ເຣີ່ມງານປະເພນີ ອອກພັນສາ ບຸນໃຫຍ່ປະຈຳປີ
2023.10.27
ຊາວລາວໃນຫຼາຍແຂວງ ເຣີ່ມງັນບຸນຊ່ວງເຮືອ ຫຼື ບຸນອອກພັນສາແລ້ວ ລະຫວ່າງ ວັນທີ 25 -30 ຕຸລາ 2023 ນີ້ ເຊິ່ງແຕ່ລະແຂວງ ກໍຈະມີການງັນບຸນ ແຕກຕ່າງການໄປ ຂຶ້ນກັບປະເພນີ, ວັທນະທັມ ຂອງແຕ່ລະພື້ນທີ່ ໂດຍສະເພາະ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງຈັດເປັນບຸນໃຫຍ່ປະຈໍາປີ ຈະມີການໄຫຼເຮືອໄຟ ແລະແຂ່ງຂັນຊ່ວງເຮືອປະເພນີ.
ພໍ່ຄ້າຄົນນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂາຍອາຫານ ໃນງານບຸນຊ່ວງເຮືອທ່າວັດຈັນປີນີ້ ກ່າວວ່າ ຜ່ານມາ 2 ມື້ແລ້ວ ຄົນລາວກະພາກັນມາມ່ວນ, ມາຍ່າງຫຼີ້ນພາຍໃນງານ ເຮັດໃຫ້ບັນຍາກາດບຸນຊ່ວງເຮືອປີນີ້ ຂ້ອນຂ້າງຄຶກຄື້ນ ໂດຍສະເພາະຍາມແລງ ທີ່ຄົນເລີກການພໍດີ ຈະຄຶກຄື້ນຫຼາຍສົມຄວນ.
ດັ່ງພໍ່ຄ້າຄົນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ຕຸລາ ນີ້ວ່າ:
“ເຣີ່ມງານໄດ້ 2 ມື້ແລ້ວເດ້ ເຮົາກະຂາຍປົກກະຕິ ແມ່ນ ຂາຍດີຄືເກົ່າແຫຼະ ແຕ່ວ່າກະ ບໍ່ໄດ້ຂາຍໃຫ້ນັກທ່່ອງທ່ຽວຄືເກົ່າ ສ່ວນຫຼາຍ ຂາຍໃຫ້ຄົນລາວ ແຕ່ວ່າ ຄົນຈີນນີ້ຫຼາຍຢູ່ ຄືກຄັກຢູ່ ຄົນກະຫຼາຍຢູ່ ວັຍຣຸ່ນອີ່ຫຍັງແດ່ ກະໄປທ່ຽວເນາະ ກະປີນຶ່ງ ມີເທື່ອນຶ່ງເດ້ ເສົາ-ອາທິດນີ້ຫຼາຍແນ່ນອນ ວັນຈັນ ກະຫຼາຍແນ່ນອນ ວັນຈັນເປັນມື້ຊ່ວງເຮືອເດ້.”
ພໍ່ຄ້າຄົນນີ້ ກ່າວອີກວ່າ ບຸນຊ່ວງເຮືອປີນີ້ ຖືວ່າ ທາງການລາວ ຈັດໄດ້ຍິ່ງໃຫຍ່ຫຼາຍ ແຕ່ຕາມການສັງເກດ ກໍຍັງບໍ່ຄ່ອຍມີນັກທ່ອງທ່ຽວ ຕ່າງປະເທດຫຼາຍປານໃດ ຍົກເວັ້ນ ນັກທ່ອງທ່ຽວຄົນຈີນ ສ່ວນຫຼາຍກະເປັນຄົນລາວໃນພື້ນທີ່ ແລະຄົນລາວຢູ່ແຂວງອ້ອມຂ້າງ ມາທ່ອງທ່ຽວ, ຖ່າຍຮູບ ແລະເລາະຫາແນວກິນ.
ຄາດວ່າ ວັນຢຸດພັກຜ່ອນ ເສົາ-ອາທິດນີ້ ຈະມີຜູ້ຄົນຈໍານວນຫຼາຍ ອອກມາທ່ອງທ່ຽວງານບຸນຊ່ວງເຮືອເປັນຈໍານວນຫຼາຍ ບໍ່ຕໍ່າກວ່າ 10,000 ຄົນ ເຊິ່ງກຸ່ມພໍ່ຄ້າ-ແມ່ຄ້າ ທີ່ຂາຍອາຫານ, ຂາຍສິນຄ້າ ຢູ່ພາຍໃນງານບຸນຊ່ວງເຮືອປີນີ້ ຈະຄ້າຂາຍກັນຢ່າງຄຶກຄັກ ແລະໄດ້ກໍາໄລເລັກໆໜ້ອຍໆ.
