ລາວ-ຫວຽດນາມ ສ້າງລະບົບສາຍພານຂ້າມຊາຍແດນ ເພື່ອສົ່ງຖ່ານຫີນໄປຫວຽດນາມ
2024.07.11
ທາງການລາວ ແລະ ຫວຽດນາມ ກໍ່ສ້າງລະບົບສາຍພານຂ້າມຊາຍແດນ ຄວາມຍາວ 6 ກິໂລແມັດ ເພື່ອ ລຳລຽງຖ່ານຫີນ ຈາກລາວໄປປະເທດຫວຽດນາມ ຢູ່ບໍລິເວນດ່ານສາກົນ ລະໄລ ແຂວງສາລະວັນ ກັບດ່ານສາກົນ ແຂວງກວາງຈິ ປະເທດຫວຽດນາມ, ໂຄງການດັ່ງກ່າວນີ້ ໄດ້ເລີ່ມດໍາເນີນການ ກໍ່ສ້າງຕັ້ງແຕ່ປີ 2024 ແລະ ມີກໍານົດ ສຳເລັດໃນປີ 2025 ນີ້.
ເຈົ້າໜ້າທີ່ (ຜະແນກ) ພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ກ່າວວ່າ ໂຄງການດັ່ງກ່າວ ຈະສ້າງດ້ວຍເຫລັກ, ພື້ນເທເບຕົງ ເສີມເຫລັກ, ມີເຮືອນພັກວິຊາການ, ກໍາມະກອນ, ທາງເຂົ້າ-ອອກ. ປັດຈຸບັນ ໜ້າວຽກ ແມ່ນມີຄວາມຄືບໜ້າໄປຫລາຍສົມຄວນແລ້ວ.
ຈຸດປະສົງ ໃນການສ້າງ ສາຍພານຂົນສົ່ງຖ່ານຫີນ ເພື່ອຄວາມສະດວກ ໃນການຂົນສົ່ງຖ່ານຫີນ ລະຫວ່າງ 2 ປະເທດ ແລະ ຫລຸດຜ່ອນຄວາມແອອັດ ການຈະລາຈອນ ໃນເຂດທ້ອງຖິ່ນ ທັງຝັ່ງລາວ ແລະຫວຽດນາມ. ດັ່ງ ເຈົ້າໜ້າທີ່ ພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ນາງໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 11 ກໍລະກົດ ນີ້ວ່າ:
“ອັນເລີ່ມໆປີນີ້ ເພິ່ນກໍາລັງສ້າງຢູ່ ແຕ່ຍັງບໍ່ແລ້ວເທື່ອ ກະແມ່ນຢູ່ວ່າ ມັນສັ້ນເຈົ້າ ກະບໍ່ໄກເນາະ ແຕ່ວ່າ ກະສະດວກ ໃນການລໍາລຽງຫັ້ນນ່າ.”
ໃນປີ 2023 ທີ່ຜ່ານມາ ປະເທດຫວຽດນາມ ນໍາເຂົ້າຖ່ານຫີນ ຈາກປະເທດລາວ ຈໍານວນ 2.2 ລ້ານຕັນ ສະເລັ່ຍແລ້ວ ມີການສົ່ງຖ່ານຫີນ ປະມານ 12,000 ຕັນຕໍ່ມື້ ໂດຍນໍາໃຊ້ລົດບັນທຸກ ເພື່ອຂົນສົ່ງຖ່ານຫີນ ຈໍານວນ 400-450 ຄັນ ສົ່ງຜົນໃຫ້ເສັ້ນທາງ ໃນປະເທດລາວ ເປ່ເພ, ເປັນບວກເປັນຂຸມ ເສັຍຫາຍຢ່າງໜັກ ກະທົບຕໍ່ການຈະລະຈອນ ໃນເຂດທ້ອງຖິ່ນ.
