UNESCO ຍັງກັງວົນ ເຂື່ອນຫຼວງພຣະບາງ ກະທົບມໍລະດົກໂລກ

ພອນ ພູມມີທອນ
2024.07.10
UNESCO ຍັງກັງວົນ ເຂື່ອນຫຼວງພຣະບາງ ກະທົບມໍລະດົກໂລກ ເຮືອນທ່ອງທ່ຽວ ບໍລິເວນຖ້ຳຕິ່ງ ກອງເຂື່ອນຫຼວງພຣະບາງ, ເດືອນກຸມພາ 2020.
RFA

ທາງການລາວ ຈັດກອງປະຊຸມຫາລື ວຽກງານການປົກປັກຮັກສາ, ອະນຸຮັກມໍລະດົກໂລກ ຫລວງພຣະບາງ ແລະ ປະເມີນຜົນກະທົບ ທີ່ອາດເກີດຂຶ້ນຕໍ່ມໍລະດົກໂລກ ພ້ອມທັງ ວິທີແກ້ໄຂ ຂອງໂຄງການເຂື່ອນໄຟຟ້າຫລວງພຣະບາງ ໃນມື້ວັນທີ 4 ກໍລະກົດ 2024 ທີ່ຜ່ານມາ ເພື່ອສືບຕໍ່ວຽກງານອະນຸຮັກ ມໍລະດົກໂລກຂອງປະເທດລາວ ໃຫ້ຄົງຄຸນຄ່າ ແລະຍືນຍົງ ໃນອະນາຄົດ. 

ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ຜະແນກມໍລະດົກໂລກ ແຂວງຫລວງພຣະບາງ ກ່າວວ່າ ສໍາລັບຂໍ້ກັງວົນຂອງອົງການ UNESCO ທີ່ຂ້ອນຂ້າງຈະມີຂໍ້ກັງວົນ ໃນຫລາຍບັນຫາ ກ່ຽວກັບໂຄງການດັ່ງກ່າວນີ້ ປັດຈຸບັນ ອົງການ UNESCO ໄດ້ຮັບຮອງແລ້ວ ແຕ່ການຮັບຮອງ ກະຍັງຕ້ອງຕິດຕາມທຸກໄລຍະ ເພື່ອສ້າງຄວາມໝັ້ນໃຈວ່າ ໃນການກໍ່ສ້າງ ໂຄງການເຂື່ອນໄຟຟ້າຫລວງພຣະບາງ ຈະປະຕິບັດໄປຕາມແນວທາງ ຂອງທາງການລາວ ແລະ ອົງການ UNESCO ກໍານົດໄວ້. 

ດັ່ງ ເຈົ້າໜ້າທີ່ຜະແນກ ມໍລະດົກໂລກ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 10 ກໍລະກົດ ນີ້ວ່າ

ໂດຍລວມແລ້ວກະ ບໍ່ເຖິງຂັ້ນວ່າ ນ່າເປັນຫ່ວງດອກ ທາງຊ່ຽວຊານສາກົນ ເພິ່ນກະໄດ້ມີການກວດກາຄືນ ບັນດາຂໍ້ມູນຕ່າງໆ ບົດປະເມີນຕ່າໆ ແລ້ວກະຖືວ່າ ຢູ່ໃນຂັ້ນຮັບຮອງແລ້ວ, ເຂື່ອນໄຟຟ້າ ນ້ໍາຂອງຫັ້ນ ກະດໍາເນີນໄປຕາມ HIA ແລະ EIA ທີ່ໄດ້ເຮັດ ສົ່ງສູນມໍລະດົກໂລກ ຫັ້ນເນາະ ເພິ່ນວ່າແນວນັ້ນ ກະສແດງວ່າຮັບຮອງແລ້ວ ເວລາຈັດຕັ້ງປະຕິບັດຕົວຈິງ ກັບຕົວຢູ່ໃນ ທິດສະດີ ທີ່ເຈົ້າຂຽນໄປຫັ້ນມັນ ມັນຊິເຮັດໄດ້ແນວໃດນັ້ນ ມັນຢູ່ອີກຂັ້ນຕອນໜຶ່ງ ຕົວນີ້.

