ຄ່າທາງດ່ວນ ຂຶ້ນລາຄາ ປະຊາທົ່ວຫຼ້າ ໜັກໃຈ

ສະຖານີເກັບເງິນ ທາງດ່ວນລາວ-ຈີນ ຈຸດນະຄອນຫຼວງວຽງຈັນ ທີ່ຈະໄປຍັງເມືອງວັງວຽງ. ເດືອນທັນວາ ປີ 2020 (TS)
ສະຖານີເກັບເງິນ ທາງດ່ວນລາວ-ຈີນ ຈຸດນະຄອນຫຼວງວຽງຈັນ ທີ່ຈະໄປຍັງເມືອງວັງວຽງ. ເດືອນທັນວາ ປີ 2020 (TS) (RFA)

0:00 / 0:00

ບໍຣິສັດຮ່ວມລົງທຶນ ພັທນາທາງດ່ວນລາວ-ຈີນ ຈຳກັດ ປັບຂຶ້ນຄ່າທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ປະມານ 10-11% ໃນຂະນະທີ່ຜູ້ໃຊ້ຣົຖ ໃຊ້ທາງດ່ວນ ຫຼາຍຄົນເຫັນວ່າ ບໍ່ສົມເຫດສົມຜົລ, ອີງຕາມຂໍ້ມູນ ຈາກຜູ້ຜ່ານທາງໂຕຈິງ. ໃນລະຫວ່າງວັນທີ 1-4 ມົກກະຣາ 2022, ບໍຣິສັດໄດ້ປັບລາຄາ ຄ່າບໍຣິການ ຣົຖເກັ໋ງຂຶ້ນທາງດ່ວນ 68,000 ກີບຕໍ່ຖ້ຽວ ມາເປັນລາຄາໃໝ່ ຣົຖເກັ໋ງ 75,000 ກີບຕໍ່ຖ້ຽວ ເພີ່ມຂຶ້ນ 7,000 ກີບຕໍ່ຖ້ຽວ. ຂະນະທີ່ລາຄາເກົ່າ ຣົຖກະບະ ຂຶ້ນທາງດ່ວນ ແມ່ນ 112,000 ກີບຕໍ່ຖ້ຽວ ມາເປັນລາຄາໃໝ່ ຣົຖກະບະ 125,000 ກີບຕໍ່ຖ້ຽວ ຫຼືເພີ່ມຂຶ້ນ 13,000 ກີບຕໍ່ຖ້ຽວ.

ເຫດຜົລທີ່ຫຼາຍຄົນເຫັນວ່າ ການປັບຂຶ້ນຄ່າທາງດ່ວນດັ່ງກ່າວ ບໍ່ສົມເຫດສົມຜົລ ກໍຍ້ອນວ່າ ປັດຈຸບັນ ປະຊາຊົນ ແບກຮັບຄ່ານ້ຳມັນແພງຂຶ້ນແລ້ວ, ຕາມຄວາມເວົ້າ ຂອງຊາວບ້ານ ທີ່ມັກໃຊ້ຣົຖເກັ໋ງ ແລະ ຣົຖກະບະ ເພື່ອເດີນທາງໄປຄ້າຂາຍ ລະຫວ່າງແຂວງຕໍ່ແຂວງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ມົກກະຣາ ນີ້ວ່າ:

“ມັນບໍ່ສົມເຫດສົມຜົລ ເພາະວ່າ ນ້ຳມັນກໍແພງ ທາງກໍບໍ່ໄດ້ມາຕຖານອີກ ເພາະວ່າກາງຄືນມັນກໍມືດ ແລ້ວກໍສັດອີ່ຫຍັງ ກໍຍັງອອກມາຄືເກົ່າ. ມື້ນັ້ນກໍເຈິ ເຈິແມວເຈິໝາ, ຫັ້ນນ່າ.”