ໂຄງການກໍ່ສ້າງລະບົບສາຍພານ ຂ້າມຊາຍແດນ ມີຄວາມຍາວ 6 ກິໂລແມັດ ເຊື່ອມຕໍ່ 2 ສາງ ເພື່ອສົ່ງອອກຖ່ານຫີນ ຈາກລາວໄປປະເທດຫວຽດນາມ ໄດ້ຮັບການອອກແບບ ໃຫ້ຄອບຄຸມພື້ນທີ່ ປະມານ 23.8 ເຮັກຕ້າ ມູນຄ່າການລົງທຶນປະມານ 58.3 ລ້ານໂດລ້າ ສະຫະລັດ, ອີງຕາມລາຍງານຂອງເຈົ້າໜ້າທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ ການຂຸດຄົ້ນຖ່ານຫີນ ປັດຈຸບັນ ມີສະເພາະແຂວງເຊກອງເທົ່ານັ້ນ ທີ່ໄດ້ຮັບອະນຸຍາດ ຈາກ ລັດຖະບານລາວ ໃຫ້ມີການສໍາລວດ, ຂຸດຄົ້ນ ແລະ ສົ່ງອອກ.
ສໍາລັບໂຄງການຂຸດຄົ້ນ ແລະ ສົ່ງອອກ ຂະນາດໃຫຍ່ທີ່ສຸດ ແມ່ນ ເປັນບໍລິສັດ ພະລັງງານໄຟຟ້າເຊກອງ (Xekong Power Plant) ຕັ້ງຢູ່ເມືອງ ກະລຶຶມ ໂດຍກຸ່ມບໍລິສັດ ພອນສັກ (Phonesack Group).
ສ່ວນເລື້ອງການສົ່ງອອກຖ່ານຫີນ ຈາກປະເທດລາວ ໄປ ປະເທດຫວຽດນາມ ຂຶ້ນຢູ່ກັບສັນຍາສໍາປະທານ ລະຫວ່າງ 2 ປະເທດ ຈະຕົກລົງກັນ ບໍ່ໄດ້ກໍານົດວ່າ ແຕ່ລະປີ ຈະສົ່ງຖ່ານຫີນໄດ້ ປະລິມານ ຫລາຍນ້ອຍເທົ່າໃດ. ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ເວົ້າເລື້ອງການສົ່ງອອກຖ່ານຫີນເນາະ ກະຫລັກໆ ຕ້ອງເບິ່ງສັນຍາ ຂຸດຄົ້ນຫັ້ນກ່ອນເນາະວ່າ ແຕ່ລະປີຫັ້ນ ເຮົາຕ້ອງຕາມທີ່ມີໃນສັນຍາຫັ້ນ ເພິ່ນລະບຸແນວໃດ ສົ່ງໄປໄດ້ຕະຫລອດ ກະສາມາດເຮັດໄດ້ ຫລືວ່າ ອາດຈະສົ່ງຕາມຈໍານວນທີ່ກໍານົດ ມັນຂຶ້ນນໍາວ່າສັນຍາແນວໃດ.”
ການສົ່ງອອກຖ່ານຫີນ ຜ່ານດ່ານສາກົນ ລະໄລ ແຂວງສາລະວັນ ແຕ່ຕົ້ນປີ 2024 ມາຮອດປັດຈຸບັນ ໄດ້ປະມານ 1 ລ້ານກວ່າຕັນ, ສະເພາະໃນ 6 ເດືອນຕົ້ນປີ 2024 ມີຈໍານວນ ລົດຂົນສົ່ງຖ່ານຫີນ ອອກໄປປະເທດຫວຽດນາມແລ້ວ 17,300 ຄັນ ສະເລັ່ຍ 150-200 ຄັນຕໍ່ມື້. ອີງຕາມລາຍງານຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ໃນມື້ວັນທີ 20 ມີຖຸນາ 2024 ນີ້.
ຂະນະທີ່ ເຈົ້າໜ້າທີ່ ຜະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ກ່າວວ່າ ໂຄງການຂຸດຄົ້ນຖ່ານຫີນ ຂອງບັນດາ ບໍລິສັດ ຕ່າງໆ ຖືວ່າ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໜັກສົມຄວນ ທັງປ່າໄມ້ ແລະ ສັດປ່າ ຖືກທໍາລາຍ ແລະໂຍກຍ້າຍຖິ່ນຖານ ອອກໄປຢູ່ອາໄສເຂດອື່ນໆ ແຕ່ລາຍລະອຽດຂອງຜົນກະທົບ ຈະຫລາຍ-ໜ້ອຍແນວໃດ ບັນດາບໍລິສັດຜູ້ລົງທຶນ ກະບໍ່ໄດ້ເປີດເຜີຍ ໃຫ້ເຈົ້າໜ້າທີ່ທ້ອງຖິ່ນຮັບຊາບ ນໍາດ້ວຍ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນຊິເວົ້າເລື້ອງກະທົບນີ້ ຊິກະທົບ ເພາະວ່າ ສັດປ່າ ທໍາມະຊາດ ອື່ນໆນີ້ ຂຸດຄົ້ນນີ້ມັນຢູ່ໃນພູນ່າ ບົດລາຍງານ ເຂົາກະມີລະອຽດຢູ່ດອກ ບ່ອນສຶກສາເຂົາຫັ້ນ.”