ແມ່ຄ້າຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂາຍນໍ້າໝາກໄມ້ ກ່າວວ່າ ງັນບຸນ ມາ 2 ມື້ແລ້ວ ຖືວ່າ ຂາຍດີສົມຄວນ ເພາະຄົນລາວມາທ່ອງທ່ຽງຫຼາຍ, ສ່ວນກິຈກັມຕ່າງໆ ໃນງານບຸນຊ່ວງເຮືອປີນີ້ ກໍຈະມີທັງໄຫຼເຮືອໄຟ ແລະແຂ່ງຂັນຊ່ວງເຮືອ ເຊິ່ງຈັດຂຶ້ນຕາມປະເພນີຂອງທຸກປີຢູ່ແລ້ວd
ດັ່ງແມ່ຄ້າຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມື້ນີ້ກະມີງານ ຂະເຈົ້າເຣີ່ມຄົນຫຼາຍຂຶ້ນ ມື້ຂະເຈົ້າໄຫຼເຮືອໄຟ ແມ່ນວັນອາທິດ ມື້ຂະເຈົ້າແຂ່ງເຮືອ ແມ່ນວັນຈັນ ໂດຍແມ່ນແລ້ວ ຄົນຫຼາຍ ກະພໍໄດ້ຂາຍຢູ່.”
ເພື່ອເຮັດໃຫ້ການຈັດງານບຸນຊ່ວງເຮືອໃນປີນີ້ ເປັນລະບຽບຮຽບຮ້ອຍ ແລະຖືກຕ້ອງຕາມຮີດຄອງປະເພນີ ອັນດີງາມຂອງລາວ ທາງຄະນະກັມມະການ ຈັດງານບຸນຊ່ວງເຮືອ ຫຼືບັນອອກພັນສາ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກໍໄດ້ແຈ້ງ 3 ຂໍ້ຫ້າມ ສໍາລັບຊາວຄ້າຂາຍທຸກຄົນ ໃຫ້ປະຕິບັດຕາມຢ່າງເຄັ່ງຄັດ ດັ່ງນີ້:
- ຫ້າມນໍາໃຊ້ເຄື່ອງຂຍາຍສຽງ ໂຄສະນາສິນຄ້າພາຍໃນງານບຸນ ໂດຍເດັດຂາດ.
- ຫ້າມແຈກຈ່າຍແຜ່ນພັບ ຫຼື ແຜ່ນເຈັ້ຍໂຄສະນາສິນຄ້າ ຢູ່ພາຍໃນງານບຸນ ໂດຍເດັດຂາດ.
- ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ໂດຍເດັດຂາດ.
ຖ້າຫາກລະເມີດ ທາງຄະນະກັມມະການຈັດງານບຸນ ຈະໄດ້ປະຕິບັດມາຕການຢ່າງເຂັ້ມງວດ ໂດຍການຍຶດເຄື່ອງຂຍາຍສຽງ ໄປເກັບໄວ້ທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ຈົນກວ່າ ຈະແລ້ວງານບຸນຊ່ວງເຮືອ ຈຶ່ງໃຫ້ເຈົ້າຂອງເຄື່ອງສຽງໄປພົວພັນເອົາ ຕາມລະບຽບການ.
ຂະນະທີ່ ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ຂໍ້ຫ້າມດັ່ງກ່າວ ຖືເປັນຜົລສັກສິດ ຂອງຄະນະກັມມະການ ຈັດງານ ແລະຕ້ອງປະຕິບັດຢ່າງເຂັ້ມງວດ ເພາະການໃຊ້ເຄື່ອງຂຍາຍສຽງເຖິງຈະມີຄວາມມ່ວນຊື່ນ, ສ້າງບັນຍາກາດໃຫ້ຄຶກຄື້ນ ແຕ່ກະເປັນການລົບກວນຜູ້ອື່ນ ເນື່ອງຈາກເຂດທ່າວັດຈັນ ເປັນແຫຼ່ງທ່ອງທ່ຽວແຄມຂອງ ທີ່ມີເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະໜ່ວຍງານຈັດຕັ້ງພາຍໃນ ແລະສາກົລ ຈຶ່ງມີຄວາມຈໍາເປັນ ທີ່ຈະຕ້ອງສັ່ງເດັດຂາດ ຫ້າມໃຊ້ເຄື່ອງຂຍາຍສຽງ.
