ໃນປີນີ້ ນັກຮຽນ ທີ່ຈົບຊັ້ນມັດທະຍົມຕອນປາຍ ສົນໃຈເຂົ້າມະຫາວິທະຍາໄລ ໜ້ອຍລົງ
2024.07.09
ໃນຫຼາຍປີຜ່ານມານີ້ ນັກຮຽນຈົບຊັ້ນ ມ.7 ທີ່ສະໝັກຮຽນຕໍ່ມະຫາວິທະຍາໄລ ແຫ່ງຊາດລາວ ຫຼຸດລົງນໍາເລື້ອຍໆ ແລະຄາດວ່າ ໃນສົກຮຽນປີ 2024-2025 ນີ້ ກໍຈະຫຼຸດລົງຢູ່ຄືເກົ່າ ຍ້ອນຄວາມທຸກຍາກ ຂາດເຂີນ ຊຶ່ງເປັນຜົນມາຈາກເສດຖະກິດ-ການເງິນ ຂອງປະເທດ ຫຍຸ້ງຍາກ, ຝືດເຄືອງໜັກໜ່ວງ ທີ່ລັດຖະບານ ຍັງບໍ່ສາມາດແກ້ໄຂໄດ້ ດັ່ງເຈົ້າໜ້າທີ່ ຮັບສະໝັກນັກຮຽນຕໍ່ ສໍາລັບສົກການສຶກສາປີນີ້ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 9 ກໍລະກົດນີ້ວ່າ:
“ອັນທີ 1 ເພິ່ນກໍບໍ່ມີເງິນທີ່ຈະໄປຮຽນຕໍ່ຫັ້ນນ່າ ເນາະ ອັນທີ 2 ມາດຽວນີ້ເສດຖະກິດລາວ ເງິນກໍເຟີ້ຫລາຍແລ້ວ ເຮັດວຽກເງິນເດືອນກໍບໍ່ພໍກຸ້ມໃຊ້ ກຸ້ມກິນຫັ້ນນ່າ ເດືອນໜຶ່ງນີ້ຖ້າໄລ່ເປັນເງິນໄທ ກໍປະມານ 2,000 ນີ້ລະ 2,000 2,500 ນີ້ແຫລະເພິ່ນກໍ ພໍ່ແມ່ຜູ້ປົກຄອງ ສົ່ງເສີມຈັ່ງໄດ ບໍ່ມີລາຍໄດ້ເພີ້ມ ສົ່ງເສີມກໍບໍ່ມີນ່າ ປະເທດລາວເຮົາກໍເປັນປະເທດທີ່ວ່າ ດ້ອຍພັດທະນາ ເພິ່ນກໍຫາລາຍໄດ້ມາແຕ່ໄສກໍບໍ່ຮູ້ ຫັ້ນນ່າ ມີແຕ່ຫາເຊົ້າກິນຄໍ່າ ຫາຢູ່ຫາກິນຕາມທໍາມະຊາດນີ້ນ່າ ໄປຮຽນຕໍ່ມັນຕ້ອງໃຊ້ທຶນຫລາຍ ລູກຫລານມັນກໍມີຫລາຍຄົນເດ້ /ູກຫລານັ້ນນ່າ ສົ່ງກໍບໍ່ລອດຫັ້ນນ່າ.”
ທ່ານກ່າວຕື່ມວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ກະຂວງສຶກສາທິການ ແລະກິລາ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫານີ້ ເປັນຕົ້ນ ຊ່ອຍຄ່າໃຊ້ຈ່າຍໃນການລົງທະບຽນ ແລະການເຂົ້າຮຽນ ແລະປັບຂຶ້ນເງິນເດືອນ ໃຫ້ຜູ້ທີ່ຮຽນຈົບ ຢ່າງເໝາະສົມ.
