ການແຂ່ງຂັນຊ່ວງເຮືອ ປະຈຳປີ 2024 ນີ້ ມີເຮືອພຽງແຕ່ 10 ລຳ
2024.10.17
ການແຂ່ງຂັນຊ່ວງເຮືອ ປະຈຳປີ 2024 ໃນງານບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີເຮືອຊ່ວງພຽງແຕ່ 10 ລຳ ເຂົ້າຮ່ວມການແຂ່ງຂັນ ໃນນັ້ນແມ່ນ ປະເພດເຮືອຊາຍ 55 ສີພາຍ ຈຳນວນ 7 ລຳ ແລະປະເພດເຮືອຍິງ 55 ສີພາຍ ຈຳນວນ 3 ລຳ, ສາເຫດໜຶ່ງ ເຮັດໃຫ້ທີມເຮືອຊ່ວງເຂົ້າແຂ່ງຂັນໜ້ອຍ ສ່ວນໜຶ່ງເປັນຍ້ອນ ເຮືອຊ່ວງຫຼາຍທີມ ປະສົບບັນຫາທາງດ້ານເສດຖະກິດ ແລະຂາດຜູ້ໃຫ້ເງິນທຶນສະໜັບສະໜູນ. ດັ່ງ ຄະນະຈັດງານຊ່ວງເຮືອທ່າວັດຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ຕຸລາ ນີ້ວ່າ:
"ອັນນີ້ກໍເປັນສ່ວນໜຶ່ງ ໃນການອຸປະຖໍາເຮືອ ທີ່ເຂົ້າຮ່ວມການແຂ່ງຂັນຫັ້ນ ເພາະວ່າເຂົາຈັດແຂ່ງຂັນຫັ້ນເປັນເຮືອປະເພນີ 55 ສີພາຍ ແລະໃຊ້ຄົນຈໍານວນຫຼາຍ ແລະກໍທາງດ້ານເສດຖະກິດກໍບໍ່ດີແດ່ ມີຄວາມຫຍຸ້ງຍາກທາງດ້ານທຶນຮອນ ມັນກໍເລີຍວ່າເຮັດໃຫ້ການແຂ່ງຂັນເຮົາ ມີເຮືອຫຼຸດລົງ."
ໃນຂະນະທີ່ສະມາຊິກທີມເຮືອຊ່ວງ ຢູ່ແຂວງບໍລິຄຳໄຊ ທ່ານໜຶ່ງ ທີ່ເຄີຍເຂົ້າຮ່ວມການແຂ່ງຂັນບຸນເຮືອຊ່ວງທ່າວັດຈັນ ເມື່ອປີກາຍ ແຕ່ປີນີ້ບໍ່ໄດ້ສົ່ງທີມເຂົ້າຮ່ວມແຂ່ງຂັນ ກ່າວວ່າ ເປັນຍ້ອນ ບໍ່ມີຜູ້ໃຫ້ທຶນສະໜັບສະໜູນ ຈຶ່ງຕັດສິນໃຈບໍ່ສົ່ງທີມເຂົ້າຮ່ວມແຂ່ງຂັນໃນປີນີ້ ເນື່ອງຈາກ ບໍ່ມີງົບປະມານສຳລັບເປັນຄ່າເດີນທາງ ແລະ ບຳລຸງສີພາຍ, ເຊິ່ງໃນໄລຍະທີ່ຜ່ານມາ ກໍມີແຕ່ຄູ່ບາປະຈໍາທ້ອງຖິ່ນ ທີ່ອອກເງິນທຶນໃຫ້ແກ່ທີມເຮືອຊ່ວງ ໂດຍບໍ່ກ່ຽວຂ້ອງກັບພາກລັດ, ດັ່ງທ່ານກ່າວວ່າ:
"ໂອ ຄັນວ່າຊິຂຶ້ນໄປແຂ່ງເບາະ ມັນກະຂຶ້ນກັບວ່າສະໜາມເຮົາໄປ ຢູ່ໃກ້ຫຼືຢູ່ໄກບໍ່ ຖ້າຢູ່ພາຍໃນແຂວງ ມັນກໍບໍ່ໝົດຫຼາຍ ບໍ່ໄກແດ່ຊິປະມານ 10 ລ້ານ ກະມີແຕ່ທາງຄູ່ບາບໍ່ ທາງນີ້ແຫຼະເປັນຫົວໜ້າທີມ ທຶນເພິ່ນຫັ້ນແຫຼະອອກ."
