ແມ່ຄ້າສ່ວນນຶ່ງ ຢູ່ຫຼວງພຣະບາງ ເອົາປຽບນັກທ່ອງທ່ຽວ ເກັບຄ່າເຄື່ອງຕັກແພງເກີນຄວນ

ຈຳປາທອງ
2023.10.17
ແມ່ຄ້າສ່ວນນຶ່ງ ຢູ່ຫຼວງພຣະບາງ ເອົາປຽບນັກທ່ອງທ່ຽວ ເກັບຄ່າເຄື່ອງຕັກແພງເກີນຄວນ ຖນົນສາຍນຶ່ງ ທີ່ເປັນແຫຼ່ງທ່ອງທ່ຽວ ທາງວັທນະທັມ ຂອງແຂວງຫຼວງພຣະບາງ. ເດືອນມີນາ ປີ 2023.
Courtesy Photo

ປັດຈຸບັນ ແມ່ຄ້າຂາຍເຄື່ອງຕັກບາດ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຂາຍເຄື່ອງຕັກບາດແພງ ແລະ ແມ່ຄ້າມັກຍັດຍຽດ ໃຫ້ນັກທ່ອງທ່ຽວ ທີ່ກໍາລັງໃສ່ບາດພຣະສົງ ໂດຍບໍ່ບອກໃຫ້ຮູ້ກ່ອນ ແຕ່ຄິດໄລ່ຄ່າພາຍຫລັງ ໃນລາຄາແພງ ເກືອບເຖິງ 2,000 ບາທ, ອີງຕາມຄໍາເວົ້າຜ່ານສື່ສັງຄົມອອນລາຍນ໌ ຂອງນັກທ່ອງທ່ຽວໄທຍ ທີ່ໄປທ່ຽວນະຄອນຫລວງພຣະບາງ ໃນມື້ວັນທີ 9 ຕຸລານີ້.

ກ່ຽວກັບເຣື່ອງດັ່ງກ່າວ ທາງການແຂວງຫລວງພຣະບາງ ຮູ້ວ່າມີມາຕລອດ ແຕ່ຍັງແກ້ໄຂບັນຫານີ້ບໍ່ທັນໄດ້ເທື່ອ. ທີ່ຜ່ານມາ ເຈົ້າໜ້າທີ່ກໍເຄີຍຕິດຕາມ ກວດກາ ແລະໄດ້ປັບໃໝຜູ້ສວຍໂອກາດ ແລະໃນເທື່ອນີ້ ຈະໃຫ້ມີມາຕການເຄັ່ງຄັດຂຶ້ນຕື່ມ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງນີ້ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 11 ຕຸລານີ້ວ່າ:

ດຽວນີ້ພວກເຮົາກໍລົມກັນຢູ່ ຢາກໃຊ້ມາຕການທີ່ວ່າເດັດຂາດໜ້ອຍນຶ່ງຫັ້ນແຫລະ ປາກົດການໂຕນີ້ເກີດຂຶ້ນຕລອດ ອ້າຍພວກສວຍໂອກາດສ້າງປາກົດການຫຍໍ້ທໍ້ ທາງດ້ານການທ່ອງທ່ຽວຕິດພັນກັບພຣະພຸທສາສນານີ້ແຫລະ ຂາຍເຄື່ອງໃສ່ບາດຍາມເຊົ້າ ຊາດຍັກຍອກເປັນພັນໆປາຍ ເກືອບ 2 ພັນບາທພຸ້ນ ຜ່ານມາພະນັກງານ ເຂົາກໍບໍ່ໄດ້ລົງຕິດຕາມທຸກມື້ເນາະ ເຂົາກໍລັກເຮັດ.

ທາງການ ແຂວງຫລວງພຣະບາງ ໄດ້ອອກມາຕການ ຈັດສັນລະບຽບການຂາຍເຂົ້າໃສ່ບາດ 8 ຂໍ້ ຢູ່ຫລວງພຣະບາງ ວັນທີ 28 ມີນາ 2022 ເພື່ອຄວາມເປັນລະບຽບຮຽບຮ້ອຍ ຊຶ່ງໃນນັ້ນ ຂໍ້ທີ 5 ກໍານົດໄວ້ວ່າ ຕ້ອງມີຄວາມຊື່ສັດ ບໍ່ໂກງລາຄາ ແຈ້ງລາຄາເປັນເງິນກີບ ແລະຂໍ້ທີ 6 ກໍວ່າ ບໍ່ໃຫ້ເລາະຂາຍຊະຊາຍ

ຫລື ຊູຊີ, ແຕ່ກໍປະຕິບັດໄດ້ບໍ່ພໍເທົ່າໃດ.

ນັກທ່ອງທ່ຽວໄທຍຜູ້ນຶ່ງ ທີ່ປະສົບກັບເຣື່ອງທີ່ຄືກັນນັ້ນ ເວົ້າວ່າ ແມ່ຄ້າໄດ້ເອົາເຄື່ອງໃສ່ບາດ ມາໃສ່ກະຕ່າໃຫ້ ຈົນບອກໃຫ້ຢຸດ ແລະຄິດໄລ່ເອົງເງິນນໍາເກືອບ 1,000 ບາທ.

