ໜີ້ສິນສາທາລະນະ ຂອງລາວ ຍາກທີ່ຈະແກ້ໄຂ
2024.07.10

ໃນປີ 2023 ປະເທດລາວ ມີໜີ້ສິນສາທາລະນະ ທັງໝົດ 13,830 ຕື້ໂດລ້າສະຫະລັດ ຄິດເປັນ 108% ຂອງ ຈີດີພີ ໃນນັ້ນເປັນໜີ້ສິນຕ່າງປະເທດ 10,525 ຕື້ໂດລ້າ ໃນຈຳນວນນີ້ເຄິ່ງໜຶ່ງເປັນໜີ້ ຂອງລັດຖະບານຈີນ. ກ່ຽວກັບເລື່ອງໜີ້ສິນ ທີ່ເພີ່ມຂຶ້ນເຈົ້າໜ້າທີ່ ກະຊວງການເງິນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 08 ກໍລະກົດ 2024 ວ່າ ໜີ້ສິນເພີ່ມຂຶ້ນ ແມ່ນມາຈາກການກູ້ຢືມ ເພື່ອນໍາມາລົງທຶນ ໃນໂຄງການພັດທະນາຕ່າງໆ ບວກກັບເງິນກີບອ່ອນຄ່າໃນໄລຍະນີ້, ລັດຖະບານ ໄດ້ພະຍາຍາມຈັດສັນງົບປະມານ ຈຳນວນໜຶ່ງ ເພື່ອນໍາໃຊ້ໄປຊໍາລະໜີ້ສິນຕ່າງປະເທດ ແຕ່ກໍ່ບໍ່ພຽງພໍ.
“ປະຈຸບັນນີ້ ກາແຕ່ລະປີລັດຖະບານເພິ່ນ ມີເມັດເງິນໃຫ້ມາສະໜັບສະໜູນ ແກ້ໄຂທີ່ຢ່າງຈະແຈ້ງຢູ່ ແຕ່ວ່າໜີ້ໃນຍາມນີ້ ມັນກາມີໜີ້ຫຼາຍຢ່າງຢູ່ ມັນກາເປັນໜີ້ ອັນມັນເກີດມາແຕ່ດົນແລ້ວ”
ອີງຕາມການລາຍງານ ຂອງກະຊວງການເງິນເມື່ອປີ 2023 ທີ່ຜ່ານມາປະເທດລາວ ຕ້ອງສຳລະໜີ້ສິນກັບຕ່າງປະເທດ ຈຳນວນ 950 ລ້ານໂດລ້າ ໃນນັ້ນສຳລະໃນຮູບແບບສຳປະທານ ກັບປະເທດທະວີພາຄີ ຫຼືສອງຝ່າຍ ຈຳນວນ 51,46 ລ້ານໂດລ້າ ປະກອບມີ ໄທ, ຈີນ, ອິນເດຍ, ຢີ່ປຸ່ນ, ເກົາຫຼີໃຕ້, ອອສເຕຣເລຍ, ຮັງກາລີ, ສະວີເດັນ ແລະ ຄູເວດ. ສ່ວນການສຳລະ ໃນຮູບແບບສຳປະທານ ກັບທະນາຄານທຸລະກິດ ພະຫຸພາຄີ ຫຼືຫຼາຍຝ່າຍຈຳນວນ 118,27 ລ້ານໂດລ້າ ປະກອບມີທະນາຄານ ພັດທະນາເອເຊຍ (ADB), ສະມາຄົມ ພັດທະນາລະຫວ່າງປະເທດ ຂອງທະນາຄານໂລກ (IDA), ກອງທຶນລະຫວ່າງປະເທດ ເພື່ອການກະເສດ (IFAD) ແລະ ສະຖາບັນອື່ນໆ ອີກຈຳນວນໜຶ່ງ.
