ນັກສຶກສາ ທີ່ຈະຈົບມະຫາວິທຍາໄລ ຢານຊອກວຽກເຮັດຍາກ

ໄຊຍາ
2023.05.30
ນັກສຶກສາ ທີ່ຈະຈົບມະຫາວິທຍາໄລ ຢານຊອກວຽກເຮັດຍາກ ເຂດມະຫາວິທຍາໄລ ແຫ່ງຊາຕ (ມຊ). ເດືອນພຶສພາ 2021.
RFA

ນັກສຶກສາ ມະຫາວິທຍາໄລ ແຫ່ງຊາຕ ທີ່ກຳລັງຈະຮຽນຈົບ ໃນເດືອນມິຖຸນາ ນີ້ ມີຄວາມກັງວົນວ່າ ຈະຊອກວຽກເຮັດຍາກ ຍ້ອນປີທີ່ນັກຮຽນ ຈະຮຽນຈົບນີ້ ໄດ້ຮຽນຜ່ານລະບົບ ອອນລາຍນ໌ ໃນໄລຍະທີ່ມີ ການແຜ່ຣະບາດ ຂອງໂຄວິດ-19 ຈຶ່ງເຮັດໃຫ້ຮຽນບໍ່ເຂົ້າໃຈ ສອບເສັງ ບໍ່ໄດ້ຄະແນນສູງ ເກຣດສະເລັ່ຍ ຈຶ່ງໄດ້ພຽງ 2.25 ບໍ່ເຖິງ 3.00 ຂຶ້ນເມືອຕາມທີ່ຫຼາຍບໍຣິສັດ ຕ້ອງການອີກທັງລຸ້ນເອື້ອຍ ທີ່ຮຽນຈົບໄປໃນປີ 2022 ກໍບໍ່ທັນມີວຽກເຮັດງານທຳ.

ດ່ັງນັກສຶກສາຄະນະເສດຖະສາດ ແລະ ບໍຣິຫານທຸຣະກິຈ ຊັ້ນປີທີ 4 ມະຫາວິທຍາໄລ ແຫ່ງຊາຕລາວກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ພຶຶສພາ ນີ້ວ່າ:

ຊິຈັ່ງວ່າໄດ໋ຄະແນນອິຫຍັງ ກໍບໍ່ຫຼາຍກໍແບບເຮົາຮຽນອອນລາຍນ໌ ກໍບໍ່ໄດ້ເຂົ້າໃຈ ຫຼາຍວ່າແນວ ໜັ່ງຮຽນຢູ່ຫ້ອງຫັ້ນນ່າ (ວຽກຜແນກການເງິນ ນຳພາກຣັຖ) ຄົງບໍ່ໄດ້ເປີເຊັນຈະໄປເຮັດວຽກ ດອກນຶ່ງເຂົາເຈົ້າກໍມີເສັ້ນມີສາຍກັນຫັ້ນນ່າ.

ສ່ວນນັກສຶກສາ ອີກທ່ານນຶ່ງກ່າວວ່າ ໂຕເອງກໍມີຄວາມກັງວົນໃຈ ທີ່ຈະຊອກວຽກຍາກ ແລະຮຽນຈົບແລ້ວຈະໄດ້ວຽກເຮັດບໍ່ ກົງກັບສາຍຮຽນທີ່ຈົບມາແລ້ວ ຍັງໄດ້ເງິນໜ້ອຍບໍ່ກຸ້ມຄ່າ ຢູ່ຄ່າກີນກໍກາຍເປັນຄົນຫວ່າງງານ ອາດຈະກັບບ້ານເກີດ ເຮັດການຜລິດປູກຝັງ ລ້ຽງສັດ ຫຼືຂາຍເຄື່ອງອອນລາຍນ໌ ຊ່ອຍຄອບຄົວຄືດັ່ງທີ່ເຫັນໂຕຢ່າງ ຂອງລຸ້ນເອື້ອຍ-ອ້າຍ ທີ່ຜ່ານມາ.

