ມີການກວດພົບ ຝຸ່ນເຄມີທີ່ນຳເຂົ້າ ບໍ່ໄດ້ມາດຕະຖານ ຢູ່ແຂວງຄຳມ່ວນ
2024.07.09

(ເຈົ້າໜ້າທີ່) ແຂວງຄໍາມ່ວນ ໄດ້ລົງເກັບຕົວຢ່າງຝຸ່ນເຄມີ ຈາກບັນດາບໍລິສັດ ນໍາເຂົ້າຈໍາໜ່າຍພາຍໃນ 4 ຕົວເມືອງ ປະກອບມີເມືອງທ່າແຂກ, ໜອງບົກ, ຫີນບູນ ແລະ ເຊບັ້ງໄຟ. ການລົງກວດດັ່ງກ່າວພົບວ່າ 7 ຕົວຢ່າງນັ້ນລວມມີ 2 ຕົວຢ່າງ ທີ່ເປັນຝຸ່ນເຄມີ ບໍ່ໄດ້ມາດຕະຖານ. ອີງຕາມການລາຍງານ ຂອງພະແນກກະສິກຳ ແລະປ່າໄມ້ ແຂວງຄຳມ່ວນ ທີ່ລົງກວດເດືອນມິຖຸນາ 2024 ຜ່ານມາ.
ກ່ຽວກັບເລື່ອງຝຸ່ນເຄມີ ບໍ່ໄດ້ມາດຕະຖານເຈົ້າໜ້າທີ່ ແຂວງຄໍາມ່ວນໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 09 ກໍລະກົດວ່າ ຝຸ່ນເຄມີທີ່ບໍ່ໄດ້ມາດຕະຖານນັ້ນ ເປັນຂອງຜູ້ປະກອບການຄົນລາວ ທີ່ນໍາເຂົ້າຝຸ່ນເຄມີຈາກໄທ ແລ້ວນໍາຝຸ່ນເຄມີນັ້ນມາຮ່າຍໃສ່ຖົງແບ່ງຂາຍ, ຖົງລະ 1 ກິໂລເຊິ່ງເປັນການບັນຈຸ ບໍ່ຖືກຕ້ອງຕາມຫຼັກວິຊາການ ແລ້ວອາດເຮັດໃຫ້ທາດອາຫານ ຂອງຝຸ່ນເຄມີ ລະເຫີຍໄປຈຶ່ງເຮັດໃຫ້ຝຸ່ນເຄມີ ນັ້ນບໍ່ໄດ້ມາດຕະຖານ ຫຼືອາດເປັນເພາະຝຸ່ນເຄມີນັ້ນ ບໍ່ໄດ້ມາດຕະຖານມາກຈາກຝັ່ງໄທ.
“ຜົນກວດອອກມາແລ້ວ ແລ້ວເຮົາມາສົມທຽບກັບຄ່າມາດຕະຖານ ຂອງເຮົາແລ້ວມັນບໍ່ໄດ້ສ່ວນຫຼາຍ ກໍ່ມີແຕ່ສິນຄ້ານໍາມາໄທໝົດແຫຼະ. ປະເພດປຸຍທີ່ວ່າ ເກັບຕົວຢ່າງ ໃນແງ່ທີ່ວ່າເຫດຜົນທີ່ມັນບໍ່ໄດ້ມາດຕະຖານ. ເຮົາຍັງເປັນທີ່ສົງໃສຢູ່ວ່າ ມັນບໍ່ໄດ້ມາດຕະຖານນີ້ບບໍ່ໄດ້ມາດຕະຖານ ມາແຕ່ໂຮງງານຫັ້ນບໍ່ ຫຼືວ່າບໍ່ໄດ້ມາດຕະຖານ ຢູ່ໃນຂະບວນການເຂົາເອົາມາຈຳໜ່າຍນີ້ ປຸຍທີ່ເຮົາເອົາໄປສຸ່ມເອົານີ້ລະແມ່ນຜູ້ປະກອບການເຂົາເຈົ້າເອົາຮ່າຍມາໃສ່ ບັນຈຸເປັນຖົງໂລ ຄືເຮົາເຫັນບາງເທື່ອມັນຈະບໍ່ໄດ້ມາດຕະຖານ ຍ້ອນວ່າເຮົາແກະອອກມາແລ້ວ ເຮົາຮັກສາເຮົາຮັກສາບໍ່ໄດ້ຖືກຕາມຫຼັກ ວິຊາການບາງເທື່ອໄປຕາກແດດ ໄປຕາກຝົນແກະໄວ້ດົນຫຼາຍເນາະ ການລະເຫີຍອາຍຂອງທາດອາຫານ ມັນກໍ່ຈະໝົດໄປໃນຕົວຂອງມັນເອງ.”
