ເຣື້ອງທີ່ເກັບບັນທຶກໄວ້
2024-07-11
ແຂວງຜົ້ງສາລີ ເປັນແຂວງໜຶ່ງ ທີ່ມີຊາຍແດນຕິດກັບ 2 ປະເທດ ຄືຈີນ ແລະຫວຽດນາມ ແລະບາງເຂດ ເສັ້ນທາງໄປບໍ່ຮອດ, ປະຊາຊົນ ຍັງບໍ່ມີອາຊີບໝັ້ນຄົງ ຈຶ່ງເຮັດໃຫ້ ປະຊາຊົນຈໍານວນໜຶ່ງ ລັກປູກຝິ່ນ ໃນເຂດຊາຍແດນຫ່າງໄກ ສອກຫລີກ ເຮັດລັດຖະບານລາວ ຮ່ວມມືກັບ ຈີນເພື່ອສ້າງກົນໄກ ໃນການສະກັດກັ້ນ.
2024-07-11
ລາວ-ຫວຽດນາມ ກໍ່ສ້າງລະບົບສາຍພານຂ້າມຊາຍແດນ ຢູ່ດ່ານສາກົນ ລະໄລ ແຂວງສາລະວັນ ເພື່ອຂົນສົ່ງຖ່ານຫີນ ຈຳນວນ 30 ລ້ານຕັນ ຕໍ່ປີ ຈາກລາວໄປຫວຽດນາມ ໂດຍໃນໄລຍະຜ່ານ ຫວຽດໄດ້ຂົນຖ່ານຫີນຈາກລາວຈຳນວນຫຼາຍ ຈົນເຮັດໃຫ້ເສັ້ນທາງເປ່ເພ ປະຊາຊົນເດືອດຮ້ອນ.
2024-07-11
ລັດຖະບານ ເລັ່ງໃຊ້ເຄື່ອງຕິດຕາມ ບຸກຄົນທີ່ເຜີຍແຜ່ຂໍ້ມູນຂ່າວສານ ຫລືສະແດງຄວາມເຫັນ ໃນລັກສະນະວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ລັດ ແລະການບໍລິຫານຂອງລັດຖະບານ ເພື່ອໃຫ້ສາມາດກວດສອບ ແລະ ຕາມຫາຜູ້ທີ່ ສະແດງຄວາມເຫັນດ້ານລົບ ກ່ຽວກັບລັດຖະບານ.
2024-07-10
ປີຜ່ານມາ ສປປ ລາວ ມີໜີ້ສາທະລະນະ ແລະໜີ້ລັດຖະບານຄໍ້າປະກັນ ລວມທັງໝົດ 13,830 ຕື້ໂດລ້າສະຫະລັດ, ຄິດເປັນ 108% ຂອງຈີດີພີ ເຊິ່ງຂໍ້ມູນສະແດງໃຫ້ເຫັນວ່າ ໜີ້ຕ່າງປະເທດ ຂອງລັດຖະບານລາວ ກ່ວາເຄິ່ງໜຶ່ງມີມູນຄ່າ 10,525 ຕື້ໂດລ້າເປັນໜີ້ຂອງລັດຖະບານຈີນ.
2024-07-10
ຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ເຂດເສດຖະກິດໃໝ່ ສີທັນດອນ ໃນເມືອງໂຂງ ແຂວງຈຳປາສັກ ຍັງສືບຕໍ່ລໍຖ້າຄ່າຊົດເຊີຍ ເຖິງວ່າການກໍ່ສ້າງ ໄດ້ເລີ່ມມາເຫິງແດ່ແລ້ວກໍຕາມ.
2024-07-10
ທາງການລາວຫາລື ວຽກງານ ການປົກປັກຮັກສາ, ອະນຸຮັກ ມໍລະດົກໂລກ ຫລວງພຣະບາງ ແລະ ປະເມີນຜົນກະທົບ ທີ່ອາດເກີດຂຶ້ນຕໍ່ມໍຣະດົກໂລກ ຂອງໂຄງການ ເຂື່ອນໄຟຟ້າຫລວງພຣະບາງ.
2024-07-10
ການກໍ່ສ້າງເສັ້ນທາງ 18 A ໃນແຂວງອັດຕະປື ຫຼ້າຊ້າ ແລະ ເສັ້ນທາງກໍເປ່ເພ ຂະນະທີ່ມີການກວດພົບວ່າ ມີການນຳໃຊ້ບ້ວງເງິນ ໃນການກໍ່ສ້າງເສັ້ນທາງດັ່ງກ່າວ ບໍ່ຖືກຕ້ອງ ຈົນເຮັດໃຫ້ການກໍ່ສ້າງ ດຳເນີນມາ 6-7 ປີ ກໍຍັງບໍ່ແລ້ວຄັກ.