(Thai)ທີ່ພົບພໍ້ກໍເຣື່ອງໃສ່ບາດນີ້ແຫລະ ປະມານນັ້ນແຫລະ ພໍເຄື່ອງໝົດ ເຂົາກໍຈະເອົາມາເຕີມໃຫ້ເຮົາຕລອດ ຕອນນັ້ນຕົນເອງກໍບໍ່ຮູ້ ເຂົາກໍມາໃສ່ເລື້ອຍ ຈົນເຮົາເຣີ່ມຮູ້ ເຮົາກໍບອກພໍແລ້ວ ເຂົາຈະຍັດໆມາໃສ່ເລື້ອຍໆ ກໍຕົກຢູ່ຫລາຍບາທ ເກືອບພັນ ຮູ້ສຶກບໍ່ດີ ບໍ່ປະທັບໃຈ.

ນັກທ່ອງທ່ຽວໄທຍອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ໄດ້ພົບເຣື່ອງນັ້ນເຊັ່ນກັນ, ເມື່ອພົບແລ້ວ ກໍຮູ້ສຶກບໍ່ພໍໃຈ, ແຕ່ກໍບໍ່ໄດ້ຕິດໃຈ ເຖິງເປັນເຣື່ອງ ທີ່ບໍ່ຄວນເຮັດກັບນັກທ່ອງທ່ຽວທຸກຄົນ.

(Thai)ຕອນນັ້ນ ບໍ່ໄດ້ຕິດໃຈ ແຕ່ພໍມາອ່ານອັນນີ້ແລ້ວ ຄືຄ້າຍໆເຮົາເລີຍ ຄືຈະໂດນຍັດຍຽດ ກໍບໍ່ປະທັບໃຈແລ້ວກໍຄິດວ່າ ຖ້າໄດ້ໄປອີກ ກໍຈະບໍ່ໃສ່ອີກ ຖ້າຢາກໃຫ້ມີມາຕການແນວໃດບໍ່ນັ້ນ ຢາກໃຫ້ລູກຄ້າໄປເລືອກຊື້ ວ່າຈະເອົາອັນໃດ ແລ້ວກໍມາໃສ່ເອງດີກວ່າ.

ກ່ຽວກັບເຣື່ອງດັ່ງກ່າວ ຊາວລາວຜູ້ນຶ່ງເວົ້າວ່າ ຕົນເອງກໍເຄີຍພົບ ແລະຮູ້ສຶກບໍ່ພໍໃຈ ແລະເມື່ອໄດ້ຮູ້ຂ່າວວ່າ ເຣື່ອງນີ້ໄດ້ເກີດຂຶ້ນກັບນັກທ່ອງທ່ຽວໄທຍ ກໍເປັນ ເຣື່ອງໜ້າອາຍ ເຮັດໃຫ້ລາວເສັຍພາບພົດອັນດີ.

ຂ້ອຍໄປໃສ່ບາດກໍເຈີຄືກັນ ເຂົາເຈົ້າເອົາມາແບບລົ້ວໆເລີຍນ່າ ເຮົາກໍໄດ້ໃສ່ໆໄປ ຫລັງຈາກນັ້ນມາເຊັກບິລ ແລ້ວໝົດບັກຫລາຍໆ ແມ່ຄ້າໜ້າເລືອດໂພດ ບໍ່ໄດ້ມັກໄດ໋ ບໍ່ໄດ້ພໍໃຈໄດ໋ ຄືມັນກໍບໍ່ເປັນພາບພົດທີ່ງາມ ໃຫ້ກັບປະເທດຊາດແຫລະ ການທ່ອງທ່ຽວເຮົາຄົນອື່ນກໍບໍ່ຢາກມາແຫລະ.

ທ່ານກ່າວຕື່ມວ່າ ເຣື່ອງດັ່ງກ່າວເຄີຍເກີດຂຶ້ນມາກ່ອນ ແລະກໍມີມາຕການຫ້າມ, ເຈົ້າໜ້າທີ່ກໍໄດ້ຕິດຕາມ ກວດກາ ແຕ່ກໍບໍ່ໄດ້ເຮັດຢູ່ຕລອດ, ຢາກໃຫ້ເຈົ້າໜ້າທີ່ຕິດຕາມ ຢ່າງຕໍ່ເນື່ອງ ແລະກໍຢາກໃຫ້ມີການເຕືອນນັກທ່ອງທ່ຽວ ໃຫ້ຮູ້ກ່ຽວກັບ ເຣື່ອງນີ້ໄວ້.