ທ່ານກ່າວຕື່ມອີກວ່າ ສໍາລັບ ຂໍ້ກັງວົນຂອງອົງການ UNESCO ທີ່ເປັນກັງວົນໃນຫລາຍບັນຫາ ກ່ຽວກັບການພັດທະນາ ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ກະມີເລື້ອງຂອງ ສະພາບແວດລ້ອມ ຂອງເມືອງມໍລະດົກໂລກ, ທີວທັດ, ວິຖີຊີວິດຂອງຄົນ ໃນເມືອງມໍລະດົກໂລກ ແລະ ວັດທະນະທຳ ຈະຄ່ອຍໆ ສູນຫາຍໄປ.

ນອກຈາກນີ້ ຍັງກະທົບຕໍ່ ການທ່ອງທ່ຽວ, ການເດີນເຮືອ, ການປະມົງ-ຫາປາ ແລະ ການພັງທະລາຍຂອງດິນ ຢູ່ແຄມແມ່ນ້ໍາຂອງ ຫາກບໍ່ໄດ້ຮັບການປົກປັກຮັກສາ ແລະ ເອົາໃຈໃສ່ຢ່າງເປັນຮູບປະທໍາ ເຊິງທາງໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ກະຢັ້ງຍືນວ່າ ຈະປະຕິບັດຕາມຄໍາແນະນໍາ ຂອງທາງການລາວ ແລະ ອົງການ UNESCO ຢ່າງເຂັ້ມງວດທີ່ສຸດ ເພື່ອບໍ່ໃຫ້ເກີດຜົນກະທົບຂຶ້ນ ທັງທາງກົງ ແລະ ທາງອ້ອມ.

ທາງດ້ານ ເຈົ້າໜ້າທີ່ມໍລະດົກໂລກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ ເມື່ອອົງການ UNESCO  ຮັບຮອງ ຜົນການສືກສາ ບົດປະເມີນຜົນກະທົບ ຕໍ່ມໍລະດົກໂລກ ຫລື Heritage Impacts Assessment (HIA) ຈາກທາງການລາວໄປແລ້ວ ແຕ່ບໍ່ໝາຍຄວາມວ່າ ອົງການ UNESCO ຈະໝົດຄວາມກັງວົນໃຈ ຕໍ່ຜົນກະທົບ ທີ່ອາດເກີດຂຶ້ນຕໍ່ ມໍລະດົກໂລກຫລວງພຣະບາງ ໃນອະນາຄົດ.

ສະນັ້ນແລ້ວ ສິ່ງທີ່ທາງການລາວ ຕ້ອງປະຕິບັດຢ່າງເຂັ້ມງວດ ກະຄືວ່າ ທາງການລາວ ຕ້ອງສ້າງຄວາມເຊື່ອໝັ້ນໃຫ້ໄດ້ວ່າ ໂຄງການເຂື່ອນໄຟຟ້າຫລວງພຣະບາງ ແລະ ການພັດທະນາອື່ນໆ ໃນເມືອງມໍລະດົກໂລກ ຈະບໍ່ສົ່ງຜົນກະທົບ ຕໍ່ຊັບສິນມໍລະດົກໂລກ ຫລື ເມື່ອເກີດຜົນກະທົບ ຂຶ້ນແລ້ວ ທາງການລາວ ມີຄວາມພ້ອມທີ່ຈະຮັບມື ແລະ ວິທີ່ແກ້ໄຂ ກັບຜົນກະທົບນັ້ນແນວໃດ ແລະຕ້ອງດໍາເນີນໄປ ຢ່າງມີປະສິດທິພາບ ສູງສຸດນໍາດ້ວຍ. 

ເຖິງແນວໃດກະຕາມ ມາເບິ່ງສະພາບການຈັດຕັ້ງ ປະຕິບັດຕົວຈິງແລ້ວ ທັງເລື້ອງການປົກປັກຮັກສາ, ອະນຸຮັກ ມໍລະດົກໂລກຫລວງພຣະບາງ ແລະ ປະເມີນຜົນກະທົບ ທີ່ອາດເກີດຂຶ້ນຕໍ່ມໍລະດົກໂລກ ຂອງໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ເຫັນວ່າ ຍັງບໍ່ທັນມີວິທີແກ້ໄຂຜົນກະທົບ ຢ່າງຈະແຈ້ງ ແລະ ມີປະສິດທິພາບເທົ່າທີ່ຄວນ ຫລາຍພາກສ່ວນທີ່ກ່ຽວຂ້ອງ ຂອງຝ່າຍລາວ ຍັງບໍ່ທັນມີການປະສານວຽກງານກັນ ໄດ້ດີປານໃດ ບວກກັບ ເຈົ້າໜ້າທີ່ທາງການລາວຫລາຍຄົນ ບໍ່ມີຄວາມເຂົ້າໃຈ ກ່ຽວກັບ ການປົກປັກຮັກສາ, ອະນຸຮັກ ມໍລະດົກໂລກ.