ຍານາງກ່າວຕື່ມວ່າ ຫາກໂຕເອງຂີ່ຣົຖ ໄປຕາມທາງເສັ້ນທາງທັມມະດາ ຈາກນະຄອນຫຼວງວຽງຈັນ ໄປເມືອງວັງວຽງ ກໍຈະໃຊ້ເວລາເຖິງ 3-4 ຊົ່ວໂມງ, ແຕ່ຫາກຂຶ້ນທາງດ່ວນ ກໍໃຊ້ເວລາພຽງ 1 ຫາ 1 ຊົ່ວໂມງປາຍ, ແຕ່ເບິ່ງສະພາບໂຕຈິງ ທາງທັມມະດາ ຈາກນະຄອນຫຼວງວຽງຈັນ ໄປວັງວຽງ, ໂດຍສະເພາະເສັ້ນທາງເລຂທີ 13 ເໜືອນັ້ນ ແມ່ນເປັນທາງ ທີ່ຢູ່ລະຫວ່າງການກໍ່ສ້າງ ມີສິ່ງກີດຂວາງເທິງຖນົນ ຈຶ່ງເຮັດໃຫ້ຈຳເປັນ ຕ້ອງໄດ້ໃຊ້ບໍຣິການ ທາງດ່ວນໄປກ່ອນ.

2.jpg
DCIM\100MEDIA\DJI_0409.JPG

ການປັບຂຶ້ນລາຄາ ຄ່າທາງດ່ວນນັ້ນ, ບໍ່ສົມເຫດສົມຜົລປານໃດ ເນື່ອງຈາກຈະສົ່ງຜົລໃຫ້ ຄ່າຄອງຊີບ ຂອງຄົນລາວ ເພີ່ມຂຶ້ນນຳດ້ວຍ ເນື່ອງຈາກພໍ່ຄ້າ-ແມ່ຄ້າ ສ່ວນໃຫຍ່ ມີຣົຖກະບະ ເພື່ອເປັນເຄື່ອງມື ປະກອບອາຊີບຫຼັກ ແລະ ໄດ້ຂົນເຄື່ອງໃສ່ຣົຖກະບະ ເພື່ອຂຶ້ນທາງດ່ວນ ຈາກວັງວຽງ ມາຂາຍຢູ່ນະຄອນຫຼວງວຽງຈັນ ຫຼືຂຶ້ນທາງດ່ວນ ຈາກນະຄອນຫຼວງວຽງຈັນ ໄປຂາຍຢູ່ວັງວຽງນັ້ນ ແມ່ນຕ້ອງໄດ້ຄິດໄລ່ ຄ່າທາງດ່ວນ ໃສ່ຄ່າເຄື່ອງ ທີ່ຈະຂາຍນຳ ຈຶ່ງເຮັດໃຫ້ເຄື່ອງຂອງ ແຕ່ລະປະເພດ ຖືກປັບຂຶ້ນລາຄາ ແຕ່ 500 ກີບຂຶ້ນໄປ. ດັ່ງຊາວລາວ ທີ່ມີພີ່ນ້ອງ ທຳມາຄ້າຂາຍເຄື່ອງ ຈາກວັງວຽງ ໄປນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ຄືສົມມຸດທຽບໃສ່ໄທຍເນາະ ຂ້ອຍໄປເນາະ ທາງດ່ວນໄທຍນີ້ ເສັຽ 3 ເທື່ອ 100 ຫຼັກ ຈາກກຸງເທພ ຫາພັທຍາ ກໍຍັງບໍ່ຮອດ 100,000 ກີບ. ແຕ່ວ່າບ້ານເຮົາບາດນີ້, ຄ່າຄອງຊີບມັນສູງເນາະ ສົມມຸດເຈົ້າຊື້ເຄື່ອງ ປະເພດທີ່ຈະໄປຂາຍເນາະ ມາບວກໃສ່ເພີ່ມ 500 ຫຼື 1,000 ນຶ່ງ ຄ່າສິນຄ້າມັນກໍເພີ່ມຂຶ້ນອີກ. ບາດນີ້, ມັນກໍໂທດເຂົາ (ພໍ່ຄ້າ-ແມ່ຄ້າ) ບໍ່ໄດ້ນ່າ, ໂຕນີ້ນ່າ.”

