ຈັດງານບຸນ ຊ່ວງເຮືອ ປະເພນີ ປະຈຳປີ ຢ່າງຄຶກຄື້ນ

ພອນ ພູມມີທອນ
2022.10.11
ຈັດງານບຸນ ຊ່ວງເຮືອ ປະເພນີ ປະຈຳປີ ຢ່າງຄຶກຄື້ນ ບັນຍາກາດ ບຸນອອກພັນສາ ປະຈຳປີ ພ.ສ. 2565, ທ່າວັດຈັນ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ.
RFA

ໃນປີ 2022 ນີ້ ຫລາຍແຂວງໃນລາວ ໄດ້ຈັດງານບຸນຊ່ວງເຮືອ ຢ່າງໃຫຍ່ໂຕ ແລະ ມີບັນຍາກາດຄຶກຄື້ນ ມ່ວນຊື່ນຫລາຍ ຜູ້ຄົນເຂົ້າມາຮ່ວມງານ ຢ່າງໜາແໜ້ນ ເຊິ່ງແຕກຕ່າງ ຈາກປີທີ່ຜ່ານມາ ທີ່ມີບັນຍາກາດງຽບເຫົງາ ຊົບເຊົາ. ພາຍໃນງານປີນີ້ ຂອງແຕ່ລະແຂວງ ຈະມີບັນດາພໍ່ຄ້າ ແມ່ຄ້າ ນຳສິນຄ້າ ອາຫານ ເຄື່ອງດື່ມຕ່າງໆ ມາຂາຍຢ່າງຫລາກຫລາຍ ກໍ່ຖືວ່າເປັນສ້າງລາຍໄດ້ ໃຫ້ຊາວບ້ານ ແລະ ຫລາຍຄົນໄດ້ພາຄອບຄົວ ໄປເປີດຫູເປີດຕາ ຮ່ວມມ່ວນຊື່ນກັບໝູ່ຄູ່ ຈາກທີ່ບໍ່ໄດ້ອອກໄປໃສ ໃນໄລຍະທີ່ເກີດການຣະບາດຂອງ ໂຄວິດ-19 ມາເກືອບ 3 ປີ ແຕ່ພາຍໃນງານປີນີ້ ລາຄາສິນຄ້າ ອາຫານຕ່າງໆ ແພງຂຶ້ນຫລາຍເທົ່າ ຍ້ອນເສຖກິຈບໍ່ດີນຳດ້ວຍ ເຊັ່ນ ປີ້ງຂາໄກ່ ລາຄາ 25 ພັນກີບ ຕໍ່ປີ້ງ ຈາກແຕ່ກ່ອນ 15 ພັນກີບ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕຳເເໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ຕຸລານີ້ວ່າ:

“ໂອ້! ຄົນແໜ້ນ ຄົນແໜ້ນ ແຕ່ວ່າເຄື່ອງດຽວນີ້ມັນເຟີ້ ແລະແພງ ແພງ ປີ້ງໄກ່ຕະກີ້ ປີ້ງນຶ່ງ ຂານຶ່ງ ກະປະມານ 15 ພັນ ປີນີ້ແຫລະແມ່ນ 25 ພັນ ຂາໄກ່ນ່າ.”

ທ່ານຍັງກ່າງຕື່ມວ່າ ສ່ວນບັນຫາການເກັບຄ່າຈອດຣົຖ ເກີນລາຄານັ້ນ ໃນປີນີ້ ຄະນະຈັດງານບຸນ ໄດ້ກຳນົດໄວ້ ໃຫ້ເປັນເອກພາບແລ້ວວ່າ ຣົຖໃຫຍ່ ເກັບ 20,000 ກີບ, ຣົຖຕຸກໆ, ຈໍ່າໂບ້ 15,000 ກີບ, ຣົຖຈັກ 10,000 ກີບ ແລະ ຣົຖຖີບ 5,000 ກີບ.

ນອກຈາກນີ້ ຄະນະຮັບຜິດຊອບ ຈັດງານບຸນ ຍັງຫ້າມມີການສັມປະທານ ຈຶ່ງເປັນສາເຫດຂອງການຂຶ້ນລາຄາ ເກັບຄ່າຈອດຣົຖນຳດ້ວຍ ໂດຍອຳນາດການປົກຄອງ ແຕ່ລະເຂດບ້ານ ເປັນຜູ້ຮັບຜິດຊອບ.