ດັ່ງ ເຈົ້າໜ້າທີ່ ກົມມໍລະດົກໂລກ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ບັນຫາຫລັກໆ ເຮົາເຮັດໄປແລ້ວແຫລະ ຂະເຈົ້າ (ຍູເນສໂກ) ມາທັກທ້ວງນໍາຫລັງຫັ້ນນ່າ ຄອດຄຸ້ມຄອງບາດນີ້ ກັບຄອດອະນຸຮັກຫັ້ນ ຕ້ອງມີການປະສານກັນລະອຽດ ເຮົາພັນາຕົວນີ້ ມັນມີຜົນກະທົບຫຍັງຕໍ່ ມໍລະດົກຂອງເຮົາ ຜົນບວກແນວໃດ-ຜົນລົບແນວໃດ ບໍ່ໃຫ້ມີຜົນກະທົບກັບປະຊາຊົນເນາະ ບັນຫາໜຶ່ງ ບັນຫາສອງ ຕ້ອງໃຫ້ທັດສະນີນະພາບຂອງມັນໃຫ້ຍືນຍງ ເພື່ອຄົນຮຸ້ນຫລັງ ມັນຕ້ອງເບິ່ງລັກສະນະແນວນັ້ນ ແຕ່ວ່າ ມາເບິ່ງຕົວຈິງແລ້ວ ການພັນາຫັ້ນ ມັນຢາກໄວໂພດ ຍ້ອນວ່າ ໄປນໍາຂະບວນການ ຫັ້ນແຫລະ. 

ນອກຈາກນີ້ ເມືອງມໍລະດົກໂລກຫລວງພຣະບາງ ຍັງພະເຊີນກັບການປ່ຽນແປງ ທາງດ້ານການພັດທະນາ ຮູບແບບອາຄານ, ການສ້ອມແປງຕຶກອາຄານ ຂອງຫົວໜ້າ ທຸລະກິດຕ່າງໆ ທີ່ມີການຕໍ່ເດີມ, ດັດແປງໂດຍບໍ່ແຈ້ງຕໍ່ຜະແນກ ມໍລະດົກໂລກ ເພາະການສ້າງ, ການສ້ອມແປງ ຈະຕ້ອງເຮັດໃຫ້ໂຄງສ້າງຂອງອາຄານ ຄົງສະພາບຮູບແບບເດີມ ແລະຫ້າມຕໍ່ເຕີມ ດັດແປງ ຈົນເຮັດໃຫ້ຮູບແບບ ອາຄານເກີດການຜິດພ້ຽນໄປ ຈາກເດີມ. 

ຂະນະທີ່ປະຊາຊົນລາວ ທ່ານໜຶ່ງ ຢູ່ເມືອງມໍລະດົກໂລກ ຫລວງພຣະບາງ ແຂວງຫລວງພຣະບາງ ກ່າວວ່າ ຫາກເປັນປະຊາຊົນລາວ ທີ່ອາສັຍຢູ່ເມືອງມໍລະດົກໂລກ ຫລວງພຣະບາງ, ສ່ວນຫລາຍ ກະບໍ່ຕ້ອງການທີ່ຈະເຫັນການພັດທະນາ ໂຄງການເຂື່ອນໄຟຟ້າຫລວງພຣະບາງ ເຊິ່ງເປັນໂຄງການພັດທະນາຂະນາດໃຫຍ່ ທີ່ມີຄວາມສ່ຽງຕໍ່ສິ່ງແວດລ້ອມ -ສັງຄົມພາຍໃນເມືອງ ໂດຍສະເພາະເລື້ອງຂອງຄວາມປອດໄພ. ດັ່ງ ປະຊາຊົນລາວທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ທີ່ຈິງ ເລື້ອງສ້າງເຂື່ອນ ສ່ວນຫລາຍປະຊາຊົນ ຂະເຈົ້າກະບໍ່ເຫັນດີຫັ້ນແຫລະ ເພາະວ່າ ມັນເວົ້າເລື້ອງຄວາມປອດໄພ ເນາະ ສ່ວນຫລາຍນີ້ ມັນກໍຢູ່ມໍ່ຕົວເມືອງແດ່ ຄັນວ່າສ້າງຢູ່ຖໍ້າຕິງເດ້ ບໍ່ມີຜູ້ເຫັນດີດອກ ຄັນວ່າຄົນຫລວງພຣະບາງແທ້ໆໄດ໋.”  