ທີ່ຈິງເຂົາເຈົ້າຄວບຄຸມແລ້ວ ອັນນີ້ເຮັດອີກ ເຈົ້າໜ້າທີ່ບໍ່ໄດ້ລົງຕິດຕາມຕລອດ ຢາກໃຫ້ມີແບບເຈົ້າໜ້າທີ່ເນາະ ໄປຄວບຄຸມພວກນີ້ນ່າ ບໍ່ໃຫ້ເຮັດແບບນີ້ມັນເສັຽພາບພົດ ໃສ່ບາດໄປເຮົາກໍຢາກມີສັດທາ ເປັນຂອງຕົວເອງ ຢາກຊື້ທໍ່ໃດກໍເປັນເຣື່ອງຂອງເຮົາ. ອັນນີ້ແລ້ວຍັດໃຫ້ເຮົາ ໃຫ້ມີສະຕິ ຄືມາແລ້ວຍ່າງໄປຊື້ເອງເລີຍ ແລ້ວບໍ່ຈໍາເປັນຕ້ອງເອົາເພີ່ມກໍໄດ້.

ພ້ອມດຽວກັນນັ້ນ ປະຊາຊົນລາວອີກຜູ້ນຶ່ງ ເວົ້າວ່າ ການກະທໍາຂອງແມ່ຄ້າ ຂາຍເຄື່ອງຕັກບາດຄືດັ່ງກ່າວ ເປັນພຶດຕິກັມ ທີ່ບໍ່ຄວນເຮັດ ແລະເຈົ້າໜ້າທີ່ຕໍາຣວດ ບໍ່ຄ່ອຍມາເບິ່ງ.

ເວົ້າພາສາລາວກໍໜ້າມຶນ. ຂາຍເຄື່ອງຈັ່ງຊັ້ນຫັ້ນນ່າ ມັນບໍ່ຄວນຈະເຮັດໃຈຮ້າຍແທນ. ເຮົາຄິດວ່າເຂົາເຈົ້າຈະເຮັດຈັ່ງຊີ້ມາຕັ້ງແຕ່ໃດ ພວກທີ່ໃສ່ບາດອິຫຍັງມັນບໍ່ມີຫັ້ນນ່າ ຕໍາຣວດເຂົາເຈົ້າກໍບໍ່ຄ່ອຍໄດ້ມາເບິ່ງ ເຣື່ອງແບບນີ້ນ່າ ຢູ່ລາວ.

ກ່ອນໜ້ານີ້ ຄືເມື່ອປີ 2022 ກໍມີແມ່ຄ້າຂາຍເຄື່ອງຕັກບາດ ຢູ່ນະຄອນຫລວງພຣະບາງ ຂາຍເຄື່ອງແພງເກີນຄວນ ເຮັດໃຫ້ນັກທ່ອງທ່ຽວຫລາຍຄົນ ບໍ່ພໍໃຈ ແລະບໍ່ຢາກໄປຕັກບາດ ຫລືໄປທ່ອງທ່ຽວຫລວງພຣະບາງ ແລະທາງການແຂວງຫລວງພຣະບາງ ໄດ້ມີມາຕການຈັດລະບຽບ ການຂາຍເຄື່ອງຕັກບາດໃນນະຄອນຫລວງພຣະບາງ ຫລາຍຂໍ້ ເປັນຕົ້ນ ຜູ້ທີ່ຈະມາຂາຍເຄື່ອງຕັກບາດ ຕ້ອງໄດ້ຮັບອະນຸຍາດ ແລະເສັຽຄ່າບໍຣິການ ໃຫ້ຖຶກຕ້ອງ, ຕ້ອງມີບັດອະນຸຍາດ ຈາກຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວແຂວງ, ຕ້ອງການຂາຍໃຫ້ນັກທ່ອງທ່ຽວ ທີ່ມີຄວາມສະມັກໃຈ, ຕ້ອງຮັບປະກັນຄວາມສະອາດ, ປອດໄພ, ຫໍ່ຫູ້ມສວຍງາມ ແລະອື່ນໆ ລວມທັງຕ້ອງຂາຍ ຕາມຈຸດຈັດສັນຂັ້ນບ້ານ, ແຕ່ງກາຍສຸພາບ ແລະ ລາຄາສິນທີ່ໃຫ້ແຂກເຊົ່າ ແມ່ນ 10,000 ກີບຕໍ່ຜືນ.

ສ່ວນມາຕການຕໍ່ຜູ້ລະເມີດ ຄັ້ງທີນຶ່ງ ແມ່ນສຶກສາອົບຮົມ, ປັບໃໝ 500,000 ກີບ ແລະບໍ່ໃຫ້ຂາຍ 6 ເດືອນ, ຄັ້ງທີ 2 ປັບໃໝ 1,000,000 ກີບ ແລະບໍ່ໃຫ້ຂາຍເລີຍ, ແຕ່ຖ້າລັກລອບຂາຍອີກເທື່ອທີ 3 ຫຼື ຊູຊີຂາຍເປັນຄັ້ງທີ 3 ໂດຍບໍ່ມີສັນຍາ ຈະຖືກດຳເນີນຄະດີທັນທີ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.