ຄ່າຝາກລົດແພງ ໃນງານບຸນຊ່ວງເຮືອ ທີ່ນະຄອນຫຼວງວຽງຈັນ
2024.10.16
ໃນງານບຸນຊ່ວງເຮືອອອກພັນສາ ຊຶ່ງເປັນບຸນປະເພນີ ປະຈໍາປີ ຈັດຂຶ້ນ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແຕ່ວັນທີ 15 ຫາວັນທີ 18 ຕຸລານີ້ ປາກົດວ່າ ຄ່າຝາກລົດແພງກວ່າທີ່ຄະນະກໍາມະການງານບຸນກໍານົດໄວ້.
ປະຊາຊົນ ເປັນຕົ້ນຊາວນະຄອນຫຼວງວຽງຈັນ ພາກັນໄປທ່ຽວງານດັ່ງກ່າວ ແຕ່ສັງເກດເຫັນວ່າ ຢູ່ສະຖານທີ່ຝາກລົດຫຼາຍບ່ອນ ມີການສວຍໂອກາດ ເກັບຄ່າຝາກລົດ ເກີນກວ່າລາຄາ ທີ່ທາງການວາງໄວ້ ຄືຄ່າຝາກລົດໃຫຍ່ 30,000 ກີບ ແລະລົດຈັກ 15,000 ກີບ. ແຕ່ໃນພາກປະຕິບັດໂຕຈິງ ແມ່ນເກັບຫຼາຍກວ່ານັ້ນ ຄືລົດຈັກເກັບປະມານ 20,000 ກີບ. ຖ້າບ່ອນຝາກລົດ ຢູ່ໃກ້ກັບງານ ຫຼືຕິດກັບແຄມຂອງ ກໍເກັບນໍາຫຼາຍຂຶ້ນ ດັ່ງຊາວນະຄອນຫຼວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ຕຸລານີ້ວ່າ:
“ລົດຈັກປະມານ 20,000 ກີບ ມັນແພງຂຶ້ນມັຂຶ້ນກັບບາງສະຖານທີ່ຫັ້ນນ່າ ບາງຄ່າທີ່ມັນກໍແພງ ບາງຄ່າທີ່ມັນກໍຕາມເມືອງຂະເຈົ້າແຈ້ງກັນ ບາງສະຖານທີ່ແຖວມັນຍ່າງໄກແດ່ກໍຈະຖືກແດ່ ຄັນແຖວເຂົ້າໄປເລິກໜ້ອຍນຶ່ງ ບາງທີ່ຍ່າງເຂົ້າໄປງານໃກ້ແນ່ກໍຈະແພງ.”
ການເກັບຄ່າຝາກລົດເກີນກວ່າລາຄາທີ່ທາງການກໍານົດໄວ້ນັ້ນ ພາກສ່ວນທີ່ກ່ຽວ ຂ້ອງ ບໍ່ສາມາດຄວບຄຸມໄດ້ ເປັນຕົ້ນໃນມື້ທີ່ມີຄົນມາທ່ຽວຫຼິ້ນຫຼາຍ ຄືລົດໃຫຍ່ຈະເກັບເຖິງ 50,000 ກີບ ແລະລົດຈັກ 30,000 ກີບ ດັ່ງຄົນຂັບລົດຮັບສົ່ງເຄື່ອງຂອງຢູ່ນະຄອນຫຼວງວຽງຈັນຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ປົກກະຕິມັນກໍຈະແຈ້ງກັນ ມັນກໍຄຸມກັນບໍ່ຢູ່ ຕາມໃຈຜູ້ປະກອບການຈະຂຶ້ນເອົາຫັ້ນນ່າ ເປັນມື້ສຸດທ້າຍ ສ່ວນໃຫຍ່ບໍ່ຫລຸດ ນ່າຈະ 50,000 ຄືເຂົາວ່າຫັ້ນແຫລະ ຖ້າເຂົາກໍານົດຈາກອັນນັ້ນນ່າ ຈະແະມານ 30 ພັນກີບ ທຸກປີນ່າຈະເປັນແບບນັ້ນ ລົດຈັກບາງຄັນກໍຍັງ 30 ພັນຖ້າເຂົ້າໄປຈອດຢູ່ໃກ້ໆງານຫັ້ນນ່າ.”