ສ່ວນສະມາຊິກຈາກທີມເຮືອຊ່ວງ ອີກທ່ານໜຶ່ງ ທີ່ກໍາລັງຝຶກຊ້ອມ ສໍາລັບເຂົ້າແຂ່ງຂັນເຮືອຊ່ວງ ຢູ່ທ່າວັດຈັນ ກໍຍອມຮັບວ່າ ຮູ້ສຶກໜ້າຕົກໃຈ ທີ່ເຫັນຈໍານວນເຮືອຊ່ວງທີ່ເຂົ້າແຂ່ງຂັນ ມີພຽງແຕ່ທັງໝົດ 10 ລໍາ ສ່ວນທີມເຮືອຊ່ວງຂອງຕົນ ກໍໄດ້ຮັບເງິນສະໜັບສະໜູນ ພຽງແຕ່ຈໍານວນໜ້ອຍ ຍ້ອນ ສະພາບທາງດ້ານເສດຖະກິດ, ແຕ່ນັກກິລາສີພາຍ ຢາກເຂົ້າຮ່ວມແຂ່ງຂັນ ຈຶ່ງຕັດສິນໃຈສົ່ງທີມເຂົ້າຮ່ວມ, ດັ່ງທ່ານກ່າວວ່າ:
"ເຫດຜົນເຮືອໜ້ອຍຫວາ ມັນມີແຕ່ເຮືອສະໄໝໃໝ່ ຈະມີໜ້ອຍ ກະຍັງຂາດແຄນຢູ່ ເພາະວ່າໄກມາກແດ່ ບ້ານເພິ່ນເອົາໄປຊຸປີ ມີຜູ້ສະໜັບສະໜູນຢູ່ ແຕ່ຜູ້ສະໜັບສະໜູນຄ່າຫຼັກແກ່ໄປຊື່ໆ ແລະເຮົາກະຢາກເອົາເຮືອໄປ ເອົາສີພາຍອອກສະໜາມ."
ສ່ວນອີກສາເຫດໜຶ່ງ ທີ່ເຮັດໃຫ້ມີທີມເຮືອຊ່ວງ ເຂົ້າແຂ່ງຂັນຈໍານວນໜ້ອຍ ຢູ່ສະໜາມທ່າວັດຈັນ ຍ້ອນ ທີມເຮືອຊ່ວງ ແລະສີພາຍອີກຫຼາຍຄົນ ໄດ້ກະແຈກກະຈາຍໄປເຂົ້າຮ່ວມແຂ່ງຂັນຊ່ວງເຮືອ ຢູ່ຕາມແຂວງຕ່າງໆ ທີ່ມີກໍານົດຈັດຊ່ວງເຮືອ ໃນໄລຍະເວລາໃກ້ຄຽງກັນ ດັ່ງນັ້ນ, ຈຶ່ງມີຂໍ້ຈໍາກັດໃນການເດີນທາງໄປມາ ແລະການຝຶກຊ້ອມ, ດັ່ງ ສີພາຍຊ່ວງເຮືອ ອີກທ່ານໜຶ່ງ ທີ່ເຂົ້າຮ່ວມແຂ່ງຂັນຊ່ວງເຮືອ ທ່າວັດຈັນ ກ່າວວ່າ:
"ຕໍາກັບງານໃຫຍ່ໆທົ່ວປະເທດແດ່ ຫຼັກໆກະຄືວ່າ ມັນເປັນງານລະດັບແຂວງ ລະດັບປະເທດເລີຍ ທີ່ວ່າເຂົາເຈົ້າຈັດງານ ບໍ່ວ່າຈະເປັນຢູ່ໄຊຍະບູລີ ສະຫວັນນະເຂດ ແລ້ວກະຈະມີຢູ່ຫຼວງພະບາງ ແລ້ວກະຈະມີຢູ່ສາລະວັນ ປາກເຊ ບໍ່ແກ້ວແດ່ ຖ້າວ່າບໍ່ເຈິຫຼາຍສະໜາມນີ້ ເຮືອຕ້ອງຫຼາຍແນ່ນອນ."