“ເຂົາກໍານົດສຽງດັງຫັ້ນຊືື່ໆ ມັນໄລຍະພັກຜ່ອນ ເຂົາກະໃຫ້ຄ່ອຍໆຜ່ອນລົງ ບໍ່ໃຫ້ເກີນຂອບເຂດ ຮອດຍາມນອນລະກະ ເຈົ້າໜ້າທີ່ກະຢາກໃຫ້ຄ່ອຍໆຜ່ອນລົງ ບໍ່ຢາກໃຫ້ໄປກະທົບກະເທືອນ ຜູ້ເຂົາຢາກພັກຜ່ອນ ມັນກະອີງໃສ່ ສະພາບເສຖກິຈໃນປັດຈຸບັນ ຢາກງຽບເຫງົາແດ່ໜ້ອຍນຶ່ງ ແຮງຊື້ມັນຕໍ່າ ກະຈໍາເປັນ.”
ທ່ານກ່າວອີກວ່າ ສ່ວນບັນຍາກາດງານບຸນຊ່ວງເຮືອປີນີ້ ເຖິງວ່າ ຈະຈັດງານໃຫຍ່ປະຈໍາປີ ມີຄວາມຄຶກຄື້ນຫຼາຍ ແຕ່ການຈັບ-ຈ່າຍຊື້-ຂາຍສິນຄ້າ ແລະອາຫານການກິນ ກໍຍັງງຽບເຫງົາ ເມື່ອທຽບໃສ່ປີກ່ອນໆ ເນື່ອງຈາກຊາວລາວຫຼາຍຄົນ ກໍພະເຊີນກັບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ຈຶ່ງເຮັດໃຫ້ການຈັບ-ຈ່າຍຫຼຸດລົງ ຫຼື ເລືອກຊື້ສະເພາະສິນຄ້າ ທີ່ຈໍາເປັນ.
ສ່ວນບັນຍາກາດງານບຸນຊ່ວງເຮືອ ແລະອອກພັນສາ ຢູ່ແຂວງຫຼວງພຣະບາງ ກໍເຣີ່ມຄຶກຄັກແລ້ວ ໂດຍສະເພາະ ໃນນະຄອນຫຼວງພຣະບາງ ເມືອງມໍຣະດົກໂລກ ທີ່ມີກຸ່ມນັກທ່ອງທ່ຽວທັງຈາກພາຍໃນ ແລະຕ່າງປະເທດ ໂດຍສະເພາະກຸ່ມທົວ ຂອງນັກທ່ອງທ່ຽວຈີນ ທີ່ເດີນທາງມາທ່ອງທ່ຽວງານບຸນຊ່ວງເຮືອໃນປີນີ້ ຢ່າງຄຶກຄັກ.
ສະເພາະ ຢູ່ນະຄອນຫຼວງພຣະບາງ ກໍມີກິຈກັມຫຼາຍຢ່າງ ເຊັ່ນ ການແຂ່ງຂັນ ຊ່ວງເຮືອປະເພນີ, ການລອຍກະທົງ, ເຮັດບຸນວັດທາດພູສີ ແລະແລ່ນມາລາທອນ ເພື່ອຫາເງິນຊ່ວຍເຫຼືອໂຮງໝໍ ໃນແຂວງຫຼວງພຣະບາງ ເຊິ່ງຄາດວ່າ ຈະສ້າງບັນຍາກາດ ໃຫ້ມີຄວາມມ່ວນຊື່ນ ແລະສ້າງຣາຍຮັບເຂົ້າງົປມານໄດ້ເປັນຢ່າງດີ.