ສ່ວນປະຊາຊົນລາວ ໃນແຂວງເຊກອງ ກ່າວວ່າ ໂຄງການຂຸດຄົ້ນຖ່ານຫີນ ຖືວ່າ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໜັກສົມຄວນ ເພາະເປັນການທໍາລາຍປ່າໄມ້, ສັດປ່າ ເປັນຈໍານວນຫລາຍ ແລະ ຍັງເຮັດໃຫ້ ສະພາບເສັ້ນທາງ ໃນເຂດຊົນນະບົດ ແລະ ເສັ້ນທາງຫລວງ ໄດ້ຮັບການເສັຍຫາຍ ໄປ-ມາ ຫຍຸ້ງຍາກ. ດັ່ງ ປະຊາຊົນລາວ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບັນຫາຕົວນີ້ ຍັງຄິດຢູ່ວ່າ ຊິແກ້ໄຂຈັ່ງໃດ ເພິ່ນມີແຕ່ຂະຫຍາຍ ເອົາກ້ວາງໝົດນ່າ ຫລາຍ ຫລາຍ ເຮັກຕ້າ ແມ່ນກັງວົນ ກັງວົນແທ້ ວ່າເລື້ອງສະພາບແວດລ້ອມຫັ້ນແຫລະ.”
ປັດຈຸບັນ ໂຄງການຂຸດຄົ້ນຖ່ານຫີນ ຂອງກຸ່ມບໍລິສັດ ພອນສັກ ໄດ້ຮັບສໍາປະທານ ເນື້ອທີ່ຈາກ ລັດຖະບານລາວ ຈໍານວນ 77,000 ເຮັກຕ້າ ເລີ່ມສໍາລວດ ແລະ ຂຸດຄົ້ນມາແຕ່ປີ 2015 ໂດຍພົບປະລິມານຖ່ານກິນ ສະສົມ 640 ລ້ານຕັນ ປັດຈຸບັນ ກຸ່ມບໍລິສັດ ພອນສັກ ສົ່ງອອກຖ່ານຫີນ ໄປປະເທດຫວຽດນາມທັງໝົດ.
ນອກຈາກການສົ່ງອອກຖ່ານຫີນແລ້ວ ແຂວງເຊກອງ ຍັງມີເປົ້າໝາຍ ທີ່ຈະພັດທະນາ ໂຄງການໄຟຟ້າພະລັງງານ ຄວາມຮ້ອນຈາກຖ່ານຫີນ ອີກ 3 ໂຄງການ ປະກອບມີ:
- ໂຄງການໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນ ເມືອງກະລຶມ ຂະໜາດ 1,800 ເມກະວັດ ໂດຍກຸ່ມບໍລິສັດ ພອນສັກ ຄາດວ່າຈະຜະລິດໄຟຟ້າສົ່ງໄປຂາຍໃຫ້ກຳປູເຈຍ.
- ໂຄງການໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນ ເມືອງລະນາມ ຂະໜາດ 700 ເມກະວັດ ໂດຍບໍລິສັດTSBP Sekong Power and Mineral ຄາດວ່າຈະຜະລິດໄຟຟ້າ ສົ່ງໄປຂາຍໃຫ້ກຳປູເຈຍ.
- ໂຄງການໄຟຟ້າພະລັງງານ ຄວາມຮ້ອນຖ່ານຫີນ ເມືອງດາກຈຶງ ຂະໜນາດ 1,000 ເມກະວັດ ໂດຍບໍລິສັດKhounmixay Bridge and Road Construction and Repair Company ຂອງຄົນລາວ ຮ່ວມທຶນກັບບໍລິສັດ Evolution Power Investment Corporation ປະເທດສິງກະໂປ ຄາດວ່າຈະຜະລິດໄຟຟ້າ ສົ່ງໄປຂາຍໃຫ້ ກຳປູເຈຍ ແລະ ຫວຽດນາມ.