ນາຍົກ ຕັ້ງຄະນະສະເພາະກິດ ສູ້ໄພເງິນເຟີ້

ພູວົງສ໌
2024.07.09
ນາຍົກ ຕັ້ງຄະນະສະເພາະກິດ ສູ້ໄພເງິນເຟີ້ ການຊື້-ຂາຍ ໃນໄລຍະທີ່ເງິນກີບເຟີ້ສູງ ທີ່ຕະຫລາດສົດແຫ່ງໜຶ່ງ ໃນນະຄອນປາກເຊ ແຂວງຈຳປາສັກ (TS), ເດືອນພຶສຈິກາ ປີ 2023.
RFA

ເມື່ອວັນທີ 02 ເດືອນ 07 ທີ່ຜ່ານມາ, ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ໄດ້ເຊັນຂໍ້ຕົກລົງ ເລຂທີ 83/ນຍ ແຕ່ງຕັ້ງຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າ ບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນສູງ ພາຍຫຼັງທີ່ ສສຊ ຫຼາຍທ່ານ ທັງຈາກນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໄດ້ຮຽກຮ້ອງໃຫ້ ລັດຖະບານລາວ ຮີບຮ້ອນຫາວິທີແກ້ໄຂ ບັນຫາດັ່ງກ່າວ ເນື່ອງຈາກປະຊາຊົນລາວບັນດາເຜົ່າ ທຸກຖ້ວນໜ້າ ລ້ວນແຕ່ໄດ້ຮັບຄວາມເດືອດຮ້ອນ ຈາກສະພາບເສດຖະກິດ ທີ່ຫຍຸ້ງຍາກນີ້.

ຄະນະສະເພາະກິດດັ່ງກ່າວ ປະກອບມີຈຳນວນ 16 ທ່ານ ຈາກພາກສ່ວນຕ່າງໆ, ໂດຍມີທ່ານ ດຣ. ກອງແກ້ວ ໄຊສົງຄາມ, ປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ຫຼື (ສວສສຊ) ເປັນຫົວໜ້າຄະນະ.

ຕໍ່ສະພາບເສດຖະກິດ ທີ່ຫຍຸ້ງຍາກນີ້, ທ່ານ ຂັນໄຊ ລັດຖະເຮົ້າ, ສະມາຊິກສະພາແຫ່ງຊາດ ຫຼື ສສຊ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ກໍໄດ້ໃຫ້ຄວາມເຫັນ ໃນລະຫວ່າງກອງປະຊຸມສະພາແຫ່ງຊາດລາວ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອເດືອນມິຖຸນາ ທີ່ຜ່ານມານັ້ນວ່າ ບັນຫາເສດຖະກິດຫຍຸ້ງຍາກ ໃນຫວ່າງ 2-3 ປີມານີ້ ຖືວ່າຫຍຸ້ງຍາກທີ່ສຸດ ໃນກຸ່ມຄົນ ທີ່ເປັນພະນັກງານ ໃນທຸກຂັ້ນ ແລະ ທຸກພາກສ່ວນ ທີ່ອາໄສເງິນເດືອນ ເປັນລາຍຮັບຫຼັກ ຈົນໜ້າຕາ ແລະ ຈິດໃຈເສົ້າໝອງ ລໍຖ້າໃຫ້ລັດຖະບານ ແກ້ໄຂໃຫ້ໄດ້.

“ໃນໄລຍະທີ່ປະເທດຊາດພວກເຮົາ ຍັງມີຄວາມຫຍຸ້ງຍາກ ທາງດ້ານເສດຖະກິດນີ້ ສັງເກດເຫັນວ່າ ສະພາບພະນັກງານ, ທະຫານ, ຕຳຫຼວດ ໝູ່ເຮົານີ້ເນາະ ສັງລວມແລ້ວ ແມ່ນມະນຸດເງິນເດືອນນີ້ແຫຼະ ເຫັນວ່າບໍ່ຢາກຊື່ນຢາກບານ ພໍເທົ່າໃດເນາະ, ເງິນເດືອນກະໜ້ອຍ ຄ່າຄອງຊີບກະສູງ. ສະພາບເງິນເຟີ້ ຄືທີ່ບັນດາທ່ານ ມີຄວາມຄຶດຄວາມເຫັນຫັ້ນ, ສິນຄ້າກະຄວບຄຸມ, ຄຸ້ມຄອງບໍ່ໄດ້. ອັນນີ້ມັນເປັນສາເຫດ ໃຫ້ສັງຄົມພວກເຮົາ ມີຄວາມຈົ່ມວ່າ ສົນໃຈ ລະກະລໍຖ້າຟັງການແກ້ໄຂ ຂອງລັດຖະບານພວກເຮົາ.”