ທ່ານກ່າວຕື່ມວ່າ ວິທີການເກັບຕົວຢ່າງຝຸ່ນເຄມີ ໄປວິໄຈຢູ່ກົມຄຸ້ມຄອງ ແລະພັດທະນາທີ່ດິນ ກະສິກຳນັ້ນແມ່ນເກັບຕົວຢ່າງ ຈາກໃນຖົງແບ່ງຂາຍຝຸ່ນເຄມີ ຂະໜາດ 1 ກິໂລ ບໍ່ແມ່ນເກັບຕົວຢ່າງຝຸ່ນເຄມີ ຈາກກະສອບ ຍ້ອນເປັນເລື່ອງມູນຄ່າ ຂອງລາຄາສິນຄ້າ ຫາກເຈາະເອົາຝຸ່ນເຄມີ ໃນກະສອບອອກມາກວດແລ້ວຕ້ອງໄດ້ແກະໝົດ ກະສອບ. ສ່ວນຊາວກະສີກອນຊື້ຝຸ່່ນ ໄປນໍາໃຊ້ເຮັດນາເຮັດສວນ ກໍ່ຈະເຮັດໃຫ້ພືດຜັກ ເຕີບໃຫຍ່ບໍ່ເຕັມສ່ວນ. ເບື້ອງຕົ້ນເຈົ້າໜ້າທີ່ ຍັງບໍ່ໄດ້ປັບໃໝ ໃສ່ໂທດ ໃຜຍ້ອນບໍ່ທັນໄດ້ຂໍ້ມູນລະອຽດ.
“ມັນກໍ່ອັບປະໂຫຍດຜູ້ເຂົາຊື້ໄປໃຊ້ແຫຼະເນາະ ມັນບໍ່ໄດ້ຄ່າມາດຕະຖານສົມມຸດວ່າ ຝຸ່ນທີ່ວ່າເປັນຝຸ່ນໃຫ້ໝາກ ຖ້າວ່າມັນບໍ່ໄດ້ມາດຕະຖານ ໝາກມັນກໍ່ຊິບໍ່ສົມບູນ ຕົວຢ່າງສົມມຸດວ່າທາດອາຫານ ຂອງມັນກິນບໍ່ໄດ້ເຕັມອີ່ມ ສົມມຸດວ່າພືດກິນໃບຫັ້ນນ່າ. ອັນນີ້ກໍ່ຍັງປຶກສາກັບທາງຄະນະຢູ່ເນາະວ່າ ເຮົາຊິມີວີທີການແນວໃດຕໍ່ໜ້າເນາະ. ເລື່ອງການປັບໄໝໃສ່ໂທດເຮົາກໍ່ຍັງວ່າບໍ່ໄດ້ເທື່ອ ເພາະວ່າເຮົາບໍ່ຮູ້ວ່າສາເຫດແທ້ໆ ວ່າມັນເປັນຍ້ອນຫຍັງ ທີ່ວ່າມັນບອກໄດ້ມາດຕະຖານ ຍ້ອນຫຍັງຄັນວ່າມັນບໍ່ໄດ້ມາດຕະຖານ ແຕ່ໂຮງງານເຂົາເລີຍ ເຮົາກໍ່ສິມີມາດຕະການໃນສຸມເລື່ອງຂະບວນການ ນໍາເຂົ້າ ໃຫ້ມັນມີຄວາມເຄັ່ງຂັດກ່ວານີ້ຫັ້ນນ່າ.”
ຊາວສວນຜັກ ແຂວງຄໍາມ່ວນກ່າວວ່າຕົນເອງ ກໍ່ໃຊ້ຝຸ່ນເຄມີທີ່ຊື້ມາຈາກຮ້ານຈໍາໜ່າຍ ຂອງຄົນລາວຢູ່ໃນຕົວເມືອງກໍ່ເຫັນວ່າຝຸ່ນເຄມີ ໃສ່ພືດຜັກແລ້ວມັນງາມ ແລະໂດຍທົ່ວໄປຊາວສວນທີ່ປູກພືດຜັກຢູ່ຕາມແຄມນໍ້າ ຂອງຈະນິຍົມໃສ່ຝຸ່ນເຄມີຫາກໃຊ້ແລ້ວມັນງາມ. ໃນນັ້ນກໍ່ມີຊາວສວນສ່ວນໜ້ອຍ ທີ່ໃຊ້ຝຸ່ນຊີວະພາບ.