ສາເຫດ ທີ່ເຮັດໃຫ້ມີການຂຶ້ນຄ່າຝາກລົດ ໃນງານບຸນຊ່ວງເຮື່ອທີ່ວ່ານີ້ ແມ່ນຍ້ອນວ່າ ພາກສ່ວນທີ່ກ່ຽວຂ້ອງໃນການຈັດງານ ໃຫ້ຜູ້ປະກອບການປະມູນສະ ຖານທີ່ຝາກລົດ ແລະໃຫ້ຜູ້ປະມູນໄດ້ ເກັບຄ່າຝາກລົດ ຕາມລາຄາທີ່ກໍານົດໄວ້. ແຕ່ໃນເມື່ອສະຖານທີ່ຝາກລົດມີຈໍາກັດ ແລະຜູ້ຝາກລົດກໍຝາກໄວ້ດົນ ເຮັດໃຫ້ຜູ້ປະມູນ ບໍ່ມີລາຍໄດ້, ເກັບໄດ້ບໍ່ກຸ້ມຄ່າປະມູນ ແລະຄ່າຈ້າງຄົນງານ ດັ່ງຊາວນະຄອນຫຼວງວຽງຈັນ ອີກຜູ້ນຶ່ງເວົ້າວ່າ:
“ບໍ່ມີລາຄາທີ່ເພິ່ນກໍານົດດອກຄັນຢູ່ໃກ້ໆຫັ້ນນ່າ ສົມມຸດໄດ້ປະມູນຮ້ອຍລ້ານກີບນີ້ນ່າ ແລ້ວບ່ອນຈອດລົດແທ້ມັນມີຈໍານວນລົດຈໍາກັດ ແລ້ວຂະເຈົ້າໄລ່ມາສະເລັ່ຽແລ້ວມັນຂາດທຶນຫັ້ນນ່າ ຂະເຈົ້າກໍເລີຍດີດຂຶ້ນ ເພາະວ່າຂະເຈົ້າໄດ້ຈ້າງພະນັກງານໄປຍ້າຍລົດໂບກລົດແລ້ວເດ້ ສ່ວນຫລາຍຈະຈອດຢູ່ດົນ.”
ເພື່ອແກ້ໄຂບັນຫາທີ່ວ່ານີ້ ເຈົ້າໜ້າທີ່ ຂະແໜງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ຫາກປະຊາຊົນຜູ້ໃດພົບເຫັນ ການເກັບຄ່າຝາກລົດ ເກີນກວ່າລາຄາທີ່ກໍານົດໄວ້ ກໍມາແຈ້ງໃຫ້ຄະນະສະເພາະກິດ ຢູ່ໃນງານນັ້ນຮູ້ ແລະຈະມີເຈົ້າໜ້າທີ່ ລົງໄປເຕືອນ ແລະປັບໄໝຕາມລະບຽບການ ດັ່ງທີ່ທ່ານກ່າວວ່າ:
“ມີໆ ຄະນະສະເພາະກິດ ມີເຈົ້າໜ້າທີ່ລົງເຂົ້າມາເຕືອນ ເຈົ້າໜ້າທີ່ເຫັນເພິ່ນກໍຈະປັບໄດ໋ ເຂົ້າມາທາງຄະນະກໍາມະການ ເອົາປີ້ມາໃຫ້ເຂົ້າໂລດ ເພິ່ນລົງປັບໃໝ ເພິ່ນກໍລົງໃສ່ລະບຽບເຈົ້າຂອງຫັ້ນແຫລະ ເຈົ້າຂອງຝາກລົດ.”
ການຈັດງານແຂ່ງຂັນຊ່ວງເຮືອ ເປັນປະເພນີ ທີ່ຊາວລາວພາກັນສືບທອດກັນມາຍາວນານ ໂດຍທົ່ວໄປແລ້ວ ແມ່ນຈັດຂຶ້ນຫຼັງມື້ອອກພັນສາ ຂອງທຸກປີ. ເປັນງານບຸນ ທີ່ສ້າງບັນຍາກາດໃຫ້ ເບີກບານ ມ່ວນຊື່ນ.