຕາ 117 ຂອງປະເທດລາວ.

ການລາຍງານກ່ຽວກັບ ສິດ-ເສລີພາບ ການນໍາສະເໜີຂໍ້ມູນຂ່າວສານ ຂອງສື່ມວນຊົນ ໂດຍອົງການຂ່າວບໍ່ມີພົມແດນ ເປັນປະຈໍາ ທຸກປີນັ້ນ ກະເພື່ອຄໍານືງເຖິງຄວາມສໍາຄັນ ຂອງເສລີພາບ ແລະເນັ້ນເຖິງລັດຖະບານ ຂອງແຕ່ລະປະເທດ ບໍ່ໃຫ້ລະເມີດ ສິດ-ເສລີພາບ ຂອງສື່ມວນຊົນ ແລະສະໜັບສະໜູນເສລີພາບ ໃນການສະແດງຄວາມຄິດ ຄວາມເຫັນ ໄດ້ຢ່າງເສລີ.

ປັດຈຸບັນ ລັດຖະບານລາວ ໄດ້ຄວບຄຸມສື່ຫຼັກທັງໝົດ ໂດຍມີໜັງສືພິມ 24 ສະບັບ, ໂທລະພາບ 32 ແຫ່ງ ແລະສະຖານີວິທະຍຸ 44 ແຫ່ງ ຈະຕ້ອງປະຕິບັດ ຕາມແນວທາງ ທີ່ລັດຖະບານລາວກໍານົດ, ແຫຼ່ງຂໍ້ມູນທີ່ສໍາຄັນທີ່ສຸດ ພົບວ່າ 70% ຂອງປະຊາຊົນໃນລາວ ຮັບຮູ້ເຖິງ ຂໍ້ຈໍາກັດດ້ານສິດ-ເສລີພາບ ຂອງສື່ມວນຊົນລາວ ຈຶ່ງຫັນມາໃຊ້ ສື່ສັງຄົມອອນລາຍ ເພີ່ມຂຶ້ນເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.