“ອັນທີ 1 ກໍແກ້ໄຂການລົງທະບຽນ ການຮຽນແລ້ວກໍຊ່ວຍເຫລືອເຄື່ອງນຸ່ງຮົ່ມແລ້ວກໍອຸປະກອນ ການຮຽນຂອງເດັກນ້ອຍ ເພື່ອບັນເທົາການໃຊ້ຈ່າຍຂອງພໍ່ແມ່ທີ່ວ່າສົ່ງເສີມລູກນີ້ແຫລະ ອັນທີ 2. ມານີ້ຫລັງຈາກຮຽນປາຍແລ້ວໃຫ້ຈົບໃຫ້ຂັ້ນເທິງຊອກວຽກເຮັດໃຫ້ ບັນດາຍັກສຶກສາທີ່ຮຽນຈົບ ນັ້ນແດ່ ຂຶ້ນເງິນເດືອນໃຫ້ແດ່ ໃຫ້ຂະເຈົ້າໄດ້ມີເງິນໃຊ້ແດ່ ບໍ່ຕ້ອງກັບຄືນມາອາໄສພໍ່ແມ່ວ່າຊັ້ນສາ ຖ້າວ່າຮຽນຈົບປະລິນຍາຕີ ປະລິນຍາໂທມາ ແລ້ວເງິນເດືອນສໍ່າກັບຮຽນຈົບມໍສາມມໍສີ່ ນີ້ນ່າ ຮຽນເພິ່ນກໍເສັຽເວລາເສັຽເງິເສັຽຄໍາ ຮຽນບັກຫລາຍແລ້ວກໍເພິ່ນບໍ່ຢາກເຮັດຫັ້ນນ່າ ເງິນເດືອນໜ້ອຍໆນີ້ນ່າ.”
ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ປີທີ 1 ນາງໜຶ່ງ ກໍກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາຕົ້ນຕໍ ທີ່ເຮັດໃຫ້ນັກຮຽນຈົບຊັ້ນ ມ.7 ຈໍານວນຫຼວງຫຼາຍ ບໍ່ຮຽນຕໍ່ມະຫາວິທະຍາໄລ ແລະນັກສຶກສາມະຫາວິທະຍາ ໄລຈໍານວນໜຶ່ງ ປະລະການຮຽນ ແມ່ນເປັນຍ້ອນບັນຫາເສດຖະກິດ ແລະການເງິນຫຍຸ້ງຍາກ ຝືດເຄືອງຫຼາຍ, ຖ້າຫາກເປັນໄປໄດ້ ກໍຢາກໃຫ້ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫານີ້ແບບຈິງຈັງ ເຮັດໃຫ້ເງິນກີບແຂງຄ່າຂຶ້ນ ແລະລາຄາເຄື່ອງຢູ່ຂອງກິນຖືກລົງ.
“ຢາກໃຫ້ແບບ ມີການປ່ຽນແປງທາງເສດຖະກິດ ຢາກໃຫ້. ເອີ ຄ່າເງິນມັນແຂງຄ່າຂຶ້ນ. ເຄື່ອງອຸປະໂພກບໍລິໂພກ ມັນກໍລາຄາຖືກລົງ. ເຮົາກໍມີພໍຈະຮຽນໄດ້ຢູ່ຫັ້ນນ່າ ເພາະວ່າດຽວນີ້ນ່າ ຖ້າເຮົາໄປເຮັດ Part Time ໄປເຮັດຢູ່ນໍາ. ເງິນເດືອນມັນກໍເລີ້ມຕົ້ນຕາມ. ມັນກໍຄື 1,100,000 - 1,200,000 ຈັ່ງຊີ້ນ່າ. ບາງບ່ອນກະໄດ້ຄ່າ Part Time ໄດ້ແຕ່ 800,000 ກໍມີແລ້ວບາງສາຂາ ຄືແມ່ນຊິຮຽນແຕ່ຄາບດຽວ ຄືບໍ່ມີເວລາໄປ ມັນກໍຂ້ອນຂ້າງຈະຫຍຸ້ງຍາກ ຄັນເຮົາຈະຫາວຽກເພີ້ມ.”