ປະຊາຊົນລາວທ່ານໜຶ່ງ ຢູ່ເມືອງມໍລະດົກໂລກຫລວງພຣະບາງ ແຂວງຫລວງພຣະບາງ ແລະ ມີອາຊີບຂັບເຮືອທ່ອງທ່ຽວ ກ່າວວ່າ ກະຂ້ອນຂ້າງເປັນກັງວົນຫລາຍສົມຄວນ ສໍາລັບ ການພັດທະນາ ໂຄງການເຂື່ອນໄຟຟ້າຫລວງພຣະບາງ ທີ່ສ້າງກັ້ນແມ່ນ້ໍາຂອງ ເພາະມື້ໃດກະຕາມທີ່ໂຄງການດັ່ງກ່າວ ສ້າງສໍາເລັດ ແລະ ມີການຕັນນ້ຳກະຈະເຮັດໃຫ້ ການສົ່ງສິນຄ້າ, ການເດີນເຮືອທ່ອງທ່ຽວ ໄດ້ຮັບຜົນກະທົບ ແລະ ມີຄວາມຫຍຸ້ງຍາກຫລາຍສົມຄວນ, ສ່ວນວິທີແກ້ໄຂບັນຫາ ກະຍັງບໍ່ທັນຮັບຊາບ ຈົນຮອດດຽວນີ້.

ດັ່ງ ປະຊາຊົນລາວທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມັນໆ ກະຫັກມີສ່ວນກະທົບຢູ່ຫລາຍຢ່າງ ຕັນເຂື່ອນ ຂະເຈົ້າກະມີວິທີ ມີປະຕູປ່ອຍຂື້ນ ໃຫ້ຂຶ້ນໃຫ້ລົງໄດ້ ແຕ່ວ່າ ມັນຈະໃຊ້ເວລາຢູ່ປະມານຊົ່ວໂມງໜຶ່ງ ເພິ່ນຍັງບໍ່ທັນຕົກລົງລາຍລະອຽດ ວ່າເພິ່ນຊິເຮັດວິທີໃດ ຄັນຖ້າເພິ່ນສ້າງທ່າເຮືອໄວ້ໜ້າເຂື່ອນໃຫ້ເຮົາແດ່ ກະສະດວກຫລາຍກໍ້. 

ສ່ວນປະຊາຊົນລາວ ອີກທ່ານໜຶ່ງ ຢູ່ເມືອງມໍລະດົກໂລກຫລວງພຣະບາງ ແຂວງຫລວງພຣະບາງ ກ່າວວ່າ ຕອນນີ້ ຍັງບໍ່ທັນເຫັນການປ່ຽນແປງ ຫລື ຜົນກະທົບທີ່ເກີດຂຶ້ນ ຈາກການພັດທະນາໂຄງການເຂື່ອນໄຟຟ້າຫລວງພຣະບາງ, ວິຖີຊີວິດຂອງປະຊາຊົນລາວ ໃນເມືອງມໍລະດົກໂລກ ເຊັ່ນ ການເດີນເຮືອ, ການຫາປາ ແລະ ການທ່ອງທ່ຽວ ຍັງບໍ່ທັນປ່ຽນແປງ ຫຍັງເທື່ອ.  