ຂະນະດຽວກັນນັ້ນ, ຄ່າທາງດ່ວນ ປະເພດຣົຖບັນທຸກ ຮັບຈ້າງຂົນເຄື່ອງຂອງ ກໍປັບຂຶ້ນເຊັ່ນກັນ, ໂດຍລາຄາເກົ່າ ຢູ່ທີ່ 1,800,000 ກີບຕໍ່ຖ້ຽວ. ລາຄາໃໝ່ຢູ່ທີ່ 2,000,000 ກີບຕໍ່ຖ້ຽວ ເພີ່ມຂຶ້ນ 200,000 ກີບຕໍ່ຖ້ຽວ ເຮັດໃຫ້ຊາວລາວ ຜູ້ນຶ່ງ ທີ່ປະກອບອາຊີບ ຮັບຈ້າງຂົນສົ່ງ ເຫັນວ່າ ການປັບຂຶ້ນຄ່າທາງດ່ວນ ບໍ່ສົມເຫດສົມຜົລປານໃດ ເນື່ອງຈາກລາຄາເກົ່າ ກໍຢາກແພງຢູ່ແລ້ວ, ແຕ່ໂຕເອງ ກໍຈຳເປັນຕ້ອງໄດ້ນຳໃຊ້ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເປັນປະຈຳ ເນື່ອງຈາກບໍ່ສາມາດ ຂີ່ຣົຖບັນທຸກຂນາດໃຫຍ່ ໂດຍໃຊ້ທາງທັມມະດາ ໄປສົ່ງເຄື່ອງໃຫ້ລູກຄ້າ ຢູ່ວັງວຽງໄດ້ ຍ້ອນທາງທັມມະດາ, ໂດຍສະເພາະທາງເລຂທີ 13 ເໜືອນັ້ນ ແມ່ນຢູ່ລະຫວ່າງການກໍ່ສ້າງ ມີຂຸມຫຼາຍ ເຮັດໃຫ້ຣົຖບັນທຸກຂນາດໃຫຍ່ ບໍ່ສາມາດໃຊ້ທາງທັມມະດາໄດ້.

ດັ່ງຊາວລາວຜູ້ນຶ່ງ ທີ່ປະກອບອາຊີບ ຮັບຈ້າງຂົນເຄື່ອງຂອງ ດ້ວຍຣົຖບັນທຸກ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ເກົ່າ ມັນກໍແພງຢູ່ແລ້ວ ເພາະວ່າຂອງອ້າຍ ມັນປະເພດແກ່ກົລຈັກໜັກນ່າ, ຄືນ້ຳໜັກຫຼາຍເທົ່າໃດ ແຮ່ງໄດ້ເສັຽຫຼາຍ. ທາງເກົ່າ ທາງ 13 ເໜືອແລ້ວ ໄລຍະນີ້ ມັນກໍ່ສ້າງ ເຮັດໃຫ້ບໍ່ສະດວກຊື່ໆນ່າ, ກໍຈຳເປັນຕ້ອງໄດ້ໃຊ້ທາງດ່ວນຫັ້ນ.”

