ລົດຮັບ-ສົ່ງຜູ້ໂດຍສານ ຢູ່ສະຖານີລົດໄຟ ລາວ-ຈີນ ຕ້ອງເສຍຄ່າ
2024.07.08
ປັດຈຸບັນ ຍັງມີການເກັບເງິນນໍາລົດໃຫຍ່, ທີ່ເຂົ້າໄປຮັບ-ສົ່ງຜູ້ໂດຍສານ ຢູ່ສະຖານີລົດໄຟ ລາວ-ຈີນ ຫລາຍແຫ່ງ, 10,000 ກີບຕໍ່ຄັນ ເຖິງແມ່ນວ່າຈະໃຊ້ເວລາບໍ່ເກີນ 10 ນາທີ ກໍບໍ່ມີການຍົກເວັ້ນ ຊຶ່ງເມື່ອກ່ອນໜ້ານີ້ ໄດ້ຍົກເວັ້ນ, ແຕ່ດຽວນີ້ ເກັບໝົດທຸກກໍລະນີ, ເຮັດໃຫ້ມີຫາງສຽງອັນບໍ່ດີເກີດຂຶ້ນ, ອີງຕາມ ຄໍາເວົ້າ ຂອງຜູ້ປະກອບການ ລົດຮັບ-ສົ່ງນັກທ່ອງທ່ຽວ ຢູ່ແຂວງຫລວງພະບາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກໍລະກົດນີ້.
“10 ຫັນກີບ ແມ່ນແຫລະ ແຕ່ລະເທື່ອນ່າ. ເກັບໝົດເລີຍເທື່ອດຽວ ແຕ່ລະເທື່ອຫັ້ນບໍ່ຮອດ 10 ນາທີເຂົາເຈົ້າບໍ່ເກັບ. ດຽວນີ້ຫັ້ນເກັບໝົດເລີຍ. ຂໍແຕ່ເຂົ້າໄປໃນລະເກັບໝົດເລີຍ ດຽວນີ້ນ່າ. ມັນມີຊ່ອງຫວ່າງເຮັດໃຫ້ຜູ້ເກັບເງິນ. ເຈົ້າຂອງຜູ້ສໍາປະທານແມ່ນຫຍັງຊີ້ນ່າ ລະເຂົາເຈົ້າກະມາຕິດກ້ອງວົງຈອນໃສ່ຕອນນີ້ ຕິດຕາມແລ້ວກໍເກັບເງິນເຄັ່ງຄັດຫັ້ນແຫລະ.”
ພ້ອມດຽວກັນນັ້ນ ຜູ້ປະກອບການ ລົດຕູ້ນໍາທ່ຽວ ຢູ່ແຂວງຫລວງພະບາງ ຜູ້ໜຶ່ງກໍເວົ້າເຖິງລົດຕູ້ ທີ່ແລ່ນເຂົ້າ-ອອກ ສະຖານີລົດໄຟ ຫລວງພະບາງວ່າ ຕ້ອງໄດ້ເສຍເງິນ 20,000 ກີບຕໍ່ຄັ້ງ ເຖິງແມ່ນວ່າ ຈະເຂົ້າ-ອອກ ບໍ່ຮອດ 10 ນາທີກໍຕາມ, ແຕ່ຫລາຍຄົນ ກໍບໍ່ສາມາດຮຽກຮ້ອງຫຍັງໄດ້ ຍ້ອນເປັນກົດ ຂອງຜູ້ສໍາປະທານຄ່າຝາກລົດ ຢູ່ສະຖານີລົດໄຟ ດັ່ງທີ່ທ່ານກ່າວວ່າ:
“ເກັບຄ່າປີ້ໆ ໜຶ່ງ 20 ພັນກີບ 2 ໝື່ນກີບ. ລົດຕູ້ 2 ໝື່ນກີບ. ລົດເບົາແລ້ວ 1 ໝື່ນກີບ. ນີ້ໄປສົ່ງຊື່ໆ ກະໄດ້ເກັບຫັ້ນລະ ກະບໍ່ຮູ້ຄືກັນ ເພາະມັນເປັນກົດຂອງສະຖານີ້ເພິ່ນ.”
