ຊ່ວງເຮືອທ່າວັດຈັນປີນີ້ ຈະບໍ່ ອະລັງການ

ມະນີຈັນ
2020.09.29
f-boat-lp ພາບບັນຍາກາດ ບູນຊ່ວງເຮືອ ທີ່ ຍື່ງຄານ ປີ 2019
ນັກຂ່າວພົລເມືອງ

ບຸນຊ່ວງເຮືອ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປີນີ້ ຈະບໍ່ຈັດໃຫຍ່ ຄືທີ່ຜ່ານມາ ຈະບໍ່ມີເຮືອຊ່ວງປະເພນີລໍາໃຫຍ່ 40-50 ສີພາຍ ຈະມີແຕ່ເຮືອນ້ອຍ 12 ສີພາຍ 12 ລໍາ, ງານສິລປະ ບໍ່ມີຫຼາຍ ແລະຫລຸດຈໍານວນມື້ຈັດງານ ຈາກ 5 ມື້ ເຫລືອພຽງ 3 ມື້.

ທັງນີ້ກໍຍ້ອນພາກສ່ວນທີ່ກ່ຽວຂ້ອງ ບໍ່ມີງົບປະມານ ຈັດ ແລະເພື່ອປ້ອງກັນ ການຊຸມນຸມ ທີ່ຈະສ່ຽງຕໍ່ການແຜ່ຣະບາດ ຂອງ ເຊື້ອພຍາດ ໂຄວິດ-19, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ຕໍ່ RFA ໃນມື້ວັນທີ 29 ກັນຍາ ນີ້:

“ເຮືອປະເພນີນີ໋ ເຮົາບໍ່ເອົາ ເອົາແຕ່ເຮືອ 12 ສີພາຍ ເຮັດຕາມຮີດຊື່ໆ ມີ 12 ລໍາ. ມື້ເຊົ້ານີ້ປະຊຸມກັນແລ້ວ ອະນຸກັມການຂອງພວກເຮົາ. ໜ້ອຍແທ້ ໜ້ອຍ ປີກາຍນີ໋ ເຮົາເອົາ 5 ປີນີ໋ 3 ຊ່ວງ. ແຕ່ສິລປະເພິ່ນຍັງ ຕັດອອກ ບໍ່ມີງົບນະ, ມັນກໍຍາກນໍາພຍາດຣະບາດໂຄວິດນີ໋ນະ ເຮົາປ້ອງກັນໂຕນີ໋ຫັ້ນ ເພິ່ນໃຫ້ຈັດຕາມຮີດຕາມຄອງ.”  

ທ່ານກ່າວຕື່ມວ່າ ພາຍໃນງານບຸນຊ່ວງເຮືອ ແຕ່ວັນທີ 1 ຫາທີ 3 ຕຸລາ 2020 ຈະບໍ່ມີບຸດໂຊສິນຄ້າ ບໍ່ມີມ້າໝູນ ຊິງຊ້າ slider ແລະ ບໍ່ມີວົງດົນຕຣີໃຫຍ່, ແຕ່ຈະມີການຂາຍເຄື່ອງ ເຂົ້າຫລາມ ປິ້ງໄກ ແລະ ເຄື່ອງຫລີ້ນເດັກນ້ອຍ ຢູ່ສວນ ເຈົ້າອະນຸວົງ.

ແລະກໍອາຈບໍ່ສາມາດຖ່າຍທອດສົດ ງານບຸນຊ່ວງເຮື່ອຜ່ານໂທຣະທັດ ຄືເກົ່າ ເນື່ອງຈາກບໍ່ມີຜູ້ສນັບສນູນ ເຣື່ອງງົບປະມານໃຊ້ຈ່າຍ.