ໜີ້ສິນທີ່ຕ້ອງສໍາລະຕາມເງື່ອນໄຂຕະຫຼາດ ( Market Terms ) ຈໍານວນ 780 ລ້ານໂດລ້າໃນນັ້ນໜີ້ສິນພັນທະບັດຈຳນວນ 187,09 ລ້ານໂດລ້າແລະເງິນກູ້ຈາກປະເທດທະວີພາຄີຫຼືສອງຝ່າຍຈຳນວນ 76,16 ລ້ານໂດລ້າປະກອບມີ ລັດເຊັຍ, ຈີນ, ມາເລເຊຍ, ໄທ ແລະ ອອສເຕຣເລຍ. ອີກສ່ວນໜຶ່ງສໍາລະຄືນໃຫ້ກັບທະນາຄານທຸລະກິດອີກ 512 ລ້ານປາຍໂດລ້າ.
ການສໍາລະໜີ້ສິນ, ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ດ້ວຍສະພາບໜີ້ສິນ ເປັນຈຳນວນຫຼາຍນີ້ ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ ໄດ້ແນະນໍາໃຫ້ລັດຖະບານ ນໍາໃຊ້ເຕັກໂນໂລຢີ ທັນສະໄໝ ໃນການຈັດເກັບພາສີ-ອາກອນ ເຂົ້າງົບປະມານແຫ່ງລັດ ເພື່ອປ້ອງກັນການຮົ່ວໄຫຼ ງົບປະມານແຫ່ງລັດ. ຖ້າລັດຖະບານເກັບພາສີ-ອາກອນໄດ້ຢ່າງຄົບຖ້ວນ ບໍ່ມີການຮົ່ວໄຫຼ ກໍ່ຈະມີງົບປະມານພຽງພໍ ໃນການສຳລະໜີ້ສິນກັບຕ່າງປະເທດ ແລະສາມາດໝູນໃຊ້ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ.
“ກໍລະນີເກັບພາສີ ລັດຖະບານກາຈະໄດ້ງົບໄດ້ລາຍຮັບຫຼາຍຂຶ້ນ ເພື່ອໄປໝູນໃຊ້ໃນກິດຈະກຳ ຂອງແຜນລາຍຈ່າຍ ຂອງລັດຖະບານ ຖ້າວ່າງົບປະມານຂອງລັດຮົ່ວໄຫຼ ແນ່ນອນລາຍຮັບຂອງປະເທດ ກາຊິໄດ້ຮັບໜ້ອຍລົງ.”
ເຈົ້າໜ້າທີ່ ຫ້ອງການປົກຄອງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ສະພາບໜີ້ສິນສາທາລະນະ ເພີ່ມຫຼາຍຂຶ້ນ ໄດ້ສົ່ງຜົນກະທົບເຖິງຂະແໜງການຕ່າງໆ ໃນທົ່ວປະເທດທີ່ໄດ້ງົບປະມານຈາກລັດຖະບານຫຼຸດລົງ ເຮັດໃຫ້ຂະແໜງການຕ່າງໆ ມີງົບປະມານໄປພັດທະນາພື້ນຖານ ໂຄງຮ່າງຈຳເປັນບໍ່ພຽງພໍ ແລະທົ່ວເຖິງເປັນຕົ້ນຢູ່ເມືອງນໍ້າບາກ, ເມືອງໂພນທອງ, ເມືອງວຽງຄຳ ແຂວງຫຼວງພຣະບາງ ທີ່ມີປະຊາຊົນບັນດາເຜົ່າ ຈຳນວນຫຼາຍຍັງບໍ່ທັນເຂົ້າເຖິງ ຄວາມສະດວກສະບາຍ ໃນເລື່ອງຂອງລະບົບໄຟຟ້າ, ລະບົບນໍ້າປະປາ, ເສັ້ນທາງ, ການສຶກສາ ແລະ ສາທາລະນະສຸກ.
“ໂດຍໄດ້ແຕ່ວ່າເຮົາຍັງບໍ່ມີທຶນ ເຈົ້າແຜນເຮົາມີແຕ່ວ່າເມືອງງອຍເກົ່າ ແຕ່ວ່າເມືອງນໍ້າບາກຈະບໍ່ມີເທື່ອຈະມີແຕ່ພາຍໃນຕົວເມືອງນໍ້າບາກນັ້ນ ເຈົ້າຍັງບໍ່ທັນມີທຶນເທື່ອຈະບໍ່ແມ່ນໃກ້ໆ ນີ້ເຈົ້າເພາະວ່າ ດຽວນີ້ເຮົາກາຍັງໄປຂະຫຍາຍ ບັນດາເມືອງ ທີ່ຍັງບໍ່ມີແທ້ໆ ເລີຍເຈົ້າ.”
ເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າລາວ ແຂວງຜົ້ງສາລີກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ນັບແຕ່ປີ 2021 ເປັນຕົ້ນມາລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງຜົ້ງສາລີ ໄດ້ງົບປະມານໜ້ອຍຫຼາຍ ເຮັດໃຫ້ແຜນພັດທະນາ ລະບົບໄຟຟ້າໃນເຂດຊົນນະບົດ ຍັງບໍ່ໄດ້ຮັບການພັດທະນາ ຢ່າງທົ່ວເຖິງເພາະລັດວິສາຫະກິດໄຟຟ້າລາວ ສຳນັກງານໃຫຍ່ຕ້ອງຈັດສັນງົບປະມານ ສ່ວນໃຫຍ່ໄປສຳລະໜີ້ສິນ ກັບຕ່າງປະເທດ.
“ເພາະວ່າອັນເຂດທີ່ໄກສອກຫຼີກແທ້ໆ ນັ້ນທາງເຮົາຍັງບໍທັນມີແຜນຂະຫຍາຍ ໄປເທື່ອເນາະ ເພາະວ່າເລື່ອງຂອງງົບປະມານໄທເຮົານັ້ນ ມັນກາບໍ່ໄດ້ຫຼາຍຊິນ່າເນາະ.”
ທາງດ້ານເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຍ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ປະເທດລາວຍັງໄດ້ຮັບແຮງກົດດັນ ຈາກອັດຕາເງິນເຟີ້ ທີ່ຍັງຢູ່ໃນລະດັບສູງເຊິ່ງໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວຢ່າງໜັກ ກະທົບຕໍ່ການຈັດຈ່າຍຊື້-ຂາຍສິນຄ້າ, ລາຍໄດ້ຕໍ່ເດືອນຂອງປະຊາຊົນລາວ ແລະພະນັກງານ ພັກ-ລັດບໍ່ກຸ້ມຢູ່ກຸ້ມກິນ ເພາະຄ່າຄອງຊີບແພງຂຶ້ນ ໂດຍສະເພາະລາຄາສິນຄ້າອຸປະໂພກ-ບໍລິໂພກ.
“ມັນເປັນບັນຫາເລື່ອງສະພາບໂຄງສ້າງ ມາຮອດຈຸດໜຶ່ງ ມັນໄວໂພດຄືວ່າການອ່ອນຄ່າ ຂອງເງິນພາຍໃນສອງປີ ມັນໄວໂພດ ສຸດທ້າຍຢູ່ເມືອງລາວດຽວນີ້ ເປັນການຂາດແຄນແຮງງານ, ຜະລິດຕະພາບຂອງພະນັກງານ ກາຂ້ອນຂ້າງຈະຕໍ່າຊ່ວງນີ້ແຫຼະ ຄົນອອກການຫຼາຍເດ້ທຸກຂະແໜງການ ຍ້ອນຫາເງິນບໍ່ກຸ້ມກິນນີ້ແຫຼະ, ແລ້ວຄົນລາວສ່ວນໜຶ່ງກາປະມານ 4 ແສນຄົນອອກໄປເຮັດວຽກ ຢູ່ປະເທດໄທນ່າ ເພາະວ່າໄດ້ໝື່ນໜຶ່ງມັນກາ 7 ລ້ານກີບແລ້ວເດ.”
ເຈົ້າໜ້າທີ່ ທີ່ທະນາຄານພັດທະນາເອເຊັຽ ກ່າວເໜັ້ນຢໍ້າຕື່ມວ່າ ດ້ວຍປະລິມານໜີ້ສິນ ທີ່ເພີ່ມຂຶ້ນ ບວກກັບການສຳລະໜີ້ສິນ ກັບຕ່າງປະເທດທີ່ເພີ່ມຂຶ້ນ ແລະຍັງໜີ້ສິນທັງໝົດຕ້ອງຈ່າຍ ເປັນສະກຸນເງິນຕ່າງປະເທດ ທັງໝົດເຊັ່ນເງິນໂດລ້າສະຫະລັດ, ເງິນຢວນ, ເງິນບາດ ເຮັດໃຫ້ລັດຖະບານລາວ ຕ້ອງເຂັ້ມງວດ ໃນການເກັບຊື້ເງິນຕາຕ່າງປະເທດ ຢູ່ພາຍໃນເພື່ອໃຫ້ພຽງພໍ ຕໍ່ການສຳລະໜີ້ສິນ ຕ່າງປະເທດ.