ດັ່ງເຈົ້າໜ້າທີ່ ຫ້ອງການຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນ ມື້ນີ້ ກະຊ່ວງເຮືອ ອອກພັນສາ ຢູ່ເມືອງຈອມເພັດເນາະ ແລ້ວມື້ວັນທີ 29 ຫັ້ນກະແມ່ນ ຢູ່ເມືອງຊຽງເງິນ ກັບເມືອງນານ, ເມືອງຫຼວງພຣະບາງເຮົາກະມີ ງານບຸນອອກພັນສາເນາະ ພວກເຮົາຊິໄດ້ເຮັດບຸນຢູ່ທາດພູສີນ່າ, ກິຈກັມແລ່ນເພື່ອໂຮງໝໍ ເພື່ອລາວ ເດັກນ້ອຍຝຣັ່ງຫັ້ນນ່າ, ຊ່ວງນີ້ ຍັງເຫັນ ທົວຈີນມາຫຼາຍໃດ໋ ແຖວຕລາດມືດນີ້ກະຄຶກຄັກແລ້ວ ຈີນຫຼາຍ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວວ່າ ງານບຸນຊ່ວງເຮືອ ແລະອອກພັນສາ ຢູ່ແຂວງສວັນນະເຂດປີນີ້ ຖືວ່າ ເປັນການຈັດງານບຸນທີ່ຍິ່ງໃຫຍ່ສົມຄວນ ເພາະທາງການແຂວງ ກໍຕ້ອງການກະຕຸ້ນເສຖກິຈໄປນໍາດ້ວຍ. ໂດຍງານບຸນປີນີ້ ຈະມີກິຈກັມໃຫ້ເບິ່ງຫຼາຍຢ່າງ ເຊັ່ນ ການແຂ່ງຂັນຊ່ວງເຮືອ, ການໄຫຼເຮືອໄຟ, ການສາຍຮູບເງົາ, ເປີດຕລາດຂາຍອາຫານ ແລະສິນຄ້າຕາມແຄມຂອງ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ງານບຸນອອກພັນສານີ້ເນາະ ຢູ່ແຄມຂອງເລີຍ ເພິ່ນຈະມີການສາຍຮູບເງົາ ຢູ່ຫໍໄກສອນແດ່ ຂາຍເຄື່ອງອິຫຍັງກະຫຼາຍ ປີນີ້ ເພິ່ນຈະເຮັດໃຫຍ່ກວ່າແຕ່ປີກ່ອນໆເນາະ ຄົນມາທ່ຽວກະຫຼາຍໃດ໋ ສ່ວນຫຼາຍທາງໄທຍນັ້ນ ຈະມາຫຼາຍ ເພິ່ນຈະມາທ່ຽວມາຫຍັງ ເພິ່ນກະກັບ.”
ໃນລະຫວ່າງບຸນຊ່ວງເຮືອປີນີ້ ໂດຍສະເພາະໃນເຂດທ່າວັດຈັນ ນະຄອນຫຼວງວຽງຈັນ ແລະແຂວງຕ່າງໆ ທີ່ມີການຈັດງານບຸນ ຕ້ອງລະມັດລະວັງຢູ່ສເມີ ເພື່ອປ້ອງກັນກຸ່ມຄົນບໍ່ດີ, ແຫກ, ລ້ວງກະເປົ໋າ, ປຸ້ນຈີ້ ແລະຊິງຊັບສິນຕ່າງໆ, ບໍ່ຄວນນໍາເອົາຊັບສິນ ທີ່ມີີຄ່າຕິດໂຕໄປງານ ເປັນຈໍານວນຫຼວງຫຼາຍ.
ໃຫ້ພາຍກະເປົ໋າໄວ້ທາງໜ້າ ແລະເອົາມືກອດໄວ້, ບໍ່ຄວນເອົາໂທຣະສັບ ຫຼື ກະເປົ໋າເງິນ ໃສ່ຖົງໂສ້ງທາງຫຼັງ ແລະ ໃສ່ສາຍຄໍ ລໍ້ໃຈໂຈນ, ຫ້າມໄປຈຸດສ່ຽງ, ຈຸດປ່ຽວ ແລະສະຖານທີ່ ທີ່ເຫັນວ່າບໍ່ປອດພັຍ, ສໍາລັບຜູ້ມີລູກນ້ອຍ ໃຫ້ຂຽນເລຂໂທຣະສັບ ໃສ່ຖົງໂສ້ງ-ຖົງເສື້ອ ກໍຣະນີພັດຫຼົງ ຈຶ່ງຕິດຕໍ່ຫາຜູ້ປົກຄອງໄດ້ງ່າຍ.
ສໍາລັບງານບຸນຊ່ວງເຮືອ ຫຼື ອອກພັນສາ ແມ່ນເປັນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການ ຈົນເຖິງທຸກມື້ນີ້ ແລະເປັນກິຈກັມແຂ່ງຂັນທາງນໍ້າ ທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະມັກມີການແຂ່ງຂັນເຮືອ ຄວບຄູ່ໄປກັບການເຮັດບຸນ ຊ່ອຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນ ມີຄວາມຄຶກຄື້ນ ມ່ວນຊື່ນຍິ່ງຂຶ້ນ.