ນອກຈາກນີ້, ຄ່າທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ປະເພດຣົຖຕູ້ ກໍປັບຂຶ້ນ 7,000 ຫາ 10,000 ປາຍກີບຕໍ່ຖ້ຽວ ຂຶ້ນກັບຈຳນວນບ່ອນນັ່ງ ຂອງຜູ້ໂດຍສານ ຂະນະທີ່ມາຕຖານ ການກໍ່ສ້າງທາງດ່ວນດັ່ງກ່າວ ບໍ່ໄດ້ມາຕຖານແທ້, ໂດຍສະເພາະໄຟເຍືອງທາງ ທີ່ໃຊ້ພະລັງງານແສງຕາເວັນ ເຮັດໃຫ້ຄວາມສະຫວ່າງ ບໍ່ແຈ້ງຄືໄຟທົ່ວໄປ ທີ່ໃຊ້ຕາມຄົວເຮືອນ ອີກທາງສະພາບໂຕຈິງ ກາຍ 6 ໂມງແລງເປັນຕົ້ນໄປ ປະຊາຊົນລາວ ຈະບໍ່ນິຍົມໃຊ້ທາງດ່ວນ ເນື່ອງຈາກເປັນທາງທີ່ມືດ ແລະ ບາງບ່ອນ ຂອງທາງດ່ວນ ຍັງມີການສ້ອມແປງ ໃຫ້ເຫັນຢູ່ເລື້ອຍໆ. ດັ່ງນັ້ນ, ການປັບຂຶ້ນຄ່າທາງດ່ວນ ບໍ່ສົມເຫດສົມຜົລປານໃດ. ດັ່ງຊາວລາວ ທີ່ປະກອບອາຊີບ ຂັບຣົຖຕູ້ ກ່າວໃນມື້ດຽວກັນນີ້ວ່າ:

“ເພາະວ່າທາງຍັງຫຼາຍໝ້ອງແປງເດ້ ໄລຍະແຕ່ນີ້ໄປ ແປງເດ້. ບາງໝ້ອງ ຄັນທຽບໃສ່ບ້ານເຂົາເຈົ້າ (ປະເທດຈີນ) ທາງດ່ວນ (ນະຄອນຫຼວງວຽງຈັນ) ກໍບໍ່ໄດ້ມາຕຖານປານໃດເດ້, ມັນຕ້ອງໄດ້ແກ້ໄປເລື້ອຍໆ. ຕອນເດິກ ຂ້ອຍຢ້ານ ຂ້ອຍທຽວຕລອດ ຂ້ອຍບໍ່ມາຈັກເທື່ອ, ກາຍ 6 ໂມງລົງໄປ ຂ້ອຍບໍ່ມາ ຂ້ອຍນອນ.”

3.jpg
DCIM\100MEDIA\DJI_0467.JPG

ທ່ານກ່າວຕື່ມວ່າ ເມື່ອທຽບກັບການໃຊ້ເວລາ ໃນການເດີນທາງ ແມ່ນທາງດ່ວນນະຄອນຫຼວງວຽງຈັນ ຫາວັງວຽງ ແມ່ນປະຢັດເວລາຫຼາຍກວ່າ ທາງທັມມະດາ. ຂະນະດຽວກັນ, ຫາກທຽບກັບຄ່າສິ້ນເປືອງ ແມ່ນທັງທາງດ່ວນ ແລະ ທາງທັມມະດາ ມີຄວາມສິ້ນເປືອງເທົ່າກັນ ເປັນຕົ້ນ ທາງດ່ວນເສັຽຄ່າທາງ ຫຼາຍກວ່າ ທາງທັມມະດາ ຂະນະທີ່ ທາງທັມມະດາ ແມ່ນຕ້ອງໄດ້ເສັຽຄ່ານ້ຳມັນ ຫຼາຍກວ່າທາງດ່ວນ ຍ້ອນຕ້ອງໄດ້ຕື່ມນ້ຳມັນ ຂີ່ຣົຖຢູ່ເທິງຖນົນ 3-4 ຊົ່ວໂມງ ຈຶ່ງເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຄວນປັບລາຄາ ຄ່າທາງດ່ວນ ໃຫ້ຫຼຸດລົງ ຈາກລາຄາເດີມ 20% ເນື່ອງຈາກລາຄາເດີມ ທີ່ຕັ້ງໄວ້ ກໍສູງແລ້ວ, ລາຄາໃໝ່ກໍແຮງສູງກວ່າເກົ່າ ຂະນະທີ່ປະຊາຊົນ ກໍມີຄວາມຫຍຸ້ງຍາກໃນການຫາເງິນ ໃນໄລຍະທີ່ມີການແຜ່ຣະບາດ ຂອງໂຄວິດ-19.