ດັ່ງນັກສຶກສາ ຄະນະເສດຖະສາດ ແລະບໍຣິຫານທຸຣະກິຈ ສາຂາການບັນຊີ ຊັ້ນປີທີ 4 ມະຫາວິທຍາໄລແຫ່ງຊາຕ ກ່າວໃນມື້ດຽວກັນວ່າ:

ກັງວົນໃຈຫັ້ນແຫຼະ ບາງທີ່ເປັນວຽກທີ່ແບບວ່າ ໂຕເອງຕ້ອງການ ທີ່ຈະເຮັດອາຈບໍ່ໄດ້ແບບວ່າ ຄັນວ່າເຮົາຕ້ອງການຢາກເຮັດວຽກ ໂຕນັ້ນແຕ່ວ່າວຽກໂຕນັ້ນ ເຮົາບໍ່ໄດ້ແລ້ວມັນໄດ້ອີກວຽກນຶ່ງ ທີ່ວ່າມັນບໍ່ເຂົ້າກັບທາງໂຕເອງບໍ່ອິຫຍັງບໍ່ ແລ້ວເຮົາກໍຕັດສິນໃຈ ບໍ່ເຮັດວຽກໂຕນັ້ນໄປເລີຍຫັ້ນນ່າ ເງິນເດືອນໄດ້ຮັບຫັ້ນນ່າຄ່າໃຊ້ຈ່າຍຄ່າເດີນທາງ ອິຫຍັງໄປເຮັດວຽກຢູ່ຫັ້ນ ມັນບໍ່ຄ່ອຍໄດ້ຫັ້ນນ່າ.

ຂະນະທີ່ ມະຫາວິທຍາໄລ ແຫ່ງຊາຕໄດ້ຈັດກິຈກັມ ຕລາດນັດສະມັກງານ ມຊ ຄັ້ງທີ 11 ປະຈຳປີ 2023 ຈຳນວນ 2 ມື້ລະຫວ່າງວັນທີ 24-25 ພຶສພາ ທີ່ສະໂມສອນມະຫາວິທຍາໄລ ແຫ່ງຊາຕ ຈຶ່ງເປັນໂອກາດໃຫ້ນັກສຶກສາ ຊຶ່ງນັກສຶກສາສາຂາ ວິຊາບໍຣິຫານທຸຣະກິຈ ທົ່ວໄປ ຈະນິຍົມເລືອກເຮັດວຽກນຳບໍຣິສັດເອກະຊົນ ທີ່ເປັນຂອງຊາວຕ່າງຊາຕ ມາລົງທຶນຍ້ອນໄດ້ເງິນເດືອນຫຼາຍກ່ວາ.

ດັ່ງນັກສຶກສາຄະນະເສດຖະສາດ ແລະ ບໍຣິຫານທຸຣະກິຈ ສາຂາບໍຣິຫານທຸຣະກິຈ ທົ່ວໄປ (ມຊ) ຊັ້ນປີທີ 4 ກ່າວໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍກໍຕ່າງປະເທດ ເພາະວ່າອັດຕຣາເງິນເຂົາ ຈະໃຫ້ຫຼາຍກ່ວາແບບນີ້ ຈະເປັນຮຽນຢູ່ປີ 3 ລະຫາແບບບ່ອນຝຶກງານ ຝືກງານ ແລ້ວຖ້າບໍຣິສັດເຂົາວ່າຊິເລືອກເຂົາ ຊິເຊັນສັນຍາໄວ້ ເຊັນສັນຍາໄວ້ ຖ້າວ່າເຮົາຮຽນຈົບ ມາເຮົາກໍສາມາດໄດ້ເລີຍ.

ສ່ວນວ່າວັດຖຸປະສົງ ໃນການຈັດກິຈກັມຕລາດນັດ ສະມັກງານ ມຊ ຄັ້ງທີ 11 ປະຈຳປີ 2023 ນີ້ເພື່ອບໍ່ໃຫ້ນັກສຶກສາ ມຊ ພົບກັບຄວາມຫຍຸ້ງຍາກ ໃນການຊອກວຽກເຮັດຫຼັງຮຽນຈົບ ແລະເພື່ອໃຫ້ນັກສຶກສາ ມຊ ທີ່ຢູ່ໃນໄລຍະຝຶກງານ ມີໂອກາດຝຶກງານຕາມ ບໍຣິສັດ ທີ່ມາອອກບູດຮັບສະມັກງານ ໃນຄັ້ງນີ້.

