ລົດໄຟ ລາວ-ໄທ ຈະເລີ່ມເປີດທາງການ ໃນເດືອນກໍລະກົດນີ້
2024.07.09

ລົດໄຟ ລາວ-ໄທ ແຕ່ສະຖານີກຸງເທບອະພິວັດ ບາງກອກປະເທດໄທ ຫາ ສະຖານີວຽງຈັນ ຄຳສະຫວາດ ຈະເລີ່ມເປີດໃຫ້ບໍລິການ ຢ່າງເປັນທາງການໃນວັນທີ 19 ກໍລະກົດ 2024 ນີ້ ແລະ ຈາກສະຖານີວຽງຈັນ ຄໍາສະຫວາດ ຫາ ສະຖານີກຸງເທບອະພິວັດ ຈະເລີ້ມຕົ້ນຖ້ຽວທໍາອິດ ໃນວັນທີ 20 ກໍລະກົດ ໂດຍແບ່ງເປັນຕູ້ໂດຍສານ ແບບທຳມະດາ, ຕູ້ໂດຍສານແບບພິເສດ ແລະ ຕູ້ໂດຍສານແບບປັບບ່ອນໜັ່ງ ເປັນຕຽງນອນ ແຕ່ຍັງບໍ່ທັນອອກຕາຕະລາງຄ່າໂດຍສານ ແບບລະອຽດ. ສ່ວນຈຳນວນຖ້ຽວລົດໄຟ ຄາດວ່າມີພຽງ 1 ຖ້ຽວຕໍ່ມື ແບບໄປແລະກັບ. ດັ່ງເຈົ້າໜ້າທີ່ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 09 ກໍລະກົດ ນີ້ວ່າ:
“ຍັງເທື່ອວັນທີ 13 ນີ້ເປີດທົດລອງຂະບວນທົດລອງແລ້ວວັນທີ 20 ເດືອນ 7 ນີ້ນ່າກາຊິແມ່ນມື້ເປີດລາຄາປີ້ເບາະມັນຊິມີຢູ່ 3 ປະເພດເນາະຊັ້ນ 3 ຫັ້ນແລ້ວກາປະເພດແບບໜັ່ງປັບອາກາດ ແລ້ວກາລົດໜັ່ງນອນປັບອາກາດຖ້ຽວເຊົ້າຫັ້ນ ກຸງເທບມາຮອດຄຳສະຫວາດ ຖ້ຽວແລງຫັ້ນ ອອກຈາກຄຳສະຫວາດໄປກຸງເທບ.”
ເຈົ້າໜ້າທີ່ ປະຈໍາສະຖານີລົດໄຟ ແຂວງໜອງຄາຍ ຢືນຢັນວ່າ ສໍາລັບລົດໄຟ ລາວ-ໄທ ຂະບວນປະຖົມມະເລີກ ຈະເລີ່ມອອກຈາກບາງກອກ ໄປນະຄອນຫຼວງວຽງຈັນ ໃນວັນທີ 19 ກໍລະກົດນີ້ ໂດຍໃຊ້ເວລາໃນການເດີນທາງ ປະມານ 10 ຊົ່ວໂມງ ສ່ວນອັດຕາຄ່າ ໂດຍສານຍັງຕ້ອງລໍຖ້າ ໃຫ້ມີການປະກາດແບບທາງການ ອີກເທື່ຶອໜຶ່ງ.
“ວັນທີ 19 ກໍລະກົດລົດໄຟຈະແລ່ນອອກຈາກກຸງເທບ ມາຮອດວັນທີ 20 ແລະ ລົດໄຟຈາກສະຖານີວຽງຈັນໄປກຸງເທບ ກໍ່ຈະແລ່ນອອກໃນວັນທີ 20 ເຊິ່ງຕອນນີ້ພາກສ່ວນທີ່ກ່ຽວຂ້ອງ ກຳລັງເຮັດລະບົບຄ່າໂດຍສານ ຢູ່ຍັງບໍ່ທັນຮູ້ຄັກແນ່ວ່າ ມີລາຄາເທົ່າໃດແຕ່ນັບສະເພາະ ຈາກສະຖານີວຽງຈັນ ຫາສະຖານີໜອງຄາຍ ຈະມີລາຄາ 2 ແບບຄືຕູ້ໂດຍສານແບບທຳມະດາລາຄາ 70 ບາດ ແລະ ຕູ້ໂດຍສານແບບພິເສດທີ່ມີລະບົບເຄື່ອງປັບອາກາດ ຢູ່ທີ 120 ບາດ.”
ຜູ້ປະກອບການຮັບຈອງປີ້ລົດໄຟ ຢູ່ນະຄອນຫຼວງວຽງຈັນກ່າວວ່າ ມາຮອດປະຈຸບັນຢູ່ສະຖານີ ນະຄອນຫຼວງວຽງຈັນ ຍັງບໍ່ທັນໄດ້ເປີດຈອງປີ້ລົດໄຟ ຢ່າງເປັນທາງການເທື່ອ ແລະຍັງບໍ່ທັນຮູ້ຄັກແນ່ວ່າມີລາຄາເທົ່າໃດ ແຕ່ຄົນລາວຫຼາຍຄົນກໍ່ເລີ່ມໃຫ້ຄວາມສົນໃຈ ແລະສອບຖາມຂໍ້ມູນເພີ່ມຕື່ມ ເພື່ອຈະເດີນທາງດ້ວຍລົດໄຟ ຈາກນະຄອນຫຼວງວຽງຈັນ ໄປບາງກອກ.