“ພວກອັນປະເພດຜັກບົ່ວຫົວຫອມເຮົານີ້ແຫຼະ ສ່ວນຫຼາຍເວລາປູກກໍ່ເຄມີຫັ້ນແຫຼະ ເຮົາໄປຫວ່ານໃສ່ມັນຫັ້ນນ່າ. ອອກໝາກອອກຜົນຖ້າເຮົາບໍ່ໃສ່ມັນກໍ່ບໍ່ງາມ ຄັນວ່າເຮົາໄປໄທໄດ້ເຮົາກໍ່ຊື້ເອົາມາກໍ່ໄດ້ນ່າ. ດ້າມສອບສອງສອບໄດ້ຢູ່ດຽວນີ້ ຢູ່ໃນເມືອງເຮົາກັບຢູ່ພຸ້ນກໍ່ສໍ່າໆ ດຽວແຫຼະເອົາຢູ່ໃນເມືອງເຮົານີ້ແຫຼະ ມັນກໍ່ມີຂອງຄົນລາວສ່ວນຫຼາຍຂອງຄົນລາວເຮົາ. ນີ່ແຫຼະສ່ວນຫຼາຍຄັນເວົ້າພື້ນຫັ້ນນ່າ ຄັນເວົ້າພື້ນຝຸ່ນເຄມີ ເຮົາທີ່ເພິ່ນມາໂຄສະນາ ມີມູນຄວາມຈິງທີ່ເຮົໃຊ້ມັນງາມເທົ່າໃດ ເຂົາກາຊື້ວ່າຊັ້ນສາ.”
ຊາວບ້ານ ເມືອງໜອງບົກກ່າວວ່າ ສະພາບຕົວຈີງທີ່ເຫັນຊາວກະສິກອນ ນໍາໃຊ້ຝຸ່ນເຄມີ ແມ່ນສ່ວນຫຼາຍພວກເຂົາເຈົ້າຊື້ຝຸ່ນເຄມີ ແບບເປັນກະສອບມາວ່ານໃສ່ທົ່ງສາລີ ແລະສວນຜັກ ພວກເຂົາເຈົ້າຈະພາກັນເຮັດການຜະລິດ ຈຳນວນຫຼາຍ ຈຶ່ງບໍ່ໄດ້ພາກັນຊື້ຝຸ່ນເຄມີ ແບບແບ່ງໃສ່ຖົງຂາຍ.
“ສ່ວນຫຼາຍເພິ່ນກໍ່ບໍ່ຢາກມີປານໃດ ແລ້ວເອົາມາໃຊ້ຕັກຂາຍມີແຕ່ເປັນສອບ. ສອບ 50 ໂລຫັ້ນນ່າ. ໂລຫັ້ນນ່າ ເປັນສອບເປັນສອບ ເພາະວ່າເຂົາເຈົ້າກໍ່ໃຊ້ຫຼາຍເດ້ ເພາະວ່າເຂົາເຈົ້າປູກສາລີປູກຫຍັງນໍານີ້ນ່າ ປູກຜັກປູກຫຍັງນໍານີ້ນ່າ ປູກຜັກປູກຫຍັງນີ້ຄັນຍາມຊິລົງນີ້ ກຽມຊິລົງນີ້ເຂົາເຈົ້າກຽມເອົາໄວ້ຫຼາຍໆ ສອບເປັນສິບ ເປັນຫຍັງພຸ້ນແຫຼະ.”
ເຈົ້າໜ້າທີ່ ແຂວງຄໍາມ່ວນໄດ້ເວົ້າເຖິງການສຸ່ມກວດ ຝຸ່ນເຄມີ ໃນໄລຍະຜ່ານມາວ່າ ໄດ້ລົງສຸ່ມກວດກາຝຸ່ນເຄມີ ທັງໝົດ 7 ຮ້ານ ສ່ວນຫຼາຍເປັນຮ້ານ ຂອງຄົນລາວ ທີ່ເປີດມາຫຼາຍປີ ເປັນຮ້ານຂະໜາດໃຫຍ່ແລ້ວເຂົາເຈົ້າ ຈຳໜ່າຍຝຸ່ນເຄມີ ສ່ວນຫຼາຍເປັນຮ້ານພາຍໃນເມືອງ. ສ່ວນຝຸ່ນເຄມີ ທີ່ນໍາເຂົ້າຈາກຈີນ ແລ້ວບໍ່ໄດ້ມາດຕະຖານນັ້ນ ທາງແຂວງຄຳມ່ວນ ຍັງບໍ່ທັນປະກົດເຫັນ ແລະຖ້າມີການນໍາເຂົ້າຝຸ່ນເຄມີ ຈາກຈີນຝຸ່ນເຄມີນັ້ນ ຈະບໍ່ໄດ້ນໍາເຂົ້າມາເພື່ອຈຳໜ່າຍ ຕາມຮ້ານຂາຍສົ່ງ-ຂາຍ ຍ່ອຍທົ່ວໄປ ພາຍໃນແຂວງ ແຕ່ຈະນໍາເຂົ້າເພື່ອໃຊ້ໃນວຽກງານ ກະສິກຳຂອງນັກລົງທຶນຈີນ. ທ່ານກ່າວເໜັ້ນຢໍ້າຕອນທ້າຍວ່າ ທີ່ຜ່ານມາວຽກງານການກວດກາ ພົບກັບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະເລື່ອງຂອງງົບປະມານ ທີ່ຈະລົງໄປກວດກາຕາມຮ້ານ ຂາຍຝຸ່ນເຄມີຕ່າງໆ ແຕ່ກໍ່ສູ້ຊົນລົງ ກວດຕາມສະພາບຕົວຈິງ.