ໃນຂນະດຽວກັນ ຊາວນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ປີນີ້ ຕົນຈະບໍ່ໄປທ່ຽວ ບຸນຊ່ວງເຮືອ ເພາະຕ້ອງ ການຫລີກລ່ຽງ ການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ແຕ່ຈະເບິ່ງ ການຖ່າຍທອດ ການແຂ່ງເຮືອ ແຕ່ລະທີມ ຜ່ານທາງ ໂທຣະທັດລາວ, ມີແຕ່ຈະໄປທໍາບຸນຕັກບາດ ຕອນເຊົ້າ ຢູ່ວັດໃກ້ບ້ານໂຕເອງ ເພື່ອຮ່ວມສລອງບຸນອອກພັນສາ:

“ຍາມມື້ເຊົ້າ ແມ່ນເຮົາໄປຕັກບາດເນາະ ໃສ່ບາດຢູ່ວັດ ບຸນຊ່ວງເຮືອແທ້ໆ ກໍບໍ່ໄດ້ໄປໃສດອກ ເພິ່ນກໍຖ່າຍທອດ ອອກໂທຣະທັດເຮົາກໍເບິ່ງ ໂທຣະທັດເອົາ ກໍເຫັນ ກໍໄດ້ແບບນີ້ນ່າ. ເຮົາເບິ່ງໂທຣະທັສເອົາ ແລ້ວກໍເຮັດອາຫານການກິນ ກັບລູກກັບເຕົ້າຢູ່ເຮືອນ ເຮັດແບບນີ້ກໍຢາກ ຫລີກຢາກຫ່າງໄກຈາກ ພຍາດໂຄວິດ-19 ນີ້ແຫລະ.”  

ແລະ ຊາວນະຄອນຫລວງວຽງຈັນ ອີກຄົນນຶ່ງ ຢູ່ເມືອງສີໂຄດຕະບອງ ຜູ້ຂໍສງວນຊື່ ກໍກ່າວຕໍ່ RFA ໃນມື້ວັນທີ 29 ກັນຍາ ນີ້ວ່າປີນີ້ຈະໄປ ທ່ຽວບຸນ ຊ່ວງເຮືອ ທ່າວັດຈັນ ກັບລູກແລະເມັຽ ເນື່ອງຈາກມັນບໍ່ໄກ, ຈະໄປຊື້ເຄື່ອງກິນ ແລະ ເຄື່ອງໃຊ້ ອຸດໜູນຊາວຄ້າຂາຍ ໃນໄລຍະ ຫຍູ້ງຍາກນີ້. ແລະວ່າ ໂຕເອງ ແລະຄອບຄົວ ກໍຈະປ້ອງກັນໂຕ ໃສ່ຜ້າອັກປາກອັດດັງ ແລະ ເອົາເຈລລ້າງມືສີດຂ້າເຊື້ອ ໄປນໍາ ຖ້າຫາກ ຈັບບາຍສິນຄ້າ ທີ່ວາງຂາຍຢູ່ພາຍໃນງານບຸນ ຊ່ວງເຮືອນັ້ນ:

“ຍ່າງເບິ່ງເຄື່ອງເບິ່ງຫຍັງ ພໍຊື້ເຄື່ອງມາຂາຍອິຫຍັງ ເປັນລັກສນະ ເຮົາຊື້ເຄື່ອງ ຊື້ຂອງ ເບິ່ງເຄື່ອງແບບຊ່ວຍຫັ້ນ ຄັນສິເວົ້າກະດາຍ. ແຕ່ ໂຕນີ້ເຮົາກໍຕ້ອງປ້ອງກັນ ໄວ້ກໍດີແຫລະ ອັດປາກອັດຫຍັງ ໃສ່ເຈລ ໃສ່ຫຍັງ ມາເຮືອນມາຫຍັງ ເວລາເຂົ້າໄປ ເຮົາກໍຕ້ອງໃສ່ເຈລລ້າງມື ລ້າງສະບູ ເຮັດໃຫ້ສະອາດ ເອົາມືໄປຈັບໄປຈ່າຍ ຊື້ເຄື່ອງແລ້ວ ເຮົາໄດ້ມາເຮືອນ ຕ້ອງໄດ້ອະນາມັຍ.”  