ຕໍ່ສະພາບອັດຕາເງິນເຟີ້ສູງ ແລະ ເງິນກີບອ່ອນຄ່າ ໃນ 2 ປີມານີ້, ແມ່ນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊາວລາວ ທີ່ມີອາຊີບພະນັກງານ ທັງໃນພາກລັດ ແລະ ເອກະຊົນ ທີ່ໄດ້ຮັບເງິນເດືອນ ເປັນສະກຸນເງິນກີບ, ເຊິ່ງພວມນັບມື້ນັບອ່ອນຄ່າລົງ ທີ່ສວນທາງກັບລາຄາສິນຄ້າ ທີ່ນັບມື້ນັບສູງຂຶ້ນ ຈົນເຮັດໃຫ້ຫຼາຍຄົນ ຈຳໃຈຕ້ອງໄດ້ຊອກຫາ ແຫຼ່ງລາຍຮັບທາງອື່ນ ທີ່ນອກເໜືອຈາກ ໜ້າທີ່ວຽກງານ ທີ່ໂຕເອງຮັບຜິດຊອບຢູ່.

ມາເຖິງເດືອນມິຖຸນາ 2024 ນີ້, ປະເທດລາວ ຍັງສືບຕໍ່ມີອັດຕາເງິນເຟີ້ ສູງເກີນ 2 ໂຕເລກຢູ່ ຄື 26.2% ແລະ ສະເລ່ຍ 6 ເດືອນ ຂອງປີ 2024 ນີ້ ກໍສູງເຖິງ 25.3%, ອີງຕາມການລາຍງານ ຂອງສູນສະຖິຕິແຫ່ງຊາດລາວ.

ມາດາມ ດຣ. ວາລີ ເວດສະພົງ, ສສຊ ຈາກເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທັງເປັນຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກໍມີຄວາມເຫັນວ່າ ໃນລະຫວ່າງກອງປະຊຸມສະພາແຫ່ງຊາດລາວ ຄັ້ງຫຼ້າສຸດນີ້ວ່າ ສະພາບການ ທີ່ເສດຖະກິດລາວ ພວມຕົກຢູ່ໃນຄວາມຫຍຸ້ງຍາກ ແລະ ຄວາມບໍ່ມີສະຖຽນລະພາບ ທາງດ້ານການເງິນນີ້, ບໍ່ພຽງແຕ່ເຮັດໃຫ້ລາຄາສິນຄ້າແພງ ແລະ ເງິນກີບອ່ອນຄ່າ, ແຕ່ມັນຍັງເຮັດໃຫ້ນັກລົງທຶນ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ລັງເລໃຈ ທີ່ຈະມາລົງທຶນ ຢູ່ໃນປະເທດລາວ ເຖິງວ່າລັດຖະບານລາວ ຈະມີນະໂຍບາຍດ້ານພາສີທີ່ດີ ແລະ ໃຫ້ອາຍຸສຳປະທານທີ່ດິນ ເປັນຈຳນວນຫຼາຍເຖິງ 100 ປີກໍຕາມ ກໍຍັງບໍ່ສາມາດດຶງດູດ ໃຫ້ນັກລົງທຶນຈາກຕ່າງປະເທດ ເຂົ້າມາລົງທຶນໃນປະເທດລາວ ໄດ້ຫຼາຍກວ່າທີ່ເປັນຢູ່ ແລະ ຍັງມີທ່າທີ ທີ່ຈະຫຼຸດລົງຕື່ມອີກ.