“ຕອນນີ້ຍັງບໍ່ທັນເປີດໃຫ້ຈອງໃນລະບົບເທື່ອ ກາລໍຖ້າກ່ອນຍັງບໍແນ່ໃຈ ກາຊິຄົນຖາມເຂົ້າມາວ່າ ໃຫ້ຈອງແລ້ວຫວາ ຈັ່ງຊິນ່າໂຕນີ້ແມ່ນຂຶ້ນກັບຢູ່ລະບົບເຂົາເຈົ້າເລີຍ ມັນຂຶ້ນກັບຖ້ຽວທີ່ເຮົາຈະໄປ ມີແບບຫ້ອງພັດລົມຫ້ອງແອຊີ້ນ່າ.”
ຊາວບ້ານຢູ່ນະຄອນຫຼວງວຽງຈັນ ກ່າວວ່າກໍ່ລໍຖ້າໃຫ້ເປີດຈອງປີ້ລົດໄຟ ລາວ-ໄທ ແບບເປັນທາງການເພື່ອຄວາມສະດວກ ໃນການຈອງປີ້ໃນໄລຍະຜ່ານມາຄົນລາວ ຕ້ອງຈະໄດ້ເດີນທາງ ໄປຂຶ້ນລົດໄຟຢູ່ແຂວງໜອງຄາຍ ເພື່ອເດີນທາງໄປບາງກອກ ແລະອີກຈຳນວນໜຶ່ງ ຂີ່ຍົນໄປໂດຍກົງເຊິ່ງມີຄ່າໃຊ້ຈ່າຍແພງຫຼາຍ.
“ເຫັນເພິ່ນວ່າຊິເປີດໃຊ້ວັນທີ 10 ປາຍນີ້ນ່າ ເດືອນ 7 ນີ້ນ່າ. ວຽງຈັນໄປກຸງເທບນີ້ ຄັນຊິຜ່ານມານີ້ເຮົາຈອງຢູ່ໜອງຄາຍ ກາໃຊ້ບໍລິການຫຼາຍ ເພິ່ນກາຂີ່ລົດໄຟ ສ່ວນໜຶ່ງ, ສ່ວນໜຶ່ງກາໄປນໍາເຄື່ອງບິນ.”
ທາງດ້ານຜູ້ປະກອບການ ນໍາທ່ຽວກໍ່ເຊື່ອວ່າ ໃນໄລຍະທໍາອິດທີ່ລົດໄຟ ລາວ-ໄທ ໄດ້ເປີດຢ່າງເປັນທາງການ ກໍ່ຈະເຮັດໃຫ້ມີຜູ້ໂດຍສານ ຈຳນວນຫຼາຍໄປໃຊ້ບໍລິການ ເນື່ອງຈາກມີຄວາມສະດວກຫຼາຍຂຶ້ນ ແລະອາດເຮັດໃຫ້ການເດີນທາງດ້ວຍຍົນ ຫຼືລົດຜູ້ໂດຍສານຫຼຸດລົງ.
“ຕາມເບີ່ງຊ່ວງແລກໆ ກາຄົນໜ້າຈະສົນໃຈລົດໄຟ ຫຼາຍກ່ວາເພາະວ່າລົດໄຟ ຕາມເຮົາເຄີຍທຽວ ຈາກໜອງຄາຍ ໄປກຸງເທບກາສະດວກສະບາຍ ຖ້າຫາກວ່າແຕ່ກຸງເທບ ມາຈອດຢູ່ຄຳສະຫວາດເລີຍ ມັນກາໃກ້ຕົວເມືອງຫຼາຍຂຶ້ນຫັ້ນນ່າ ກາບໍ່ໄດ້ໄປທ່ານາແລ້ງທີ່ວ່າ ໄກຈາກນະຄອນຫຼວງລົດໄຟໄທ ມັນສະດວກ.”
ກ່ອນໜ້ານີ້ລະຫວ່າງວັນທີ 14-17 ພຶດສະພາຜ່ານມາລັດວິສາຫະກິດລົດໄຟ ແຫ່ງຊາດລາວ ຮ່ວມກັບລົດໄຟແຫ່ງປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟ ລາວ-ໄທ ຈາກສະຖານີທ່ານາແລ້ງ ຫາສະຖານີຄຳສະຫວາດ ເພື່ອກວດກາດ້ານເຕັກນິກ ແລະຫຼັງຈາກນັ້ນໄດ້ທົດລອງແລ່ນ ຈາກສະຖານີວຽງຈັນ ຫາສະຖານີທ່ານາແລ້ງ ແລ້ວຜ່ານໄປຍັງສະຖານີໜອງຄາຍ ແລະສິ້ນສຸດທີ່ສະຖານີອຸດອນທານີ.
ສໍາລັບສະຖານີວຽງຈັນ ຄໍາສະຫວາດ ໄດ້ມີພິທີເປີດ ໃຊ້ຢ່າງເປັນທາງການ ເມື່ອວັນທີ 30 ຕຸລາ 2023 ໂດຍທ່ານ ດຣ. ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ເຂົ້າຮ່ວມ ເຊິ່ງສະຖານີວຽງຈັນ ຄຳສະຫວາດ ຕັ້ງຢູ່່ບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຢູ່ຫ່າງຈາກສະຖານີ ທ່ານາແລ້ງເມືອງຫາດຊາຟອງ ປະມານ 7,5 ກິໂລແມັດ ແລະຫ່າງຈາກສະຖານີ ນະຄອນຫຼງວຽງຈັນ ຂອງເສັ້ນທາງລົດໄຟ ລາວ-ຈີນ ປະມານ 15 ກິໂລແມັດ.