ນາງກ່າວຕື່ມວ່າ ນັກຮຽນ ທີ່ບໍ່ສົນໃຈຮຽນຕໍ່ ໃນລະດັບສູງຂຶ້ນ ມີປະມານ 50-60% ຊຶ່ງເກີດຂຶ້ນ ບໍ່ແມ່ນສະເພາະແຕ່ນັກຮຽນ ຈົບຊັ້ນ ມ.7 ເທົ່ານັ້ນ ທີ່ບໍ່ຮຽນຕໍ່ມະຫາວິທະຍາໄລປີທີ 1, ແຕ່ການປະລະການຮຽນ ກໍເກີດຂຶ້ນ ນັບແຕ່ນັກ ຮຽນຊັ້ນ ປ.5 ຂຶ້ນ ມ.1 ແລະຊັ້ນ ມ.3 ຂຶ້ນ ມ.4 ແລ້ວ.
ອີງຕາມການລາຍງານ ຂອງກະຊວງສຶກສາທິການ ແລະກິລາ, ໃນສົກຮຽນປີ 2021-2022 ມີນັກຮຽນສອບເສງຈົບຊັ້ນ ປ.4 83,544 ຄົນ, ສົກຮຽນປີ 2022-2023 ມີນັກຮຽນສອບຜ່ານ 76,322 ຄົນ ແລະໃນສົກຮຽນປີ 2023-2024 ຫຼຸດລົງເຫຼືອ 68,850 ຄົນ ຂະນະທີ່ ນັກຮຽນຊັ້ນ ມ.7 ສອບເສງໃນສົກຮຽນປີ 2021-2022 ມີ 55,828 ຄົນ, ສົກຮຽນປີ 2022-2023 ມີ 50,256 ຄົນ ແລະສົກຮຽນປີ 2023-2024 ມີ 46,744 ຄົນ ຄືມີຈໍານວນຫຼຸດລົງນໍາເລື້ອຍໆ.
ໃນຂະນະດຽວກັນ ນັກຮຽນ ທີ່ຢູ່ຕາມເຂດຊົນນະບົດ ກໍສາມາດເຂົ້າເຖິງ ຂໍ້ມູນຂ່າວສານ ກ່ຽວກັບການຮຽນຕໍ່ໜ້ອຍ, ບໍ່ຮູ້ວິຊາທີ່ຈະຮຽນຕໍ່, ເມື່ອຮຽນຈົບມາແລ້ວ ກໍອາດບໍ່ມີວຽກເຮັດ, ມັນບໍ່ມີສິ່ງຈູງໃຈໃຫ້ພວກເຂົາເຈົ້າຢາກຮຽນ ດັ່ງນັກ ສຶກສາມະຫາວິທະຍາໄລແຫ່ງຊາດປີທີ 3 ຜູ້ໜຶ່ງເວົ້າວ່າ:
“ມັນບໍ່ມີ ແຮງຈູງໃຈ ທີ່ເຮັດໃຫ້ຂະເຈົ້າຢາກຮຽນຫັ້ນນະ ບໍ່ຮູ້ເພີ່ນວ່າ ຊິຮຽນໂຕນີ້ ເພື່ອຫຍັງຫັ້ນນະ ໂຕຢ່າງເພີ່ນຮຽນໄປຫັ້ນນະ ສົມມຸດວ່າແຖວນັ້ນກໍຊິມີໂຮງຫງອກໂຮງງານ ສ່ວນຫຼາຍເພີ່ນວ່າຈົບໄປ ເຮົາກໍອາດຈະບໍ່ໄດ້ເຮັດວຽກຄືເກົ່າ ເລື່ອງເສັ້ນເລື່ອງສາຍນີ້ ເປັນສິ່ງສໍາຄັ້ຫັ້ນນະ ເພາະວ່າຂະເຈົ້າຈະຮັບຮູ້ແຖວບ້ານເຮົາ ກໍຄືແບບວ່າ ເຫັນວ່າການຄໍລັບຊັນ ມັນມີຫຼາຍຈັ່ງຊີ້ບໍ ແລ້ວຂະເຈົ້າກໍເລີຍແບບວ່າ ບໍ່ຢາກທີ່ຈະໄປສ່ຽງທີ່ຈະນັ້ນ ຂະເຈົ້າກໍເລີຍໄປອອກເຮັດວຽກດີກວ່າ ອາດຈະເດືອນໜຶ່ງ ສາມລ້ານ ສອງລ້ານປາຍ ກໍຍັງດີກວ່າຕ້ອງໄປຮຽນຕໍ່ ແບບຢູ່ດົນຈັ່ງຊີ້ນະ.”
