ເຣື້ອງທີ່ເກັບບັນທຶກໄວ້
2022-01-11
ຜູ້ທີ່ອາສັຍຢູ່ຕາມ ແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ຈາກການ ຜັນຜວນ ແລະການຂຶ້ນ-ລົງຂອງ ແມ່ນໍ້າຂອງ ທີ່ຜິດ ທັມມະຊາດ ເຮັດໃຫ້ ການຫາປາ ຍາກຂຶ້ນກວ່າເກົ່າ, ສ່ວນນຶ່ງຍ້ອນ ການສ້າງເຂື່ອນ ຫຼາຍແຫ່ງ ໃສ່ແມ່ນໍ້າຂອງ ທັງໃນຈີນ ແລະໃນລາວ.
2022-01-10
ທາງການລາວ ໄດ້ອອກຄໍາແນະນໍາ ວ່າດ້ວຍການປະຕິບັດ ງົບປະມານແຫ່ງຣັຖ ປະຈໍາປີ 2022 ໃຫ້ມີການປັບຂຶ້ນ ເງິນເດືອນ ພະນັກງານ-ຣັຖກອນ ແລະພະນັກງານ ບໍານານ 150 ກີບ ຕໍ່ດັດສະນີ ຄືເພິ່ມຂຶ້ນ ຈາກ 7,200 ກີບ ເປັນ 7,350 ກີບ.
2022-01-10
ຜົລກະທົບ ຂອງໂຄວິດ-19 ໃນຕົ້ນປີ 2020 ຊຶ່ງເປັນໄລຍະ ທີ່ການສຶກສາລາວ ຕ້ອງປະເຊີນຄວາມຫຍຸ້ງຍາກ ທັງການຢຸດ ການຮຽນ-ການສອນ ຊົ່ວຄາວ ເຮັດໃຫ້ ເຫັນບັນຫາ ຄວາມບໍ່ເທົ່າທຽມ ຂອງການໄດ້ຮັບ ການສຶກສາ.
2022-01-10
ມີການຍອມຮັບວ່າ ນັກກິລາເຕະບານ ທີມຊາດລາວ ພົວພັນກັບ ການໂກງ ການແຂ່ງຂັນ ເຕະບານ ໂດຍສະເພາະ ນັກກິລາ ຖືກຊື້ຈ້າງ ເພື່ອໃຫ້ລົ້ມບານ ຄືປ່ອຍໃຫ້ ທີມຄູ່ແຂ່ງ ສາມາດຍິງປະຕູ ໄດ້ເທົ່າທີ່ຖືກກຳໜົດ.
2022-01-10
ມີຜູ້ຕິດເຊື້ອ ໂຄວິດ-19 ທ່ານນຶ່ງ ໄດ້ປິ່ນປົວ ຢູ່ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ້ນແນລ ວຽງຈັນ ພຽງ 10 ມື້ ແຕ່ຕ້ອງຈ່າຍ ຄ່າປິ່ນປົວ ເຖິງ 173 ລ້ານກີບ ນັ້ນ, ຊາວລາວ ຫຼາຍຄົນເວົ້າວ່າ ເປັນລາຄາ ແພງເກີນໄປ ສໍາລັບ ປະຊາຊົນ ຄົນທົ່ວໄປ.
2022-01-10
ລາວ ບໍ່ສາມາດສົ່ງງົວ ອອກໄປຂາຍໃຫ້ຈີນ ໄດ້ຕາມຄາດໝາຍ 50,000 ໂຕໃນປີ 2021 ຄືໄດ້ພຽງ 2,000 ປາຍໂຕ ຍ້ອນການຣະບາດ ຂອງໂຄວິດ-19 ແລະພະຍາດ ຜິວໜັງອັກເສບ ງົວ-ຄວາຍ ແລະອີກບັນຫານຶ່ງ ຄືພໍ່ຄ້າຈີນ ບໍ່ຢາກຜ່ານ ພໍ່ຄ້າຄົນກາງ ທີ່ເປັນຄົນລາວ.
2022-01-10
ນາຍົກຣັຖມົນຕຣີລາວ ອອກມາຊີ້ແຈງ ຕໍ່ສື່ມວນຈີນວ່າ ໂຄງການທາງຣົຖໄຟ ລາວ-ຈີນ ບໍ່ແມ່ນກັບດັກໜີ້ຈີນ ຕາມທີ່ຫຼາຍໆຄົນເຂົ້າໃຈ ແຕ່ເປັນການສ້າງໂອກາດ ໃນການຂຍາຍເສຖກິຈ.