ດັ່ງ ຍານາງ ສີວອນ ຫອມປີ່ນແກ້ວ ຮອງຫົວໜ້າ ຫ້ອງການຄຸ້ມຄອງນັກສຶກສາ ມຊ ກ່າວຕໍ່ນັກຂ່າວໂທຣະທັດ ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້ວ່າ:

ເພື່ອບໍ່ໃຫ້ນັກສຶກສາ ປີສຸດທ້າຍໄດ້ມີບ່ອນສະມັກເຮັດວຽກ ຜູ້ນຶ່ງສາມາດສະມັກໄດ້ຫຼາຍໆ ບໍຣິສັດບ່ອນດຽວເພື່ອເປັນການສະດວກເນາະ ອັນທີສອງມາກໍນັກສຶກສາ ຜູ້ທີ່ກຳລັງສຶກສາຢູ່ນີ້ ກໍສາມາດມາສະມັກບ່ອນຝຶກງານ.

ພາຍໃນງານຕລາດນັດ ສະມັກງານມີບໍຣິສັດ ຊີພີ ລາວຈຳກັດເປັນ 1 ໃນ 50 ກ່ວາບໍຣິສັດທີ່ໄດ້ອອກບູດຮັບສະມັກ ພະນັກງານນັ້ນກໍມີຕຳແໜ່ງງານ ຫວ່າງຫຼາຍຕຳແໜ່ງ ທັງຕຳແໜ່ງການເງິນ-ການບັນຊີ, ພະນັກງານ ບຸກຄົນດ້ານການພັທນາ, ພະນັກງານວິຊາການ, ພະນັກງານຊ່າງ, ພະນັກງານຂາຍ, ໄອທີ ລວມເຖິງຕຳແໜ່ງຄົນງານຕ່າງໆ ນຳດ້ວຍ ໂດຍເງິນເດືອນເຣີ່ມຕົ້ນ 3,500,000 ກີບ ໃນຕຳແໜ່ງງານຄົນງານດ້ານຕ່າງໆ.

ດັ່ງເຈົ້າໜ້າທີ່ ບໍຣິສັດ ຊີພີ ລາວ ຈຳກັດ ກ່າວໃນມື້ດຽວກັນນີ້ວ່າ:

ເງິນເດືອນເຣີ້ມຕົ້ນ 3,500,000 ກີບ ປະຣີນຍາຕຣີ, 1,300,000 ກີບ ເປັນຄົນງານ. ເຈົ້າ, ແຕ່ຖ້າເປັນບັນຊີ ຫຼືວ່າ ບັນຊີ ຫຼືວ່າ ພວກກົນຈັກ ກໍຈະມີເພີ່ມມາອີກເຈົ້າ.

ວິທຍຸ ເອເຊັຽ ເສຣີ ຍັງຕິດຕໍ່ຫາບໍຣິສັດ ອີທີແອລ ຈຳກັດ ນຳດ້ວຍໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງບໍຣິສັດດັ່ງກ່າວນີ້ ກ່າວວ່າ ທາງບໍຣິສັດກໍໄດ້ຈັດບູດຮັບສະມັກງານ ຢູ່ທີ່ງານຕລາດນັດສະມັກງານ ຄືກັນແຕ່ຈະຮັບສະເພາະ ຜູ້ທີ່ໄດ້ພາສາຈີນ ຕຳແໜ່ງຄອລເຊັນເຕີ ເທົ່ານັ້ນ ຍ້ອນມີຄວາມຕ້ອງການ ຫຼາຍຕຳແໜ່ງ ໂດຍເງິນເດືອນເຣີ່ມຕົ້ນ 3,000,000 ກີບ ໂດຍປະມານ. ຕລາດນັດສະມັກງານ ມຊ ຄັ້ງທີ 11 ປະຈຳປີ 2023 ມີຫຼາຍກວ່າ 50 ບໍຣິສັດ ແລະ ມີຄວາມຕ້ອງການ ພະນັກງານບໍ່ຕໍ່າກ່ວາ 1,000 ຕຳແໜ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.