2024-07-10
ປະກົດມີເຫດການ ຊາຍຄົນໜຶ່ງ ຖືປ້າຍ ຄຳວ່າ “ບໍ່ເອົາ ພວກສໍ້ລາດບັງຫລວງ” ຢືນປະທ້ວງ ຢູ່ໃຈກາງ ນະຄອນຫລວງວຽງຈັນ ແລະຖືກເຈົ້າໜ້າຄວບຄຸມໂຕ ຂະນະທີ່ປະຊາຊົນລາວ ຕ່າງກໍ່ສະແດງຄວາມຄິດເຫັນ ທີ່ຫຼາກຫຼາຍຕໍ່ກັບເຫດການດັ່ງກ່າວ.
2024-07-09
ພາຍຫຼັງທີ່ ສສຊ ຫຼາຍທ່ານ ຮຽກຮ້ອງໃຫ້ແກ້ໄຂ ບັນຫາເງິນເຟີ້ສູງ ແລະ ລາຄາສິນຄ້າແພງ, ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະສະເພາະກິດ ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ ຂະນະທີ່ເສດຖະກິດລາວ ກໍຍັງສືບຕໍ່ຫຍຸ້ງຍາກ ແລະ ຂະຫຍາຍໂຕຊ້າລົງ.
2024-07-09
ລົດໄຟ ລາວ-ໄທ ແຕ່ສະຖານີກຸງເທບອະພິວັດ ບາງກອກປະເທດໄທ ຫາ ສະຖານີວຽງຈັນ ຄຳສະຫວາດຈະເລີ່ມເປີດໃຫ້ບໍລິການ ໃນວັນທີ 19 ກໍລະກົດ 2024 ນີ້ ແລະ ຈາກສະຖານີວຽງຈັນ ຄໍາສະຫວາດ ຫາ ສະຖານີກຸງເທບອະພິວັດ ຈະເລີ້ມຕົ້ນຖ້ຽວທໍາອິດ ໃນວັນທີ 20 ກໍລະກົດ.
2024-07-09
ທະຫານຊາຍແດນ ແຂວງບໍ່ແກ້ວ ແລະຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງເມິງ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 694 ມັດ, ມີ 1,388,000 ເມັດ, ໜັກ 138.8 ກິໂລ ແຕ່ບໍ່ສາມາດ ຈັບຜູ້ຕ້ອງຫາໄດ້.
2024-07-09
ເຈົ້າໜ້າທີ່ ຂອງແຂວງຄໍາມ່ວນ ໄດ້ລົງເກັບຕົວຢ່າງຝຸ່ນເຄມີ ຈາກບັນດາບໍລິສັດ ນໍາເຂົ້າຈໍາໜ່າຍພາຍໃນ 4 ຕົວເມືອງ ເຊິ່ງສາມາດກວດພົບຝຸ່ນເຄມີ ບໍ່ໄດ້ມາດຕະຖານ ເຊິ່ງເປັນຂອງຜູ້ປະກອບການ ຄົນລາວ ທີ່ນໍາເຂົ້າຝຸ່ນເຄມີຈາກໄທ ແລະນໍາຝຸ່ນເຄມີນັ້ນ ມາຮ່າຍໃສ່ຖົງແບ່ງຂາຍ.
2024-07-09
ຍ້ອນຄວາມທຸກຍາກ ຫຼືບັນຫາເສດຖະກິດ ຂອງປະເທດ ທີ່ຝືດເຄືອງໜັກໜ່ວງ ແລະລັດຖະບານ ຍັງບໍ່ສາມາດແກ້ໄຂໄດ້ ເປັນປັດໄຈໜຶ່ງທີ່ເຮັດໃຫ້ ນັກຮຽນຈົບຊັ້ນ ມ.7 ສະໝັກຮຽນຕໍ່ໃນລະດັບມະຫາວິທະຍາໄລ ຫຼຸດລົງນໍາເລື້ອຍໆໂດຍສະເພາະ ມະຫາວິທະຍາໄລແຫ່ງຊາດ ແລະຄາດວ່າ ໃນສົກຮຽນປີຕໍ່ໄປກໍຈະຫຼຸດລົງ.
2024-07-08
ທາງການ ລາວ-ຫວຽດນາມ ເພີ່ມທະວີ ຄວາມຮ່ວມມື ທາງດ້ານການຄ້າ ລະຫວ່າງ ສອງປະເທດ ໃນຫລາຍດ້ານ ເພື່ອສ້າງຂະຫຍາຍຕົວ ເພີ່ມຂຶ້ນ.
2024-07-08
ການເກັບເງິນລົດ ທີ່ເຂົ້າໄປຮັບ-ສົ່ງ ຜູ້ໂດຍສານ ຢູ່ຕາມສະຖານີລົດໄຟ ລາວ-ຈີນ ຫລາຍໆແຫ່ງນັ້ນເຮັດໃຫ້ເກີດຂໍ້ສົງໄສ ຫຼາຍຢ່າງ ເຖິງແມ່ນວ່າລົດເຫຼົ່ານັ້ນ ຈະໃຊ້ເວລາຢູ່ຕໍ່ໜ້າສະຖານີ ບໍ່ເກີນ 10 ນາທີ ກໍຕາມ.