ສ່ວນໃນອະນາຄົດຕໍ່ໜ້າ ມໍລະດົກໂລກຫລວງພຣະບາງ ຈະຖືກປົກປັກຮັກສາ, ອະນຸຮັກ ມໍລະດົກໂລກໃຫ້ຄົງຄຸນຄ່າ ແລະ ຍືນຍົງສືບໄປ ຫລື ຈະພັດທະນາເມືອງ ໃຫ້ເກີດຄວາມຈະເລີນຮຸ່ງເຮືອງ ກໍຂຶ້ນຢູ່ກັບນະໂຍບາຍ ຂອງທາງການລາວ. ດັ່ງ ປະຊາຊົນລາວທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ເອເຮົາ ຢູ່ທາງກ້ອງແທ້ ກະບໍ່ມີບັນຫາຫຍັງ ແຂກມາກະທ່ຽວ ທ່ຽວຕະຫລອດ ເຂົາກະມາທຸກມື້ໆ ສິ່ງແວດລ້ອມກະບໍ່ມີບັນຫາຫຍັງ ເພາະວ່າ ສະພາບມັນກະຍັງຄືເກົ່າ. ອໍ! ເອົາແຕ່ເພິ່ນວ່າແລ້ວເນາະ ທາງພັກ ທາງລັດ ເພິ່ນເວົ້າເນາະ ພໍ່ແມ່ປະຊາຊົນເຮົາແທ້ ກະບໍ່ມີບັນຫາຫຍັງແຫລະ ຊິເຮັດແນວໃດ ເພິ່ນກະວ່າຢູ່ ໃຕ້ການນໍາຂອງເຂົາເດ້ ແນວໃດຊິດີ ຊິຮຸ່ງເຮືອງ ເຮົາກະຕ້ອງໄດ້ປັບປຸງ ກໍ່ສ້າງເນາະ. 

ສໍາລັບ ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ຈະມີຊາວບ້ານ ຈໍານວນ 23 ບ້ານ ມີ 2,133 ຄອບຄົວ ໄດ້ຮັບຜົນກະທົບ ຖືກໂຍກຍ້າຍ ແລະ ສູນເສັຍທີ່ດິນ ທໍາການກະເສດ ປະກອບມີ ເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງ ໄຊຍະບູລີ, ແລະເມືອງງາ ແຂວງອຸດົມໄຊ ໂດຍບ້ານຖືກຜົນກະທົບທັງໝົດ ແມ່ນຢູ່ໜ້າເຂື່ອນ ບໍ່ໄດ້ຢູ່ຂອບເຂດເມືອງມໍລະດົກໂລກ ຫລວງພຣະບາງ.

ໂຄງການເຂື່ອນໄຟຟ້າຫລວງພຣະບາງ ມີກໍາລັງຕິດຕັ້ງ 1,460 ເມກາວັດ ຕັ້ງຢູ່ບ້ານຫ້ວຍຍໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ ແລະ ຫ່າງຈາກເມືອງມໍລະດົກໂລກ ຫລວງພຣະບາງ ປະມານ 25 ກິໂລແມັດ. ເລີ້ມກໍ່ສ້າງຢ່າງເປັນທາງການແລ້ວ ຫລັງຈາກໄທ ເຊັນສັນຍາຊື້ຂາຍໄຟຟ້າ ເມື່ອເດືອນ ພະຈິກ ປີ 2022 ທີ່ຜ່ານມາ. ໂດຍມີສັນຍາ ດໍາເນີນງານກໍ່ສ້າງ ລະຫວ່າງ ວັນທີ 1 ມີຖຸນາ 2023 ໄປຈົນເຖິງວັນທີ 1 ມັງກອນ 2028. 

ໂຄງການດັ່ງກ່າວ ເປັນການຮ່ວມທຶນກັນ ຈັດຕັ້ງບໍລິສັດ ຫລວງພຣະບາງພາວເວີຣ໌ຈໍາກັດ ຫລື LPBP, ໂດຍມີບໍລິສັດ ຖືຫຸ້ນໃນໂຄງການ ປະກອບມີ ບໍລິສັດ ພີທີ ຈໍາກັດ 38%, ບໍລິສັດ Petro Vietnam Power 10%, ບໍລິສັດ ໄຊຍະບູລີ ພາວເວີຣ໌ 42% ແລະ ບໍລິສັດ ຊ.ການຊ່າງ 10%, ໂດຍມີມູນຄ່າລົງທຶນ 3,000 ລ້ານໂດລ້າສະຫະລັດ ສ່ວນໄຟຟ້າທີ່ຜລິດຈາກໂຄງການດັ່ງກ່າວ ຈະສົ່ງຂາຍໃຫ້ກັບປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.