ເຊິ່ງກໍ່ເຫັນວ່າ ສ່ວນໃຫຍ່ ປະຊາຊົນ ມັກນຳຣົຖໄປຈອດ ຕາມແຄມທາງຫລາຍ ເພາະມີເຈົ້າໜ້າທີ່ກອງຫລອນບ້ານ ຫລື ເຈົ້າໜ້າທີ່ກ່ຽວຂ້ອງ ລົງກວດກາຢູ່ຕລອດ ເພື່ອປ້ອງກັນໂຈນຂີ້ລັກ ງັດແງະ, ລັກທຸບຣົຖ ຫລື ມີການລັກຊັພສິນ ເກີດຂຶ້ນ.

ດັ່ງທ່ານກ່າວວ່າ:

“ມີແຕ່ຂີ່ນຳກັນແລ້ວ ກໍ່ຈອດຢູ່ແຄມທາງ ແຕ່ວ່າ ປກສ ກຸ່ມ, ປກສ ເມືອງ ເຂົາເຈົ້າມາເລາະ ຮັບຜິດຊອບ ຂອບເຂດບ້ານຕົວເອງ. ເຂົາສ່ວນຫລາຍມາທຸບຣົຖເບາະ, ເອົາເຄື່ອງເອົາຂອງ, ສອງມາແມ່ນ ພວກທີ່ວ່າແຫກກະເປົາ.”

ຂະນະທີ່ຊາວບ້ານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ ບັນຍາກາດບຸນຊ່ວງເຮືອ ໃນປີນີ້ຄຶກຄື້ນຫລາຍກວ່າ ປີທີ່ຜ່ານມາ ສ່ວນບ່ອນຈອດຣົຖ ເຫັນຊາວບ້ານໄປຈອດ ຕາມແຄມທາງກັນຫລາຍ ຖ້າໄປຈອດຢູ່ບ່ອນທີ່ເກັບຄ່າຈອດ ກໍ່ບໍ່ເກີນ 20,000 ກີບ ຕາມຄະນະຈັດງານເເຈ້ງການ.

“ເອີ! ກະຄຶກຄື້ນຫັ້ນແຫລະ ເພາະວ່າຊ່ວງໂຄວິດ ບໍ່ໄດ້ຈັດເນາະ ສ່ວນຫລາຍຣົຖໃຫຍ່ນີ້ ກະບໍ່ເກີນ 20 ພັນ ຫລືວ່າບໍ່ໄດ້ຝາກເລີຍ ໄປຈອດນຳເຮືອນປະຊາຊົນ ທົ່ວໄປຫັ້ນແຫລະ.”

ຂະນະດຽວກັນ ຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ການຈັດງານບຸນ ຢູ່ແຂວງສວັນນະເຂດ ບັນຍາກາດປີນີ້ ຜູ້ຄົນເຂົ້າຮ່ວມຫລາຍ ແຕ່ ລາຄາສິນຄ້າ ອາຫານຕ່າງໆ ພາຍໃນງານ ກໍແພງຂຶ້ນຫລາຍເຊັ່ນກັນ ປີ້ງໄກ່ໂຕນ້ອຍ ລາຄາ 70 ພັນກີບ ຈາກແຕ່ກ່ອນ 40 ພັນກີບ ຮວມເຖິງສິນຄ້າອື່ນໆກໍ່ແພງເຊັ່ນກັນ.

“ຄົນຫລາຍໂພດ ມື້ວານນີ້ແຮງຫລາຍ ຫລາຍທຸກມື້ ໄປແບບຊື້ປີ້ງໄກ່ ອີຫຍັງຫັ້ນແຫລະ ຊື້ເປັນໂຕ 70 ຫາກໂຕນ້ອຍ ຕະກີ້ກໍ່ໂຕ 40 ຫັ້ນແລ້ວ ຂຶ້ນໝົດທຸກຢ່າງ ບໍ່ມີຫຍັງບໍ່ຂຶ້ນ ຢູ່ບຸນນ່າ.

ທ່ານກ່າວຕື່ມວ່າ ສ່ວນຄ່າບ່ອນຈອດຣົຖ ບໍ່ຮູ້ລາຄາເທົ່າໃດ ລາວກໍ່ເຫັນເຂົາເຈົ້າອ້ອມຮົ້ວໄວ້ຢູ່ ແຕ່ລາວບໍ່ໄດ້ນຳຣົຖໄປຈອດ ໃນເຂດນັ້ນ ສ່ວນຣົຖໃຫຍ່ກໍເຫັນຊາວລາວ ຈອດຕາມແຄມທາງ.

ຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງສວັນນະເຂດ ອີກທ່ານນຶ່ງ ກ່າວວ່າ ບັນຫາຄ່າຈອດຣົຖ ໃນງານບຸນ ຊ່ວງເຣືອໃນປີນີ້ ທາງການມີກຳນົດເກັບໄວ້ ໂດຍຣົຖຈັກ ເກັບ 5,000 ກີບ ສ່ວນຣົຖໃຫຍ່ 20,000 ກີບ ເພາະທີ່ຜ່ານມາ ສັງຄົມມີຫາງສຽງ ໂດຍຕລອດທຸກປີ.

“ເພິ່ນແຮງຈັດສັນຄັກ ເປັນລະບຽບຮຽບຮ້ອຍ ປີນີ້ນ່າ ໂອ້ຍຄ່າຝາກຣົຖ 20,000 ກີບ. ຣົຖຈັກ ກໍ່ເທົ່າໃດ 5,000 ບໍ່, ເພາະຜ່ານມາ ມັນມີບັນຫາເຣຶ່ອງຝາກຣົຖ ແລ້ວພວກປະມູນ ເຂົາເຈົ້າເກັບແພງເນາະ.

ເຖິງຢ່າງໃດກໍ່ຕາມ ບັນຫາເກັບຄ່າຈອດຣົຖແພງນີ້ ເຖິງແມ່ນວ່າ ທາງຄະນະຈັດງານບຸນ ຊ່ວງເຮືອ ໄດ້ແຈ້ງການອອກມາ ເປັນເອກພາບກໍ່ຕາມ ແຕ່ກໍ່ຍັງບໍ່ທັນປະຕິບັດໄດ້ ຢ່າງຈິງຈັງ ເພາະໃນແຂວງສາຣະວັນ ກໍຍັງພົບວ່າ ເກັບຄ່າບ່ອນຈອດຣົຖໃຫຍ່ 30,000 ກີບ ຕ່າງຈາກປີກາຍ ທີ່ເກັບ 20,000 ກີບ ສ່ວນຣົຖຈັກ ເກັບ 5,000 ກີບ ປົກກະຕິຢູ່.

ດັ່ງແມ່ຄ້າ ໃນແຂວງສາຣະວັນ ທ່ານນຶ່ງກ່າວວ່າ:

“ເວົ້າເຣຶ່ອງບຸນປີນີ້ ມັນກະຄຶກຄັກແຫລະ ແນວດົນບໍ່ໄດ້ຈັດ ແມ່ນໄດ້ຂາຍດີ ມີແຕ່ເຂົາເຈົ້າ ກາຍມາກະແວ່ກິນ ຄັນຝາກຣົຖເຂົາເຈົ້າກໍຈັດສັນຝາກເດ່ ມີແຕ່ຣົຖຈັກຄັນ 5,000 ຄືວ່າ ຄັນແມ່ນຣົຖໃຫຍ່ ຄັນນຶ່ງ 30 ເນາະ ປີນີ້ເນາະ.”

ຍານາງ ກ່າວຕື່ມວ່າ ໄລຍະບຸນອອກພັນສາປີນີ້ ຄຶກຄື້ນຫລາຍ ຍານາງກໍ່ເປີດຮ້ານ ຂາຍອາຫານ ມີຄົນມາເບິ່ງການແຂ່ງຂັນ ຊ່ວງເຮືອ ແວະເຂົາມາສັ່ງອາຫານກິນ ເຊິ່ງຖືວ່າຂາຍດີຂຶ້ນ.

ການຈັດງານແຂ່ງຂັນຊ່ວງເຮືອ ເປັນປະເພນີ ທີ່ຊາວລາວສືບທອດ ກັນມາຍາວນານ ໂດຍມັກຈະຈັດຂຶ້ນ ລະຫວ່າງ ບຸນອອກພັນສາ ຂອງທຸກປີ ເພື່ອໃຫ້ຊາວບ້ານ ໄດ້ຮ່ວມກັນມວ່ນຊື່ນ ສ້າງຄວາມສາມັກຄີ ຄວາມເສັຽສລະ ເພາະການແຂ່ງຂັນເຮືອ ໃນນໍ້າຂອງ ສິ່ງເຫລົ່ານີ້ຈະເຊື່ອມ ຄວາມສາມັກຄີ ຂອງປະຊາຊົນລາວ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.