ເຫດຜົລໃນການປັບຄ່າບໍຣິການ ທາງດ່ວນຄັ້ງນີ້ ມີສາເຫດມາຈາກທນາຄານ ແຫ່ງສປປລາວ ໄດ້ມີການກຳເນີນການ ປັບອັດຕຣາ ການແລກປ່ຽນ ຕໍ່ສະກຸນເງິນກີບ-ເງິນໂດ່ລ້າສະຫະຣັຖ. ດັ່ງນັ້ນ, ນັບແຕ່ເວລາ 00:00 ໂມງ ຂອງວັນທີ 1 ມົກກະຣາ 2022 ເປັນຕົ້ນໄປ ການເກັບຄ່າຜ່ານທາງ ຂອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຈຶ່ງເພີ່ມຂຶ້ນ ປະມານ 10-11% ຕາມທີ່ປະຊາຊົນ ໄດ້ພົບພໍ້ ຕັ້ງແຕ່ໄລຍະປີໃໝ່ສາກົລ ທີ່ຜ່ານມາ ຈົນເຖິງມື້ນີ້. ດັ່ງພະນັກງານ ບໍຣິສັດຮ່ວມລົງທຶນ ພັທນາທາງດ່ວນລາວ-ຈີນ ຈຳກັດ ກ່າວໃນມື້ດຽວກັນນີ້ວ່າ:

“ອັນນີ້ເຂົາເຈົ້າ ຈະໄລ່ຕາມເງິນໂດ່ລ້າຣ ເຣທເງິນໂດ່ລ້າຣ ຄືວ່າບໍ່ເຂົ້າໃຈນຳເພິ່ນຄືກັນ, ແຕ່ວ່າ ເພິ່ນແຈ້ງມາວ່າ ດຽວນີ້ ຈະໄລ່ຕາມຄ່າເງິນໂດ່ລ້າຣ.”

ທັງນີ້ ການເກັບຄ່າຜ່ານທາງ ຂອງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ແມ່ນໄດ້ອີງຕາມກົດລະບຽບ, ໂດຍບໍຣິສັດຮ່ວມທຶນ ພັທນາທາງດ່ວນລາວ-ຈີນ ໄດ້ຣາຍງານ ຕໍ່ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງການເງິນ ເປັນທີ່ຮຽບຮ້ອຍແລ້ວ ພ້ອມນັ້ນ ກໍໄດ້ດຳເນີນການ ແຈ້ງລາຄາ ໃນປ້າຍປະກາດ ລົງວັນທີ 27 ທັນວາ 2021 ອີກດ້ວຍ.

ທາງດ່ວນລາວ-ຈີນ ໄລຍະນະຄອນຫຼວງວຽງຈັນ-ວັງວຽງ ຣັຖບານລາວຖືຫຸ້ນ 5% ແລະ ກຸ່ມບໍຣິສັດ Yunnan ຂອງຈີນ ຫຼື YCIH ຖືຫຸ້ນ 95% ດ້ວຍເວລາສັມປະທານ 50 ປີ ແລະ ທາງດ່ວນນີ້ ແມ່ນບໍຣິສັດຮ່ວມລົງທຶນ ພັທນາທາງດ່ວນລາວ-ຈີນ ເປັນຜູ້ລົງທຶນ ແລະ ກໍ່ສ້າງ ມີມູລຄ່າ 1.2 ຕື້ໂດ່ລ້າຣສະຫະຣັຖ.

ນອກຈາກນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຂັ້ນກະຊວງ ທີ່ກ່ຽວຂ້ອງ ເພື່ອສອບຖາມ ກ່ຽວກັບການແກ້ໄຂບັນຫາ ຄ່າທາງດ່ວນ ທີ່ຖືກປັບຂຶ້ນ, ແຕ່ກໍຍັງບໍ່ສາມາດຕິດຕໍ່ໄດ້.