“ປະກົດວ່າ ພາກລົງທຶນເອກະຊົນນີ້ ທີ່ຜ່ານມານີ້ ຫຼຸດລົງໆ ເພາະວ່າຜ່ານມານີ້ ເຮົາອາໄສເສດຖະກິດ ຂອງພວກເຮົານີ້. ເວົ້າແທ້ໆ ອາໄສການລົງທຶນ ຈາກພາກເອກະຊົນນີ້ ເປັນເປີເຊັນຫຼາຍ ກັບທັງ FDI ພາຍໃນ ແລະ ຕ່າງປະເທດເນາະ, FDI ແມ່ນລົງທຶນຕ່າງປະເທດ ແລະ ບັນຫາລົງທຶນພາຍໃນຄືກັນ. ແຕ່ວ່າຢາກແລກປ່ຽນແບບນີ້ ທ່ານປະທານ ເພາະວ່າ ຊິເຮັດກົດໝາຍສົ່ງເສີມການລົງທຶນ ດີສ່ຳໃດ, ໃຫ້ນະໂຍບາຍພາສີ ຫຼາຍສ່ຳໃດ ເຂົາເຈົ້າກະບໍ່ມາ ເພາະວ່າກະໄດ້ແລກປ່ຽນ ກັບນັກລົງທຶນໃຫຍ່ໆຫຼາຍ, ຖ້າຕາບໃດ ທີ່ການເງິນເຮົາ ບໍ່ມີສະຖຽນລະພາບ. ເພາະສະນັ້ນ, ຢາກໃຫ້ແຕ່ລະກະຊວງນີ້ ໄດ້ເຮັດວຽກນຳກັນບໍ່ ໃນກະລະນີແບບນີ້, ຫັ້ນນ່າ. ອັນນີ້ແມ່ນ ສຳຄັນທີ່ສຸດ ແມ່ນເລື້ອງສະຖຽນລະພາບ ທາງດ້ານການເງິນ ຖ້າວ່າເຮົາຍັງບໍ່ສາມາດ ເຮັດໂຕນີ້ໄດ້ນີ້ ເຮົາຊິດຶງແນວໃດ ເຮົາຊິໃຫ້ແນວໃດ, 100 ປີ ຫຼື 50 ປີ ກະຍາກ ທີ່ເຂົາເຈົ້າຈະມາເນາະ.”

ໃນຮອບ 4 ປີມານີ້ ຫຼືນັບຕັ້ງແຕ່ເກີດການລະບາດ ຂອງໂຄວິດ-19 ໃນປີ 2020, ການຂະຫຍາຍໂຕ ຂອງຍອດລວມ ຜະລິດຕະພັນພາຍໃນ ຂອງລາວ ຫຼື GDP ຂະຍາຍໂຕ ບໍ່ເກີນ 5% ຕໍ່ປີ ເມື່ອທຽບໃສ່ໄລຍະກ່ອນການລະບາດ ຂອງໂຄວິດ-19 ຫຼືປີ 2019, ອີງຕາມການລາຍງານ ຂອງທະນາຄານໂລກ ປະຈຳລາວ. ສະເພາະປີ 2023 ຍອດລວມ ຜະລິດຕະພັນພາຍໃນ ຂອງລາວ ຫຼື GDP ຂະຍາຍໂຕ ພຽງແຕ່ເກີນ 3.7% ເທົ່ານັ້ນ.

ໃນປີນີ້, ສະພາແຫ່ງຊາດລາວ ຍັງໄດ້ມີມະຕິຮັບຮອງເອົາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຄາດໝາຍການຂະຫຍາຍໂຕ GDP ຂອງລາວ ປະຈຳປີ 2024 ຍັງຢູ່ທີ່ 4.5% ຫຼືຍັງບໍ່ເກີນ 5% ຢູ່.

ຂະນະທີ່ ທະນາຄານພັດທະນາເອເຊຍ ຫຼື ADB ກໍຄາດຄະເນວ່າ ໝົດປີ 2024 ນີ້, GDP ຂອງລາວ ຈະຂະຫຍາຍໂຕພຽງແຕ່ 4% ຫຼື ບໍ່ເກີນ 5% ເນື່ອງຈາກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ດ້ານເສດຖະກິດຫຼາຍຢ່າງ ທີ່ຍັງຕ້ອງສືບຕໍ່ ມີແຜນຮັບມື ແລະ ໄດ້ຮັບແກ້ໄຂ ບວກກັບໜີ້ສິນສາທາລະນະ ທີ່ຍັງສູງຢູ່ ຈຶ່ງເຮັດໃຫ້ການຂະຫຍາຍໂຕ ຂອງ GDP ຍັງຢູ່ທີ່ 4% ໃນປີ 2024 ນີ້. ຄຽງຄູ່ກັນນັ້ນ, ເງິນກີບ ຍັງຈະສືບຕໍ່ອ່ອນຄ່າ ເນື່ອງຈາກໄດ້ຮັບແຮງກົດດັນ ຈາກພາວະໜີ້ສິນສາທາລະນະ ຕໍ່ GDP ທີ່ຍັງສູງ ແລະ ອັດຕາເງິນເຟີ້ ສະເລ່ຍໝົດປີ 2024 ຄາດຄະເນວ່າ ຈະສູງເຖິງ 28%. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.