ສໍາລັບການຕັ້ງຮ້ານຂາຍເຄື່ອງ ຕ່າງໆຈາກບໍຣິສັດເອກຊົນ ກໍຈະບໍ່ມີຫລາຍ ໃນບຸນຊ່ວງເຮືອ ທ່າວັດຈັນ, ອາຈງຽບເຫງົາ, ນັກທ່ອງທ່ຽວ ຕ່າງປະເທດ ບໍ່ສາມາດເດີນທາງ ເຂົ້າມາໃນ ປະເທດລາວ ຍ້ອນ ຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19, ດັ່ງຊາວຄ້າຂາຍນາງນຶ່ງ ຜູ້ຂໍສງວນຊື່ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

“ປີນີ້ບໍ່ໄດ້ໄປ ຄວາມພ້ອມອິຫຍັງ ຂອງເຮົາອັນນັ້ນອັນນີ້ ກໍເລີຍວ່າ ອອກຫາຕ່າງແຂວງ ຈະຫລາຍກວ່າ ກໍເລີຍວ່າ ອີກຢ່າງມັນຄົນອິຫຍັງ ກໍນ່າຈະບໍ່ຫລາຍ ຈັ່ງຊີ້ນ່າ ຫລາຍບຸດ ກໍບໍ່ເຫັນໄປເດ໋ລະ.”

ອີງຕາມຄໍາເວົ້າຂອງເຈົ້າຂອງຮ້ານອາຫານ ທ່ານນຶ່ງທີ່ບໍ່ປະສົງອອກຊື່ ຕໍ່ RFA ໃນມື້ວັນທີ 29 ກັນຍາ ນີ້, ຮ້ານອາຫານ ຢູ່ເຂດເມືອງ ຈັນທະບູລີ ປັດຈຸບັນ ຣາຍໄດ້ຫລຸດລົງ ຫລາຍຍ້ອນຜົລກະທົບ ຈາກໂຄວິດ -19 ບໍ່ມີນັກທ່ອງທ່ຽວ, ເຮັດໃຫ້ມີການຫລຸດ ຣາຄາລົງ 10-20% ເພື່ອໃຫ້ມີຄົນເຂົ້າຮ້ານ ມີຣາຍໄດ້ພໍຢູ່ໄດ້ໃນໄລຍະນີ້:

“ໂອ໋ຍ ຊ່ວງນີ້ ງຽບເຫງົາຫລາຍເດ໋ ເພາະວ່ານັກທ່ອງທ່ຽວ ບໍ່ມີເລີຍລະ ຫລຸດລົງຈາກເດີມ ຫລາຍ ຫລຸດພຸ້ນລະ 70-80% ພຸ້ນລະ ມີແຕ່ຄົນທີ່ຢູ່ພາຍໃນນີ໋ ກໍອອກໄປກິນອາຫານຄໍ່າ.”  

ເວົ້າເຖິງສະພາບ ນໍ້າໃນແມ່ນໍ້າຂອງ ໃນເຂດທ່າວັດຈັນ ປີນີ້ ເຈົ້າໜ້າທີ່ຜແນກ ຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ນະຄອນຫລວງ ວຽງຈັນ ທ່ານດຽວກັນນີ້ ກ່າວວ່າ ຢູ່ໃນຣະດັບແຂ່ງຂັນເຮືອຊ່ວງ ໄດ້ດີ.

ສໍາລັບມາຕການ ປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ພາຍໃນງານບຸນ ອອກພັນສາ ແລະ ບຸນຊ່ວງເຮືອ ປະຈໍາປີ 2020 ທີ່ທ່າ ວັດຈັນນັ້ນ ຈະມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄປຕັ້ງບ່ອນກວດເຊັກ ອຸນຫະພູມ ຮ່າງກາຍ ແລະ ບໍຣິການ ເຈລລ້າງມື ກ່ອນເຂົ້າໄປ ໃນງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.