ຂະໂມຍວຽດນາມໃນບຸນ ຊ່ວງເຮືອ

ຈໍາປາທອງ
2015.10.27
F-boat ການຄົບງັນ ງານບຸນຊ່ວງເຮືອ ອອກພັນສາ ທ່າວັດຈັນ ຕອນກາງຄືນ
Citizen journalist

ແກ້ງ ຂີ້ລັກ ວຽດນາມ ອອກຊອກລັກ ຊັພ ນັກ ທ່ອງທ່ຽວ ໃນງານ ບຸນ ຊ່ວງເຮືອ ອອກພັນສາ ທ່າ ວັດຈັນ ຍັງມີຢູ່ ຫລາຍ ເຮັດໃຫ້ ເຈົ້າໜ້າທີ່ ເພີ່ມການ ຮັກສາ ຄວາມ ປອດພັຍ ເຂັ້ມງວດ ຂຶ້ນ.

ແກ້ງ ວຽດນາມ ກໍ່ເຫດ ລັກ ຊັພສິນ ນັກ ທ່ອງທ່ຽວ ໃນງານ ບຸນ ຊ່ວງເຮືອ ອອກ ພັນສາ ປະຈໍາປີ 2015 ທີ່ ທ່າວັດຈັນ ນະຄອນຫຼວງ ວຽງຈັນ, ຜ່ານມາ ເຈົ້າໜ້າທີ່ ຕໍາຣວດ ສາມາດ ຈັບ ໄດ້ 2 ຄົນ. ແຕ່ຍັງມີ ອີກ ຫຼາຍຄົນ ທີ່ ເຄື່ອນໄຫວ ຢູ່ໃນງານ ບຸນ ນັ້ນ ອັນ ສົ່ງຜົລ ໃຫ້ທັງ ນັກ ທ່ອງທ່ຽວ ແລະ ທາງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ຕ້ອງໄດ້ ຣະມັດ ຣະວັງ ຫຼາຍຂຶ້ນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ:

"ພວກນີ້ ພວກມາ ອອກ ແຮງງານ ມາຫລິ້ນ ມາທ່ຽວ ແລ້ວ ກໍສວຍ ໂອກາດ ຂີ້ລັກ ງັດ ແງະ ໄປຊັ້ນແຫຼະ ພວກ ແຫກກະເປົາ ດຶງ ກະເປົາ ນີ້ ສ່ວນຫຼາຍ ກະ ແມ່ນວຽດ ປີນີ້ເລີ່ມ ມານີ້ ເອົາກໍາລັງ ອອກຫຼາຍ ນີ້ ກໍຖືວ່າ ຈັບໄດ້ແລ້ວ".

ຊາວວຽດນາມ ທີ່ ເຂົ້າມາ ລັກຊັບ ໃນງານບຸນ ຕ່າງໆ ແຕ່ກ່ອນ ເຮັດແບບ ຕ່າງຄົນ ຕ່າງເຮັດ ແຕ່ ດຽວນີ້ ພວກເຂົາ ມັກເຮັດ ເປັນ ຂະບວນ, ມີການ ວາງແຜນ ແຍກກັນໄປ ປະຈໍາ ຢູ່ຕາມ ບ່ອນ ຕ່າງໆ ເພື່ອ ຫຼົບຫຼີກ ເຈົ້າໜ້າທີ່.

ດັ່ງນັ້ນ ຈຶ່ງ ເຕືອນໃຫ້ ຜູ້ຄົນ ມີສະຕິ ຣະວັງຕົວ ເພີ່ມຂຶ້ນ, ບໍ່ຄວນ ຖືເງິນສົດ ຕິດຕົວ ໄປຫຼາຍ ແລະ ບໍ່ໃສ່ ເຄື່ອງເອ້ ຣາຄາແພງ ເພາະ ຈະເປັນ ຈຸດ ສົນໃຈ ຂອງພວກ ຄົນຂີ້ລັກ.

ງານບຸນ ຊ່ວງເຮືອ ອອກພັນສາ ຢູ່ ທ່າວັດຈັນ ເລີ່ມ ແຕ່ວັນທີ 22 ຫາ ວັນທີ 28 ຕຸລາ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.