ການເຂັ້ມງວດ ໃນການເກັບເງິນຕາຕ່າງປະເທດ ຢູ່ພາຍໃນດ້ວຍມາດຕະການຕ່າງໆ ເຊັ່ນການປິດຮ້ານແລກປ່ຽນເງິນຕາ, ການຊຸກຍູ້ນໍາໃຊ້ເງິນກີບ, ຫ້າມແລກປ່ຽນເງິນຕາ ໃຫ້ບຸກຄົນທົ່ວໄປ, ການນໍາໃຊ້ລະບົບອີເລັກໂທຣນິກ ເພື່ອຊື້-ຂາຍສິນຄ້າ ແລະສຳລະສິນຄ້າຕ່າງປະເທດ ແລະ ມາດຕະການອື່ນໆ ແຕ່ທັງໝົດກໍ່ສົ່ງຜົນກະທົບ ຕໍ່ສະພາບເສດຖະກິດ-ການເງິນຂອງປະເທດໃນທ່າອ່ຽງ ທີ່ຫຍຸ້ງຍາກ ແລະທ້າທາຍຕໍ່ລະບົບເສດຖະກິດ ມະຫາພາກ.
ການແກ້ໄຂໜີ້ສິນ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 10 ມິຖຸນາ 2024 ວ່າ ທີ່ຜ່ານມາບັນຫາເລື່ອງໜີ້ຂອງລັດ ຖືວ່າໜັກສົມຄວນ ແຕ່ລັດຖະບານໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະຕ່າງປະເທດ ດ້ວຍຮູບການຕ່າງໆ ທັງຈາກງົບປະມານລັດ ແລະ ຈາກການລະດົມທຶນ ຈາກພາຍໃນເພື່ອສຳລະຕົ້ນທຶນ ແລະດອກເບັ້ຍຕາມສັນຍາ, ບ້ວງເງິນ 8,000 ຕື້ກີບມາຮອດປະຈຸບັນ ໄດ້ສໍາເລັດການອອກພັນທະບັດ ຈໍານວນ 7,390 ຕື້ກີບເທົ່າກັບ 92%. ພ້ອມນີ້ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການລະດົມທຶນ ເພື່ອສຳລະໜີ້ສິນ ໃຫ້ຕ່າງປະເທດ ທັນຕາມກຳນົດເວລາ ໂດຍສາມາດຮັບປະກັນ ບໍ່ໃຫ້ປະເທດລາວຕົກ ເປັນປະເທດທີ່ບໍ່ສາມາດສຳລະໜີ້ສິນໄດ້.
“ການແກ້ໄຂໜີ້ສິນ ໄດ້ສືບຕໍ່ແກ້ໄຂໜີ້ສິນທັງພາຍໃນ ແລະຕ່າງປະເທດ ດ້ວຍຮູບການຕ່າງໆ ທັງຈາກງົບປະມານ ຂອງລັດຈາກການລະດົມທຶນ ຈາກພາຍໃນເພື່ອສຳລະຕົ້ນທຶນ ແລະດອກເບັ້ຍຕາມສັນຍາ ໂດຍສາມາດຮັບປະກັນ ບໍ່ໃຫ້ປະເທດພວກເຮົາຕົກເຂົ້າໃນປະເທດ ທີ່ບໍ່ສາມາດສຳລະສະສາງໜີ້ສິນໄດ້. ນອກຈາກນີ ກາໄດ້ສຸມໃສ່ແກ້ໄຂເງິນກູ້ ຂອງລັດວິສະວາຫະກິດ ຈຳນວນໜຶ່ງ ແລະໜີ້ຄ່າກະແສໄຟຟ້າ ການແກ້ໄຂໜີ້ສາທາລະນະ ຍັງບໍ່ໄດ້ດີເທົ່າທີ່ຄວນ.”