ກ່ຽວກັບເລື່ອງການເກັບເງິນຄ່າລົດເຂົ້າ-ອອກ ສະຖານີລົດໄຟລາວ-ຈີນ ແບບບໍ່ມີຂໍ້ຍົກເວັ້ນນັ້ນ ເຈົ້າໜ້າທີ່ ແຂວງຫລວງພະບາງທ່ານໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບາງພາກສ່ວນ ຢູ່ແຂວງຫລວງພະບາງ ກໍບໍ່ເຫັນພ້ອມນໍາ ຍ້ອນເປັນການເອົາປຽບ ຜູ້ປະກອບການ ແລະປະຊາຊົນ ທີ່ເຂົ້າ-ອອກ ຊຶ່ງກໍອາດຈະມີການແກ້ໄຂບັນຫານີ້ ໃນອີກບໍ່ດົນ.
“ເພິ່ນກໍບໍ່ຢາກໃຫ້ເກັບເລີຍເນາະ ມັນເປັນການເອົາປຽບລູກຄ້າ ເອົາປຽບປະຊາຊົນເນາະ. ເພິ່ນສັ່ງບໍ່ໃຫ້ເກັບແລ້ວນ່າ ແມ່ນປີທ່ອງທ່ຽວເດ້ເນາະ. ວີຊ້າວີຫຍັງກະເວັ້ນໝົດແລ້ວເດ້ 10 ພັນເບາະ ຫລືວ່າ 20 ພັນເບາະ ປະມານນີ້ແຫລະ.”
ນອກຈາກຢູ່ສະຖານີຫລວງພະບາງແລ້ວ ຜູ້ປະກອບການ ລົດແທັກຊີ ຢູ່ເມືອງວັງວຽງ ແຂວງວຽງຈັນ ຜູ້ໜຶ່ງ ກໍເວົ້າວ່າ ຢູ່ສະຖານີລົດໄຟແຫ່ງອື່ນໆ ອີກຫລາຍແຫ່ງ ຍົກເວັ້ນສະຖານີ ນະຄອນຫລວງວຽງຈັນ ກໍຍັງມີການເກັບເງິນ ນໍາລົດໃຫຍ່ທຸກຄັນ ທີ່ແລ່ນໄປຮັບ-ສົ່ງຜູ້ໂດຍສານ ຮວມທັງລົດຂົນສົ່ງນັກທ່ອງທ່ຽວ ຢູ່ເມືອງວັງວຽງ ກໍຍັງຕ້ອງໄດ້ເສຽ ໃຫ້ປ້ອມຍາມ ຢູ່ໜ້າສະຖານີວັງວຽງ ທັ້ງໆທີ່ແລ່ນເຂົ້າ-ອອກບໍ່ຮອດ 10 ນາທີ ດັ່ງທີ່ທ່ານກ່າວວ່າ:
“ເຂົ້າໄປແລ້ວເພິ່ນຢາກເກັບແຫລະ ເພາະວ່າເຂົາປະມູນແລ້ວເຂົາກະຢາກໄດ້ເງິນ. ຝ່າຍເກັບເງິນຫັ້ນເນາະ ກະບໍ່ເຂົ້າໃຈວ່າຂອງຈີນ ຫລືມີຜູ້ສໍາປະທານຢູ່ໃນຫັ້ນເນາະ. ທໍາມະດາໂຕເກົ່າຫັ້ນ ເພິ່ນແຈ້ງການມາ 10 ນາທີບໍ່ ເຂົ້າໄປຫັ້ນ ບໍ່ໄດ້ເສຍເງິນ ກາຍ 10 ນາທີໄປແລ້ວເສຍເງິນ.”
ຢູ່ແຂວງຫລວງນໍ້າທາ ຜູ້ປະກອບການລົດແທັກຊີຄົນໜຶ່ງ ເວົ້າວ່າ ຢູ່ສະຖານີລົດໄຟນາເຕີຍ ແຂວງຫລວງນໍ້າທາ ກໍຍັງມີການເກັບເງິນ ໃນລັກສະນະດັ່ງກ່າວຢູ່ ເຮັດໃຫ້ພວກປະກອບການລົດຂົນສົ່ງ ນັກທ່ອງທ່ຽວ ພາກັນເດືອດຮ້ອນ ເນື່ອງຈາກຕ້ອງໄດ້ເສຍເງິນ 10,000 ກີບຕໍ່ຄັ້ງ ຊຶ່ງແຕ່ກ່ອນບໍ່ເຄີຍເກັບນໍາ.
“ພໍໄດ້ເຂົ້າໄປນີ້ເກັບເລີຍ ເຂົາເຈົ້າຈະບໍ່ໄລ່ເປັນ 5 ຫລືວ່າ 10 ນາທີ ເຂົ້າໄປນີ້ຈະໄດ້ເສຍເລີຍ ຄືສະຖານີບ່ອນອື່ນນີ້ ໄປບໍ່ຮອດ 5 ຫລືວ່າ 10 ນາທີນີ້ ເຂົາເຈົ້າຈະບໍ່ເກັບເງິນເລີຍຫັ້ນນ່າ ແຕ່ວ່າສະຖານີນາເຕີຍນີ້ ພໍໄດ້ເຂົ້າໄປນີ້ເຂົາເຈົ້າຈະເກັບ.”