2022-01-09
ສະຫະຣັຖ ສເນີໃຫ້ ການຊ່ວຍເຫຼືອ ແກ່ກອງທັບ ແຫ່ງຊາຕລາວ ເພື່ອໃຊ້ແທນ ອາວຸດຍຸໂທປະກອນເກົ່າແກ່ ລ້າສມັຍ ຊຶ່ງຝຣັງເສສ ໄດ້ປະໄວ້ໃຫ້ ເວລາຖອນກໍາລັງ ຂອງຕົນອອກຈາກ ຣາຊອານາຈັກລາວ.
2022-01-08
ຣົຖໄຟລາວ-ຈີນ ເປີດໃຊ້ ທ່າມກາງ ຄວາມເປັນຫ່ວງ ໜີ້ສິນ, ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ, ຄົນງານລາວຫຼາຍຄົນ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ.
2022-01-08
ສັມພາດ ທ່ານ ຄຳຜາຍ ວິໄລລັກ, ເຈົ້າຂອງ ຟາມລ້ຽງງົວ ທີ່ເມືອງວອລດເຣິນ, ຣັຖ ອາຣແຄນຊໍສ໌, ສະຫະຣັຖ ອາເມຣິກາ.
2022-01-07
ທາງການລາວ ປະກາດໃຊ້ກົດໝາຽ ວ່າດ້ວຍການແກ້ໄຂ ຄຳຮ້ອງທຸກ ສະບັບປັບປຸງ ຕັ້ງແຕ່ປີ 2016 ເປັນຕົ້ນມາ ແຕ່ຄວາມເປັນຈິງແລ້ວ ບັນຫາທີ່ ປະຊາຊົນ ໄດ້ຮ້ອງທຸກ ໄປຍັງໜ່ວຍງານ ທີ່ຂ້ອງ ພັດຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ ເທົ່າທີ່ຄວນ.
2022-01-07
ຫຼັງຈາກ ທີ່ທາງການລາວ ເປີດປະເທດ ແລະ ການທ່ອງທ່ຽວເຂດສີຂຽວໃນວັນທີ 1 ມົກຣາ 2022 ທີ່ຜ່ານມາ ຊຶ່ງເປັນໄລຍະ ປີໃໝ່ສາກົລ ເຮັດໃຫ້ ປະຊາຊົນລາວ ຫຼາຍຄົນ ອອກໄປພົບ ປະສັງສັນ ແລະ ໄປທ່ອງທ່ຽວ ຕາມສະຖານທີ່ຕ່າງໆ ໄດ້ສະດວກຂຶ້ນ ຈຶ່ງເປັນເຫດໃຫ້ ລາຄາອາຫານ ບາງປະເພດ ຢູ່ບາງເຂດ ແພງຂຶ້ນ.
2022-01-07
ທາງການແຂວງຫລວງພຣະບາງ ໄດ້ເຮັດບົດບັນທຶກ ກັບບໍຣິສັດອິນຟີນີຕີ ທ່ອງທ່ຽວຈໍາກັດ ຂອງເອກກະຊົນ ໂດຍອະນຸຍາດໃຫ້ສໍາຣວດ ແລະສຶກສາຄວາມເປັນໄປໄດ້ 1 ປີ ເພື່ອສ້າງ ແຫລ່ງທ່ອງທ່ຽວ ຄົບວົງຈອນຢູ່ພູຈອມຫວດ ແລະພູຫິນກອງ.
2022-01-07
ທາງການລາວ ປະກາດໃນມື້ວັນທີ 6 ມົກກະຣານີ້ ເຖິງການກວດພົບ ຜູ້ຕິດເຊື້ອໂຄວິດ-19 ສາຍພັນ ໂອມິຄຣອນ ກໍຣະນີທໍາອິດ ທີ່ມາຈາກມາເລເຊັຍ ຜູ້ໂດຍສານ ມານໍາກັນ 42 ຄົນ ຮວມທັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຄົນອື່ນໆ ໄດ້ຖືກກັກຕົວ 14 ມື້.
2022-01-07
ບໍຣິສັດຮ່ວມທຶນ ພັທນາທາງດ່ວນລາວ-ຈີນ ປັບຄ່າບໍຣິການທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຂຶ້ນ ຂະນະທີ່ ຜູ້ໃຊ້ບໍຣິການ ເຫັນວ່າ ບໍ່ສົມເຫດສົມຜົລ