ປັດຈຸບັນ ລະດັບນໍ້າໃນແມ່ນໍ້າຂອງ ຢູ່ແຄມທ່າວັດຈັນ ມີລະດັບສູງຢູ່ທີ່ປະມານ 5 ແມັດ ແລະຜົນກະທົບຈາກໄພນໍ້າຖ້ວມເມື່ອເດືອນທີ່ຜ່ານມານີ້ ກໍບໍ່ໄດ້ສົ່ງຜົນກະທົບຕໍ່ການຈັດແຂ່ງຂັນຊ່ວງເຮືອ ໂດຍທາງຄະນະຈັດການແຂ່ງຂັນ ກໍໄດ້ເລືອກຈຸດທີ່ເໝາະສົມ ແລະເປັນບ່ອນທີ່ນໍ້າເລິກພຽງພໍ ສໍາລັບເປັນສະໜາມແຂ່ງຊ່ວງເຮືອ.
ການແຂ່ງຂັນຊ່ວງເຮືອ ຢູ່ທ່າວັດຈັນ ຈະມີຂຶ້ນໃນວັນທີ 18 ຕຸລາ 2024 ນີ້ ໂດຍທີມຊະນະເລີດ ຈະໄດ້ຮັບຂັນເງິນ 1 ໜ່ວຍ ມູນຄ່າ 27.5 ລ້ານກີບ ພ້ອມເງິນສົດ 40 ລ້ານກີບ, ຮອງຊະນະເລີດ ຈະໄດ້ຮັບຂັນເງິນ 1 ໜ່ວຍ ມູນຄ່າ 11.5 ລ້ານກີບ ພ້ອມເງິນສົດ 30 ລ້ານກີບ, ອັນດັບ 3 ຈະໄດ້ຮັບຂັນເງິນ 1 ໜ່ວຍ ມູນຄ່າ 11.5 ລ້ານກີບ ພ້ອມທັງເງິນສົດ 25 ລ້ານກີບ ແລະ ອັນດັບ 4 ໄດ້ຮັບເງິນສົດ 20 ລ້ານກີບ
ເມື່ອຫຼາຍປີກ່ອນ ເຮືອທີ່ເຂົ້າແຂ່ງຂັນມີຈໍານວນ ຫຼາຍກວ່າ 30 ລໍາ ແລະ ການແຂ່ງຂັນຊ່ວງເຮືອ ທ່າວັດຈັນ ປະຈໍາປີ 2023 ກໍມີເຮືອເຂົ້າແຂ່ງຂັນພຽງແຕ່ 10 ລໍາ ເຊັ່ນດຽວກັນ, ປະກອບດ້ວຍ ປະເພດເຮືອຊາຍ 55 ສີພາຍ ຈໍານວນ 6 ລໍາ ແລະ ປະເພດເຮືອຍິງ 55 ສີພາຍ ຈໍານວນ 4 ລໍາ ເນື່ອງຈາກໄດ້ຮັບຜົນກະທົບ ທາງດ້ານເສດຖະກິດ ແລະ ຖືກຈັດຂຶ້ນໃນໄລຍະໃກ້ຄຽງກັນກັບອີກຫຼາຍແຂວງ, ໂດຍທີມ ເຮືອທະນາຄານພັດທະນາລາວ (ນາວາສັກສິດ) ໄດ້ລາງວັນຊະນະເລີດປະເພດທີມຊາຍ ແລະທີມ ເຮືອແພເມືອງຟ້າ ໄດ້ລາງວັນຊະນະເລີດປະເພດທີມຍິງ.
ສ່ວນການແຂ່ງຂັນຊ່ວງເຮືອ ຢູ່ແຂວງອື່ນໆ ກໍໄດ້ມີການແຂ່ງຂັນ ໃນວັນທີ 16 - 17 ຕຸລາ ນີ້, ເປັນຕົ້ນ ຢູ່ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ເມືອງນານ ແຂວງຫຼວງພະບາງ, ນະຄອນປາກເຊ ແຂວງຈໍາປາສັກ, ເມືອງທ່າແຂກ ແຂວງຄໍາມ່ວນ ແລະ ແຂວງສາລະວັນ, ແຕ່ແຂວງທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ແມ່ນຢູ່ທ່າວັດຈັນ ນະຄອນຫຼວງວຽງຈັນ ທີ່ຖືກຈັດໃຫ້ເປັນການແຂ່ງຂັນ ລະດັບປະເທດ.