ນັກຮຽນຊັ້ນ ມ.7 ທີ່ມີອາຍຸ 18 ປີ ຈໍານວນຫຼວງຫຼາຍ ບໍ່ສຶກສາຕໍ່, ພາກັນໄປຊອກຫາເຮັດວຽກຢູ່ປະເທດໄທ ທັງແບບຖືກຕ້ອງຕາມກົດໝາຍ ແລະແບບຜິດກົດໝາຍ ຍ້ອນເງິນກີບເຟີ້, ຄ່າຈ້າງແຮງງານ ຢູ່ພາຍໃນປະເທດຕໍ່າຫຼາຍ ບໍ່ກຸ້ມຢູ່ບໍ່ກຸ້ມກິນ ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ທ່ານໜຶ່ງເວົ້າວ່າ:
“ເອີ ໂດຍ ຫລຸດລົງຫລາຍ ຊ້ວງເງິນເຟີ້ນີ້ກໍປະມານ 2 ປີນີ້ແຫລະ ຄົນລາວນີ້ໄປໄທຫລາຍ ເຂົາກໍສິມີບໍລິສັດເຂົາຮັບໄປຫັ້ນນ່າ ຈະມີນາຍໜ້າເປັນສ່ວນຫລາຍ. ເອົາລົດມາຮັບ. ເອີ ສ່ວນຫລາຍຈະເປັນເລື້ອງການເງິຫັ້ນແຫລະ ເສດຖະກິດການເງິນທຸກຄົນເຂົາຈົບມາເຂົາຄິດວ່າ ຈົບມາກໍບໍ່ມີວຽກເຮັດ 3,000 ບາດຖ້າຄິດເປັນເງິນບາດ ຖ້າໄປເຮັດວຽກຢູ່ໄທຫັ້ນ ກໍຕົກປະມານ 10,000 ບາດແລ້ວ. ເລີ້ມຕົ້ນກໍຂາດ ກໍຂາດນັກຮຽນຢູ່ ນັກຮຽນກໍລົງເຄິ່ງໜຶ່ງເລີຍແຫລະ ຊ້ວງໂຄວິດພຸ້ນ 2020 ນໍ.”
ເມື່ອກ່ອນໜ້ານີ້ ທ່ານ ສຸຣິອຸດົງ ສູນດາລາ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ກ່າວໃນມື້ວັນທີ 13 ສິງຫາ 2023 ວ່າ ໃນສົກການສຶກສາ 2023-2024 ທົ່ວປະເທດ ມີມະຫາວິທະຍາໄລ 4 ແຫ່ງ ທີ່ເປີດຮັບນັກສຶກສາ 11,175 ຄົນ ແຕ່ມີຄົນມາລົງທະບຽນພຽງ 8,416 ຄົນ ຄື ມະຫາວິທະຍາໄລສຸພານຸວົງ ຕ້ອງການ 1,566 ຄົນ ແຕ່ມີຄົນມາລົງທະບຽນ 484 ຄົນ; ມະຫາວິ ທະຍາໄລສະຫວັນນະເຂດ ຕ້ອງການ 1,566 ຄົນ ແຕ່ມີຄົນມາລົງທະບຽນ 271 ຄົນ; ມະຫາວິທະຍາໄລຈໍາປາສັກ ຕ້ອງການ 1,405 ຄົນ ແຕ່ມີຄົນມາລົງທະບຽນ 221 ຄົນ ແລະມະຫາວິທະຍາໄລ ແຫ່ງຊາດລາວ ທີ່ຕ້ອງການ 6,688 ຄົນ ແຕ່ມີຄົນມາລົງທະບຽນ 7,363 ຄົນ.