ສໍານັກຂ່າວ ບລູມເບີກ ໄດ້ລາຍງານເມື່ອຕົ້ນເດືອນກໍລະກົດ 2024 ວ່າ ຍອດໜີ້ໃນສະກຸນເງິນຕາ ຕ່າງປະເທດ ຂອງ ສປປ ລາວ ຕະຫຼອດປີ 2023 ເພີ່ມຂຶ້ນເກືອບສອງເທົ່າ ໄປຢູ່ທີ່ 950 ລ້ານໂດລ້າຈົນລັດຖະບານ ຕ້ອງຂໍເລື່ອນການສໍາລະໜີ້ອອກໄປ ອີກເທື່ອໜຶ່ງ ເພື່ອຫຼີກລ້ຽງການຜິດນັດ ສຳລະໜີ້ເຊິ່ງມີມູນຄ່າຫຼາຍກ່ວາຈີດີພີ.
ອ້າງອີງການລາຍງານ ຂອງກະຊວງການເງິນ ໄດ້ເຜີຍແຜ່ໃນໃນວັນທີ 28 ມິຖຸນາ 2024 ເປີດເຜີຍວ່າຍອດການສຳລະໜີ້ ໃນສະກຸນເງິນຕ່າງປະເທດ ເພີ່ມຂຶ້ນຈາກປີກາຍ ຢູ່ທີ່ພຽງ 507 ລ້ານໂດລ້າ. ທັງໝົດນີ້ເຮັດໃຫ້ລັດຖະບານ ຕ້ອງຂໍເລື່ອນການສໍາລະເງິນຕົ້ນ ແລະດອກເບັ້ຍຈໍນວນ 670 ລ້ານໂດລ້າ ຂອງປີ 2022 ອອກໄປ ເຊິ່ງຕາມຂໍ້ມູນຂອງລັດຖະບານເປີດເຜີຍວ່າ ຕົວເລກດັ່ງກ່າວເປັນພາລະເພີ່ມເຕີ ມຈາກພາລະຜູກພັນປະມານ 1,22 ພັນລ້ານໂດລ້າ ທີ່ລັດຖະບານເລື່ອນອອກໄປຄັ້ງໜຶ່ງ ເມື່ອປີ 2020.
ລາວ ຈະເຈລະຈາກັບເຈົ້າໜີ້ລາຍສໍາຄັນຕໍ່ໄປ ເພື່ອຂໍເລື່ອນຫຼືຕໍ່ອາຍຸໜີ້ທັງໝົດ ເຊິ່ງຈະຊ່ວຍຍົກລະດັບສະພາບຄ່ອງ ແລະລົດແຮງກົດດັນ ໃນການສຳລະໜີ້. ລາຍງານຈາກ ກະຊວງການເງິນ ລະບຸເຊິ່ງໄດ້ເໜັ້ນໜັກເຖິງ ຄວາມຕັ້ງໃຈຂອງລັດຖະບານ ໃນການຈັດການພາລະຜູກພັນ ຂອງປະເທດ. ທີ່ຜ່ານມາສະຖາບັນການເງິນລະຫວ່າງ ປະເທດແລະສະຖາບັນຈັດອັນດັບຄວາມໜ້າເຊື່ອຖື ເຕືອນວ່າພາລະໜີ້ສິນ ຂ້າງຕົ້ນຈະສົ່ງຜົນໃຫ້ ສປປ ລາວ ມີຄວາມສ່ຽງສູງທີ່ຈະຜິດນັດ ສຳລະໜີ້ທ່າມກາງບັນຫາ ສະພາບຄ່ອງ. ໂດຍປະມານການວ່າ ອີກ 4 ປີຕໍ່ໜ້າ ຍອດໜີ້ຕ້ອງສຳລະ ໃນສະກຸນເງິນຕ່າງປະເທດ ລາຍປີ ຈະຢູ່ທີ່ປະມານ 1,3 ພັນລ້ານໂດລ້າ.