ບຸນຊ່ວງເຮືອຫຼວງພຣະບາງ ປີນີ້ ບໍ່ມີ

ສຸພັດຕາ
2020.08.17
F-Boat-racing ພາບບັນຍາກາດ ບູນຊ່ວງເຮືອ ທີ່ ຍື່ງຄານ ປີ 2019
ນັກຂ່າວພົລເມືອງ

ທາງການແຂວງຫຼວງພຣະບາງ ສັ່ງໂຈະກິຈກັມ ການແຂ່ງຂັນບຸນຊ່ວງເຮືອ ເຊິ່ງເປັນງານປະຈໍາປີ ບຸນເດືອນ 9, ເພື່ອປ້ອງກັນການຣະບາດ ຊໍ້າ ຂອງເຊື້ອໄວຣັສໂຄວິດ-19, ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ສິງຫາ ນີ້ວ່າ:

“ເພິ່ນບໍ່ໃຫ້ມີການຈັດຊ່ວງເຮືອ ມີເຮືອ 2 ຄູ່ ໄປຄອບສນາມ ທີ່ ຄອບເຈົ້າບ່ອນເຈົ້າທີ່ ແລ້ວໆລະກໍໝົດແລ້ວ ກໍເຮັດແລ້ວ ບໍ່ໃຫ້ມີການຊ່ວງ ເຮືອ ນາຍົກຣັຖມົນຕຣີ ເພິ່ນສັ່ງມາບໍ່ໃຫ້ເຮັດ ບໍ່ໃຫ້ມີການຊຸມນຸມ ຫຼາຍບ່ອນຫຼາຍຄົນ ເພາະວ່່າໃນຫຼວງພຣະບາງ ເຄີຍມີມາແລ້ວ 2 ຄົນ.”

ທ່ານກ່າວຕື່ມວ່າ ບຸນເດືອນ 9 ປີນີ້ ຈະບໍ່ມີການແຂ່ງຂັນຊ່ວງເຮືອ ເນື່ອງຈາກຍັງມີຄວາມສ່ຽງສູງ ທີ່ໄວຣັສໂຄວິດ-19 ຈະກັບມາຣະບາດ ອີກຮອບໃໝ່, ແຕ່ທາງການ ກໍມີພິທີທາງສາສນາ ໃສ່ບາດ ແລະ ຟັງເທດ.

ໃນຂນະດຽວກັນ ພະນັກງານໂຮງແຮມແຫ່ງນຶ່ງ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບຸນຊ່ວງເຮືອໃນປີ ຜ່ານມາ ຖືວ່າເປັນບຸນຍິ່ງໃຫຍ່ ປະຈໍາປີ ມີກິຈກັມ ແຕ່ເຊົ້າຮອດແລງ ມີຊາວບ້ານໃນແຂວງ ແລະ ຕ່າງແຂວງ ເດີນທາງມາທ່ຽວຫຼາຍ ສິບພັນຄົນ ເພື່ອຊົມການແຂ່ງຂັນຊ່ວງເຮືອ.

ສໍາລັບປີນີ້ ທາງການແຈ້ງວ່າ ສັ່ງໂຈະການແຂ່ງຂັນຊ່ວງເຮືອ ເຫຼືອແຕ່ພິທີທາງສາສນາ ກໍເຮັດໃຫ້ນັກທ່ອງທ່ຽວຫຼຸດລົງຫຼາຍເພາະບໍ່ມີຍອດ ຈອງຫ້ອງພັກເຂົ້າມາເລີຍ ຍ້ອນບໍ່ມີການແຂ່ງ ຊ່ວງເຮືອ ແລະຍັງກັງວົນເຣື່ອງໄວຣັສໂຄວິດ-19 ຢູ່:

“ເປັນແບບທີ່ວ່າ ເປັນງານນ້ອຍໆມີພຽງເຮືອ 4 ລໍາແຂ່ງຕາມຮີດຄອງປະເພນີ ເທົ່ານັ້ນເນາະບໍ່ມີງານໃຫຍ່ຄືແຕ່ກ່ອນ ແຕ່ກ່ອນຫັ້ນມາແຂ່ງ ເຮືອກໍປະມານ 45 ລໍາ ແລ້ວກໍມີງານ ຍິ່ງໃຫຍ່ ໝົດມື້ເລີຍ ຂ້ອຍບໍ່ຮູ້ວ່າຈະມີຄົນມາງານ ຫຼາຍຂນາດໃດ ແຕ່ວ່າ ກໍອາຈບໍ່ຄ່ອຍຫຼາຍ ເພາະວ່າເຂົາປະກາດໄປແລ້ວ.”

ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປົກກະຕິ ໃນງານບຸນຊ່ວງເຮືອຈະມີນັກ ທ່ອງທ່ຽວ ເປັນຈໍານວນຫຼາຍ ຮ້ານເຮົາກໍມີ ລູກຄ້າຫຼາຍໄປນໍາ, ແຕ່ປີນີ້ ພໍຮູ້ວ່າຈະບໍ່ຈັດງານໃຫຍ່ ຄືປີຜ່ານມາ ກໍເສັຍດາຍ ເພາະຄາດຫວັງ ວ່າຈະມີລູກຄ້າ ມາທ່ຽວໃນຊ່ວງນີ້ ພໍຈະມີຣາຍໄດ້ເພີ້ມຕື່ມ, ດັ່ງທ່ານກ່າວວ່າ:

“ຮູ້ເຣື່ອງແລ້ວ ກໍເສັຍດາຍຢູ່ ເພາະປີກ່ອນເຂົາຈັດງານໃຫຍ່ ຄົນມາທ່ຽວຫຼາຍ ຮ້ານເຮົາຄົນກໍຫຼາຍ ໄປນໍາໄປ ແຕ່ປີນີ້ ຄົງບໍ່ຫຼາຍເທົ່າປີກ່ອນ.”

ຕໍ່ກັບແຈ້ງການດັ່ງກ່າວນີ້ ຊາວນະຄອນຫຼວງພຣະບາາງ ກໍເຂົ້າໃຈສະຖານະການດີ ເຖິງຄວາມສ່ຽງ ທີ່ເຊື້ອໄວຣັສໂຄວິດ-19 ຈະຣະບາດຊໍ້າ ອີກເຖິງຈະບໍ່ມີການແຂ່ງຂັນ ຊ່ວງເຮືອ ແຕ່ການໄປຮ່ວມພິທີ ທາງສາສນາ  ກໍມີຄວາມສ່ຽງຄືກັນ.

ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ຈໍານວນ 22 ຄົນ, ປິ່ນປົວເຊົາແລ້ວ 19 ຄົນ ແລະຍັງປິ່ນປົວ ຢູ່ໂຮງໝໍ ມິຕພາບ 3 ຄົນ ແລະຍັງສືບຕໍ່ ປະຕິບັດມາຕການ ຄວບຄຸມ ແລະປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ຢ່າງເຂັ້ມງວດ ໂດຍສະເພາະບໍຣິເວນ ດ່ານຊາຍແດນໃນທົ່ວປະເທດ.

ນອກຈາກນີ້ຣັຖບານລາວ ຍັງເຂັ້ມງວດໃນມາຕການເຝົ້າຣະວັງ ການຣະບາດຂອງເຊື້ອໄວຣັສໂຄວິດ-19 ເປັນຕົ້ນຫ້າມຮ້ານສະຖານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ເປີດໃຫ້ບໍຣິການຢ່າງເດັດຂາດ ຫາກຣະເມີດຈະປັບໃໝ ແລະ ຖອນໃບອະນຸຍາດ ຮວມເຖິງໃຫ້ຂັ້ນ ເມືອງ ແລະ ແຂວງ ເຜີຍຄວາມອັນຕະລາຍ ແລະ ຄວາມສ່ຽງກ່ຽວກັບເຊື້ອໄວຣັສ ໂຄວິດ-19 ໃຫ້ກັບຊາວບ້ານ ໃນທົ່ວປະເທດນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.