ເພື່ອຂໍຮູ້ຄວາມກະຈ່າງແຈ້ຽງ ກ່ຽວກັບເລື້ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍລິສັດ ສ່ຽນຝົງ ບໍລິການ ບໍ່ເຕັນຈໍາກັດ ຊຶ່ງເປັນຜູ້ເກັບເງິນຄ່າຝາກລົດ ຢູ່ສະຖານີລົດໄຟລາວ-ຈີນ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ຢູ່ໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຫາກໍຜ່ານມານີ້ ທ່ານ ກໍລະກັນ ພົມມະວົງ, ສະມາຊິກສະ ພາແຫ່ງຊາດ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ກໍໄດ້ສະເໜີ ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຕິດຕາມ ກວດກາ ເລື້ອງການເກັບເງິນ 10,000 ກີບນໍາລົດໃຫຍ່ທຸກຄັນ ທີ່ແລ່ນເຂົ້າ-ອອກ ສະຖານີລົດໄຟລາວ-ຈີນ ເກືອບທຸກແຫ່ງ ຍົກ ເວັ້ນສະຖານີນະຄອນຫຼວງວຽງຈັນ ພຽງສະຖານີດຽວ ທີ່ບໍ່ເກັບເງິນນໍາ. ພ້ອມດຽວກັນນັ້ນ ທ່ານກໍມີຂໍ້ສົງໄສວ່າ ເງິນ 10,000 ກີບ ທີ່ໄດ້ເກັບໄປນັ້ນ ແມ່ນເອົາໄປເຮັດຫຍັງ ແລະເສຍພັນທະເຂົ້າລັດ ຫລືບໍ່.
ເມື່ອກ່ອນໜ້ານີ້ ຄືແຕ່ເດືອນກັນຍາ 2022 ບໍລິສັດ ສ່ຽນຝົງ ບໍລິການບໍ່ເຕັນຈໍາກັດ ກໍໄດ້ເລີ້ມເກັບຄ່າຝາກລົດ ຢູ່ສະຖານີນະຄອນຫຼວງວຽງຈັນ ແລະສະຖານີແຫ່ງອື່ນໆ ທັງແບບຊົ່ວຄາວ ແລະແບບຄ້າງຄືນ ຄື ລົດຈັກ 5,000 ກີບຕໍ່ຄັ້ງ, ລົດໃຫຍ່ບໍ່ເກີນ 7 ບ່ອນນັ່ງ 10,000 ກີບຕໍ່ຄັ້ງ, ລົດເມຂະໜາດກາງ ແລະຂະໜາດໃຫຍ່ 30,000 ກີບຕໍ່ຄັ້ງ. ແລະແມ່ນແຕ່ລົດ ທີ່ເຂົ້າໄປແວ່ຮັບ-ສົ່ງຜູ້ໂດຍສານ ບໍ່ກາຍ 10 ນາທີ ກໍຍັງຕ້ອງໄດ້ເສຍຄ່າບໍລິການນັ້ນ, ເຮັດໃຫ້ປະຊາຊົນຫຼາຍຄົນ ບໍ່ພໍໃຈ. ຫຼັງຈາກນັ້ນມາ ຮອດວັນທີ 16 ກັນຍາ 2022 ບໍລິສັດດັ່ງກ່າວ ກໍໄດ້ອອກແຈ້ງການ ຍຸຕິການເກັບເງິນຄ່າຜ່ານ ສໍາລັບລົດ ທີ່ແລ່ນຮັບ-ສົ່ງນັກທ່ອງທ່ຽວ ຊຶ່ງໃຊ້ເວລາເຂົ້າ-ອອກສະຖານີ ບໍ່ກາຍ 10 ນາທີ.
ແຕ່ມາຮອດດຽວນີ້ ກໍມີພຽງແຕ່ ຢູ່ສະຖານີນະຄອນຫຼວງວຽງຈັນ ພຽງສະຖານີດຽວເທົ່ານັ້ນ ທີ່ຍົກເວັ້ນ ບໍ່ເກັບເງິນນໍາລົດ ທີ່ເຂົ້າ-ອອກ ບໍ່ກາຍ 10 ນາທີ, ສ່ວນວ່າສະຖານີອື່ນໆ ແມ່ນຍັງເກັບຢູ່.